ຊິວິດ​ຄູ່​ກັບ​ການ​ເຮັດ​ທຸລະ​ກິດ. - dokhukcolumnist

Post Top Ad

วันจันทร์ที่ 22 เมษายน พ.ศ. 2556

demo-image

ຊິວິດ​ຄູ່​ກັບ​ການ​ເຮັດ​ທຸລະ​ກິດ.

Responsive Ads Here

28-01-2013-B-3-mekong column-economic


ຕະຫຼອດເວລາຫຼາຍປີຜ່ານມານີ້ ທ່ານມີຊິວິດແຕ່ງງານທີ່ດີ ຫຼື ບໍ່ ?
ມີຄົນເຄີຍຕັ້ງຄຳຖາມນັກທຸລະກິດໜຸ່ມທີ່ປະສົບຜົນສຳເລັດທ່ານໜື່ງວ່າ ຕະຫຼອດເວລາຫຼາຍປີຜ່ານມານີ້ ທ່ານມີຊິວິດແຕ່ງງານທີ່ດີ ຫຼື ບໍ່? ນັກທຸລະກິດທ່ານນັ້ນຕອບວ່າໃນໂລກນີ້ບໍ່ມີສິ່ງໃດເອີ້ນວ່າຊີວິດຄູ່ ຫຼື ຊິວິດແຕ່ງງານທີ່ດີເພາະ​​ໃນຊ່ວງຊິວິດແຕ່ງງານຂອງຄົນທຸກຄູ່ຈະມີທັງເວລາດີໆແລະເວລາທີ່ຍາກລຳບາກຄືກັນແລະສຳລັບຊິວິດຄູ່ຂອງຕົວທ່ານກໍ່ບໍ່ໄດ້ມີຫຍັງທີ່ແຕກຕ່າງກັບຊິວິດຄູ່ຂອງຄົນອື່ນໆ.
ໃນຫຼາຍໆມຸມການເລີ່ມຕົ້ນຊິວິດແຕ່ງງານເບິ່ງແລ້ວກໍ່ບໍ່ແຕກຕ່າງກັບການເລີ່ມຕົ້ນເຮັດທຸລະກິດ warrren Buffett ມະຫາເສດຖີໃຈບຸນຊາວອາເມລິກາກ່າວວ່າ:“ ມີຫຼາຍໆເລື່ອງລາວ ແລະ ມີປະເດັ່ນຫຼາຍປະເດັ່ນທີ່ເຮົາຄວນຈະຮັບຮູ້ເພື່ອທີ່ຈະເຮັດໃຫ້ຊິວິດຄູ່ມີຊີວິດ,ຊີວາ ຢູ່ກັນໄປຕະຫຼອດຮອດຝັ່ງແລະເຮັດໃຫ້ທຸລະກິດປະສົບຜົນສຳເລັດໂດຍບໍ່ເສຍໄຊກ່ອນໃນເວລາອັນສົມຄວນ”.
 ລອງຄິດກັນເບິ່ງວ່າ: ​ເຮົາຈະຮ່ວມທຸລະກິດ ຫຼື ຈະລົງທຶນຮ່ວມກັບໃຜ,ຜູ້ໃດກໍ່ຕ້ອງເບິ່ງໃຫ້ດີ ມັນເຈັບປວດບໍ່ຕ່າງກັນ. ຖ້າຊິວິດຄູ່ຈະຕ້ອງຈົບລົງໂດຍການແຍກທາງ ກໍບໍ່ຕ່າງຫຍັງກັບ ທຸລະກິດທີ່ຈະຕ້ອງຈົບລົງແບບການບໍ່ເຂົ້າໃຈກັນກັບຫຸ້ນສ່ວນ.
ປັດຈຸບັນເປັນໜ້າຕົກໃຈທີ່ຊິວິດແຕ່ງງານຕ້ອງຈົບລົງດ້ວຍຄວາມບໍ່ເຂົ້າໃຈກັນແລະ 60-80% ຂອງທຸລະກິດທີ່ເກີດໃໜ່ໃນທີ່ສຸດກໍ່ມີບັນຫາແລະໄປບໍ່ຮອດພາຍໃນປີທຳອິດ.
ຄຳຖາມແມ່ນຫຍັງທີ່ເຮັດໃຫ້ເກີດເຫດການທີ່ບໍ່ຄາດຄິດແບບນັ້ນເກີດຂື້ນ.?
ຢ່າງທຳອິດແມ່ນກ່ຽວຂ້ອງກັບການເຊັນເອກະສານ(signing contract) ​ເມື່ອຊິວິດຄູ່ ຫຼື ທຸລະກິດເລີ່ມມີບັນຫາ​​ເຮົາລອງຢ້ອນເວລາມາເບີ່ງວ່າຈະເປັນສັນຍາທາງທຸລະກິດ ຫຼື ການຈົດທະບຽນສົມລົດ.​ເຮົາມັກຈະຄິດວ່າເຮົາໄດ້ສ້າງຂໍ້ຜູກມັດທາງການເງີໃຫ້ກັບຕົນເອງໂດຍເຮົາບໍ່ເຂົ້າໃຈຢ່າງແທ້ຈິງຕັ້ງແຕ່ຕົ້ນ. ​ເມື່ອ​​ເວລາທີ່ໃຊ້ຊິວິດຢູ່ຮ່ວມກັນບໍ່ແມ່ນວ່າຢູ່ກັນແບບຫຼີ້ນຕອນດີໆກັນຢູ່ກໍ່ບໍ່ສົນໃຈດອກເລື່ອງເງີ,ຄຳເຮັດທຸລະກິດກໍ່ຄືກັນຕອນມີກຳໄລເງີນ-ຄຳຄ່ອງຕົວກໍ່ບໍ່ມາບັນທືກລາຍລະອຽດໄວ້ເລື່ອງຜູກພັນທາງສັນຍາຕ່າງໆກໍຄືກັນແຕ່ເມື່ອເວລາມີການຜິດຂໍ້ຕົກລົງນັ້ນ ຜົນທີ່ຕາມມາແມ່ນຈົບກັນແບບບໍ່ງາມ ລຳບາກທັງຊິວິດຄູ່ແລະ ທຸລະກິດ.

ທີ່ຜ່ານມາເຮົາບໍ່ມັກຈະພະຍາຍາມເຂົ້າໃຈວ່າການເລີ່ມຕົ້ນຊິວິດແຕ່ງງານແລະ ການເຮັດທຸລະກິດ ຄືການສ້າງຄວາມສຳພັນໄລຍະຍາວ(long term relationship) ທັ້ງສອງຢ່າງບໍ່ແມ່ນຫຍັງທີ່ຈະເຮັດກັນຫຼີ້ນໆເຖິງວ່າກຳລັງມີຄວາມສຸກ ຫຼື ມີກຳໄລກໍ່ຕາມແຕ່ຈະມີບັນຫາທີ່ຕ້ອງເຈີຕະຫຼອດເວລາ ເຊິ່ງຕ້ອງໄດ້ຊ່ວຍກັນແກ້ໄຂບັນຫານຳກັນໄປ.
ທີ່ສຳຄັນອີກຢ່າງໜື່ງກ່ອນຈະຕົກລົງປົງໃຈກັນຮ່ວມທຸລະກິດ ຫຼື ຊິວິດຄູ່ ຄວນຮູ້ຈັກການເຮັດໜ້າທີ່ດ້ວຍຄວາມພາກພຽງຕໍ່ກັນ ຫຼື ບໍ່ກໍຄວນກວດກາກັນໃຫ້ດີວ່າເຮົາກຳລັງຈະແຕ່ງກັບໃຜ, ເບິ່ງດີແຕ່ໜ້າແຕ່ບໍ່ຮູ້ນິໃສທີ່ແທ້ຈິງ ຫຼື ຫຸ້ນສ່ວນເບິ່ງຄືມີຊາດຕະກຸນດີແລະ ມີເງີນ ບາດໄດ້ສືກສາກັນດົນໆບໍ່ມີຫຍັງ....ມີ​​ແຕ່ຕົວ.
“Marriage is a verb, not a noun, so is business” ຊິວິດຄູ່ຕ້ອງສ້າງມັນຂື້ນໂດຍຄວາມຮັກມັນຈື່ງຈະສຳເລັດ ຄືກັນກັບການເຮັດທຸລະກິດ ບໍ່ແມ່ນມີງານແຕ່ງແບບຟຸ້ມເຟື້ອຍ,​ແລກເງີ,ຄຳໜັ່ນກັນແລ້ວຈະເອີ້ນໄດ້ວ່າຊິວິດແຕ່ງງານທີ່ດີໄດ້. ການເຮັດທຸລະກິດກໍ່ບໍ່ແຕກຕ່າງກັນເມື່ອເລີ່ມຕົ້ນທຸລະກິດດ້ວຍຄວາມມັກ ກໍ່ຕ້ອງລ້ຽງມັນຕໍ່ໄປໂດຍຄວາມມັກ ທຸລະກິດມັນຈື່ງຈະຢູ່ລອດແລະໄປຕໍ່ໄດ້ເລື້ອຍໆ.
 ເງິນສົດ ແລະ ເງິນທຶນໝູນວຽນ(Cash ​ແລະ working capital) ​ເປັນສັດຈະທຳທີ່ສຳຄັນສຳລັບຊິວິດຄູ່ແລະ ທຸລະກິດ , ​ເງີນຂາດມືມື້ໃດຜິດຖຽງກັນມື້ນັ້ນບັນຫານີ້ຂໍເຕືອນເລີຍວ່າ: ຕ້ອງມີເງີນສົດສຳຮອງໄວ້ໃນທຸກກໍລະນີ.

ເມື່ອມື້ໜື່ງທັງສອງສີ່ເດີນທາງມາເຖິງຈຸດທີ່ຕ້ອງມີການ​​ເຕີບໃຫຍ່ຂະຫຍາຍຕົວ ທັງທຸລະກິດແລະ ຊິວິດຄູ່ກໍ່ຄວນມີການວາງແຜນທີ່ດີເມື່ອເຮົາໃຊ້ຊີວິດຄູ່ມາໄລຍະໜື່ງ ໃນທີ່ສຸດກໍ່ບໍ່ພົ້ນການມີລູກ,ມີຫລານເລື່ອງນີ້ເປັນເລື່ອງໃຫຍ່, ຈະຕ້ອງໄດ້ວາງແຜນການເງີນທີ່ດີ,ຍ້າຍເຮືອນ,ປຸກເຮືອນໃໜ່(ຖ້າຈຳເປັນ) ສົ່ງເສີມໃຫ້ລູກໄດ້ເຂົ້າໂຮງຮຽນ,ທາງທຸລະກິດ ກໍຕ້ອງການກຳລັງຄົນຫຼາຍຂື້ນ,​ເງີນກູ້ຫຼາຍຂື້ນ,ຕ້ອງໄດ້ໃຊ້ຊັບພະຍາກອນຫຼາຍຂື້ນ,ຄູ່ຄ້າຫຼາຍຂື້ນເພື່ອໃຫ້ໄດ້ລູກຄ້າ ແລະ ການອອກງານໃນກໍ່ເພີ່ມຂື້ນທັງໝົດນີ້ຕ້ອງມີການວາງແຜນໃຫ້ດີໆ.
ແລະສຸດທ້າຍຕ້ອງຮູ້ຈັກຫາທາງອອກ landing ​ໃຫ້ກັບຕົນເອງເມື່ອຮູ້ວ່າທ່າທາງຈະໄປກັນບໍ່ລອດ  ສະໄໜນີ້ຍຸກໃໜ່ແລ້ວເມື່ອຮູ້ວ່າຊິວິດຄູ່ ແລະ ທຸລະກິດໄປຕໍ່ໄປບໍ່ໄຫວກໍ່ຄວນກຽມຈິດກຽມໄວ້ແຕ່ເນີ້ນໆ ສຳລັບຄູ່ແຕ່ງງານຝ່າຍໜື່ງເຕັມໃຈຈະຍົກທຸກຢ່າງໃຫ້ອີກຝ່າຍຢູ່ແລ້ວ ກໍ່ດີ ....ແຕ່ຄວາມເປັນຈີງສະໄໜນີ້ຂ້າພະເຈົ້າເຫັນຫຼາຍໆຄູ່ເລີກກັນກໍ່ບໍ່ໄດ້ຈຳເປັນຕ້ອງຍົກຫຍັງໃຫ້ກັນໄວ້ກ່ອນ....ລະຫວ່າງຜູ້ຖືຫຸ້ນຖ້າບໍລິສັດເກີດໄປບໍ່ລອດໃຜຈະໄດ້ຫຍັງໄປ.....ມີການເຮັດຂໍ້ຕົກລົງຂອງຜູ້ຖືຮຸ້ນ shareholder ‘s agreement ກັນໄວ້ກ່ອນຫຼາຍໆຍິ່ງດີ.


ຂຽນໂດຍ: ບົວລຽນ ວົງສີສຸພັນ.

ປະເດັນຫລັກໃນບົດ: “ຊິວິດຄູ່ຕ້ອງສ້າງມັນຂື້ນໂດຍຄວາມຮັກມັນຈື່ງຈະສຳເລັດ ຄືກັນກັບການເຮັດທຸລະກິດ ບໍ່ແມ່ນມີງານແຕ່ງແບບຟຸ້ມເຟື້ອຍ,​ແລກເງີ,ຄຳໜັ່ນກັນແລ້ວຈະເອີ້ນໄດ້ວ່າຊິວິດແຕ່ງງານທີ່ດີໄດ້. ການເຮັດທຸລະກິດກໍ່ບໍ່ແຕກຕ່າງກັນ”

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad