ໂຄງການພິມປື້ມ 100.000 ຫົວແຈກຢາຍໃຫ້ນັກສືກສາທົ່ວປະເທດ
ປະເພດ: ນິທານສຳລັບເດັກ
ຊື່ເລື່ອງ: “ ທ້າວສ້ອຍຫານໝີ ”
ສະເໜີໂດຍ: ດອກສີສອງຮັກ.
ໃນໝູ່ບ້ານແຫ່ງໜຶ່ງ
ຍັງມີຄູ່ຜົວເມຍຄູ່ໜຶ່ງ ຜູ້ເປັນຜົວມີນາມວ່າ “ສ້ອຍ” ແລະ ຜູ້ເປັນເມຍມີນາມວ່າ “ຈອມ” ທັງສອງສ້າງຄອບຄົວນຳກັນຫຼາຍຟ້າຫຼ້າປີ
ແຕ່ຍັງບໍ່ທັນມີລູກນຳກັນເທື່ອ ທ້າວສ້ອຍເປັນຄົນເຈົ້າຊູ້ ຮູບຮ່າງຂ້ອນຂ້າງຜອມ ອັນເປັນທີ່ໝາຍປອງຂອງແມ່ຮ້າງນາງໝາຍ
ຕະຫຼອດຮອດສາວນ້ອຍສາວແກ່ ສ່ວນ ນາງ “ຈອມ” ເປັນຕົນບໍ່ຈົບປານໃດ ຮູບຮ່າງມຶດກຶດ ແຂງແຮງ ແລະ
ສີຜິວຂ້ອນຂ້າງອອກໄປທາງ ດຳໝາກ ຫວ້າສີສົມພູຫາຍາກ ບາງຄົນບອກວ່າ ນາງຈອມໄດ້ຜົວເຈົ້າຊູ້ບໍສົມໂຕ
ເຮັດໃຫ້ທ້າວ ສ້ອຍຄິດນ້ອຍໃຈຢູ່ເລິກ ເລິກຢູ່
ຢູ່ມາມື້ໜຶ່ງສອງຜົວເມຍໄດ້ພາກັນອອກໄປຫາໜໍ່ໄມ້ຢູ່ຕີນດົງໃຫຍ່ໄກຈາກໝູ່ບ້ານຫຼາຍເຕີບ
ສ່ວນຫຼາຍແລ້ວ ທ້າວສ້ອຍຈະບໍ່ໄດ້ເຮັດວຽກເທົ່າກັບເມຍພໍປານໃດ ມາຫາໜໍ່ໄມ້ກໍໄດ້ແຕ່ຖືກະຕ່າກັບຊອກຢານາງໃຫ້ເມຍ
ເລື່ອງຂຸດດິນສີນໄມ້ ສ້ອຍບໍ່ຖະໜັດປານໃດ..ແຖມຍັງເປັນຄົນຂີ້ຢ້ານອີກ ເພາະໃນດົງແຫ່ງນີ້ຊາວບ້ານຊ່າລື
ກັນວ່າມີໝີໃຫຍ່ເຄີຍຄວັກໃສ້ຄົນອອກມາຫຼາຍລາຍແລ້ວ
ພໍແດດອຸ່ນຫຼັງ
ກະຕ່າໜໍ່ໄມ້ກໍໜັກແລ້ວ ສອງຜົວເມຍຈິ່ງພາກັນອອກຈາກດົງເພື່ອກັບບ້ານໂດຍໃຫ້ເມຍອອກ ໜ້າ ໃກ້ຊິອອກຫວິດດົງທັງສອງຜົວເມຍຕ້ອງຕົກສະເງີ້
ເມື່ອໝີດຳຕົວສະກາດ ຢືນຢູ່ທາງໜ້າພໍແນມເຫັນ ທ້າວຜົວຂີ້ຢ້ານ ຮ້ອງແຫກປາກຂື້ນທັນທີເຮັດໃຫ້ໝີຕື່ນແລ້ວແລ່ນເຂົ້າມາຫາ
ທ້າວສ້ອຍຟ້າວປີນຂື້ນໄປຍັງ ຕົ້ນໄມ້ໃຫຍ່ ປະກະຕ່າຍໜໍ່ໄມ້ແຕກຊະຊາຍໄປໝົດ ສ່ວນເມຍໜີໄປໃສບໍ່ທັນນັ່ງກອດດ້າມສຽມຢູ່ໃນໂກນ
ໄມ້ ເມື່ອໝີມາຮອດມັນກໍດົມກິ່ນນາງຈອມທີ່ນັ່ງບໍ່ຕີງເໝືອນຄົນຕາຍຢູ່ນັ້ນ ສ່ວນທ້າວຜົວໄດ້ແຕ່ສັ່ນທົດໆເທິງ
ຕົ້ນໄມ້ໂດຍບໍ່ສາມາດຊ່ວຍເຫຼືອເມຍໄດ້ແຕ່ປະການໃດ
ໃນຂະນະທີ່ໝີເຂົ້າມາໃກ້ປະຊິດຕົວ ນາງຈອມບໍ່ມີທາງເລືອກຈິ່ງໃຊ້ດ້າມສຽມຕີເຂົ້າທີ່ເງນດັງຂອງໝີ
ຍ່າງ ແຮງແບບບໍ່ໃຫ້ຕັ້ງຕົວທັນ ຈົນໝີເຈົ້າປ່າເສຍຊີວິດຄາທີ່ ທ້າວສ້ອຍເຫັນໝີລົ້ມລົງແນ່ນີ້ງແລ້ວກໍຮີບລົງມາຈາກ
ຕົ້ນໄມ້ ແລ້ວມາຈັບເອົາມືເມຍທີ່ທັງສັ່ນທັງເຊັ່ນຢູ່ນັ້ນ ພາກັນຮີບແລ່ນກັບເມືອບ້ານໂດຍບໍ່ສົນນຳອັນໃດເລີຍ
ພໍຮອດກາງທາງທ້າວສ້ອຍສະງວກຂື້ນ ແລ້ວຢຸດເວົ້າກັບເມຍວ່າ “ບາດນີ້ແລ້ວເຮົາຊິມີສື່ສຽງໃນໝູ່ບ້ານ
ທີ່ສອງຄົນເຮົາສາມາດຂ້າໝີເຈົ້າປ່າໄດ້” ນາງຈອມຈິ່ງເອີ່ຍປາກແບບບໍ່ພໍໃຈຂື້ນວ່າ “ຂ້ອຍຜູ້ດຽວທີ່ຂ້າໝີ
ເຈົ້າບໍ່ໄດ້ຊ່ວຍຫຍັງຂ້ອຍຈັກໜ່ອຍ! ” ເຮັດໃຫ້ທ້າວສ້ອຍບໍ່ພໍໃຈ ທີ່ຈະເສຍໜ້າໃຫ້ຊາວບ້ານວ່າເປັນຜູ້ຊາຍບໍ່ມີ
ປັນຍາອາໃສເມຍຂ້າໝີ ຈິ່ງຂໍໃຫ້ເມຍປິດປາກເປັນຄວາມລັບ ເພື່ອກຽດສັກສີຂອງຜົວ ຫາກໃຜຖາມກໍວ່າຜົວ
ເປັນຄົນຂ້າ ຖ້າບໍ່ດັ່ງນັ້ນ ຈະປະກັບເມຍທັນທີ ເພາະເຊື່ອຕົນເອງວ່າເປັນຄົນເຈົ້າຊູ້ຢູ່ແລ້ວ
ນາງຈອມບໍ່ຢາກ ເປັນແມ່ຮ້າງຍ້ອນເລື່ອງເລັກໆນ້ອຍໆ ຈິ່ງຮັບປາກແດ່ໂດຍດີ.
ເຂົ້າເມືອຮອດໝູ່ບ້ານ ທ້າວສອຍກໍປ່າວປະກາດວ່າຕົນເອງໄດ້ຂ້າໝີໃຫຍ່ຕາຍແລ້ວ
ສ້າງຄວາມຮືຮາໄປທົ່ວ ທັງໝູ່ບ້ານ ປະຊາຊົນພາກັນແຕກໄປເບິ່ງໝີຕາຍ ເດັກນ້ອຍເດັກເລັກ ຫຼັ່ງໄຫລມາເຕັມກາງບ້ານ
ເພື່ອລໍເບິ່ງ ຜູ້ໃຫຍ່ຫາມໝີເຂົ້າມາບ້ານ ແມ່ເຖົ້າແມ່ຍາຍ ພີ່ປ້ານ້າອາ ມາຍໍແຂນນາງຈອມ ວ່າໄດ້ຜົວທີ່ເກັ່ງກ້າ
ສາມາດ ຂ້າສັດຮ້ານທີ່ເປັນອຸປະສັກຕໍ່ການທຳມາຫາກິນຂອງປະຊາຊົນຍ້ອນຄວາມຫວາດກົວ.
ຊື່ສຽງຂອງທ້າວສ້ອຍໄດ້ຊ່າລືໄປຮອດບ້ານໃກ້ຄຽງ ແລະ ເປັນທີ່ກ່າວຂານກັນໃນນາມຄົນເກັ່ງກ້າ
ຈົນໄດ້ສາ ຍານາມວ່າ “ທ້າວສ້ອຍຫານໝີ”
ຈາກການຊ່າລືໄປທົ່ວບ້ານທົ່ວເມືອງ ເຫດການດັ່ງກ່າວຈິ່ງໄດ້ຍິນຮອດຫູພະຍາປົກຄອງເມືອງ
ພະອົງຈິ່ງຢາກເຫັນໜ້າເຫັນຕາທ້າວສ້ອຍ ຜູ້ເກັ່ງກ້າສາມາດນັ້ນ ວ່າມີວີຊາອາຄົມແທ້ເປັນຜູ້ຈັ່ງໃດ?
ພະຍາຈິ່ງໄດ້ສົ່ງເສນາອາມາດໄປເຊີນຕົວທ້າວສ້ອຍມາເຂົ້າເຝົ້າພະອົງ ທີ່ນີ້ທ້າວສ້ອຍ
ບໍ່ຮູ້ຈະວາງຕົວແນວໃດ ເພາະເກີດມາ ບໍ່ເຄີຍໄດ້ເຂົ້າໃກ້ພະຍາຈັກເທື່ອ ຈັກຊິເວົ້າຊິລົມກັບເພີ່ນແນວໃດ
ຕົກຄ່ຳຄືນມາ ນາງຈອມກໍໄດ້ຕົກແຕ່ງເຄື່ອງບູຊາ ພ້ອມເລືອກເສື້ອຜ້າໃຫ້ຜົວຫວັງວ່າຈະໃຫ້ຜົວໄປຄົນດຽວ
ແຕ່ທ້າວສ້ອຍບໍ່ຍອມໄປ ຫາກເມຍບໍ່ໄປນຳ ເພາະບໍ່ກ້າເຂົ້າໄປຫາພະຍາ ໃນທີ່ສຸດນາງຈອມກໍໄດ້ພາຜົວໄປເຂົ້າເຝົ້າພະຍາໃນອາລຸນຮຸ່ງຕໍ່ມາ
ພໍໄປຮອດພະຣາຊະວັງ ທ້າວສ້ອຍພ້ອມດ້ວຍເມຍກໍໄດ້ຖືກຕ້ອນຮັບຍິ່ງໃຫຍ່ສົມກັບຜູ້ມີວິຊາສາມາດ
ປາບແພ້ສັດຮ້າຍມາ ທ້າວສ້ອຍກໍໄດ້ເລົ່າເຫດການໃຫ້ພະຍາຟັງວ່າຕົນເອງໃຊ້ຄວາມສາມາດລ້ວນໆໃນການເຮົາຊະນະໝີໃຫຍ່ແຫ່ງດົງນັ້ນ
ທ້າວສ້ອຍຍັງສະແດງໃຫ້ເຫັນອີກວ່າ “ທີ່ຈິງແລ້ວແມ່ນບໍ່ຢາກຂ້າໝີຈັກໜ່ອຍເລີຍ
ພຽງແຕ່ປົກປ້ອງບໍ່ໃຫ້ມີມີອັນຕະລາຍເທົ່ານັ້ນ ” ປະໂຫຍດນີ້ແຮງເຮັດໃຫ້ພະຍາ
ແລະ ບໍລິວານ ລາວທັງປະຊາຊົນທີ່ໄປຮ່ວມສັດທານຳເປັນຢ່າງຍິ່ງວ່າເປັນຜູ້ທີ່ສາມາດປົກປ້ອງຄອບຄົວແລະໝູ່ບ້ານໄດ້….
ຄືນນັ້ນສອງຜົວເມຍກໍໄດ້ພັກແຮມຢູ່ໃນວັງຂອງພະຍາໂດຍມີອາຫານການກິນເອົາມາລ້ຽງ
ທ້າວສ້ອຍນອນບໍ່ຫລັບທັງຄືນເພາະຍັງກັງວົນໃນຄຳເວົ້າຂອງຕົນທີ່ກວ່າຖວາຍພະຍາໃນມື້ນີ້
ໂດຍນາງຈອມກໍໄດ້ປອມໃຈຜົວວ່າ ເຮັດຖືກແລ້ວ ທີ່ຜ່ານມາບໍ່ມີໃຜຮັບຮູ້ນຳນອກຈາກສອງຜົວເມຍເຮົາເທົ່ານັ້ນ…
ສອງສາມວັນຕໍ່ມາ ພະຍາກໍໄດ້ໃຫ້ເສນາອາມາດມາເອີ້ນຕົວທ້າວສ້ອຍເຂົ້າເຝົ້າອີກ
ເມຍກໍໄດ້ແຕ່ງເຄື່ອງໃຫ້ແຕ່ເຊົ້າ ແລ້ວທ້າວສ້ອຍຫານໝີກໍຍ່າງຄໍຕົກກັບມາໃນຕອນບ່າຍຄ້ອຍ
ເມຍເຫັນທ່າບໍ່ດີ ແຕ່ກໍບໍ່ຖາມຫຍັງເທື່ອ ຟ້າວບອກຜົວໄປອາບນ້ຳອາບທ່າ
ແລ້ວແຕ່ງພາເຂົ້າພາປາມາສູ່ ຕອນຫົວແລງມາຈິ່ງໄຖ່ຖາມ ຮູ້ຄວາມວ່າ: “ຕົນໄດ້ຮັບປາກກັບພະຍາວ່າຈະໄປປາບງູໃຫຍ່
ໃນໝູ່ບ້ານແຫ່ງໜຶ່ງທີ່ມັນເຝົ້າບໍ່ນ້ຳຢູ່ ຈົນບໍ່ມີປະຊາຊົນຄົນໃດກ້າເຂົ້າໄປຕັກນ້ຳ
ເພາະຢ້ານມັນທຳລາຍເອົາ ແຕ່ຕົນເອງກໍບໍ່ໄດ້ມີວິຊາອາຄົມອີຫຍັງຄືກັບຄຳທີ່ໂມ້ໃວ້ເລີຍ
ຫາກໄປຕໍ່ສູ້ກັບງູກໍເໝືອນກັບຍ່າງເຂົ້າປາກມັນ ເອົາຊີວິດໄປຖິ້ມສະຖານດຽວ
ເມື່ອຜົວນອນຫຼັບນາງຈອມກໍໄດ້ແຕ່ງຂັນບູຊາເທວະດາຟ້າແຖນໃຫ້ຊ່ວຍປົກປ້ອງຄຸ້ມຄອງທ້າວສ້ອຍໃຫ້ປອດ
ໄພກັບມາ
ຕື່ນເຊົ້າມາລົດມ້າກໍໄດ້ມາຮັບຜູ້ມີລິດເດດເກັ່ງກ້າຈົນເຖິງຂັ້ນໄດເຮືອນທ່າມກາງສຽງສະໜັບສະໜູນຈາກຊາວບ້ານທີ່ມາເຝົ້າເບິ່ງການອອກລົບຂອງທ້າວສ້ອຍຫານໝີໃນເທື່ອນີ້
ໃນເທື່ອນີ້ ນາງຈອມໄດ້ເອົາພ້າອີໂຕ້ດວງດຽວ ຂັດແອວໃຫ້ຜົວພ້ອມບອກວ່າ
“ເຮັດໃຈດີໆໃວ້ ຈະຕ້ອງປອດໄພກັບມາ”
ຈາກນັ້ນ ຂະບວນສ້ອຍຫານໝີສູ້ງູໃຫຍ່ກໍໄດ້ອອກເດີນທາງມຸ້ງໜ້າໄປຍັງໝູ່ບ້ານເກີດເຫດ
ເມື່ອໄປຮອດພໍ່ບ້ານກະປະກາດໃຫ້ລູກບ້ານຮູ້ວ່າ ມີຜູ້ເກັ່ງກ້າມາປາບງູໃຫ້ພວກເຮົາແລ້ວ
ທ້າວສອ້ຍຫານໝີ ລົງຈາກລົດມ້າ ດ້ວຍຄວາມສະຫງ່າຜ່າເຜີຍແລ້ວຍ່າງໄປເບິ່ງສະຖານທີ່ເກີດເຫດ
ເຫັນງູໃຫຍ່ເທົ່າລໍຕານຢູ່ໃນບໍ່ນ້ຳສ້າງໃຫຍ່ ອັນເປັນແຫລ່ງນ້ຳກິນນ້ຳໃຊ້ຂອງຊາວບ້ານທັງຫຼາຍ
ໂດຍມີທະຫານຂັ້ນເທີງຖືອາວຸດອັນແຫລມຄົມອ້ອມຖ້າຢູ່ຫ່າງໆ ສຽງຄຳລາມຂອງງູໃຫຍ່ດັງກ້ອງຂື້ນມາເຮັດໃຫ້ທ້າວສ້ອຍຕ້ອງຖອຍຫລັກມານັ່ງຫາວິທີໃຫມ່
ໃນເທື່ອນີ້ຊາວບ້ານໃຫ້ໄຖ່ຖາມວ່າຈະເຮັດແນວໃດກັບມັນດີ ເພາະຕາເວັນກໍຄ້ອຍຄ່ຳລົງມາເລື້ອຍໆ
ຫາກຄ່ຳລົງຢ້ານງູຮ້າຍອອກຈາກບໍ່ນ້ຳແລ້ວມາທຳຮ້ານປະຊາຊົນໃນບ້ານ ຄາວນີ້ ທ້າວສ້ອຍເຖິງກັບນ້ຳປຽກໜ້າ
ລາວຈັບຜ້າອີໂປ້ມາເຊັດໜ້າສອງສາມບາດແລ້ວບອກວ່າ “ເລື່ອງນີ້ມັນງ່າຍດາຍບໍ່ຕ້ອງເປັນຫ່ວງ
ມັນຢູ່ໃນກຳມືຂ້ອຍແລ້ວ ຢາກຂ້າມັນຍາມໃດກໍໄດ້ ” ເວົ້າແລ້ວກໍກືນນ້ຳລາຍລົງຄໍຢ່າງຍາກເຂັນໃນແຕ່ລະບາດ.
ພໍເວົ້າສຸດຄວາມທ້າວສ້ອຍກໍຈັກເອົາຫອກແຫຼກຍ່າງເຂົ້າໄປຫາບໍລິເວນປາກບໍ່ນ້ຳສ້າງໃຫຍ່
ທີ່ເລິກສຸດສາຍ ພໍ່ບ້ານເຫັນແນວນັ້ນຈິ່ງເຂົ້າມາຍ່າງເປັນໝູ່ ແລ້ວຖາມວ່າ “ພ້ອມແລ້ວບໍ? ເປັນຫຍັງຄືມາສັ່ນໄປທັງເນື້ອທັງ
ຕົວເຫື່ອແຕກອາບໜ້າ” ສອຍຫານໝີຕອບວ່າ “ຕອນນີ້ຂອງຂື້ນແລ້ວ”
ຄວາມຢ້ານກົວໃນຄັ້ງເທື່ອນີ້ບໍ່ມີຫຍັງປຽບສະເໝີເໝືອນເອີ້ນຊື່ວ່າງູ
ແມ່ນແຕ່ງູສິງທອງຕົວທໍ່ໂປມື ທ້າວສ້ອຍ ລາວຍັງຍ່າງເວັ້ນບັກໄກໆ ຈະໃຫ້ໄປຂ້າຢູ່ໃຫຍ່ເທົ່າລຳຕານກໍເຫັນຫົວອົກລາວຢູ່ດອກກະດາຍ
ພໍໄປຮອດຮິມສ້າງ ຊາວບ້ານກໍຮ້ອງໂຮໃຫ້ກຳລັງໃຈ ຟ້າຝົນເລີ່ມປັ່ນປ່ວນ
ງູໃຫຍ່ຄຳຣາມສຽງຊີດຊ່າ ທ້າວ ສ້ອຍຫານໝີພວກຈະຊັດຫອກລົງໄປທັນໃດນັ້ນງູໃຫຍ່ກະສະດ່ອງຂື້ນມາສວບຄັນຫອກຫັກຄາມື
ເຮັດໃຫ້ນັກ ຮົບຜູ້ກ້າຂອງຊາວບ້ານຢືນດິນບໍ່ຢູ່ ແລະຕົກລົງໄປໃນຂຸມສ້າງຕາມຫອກດວງນັ້ນ ງູໃຫຍ່ຫວັງຈະສວບກິນຄູ່ຕໍ່
ສູ້ອີກຄັ້ງ ແຕ່ຄັ້ງນີ້ດ້າມບ້າອີໂຕ້ໃນແອວໄປທັ່ງເອົາກັບແຄມສ້າງຊ່ວຍໃຫ້ທ້າວສ້ອຍຫັນຕົວທັນ
ຄົມພ້າໄດ້ໄປ ເຖືອເອົາເສັ້ນເລືອດໃຫຍ່ບໍລິເວນຄໍງູຂາດກະຈຸຍ ງູຕົວດັ່ງກ່າວໃຊ້ຕີທ້າວສ້ອຍຈົນຟົ້ງຂື້ນມາຈາກຂຸມສ້າງຕົກ
ລົງກາງເດີ່ນຫຍ້າອາການຕາຍເປັນເທົ່າກັນ ທ້າວສ້ອຍຟ້າວຮ້ອງບອກຊາວບ້ານວ່າ “ຫາກມັນຂື້ນມາພວກເຈົ້າຈົ່ງຫຸ້ມແທງມັນໂລດຂ້ອຍປາດຄໍມັນແລ້ວ
”ເວົ້າສຸດຄວາມທ້າຍສ້ອຍກະໝົດສະຕິໄປ ຊາວບ້ານພາກັນຫຸ້ມມາຫາມເອົາໄປໃວ້ຂ້າງຕົ້ນໄມ້ໃຫຍ່ທ່າມ
ກາງສຽງຄວນຄາມຂອງງູຕົວຮ້າຍທີ່ພະຍາຍາມເລືອຂື້ນມາຈາກບໍ່ນ້ຳສ້າງແຕ່ດ້ວຍຄົມພ້າທີ່ບາດເຮັດໃຫ້ເລືອດອອກຫຼາຍຈິ່ງກິ້ງເກືອກຢູ່ບໍລິເວນນັ້ນ
ຊາວບ້ານພາກັນເອົາຫອກຕະລຸມບອມແທງຊ້ຳງູຮ້າຍກໍຕາຍນອງ ເລືອດໃນທີ່ສຸດ ໃນເມືອງູຖືກຂ້າແລ້ວ
ຊື່ສຽງຂອງທ້າວສ້ອຍຫານໝີຍິ່ງໂດ່ງດັງຂື້ນມາອີກຂັ້ນ
ເສນາອາມາດໄດ້ນຳເລື່ອງດັ່ງກ່າວໄປກາບທູນພະຍາວ່າ “ທ້າວສ້ອຍຫານໝີ ສະແດງດິດເດດໃຫ້ເກັນກັບຕາ
ໂດຍໂດດລົງໃນຂຸມສ້າງທີ່ແສນເລິກຢ່າງບໍ່ຢ້ານກົວແມ່ນແຕ່ໜ້ອຍດຽວ ລາວລົງໄປຕໍ່ສູ້ຊົ່ວພິບຕາດຽວກະສາ
ມາດປາດຄໍງູໄດ້ ແລ້ວທະຍານຂື້ນຈາກປາກສ້າງຢ່າງໜ້າອັດສະຈັນ ກ່ອນຈະໝົດພະລັງໄປ ” ໄດ້ຍິນແນວນັ້ນ
ພະຍາປົກຄອງເມືອງ ຍິ່ງເຫຼື້ອມໃສໃນຕົວຂອງທ້າວສ້ອຍ ແລະໄດ້ແຕ່ຕັ້ງເປັນນັກຮົບຜູ້ກ້າຂອງເມືອງພ້ອມໃຫ້ເຄື່ອງບັນນາການ
ຫຼວງຫຼາຍ ຈົນຊີວິດການເປັນຢູ່ຂອງຄອບຄົວນາງຈອມສະດວກສະບາຍຂື້ນກວ່າເກົ່າ
ຈາກການຕໍ່ສູ້ຄັ້ງນີ້ ທ້າວສ້ອຍຫານໝີໄດ້ນອນຢ້າງໄຟຢູ່ສາມມື້ສາມຄືນຈາກການຖືກຫາງງູຟາດ
ນາງຈອມກໍ ໄດ້ບົວລະບັດຜົວບໍ່ໃຫ້ຂາດຕົກບົກຜ່ອງເຖິງລາວຈະຮູ້ດີວ່າບໍ່ແມ່ນສີມືທີ່ແທ້ຈິ່ງຂອງຜົວໃນການປາບສັດຮ້າຍ
ແຕ່ຢ່າງໃດ ແຕ່ກໍມີພຽງແຕ່ກັບຜົວເທົ່ານັ້ນທີ່ຮູ້ດີເລື່ອງນີ້
ສອງສາມເດືອນຕໍ່ມາການ ດຳລົງຊີວິດຂອງທ້າວສ້ອຍກໍດຳເນີນໄປໂດຍ ຈົນກະທັ້ງວັນໜຶ່ງ
ຄົນຂອງພະຍາ ມາເຊີນໃຫ້ເຂົ້າໄປໃນວັງ ນາງຈອມຮູ້ທັນທີວ່າຕ້ອງມີເລື່ອງບໍ່ດີບໍ່ງາມເກີດຂື້ນແນ່ນ້ອນ
ຄ້ອຍຄ່ຳລົງມາ ຈິ່ງເຫັນທ້າວສ້ອຍກັບເຮືອນ ເຊິ່ງສີໜ້າບໍ່ຄ່ອຍດີເລີຍ ເມຍຟ້າວມາຕ້ອນຮັບ ເອົາຜົວ
ຂື້ນເຮືອນແລ້ວ ຫາເຂົ້າຫາປາມາສູ່ກິນ ເມື່ອຄາບເຂົ້າແລ້ວສຳເລັດເສັດສິ້ນ ນາງຈອມ ຈິ່ງຖາມວ່າ
“ມີເລື່ອງຫຍັງ ເກີດຂື້ນ ອີກບໍ ”
ຜົວຈິ່ງເປີດເຜີຍໃຫ້ຮູ້ວ່າ “ຊີວິດຂ້ອຍຄືຊິໝົດໄປຈາກເຈົ້າໃນເທື່ອນີ້ແລ້ວ
ພະຍາເມືອງເໜືອໄດ້ມາເຊີນໃຫ້ໄປ ໄປຊ່ວຍປາບແຂ້ ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ ເຊິ່ງພະຍາເມືອງເຮົາກໍໄດ້ຮັບປາກເພີ່ນໄປແລ້ວພ້ອມ
ທັງສະໜັບສະໜູນທະຫານໄປນຳອີກກອງຮ້ອຍໜຶ່ງ ໃນທີ່ນີ້ຂ້ອຍຈະເອົາຫຍັງໄປສູ້ກັບມັນ ບ້ານເພີ່ນເມືອງ
ກໍມີຄົນເກັ່ງກ້າກໍຍັງປາບມັນບໍ່ໄດ້ ບໍ່ຈັກວ່າເທົ່າໃດຊີວິດທີ່ສັງເວີຍໃຫ້ມັນ ວິຊາອາຄົມກໍບໍ່ມີນຳເພີ່ນພໍລີ້
” ເມຍໄດ້ບອກຜົວວ່າ: “ຢ່າໄປຢ້ານຕາຍເທາະທຸກຄົນຕາຍທັງນັ້ນລະຕ່າງແຕ່ວ່າຈະຕາຍຊ້າຫຼືໄວເທົ່ານັ້ນ
ຮອດຍາມຕາຍກໍຕ້ອງຕາຍຢູ່ດີ ຫາກບໍ່ຮອດຍາມຕາຍເຖິງຊິຂ້າກໍບໍ່ຕາຍດອກ ”
ໄດ້ຍິນຄຳນີ້ ທ້າວສ້ອຍຫານໝີລຸກປຶ່ງປັ່ງຂື້ນມາທັນທີ ແລ້ວເວົ້າວ່າ
“ຂ້ອຍຊິບໍ່ຕາຍ ຂ້ອຍຊິກັບຄືມາຫາເຈົ້າ”
ເວົ້າແລ້ວເມຍກໍໄປກຽມເຄື່ອງບູຊາເທບພະລັກຮັກສາໃວ້ແລ້ວກໍນອນ.
ແຕ່ເຊົ້າໆມານາງຈອມກໍເອົາເຄື່ອງບູຊາລົງໄປສັກກາລະສິ່ງສັກສິດ ເຈົ້າປ່າເຈົ້າເຂົາຂໍໃຫ້ຄຸ້ມຄອງຜົວຕົນໃຫ້
ລອດພົ້ນຈາກໄພອັນຕະລາຍທັງປວງ ແລ້ວກັບມາຫາເຂົ້າຫານ້ຳໃຫ້ຜົວປັ້ນເຊົ້າກ່ອນຈະອອກຈະອອກເດີນ
ທາງ
ພໍແສງທອງແກ່ ຂະບວນທະຫານກໍມາເຖິງທ້າວສ້ອຍຫານໝີກໍໄດ້ເດີນທາງ ເຊິ່ງເປັນການເດີນທາງທີ່ຍາວໄກ
ສົມຄວນ ໃນໄລຍະເດີນທາງ ທ້າວສ້ອຍພະຍາຍາມຊອກຫາວິທີແນວໃດກໍຄິດບໍ່ອອກ ໃກ້ຈະຮອດເຂດເມືອງ ໄດ້ຍິນທະຫານລົມກັນວ່າ
ແຂ້ເປັນສັດເຄິ່ງບົກເຄິ່ງນ້ຳ ຍາກທີ່ຈະຂ້າໃຫ້ຕາຍໄດ້ ອີກຢ່າງທັງເກັດມັນໜ້າ ຟັນແທງກໍບໍ່ເຂົ້າ
ຍິ່ງເຮັດໃຫ້ໃຈຄໍຂອງສ້ອຍຫານໝີບໍ່ຢູ່ກັບເນື້ອກັບຕົວ
ພໍຮອດເມືອງ ກໍໄດ້ຮັບການຕ້ອນຮັບເປັນຢ່າງດີໃນນາມນັກຮົບຜູ້ກ້າຈາກຕ່າງເມືອງທີ່ມີດິດເດດ
ປະຊາຊົນ ໃນເມືອງດັ່ງກ່າວພາກັນມາຫຸ້ມເບິ່ງວ່າເປັນຜູ້ຈັ່ງໃດ
ເມື່ອເຂົ້າເຝົ້າເຈົ້າເມືອງ ທ່ານກໍໄດ້ເລົ່າສູ່ຟັງວ່າ “ໃນເມືອງນີ້
ແຕ່ກ່ອນກໍສະຫງົບດີ ປະຊາຊົນທຳມາຫາກິນ ບໍ່ເດືອດຮ້ອນຫຍັງ ຈົນຮອດມື້ທີ່ມີແຂ້ແຕກວັງມາຢູ່ທ່ານ້ຳຫຼວງຂອງເມືອງເຮົາ
ປະຊາຊົນບໍ່ກ້າລົງໄປທຳມາ ຫາກິນແມ່ນແຕ່ຈະລົງໄປເອົານ້ຳມາກິນມາໃຊ້ກໍຍັງຢ້ານ ມີຫຼາຍຄົນຕາຍຍ້ອນມັນມາແລ້ວ,
ພວກເຮົາເຄີຍ ພາກັນໄປຂ້າມັນຫຼາຍເທື່ອແລ້ວແຕ່ສະຖາທີ່ບໍ່ເອົາໃຫ້
ມັນຢູ່ໃນຖ້ຳຜາຫີນແຄມນ້ຳ ຈະໄປທາງເທິງກໍລົງບໍ່ໄດ້ ຈະໄປທາງນ້ຳກໍເສຍທ່າໃຫ້ມັນຫຼາຍເທື່ອແລ້ວ
ທ່ານຜູ້ກ້າມີຄວາມເຫັນປະການໃດ?”
ທ້າວສ້ອຍຫານໝີຂາບລົງພ້ອມທັງຖວາຍຄຳເຫັນວ່າ “ເລື່ອງນີ້ບໍ່ຕ້ອງເປັນຫ່ວງດອກຂ້ານ້ອຍ
ປ່ອຍໃຫ້ເປັນ ໜ້າທີ່ຜູ້ຂ້າເອງ ແຕ່ຢາກໃຫ້ພະອົງເພີ່ມກຳລັງພົນໃຫ້ຂ້ານ້ອຍອີກເປັນສອງເທົ່າ
ແລະ ຫານ່າງມາກຽມໃວ້ 100 ຜືນ ເທົ່ານັ້ນລະຂ້ານ້ອຍ”
ຈາກນັ້ນ ທ້າວສ້ອຍຫານໝີກໍນຳກຳລົງມຸ້ງສູ່ຖ້ຳແຂ້ທັນທີ ແຕ່ການປິດລ້ອມບໍ່ສຳລັດຜົນເພາະບໍ່ສາມາດເຂົ້າ
ເຖິງໂຕແຂ້ໄດ້ ທ້າວສ້ອຍເອງກໍບໍ່ກ້າຮອດຈະລົງໄປໃກ້ຊ້ຳ ໃນທີ່ສຸດກໍຖອນກຳລັງມາຄືນ
ວັນຕໍ່ມາຜູ້ການຖືກກົດດັນຢ່າງແຮງຈາກຊາວເມືອງແລະລູກຂຸນ ເພື່ອເປັນການຮັກສາໜ້າ
ເທື່ອນີ້ທ້າວສ້ອຍ ໄດ້ຂື້ນເທິງຕົ້ນໄມ້ເພື່ອຈະບອກໃຫ້ທະຫານເອົາຫີນໂຍນໃຫ້ປາກຖ້ຳ ທັງເປັນການປ້ອງການຊີວິດອັນບອບ
ຂອງຕົນເອງອີກດ້ວຍ ຕົ້ນໄມ້ດັ່ງກ່າວນັ້ນມີງ່າເດອອກໄປທາງແຄມນ້ຳບ່ອນຖ້ຳແຂ້ຢູ່ ທ້າວສ້ອຍຫານໝີ
ຮ້ອງຂື້ນເພື່ອບໍ່ໃຫ້ເຂົາເວົ້າໃຫ້ວ່າໄປລີ້ “ເດີ ຂ້ອຍຊິໄປຈອບເບິ່ງມັນກ່ອນ ວ່າມັນຍັງຢູ່ໃນຖ້ຳຫຼືບໍ່”
ທ້າວສ້ອຍໄຕ່ໄປຕາມງ່າໄມ້ໃຫຍ່ນັ້ນ ໄຕ່ໄປໄຕ່ໄປແຕ່ກໍຍັງບໍ່ເຫັນແຂ້ໃນຖ້ຳເລີຍ
“ເຫັນມັນບໍ?” ທະຫານຮ້ອງຖາມ
“ຍັງບໍ່ເຫັນ ມັນຢູ່ເລິກ” ເວົ້າແລ້ວທ້າວສ້ອຍກໍຫຍັບໄປອີກ ຫຍັບໄປອີກ
ແລະ ຫຍັບໄປອີກ ຈົນເຮັດໃຫ້ງ່າໄມ້ ຮັບນ້ຳໜັກບໍ່ໄຫວ ຫັກລົງແຄມນ້ຳ ດັງຄື້ມ ນ້ຳຟົ້ງຂື້ນສູງຫວິດຫົວເປັນໝອກເປັນຄວັນ
ເຮັດໃຫ້ແຂ້ໃຫຍ່ທີ່ ຫຼັບໃນຖ້ຳນັ້ນສະເດີດຕື່ນ ແລ້ວແລ່ນຂື້ນໂຄດຍ່າງບໍ່ສົນຫຍັງ ທ້າວສ້ອຍເຫັນທ່ານແນວນັ້ນຈິ່ງຮ້ອງໃສ່ທະ
ຫານວ່າ ເອົາເດີຂ້ອຍແກວ່ງມັນຂື້ນໄປແລ້ວ ຂ້າມັນໂລດໆໆ…
ແຂ້ຕົວດັ່ງກ່າວໄດ້ໄປຖືກນ່າງທະຫານໄປໃສບໍ່ໄດ້ ແລະ ເສຍຊີວິດໃນເວລາຕໍ່ມາຍ້ອນຖືກລຸມຕີຈາກກອງກຳ
ລັງສອງຮ້ອຍກວ່າຊີວິດ
ສຽງໄຍໂຍໂຮຮ້ອງດັງສະໜັ່ນຂື້ນ ທ່ານກາງການປຽກມອດຍອດຂອງຜູ້ກ້າຕົກນ້ຳ
ຜົນງານຂ້າແຂ້ໄດ້ໃນຄັ້ງນີ້ ຍິ່ງສ້າງສື່ສຽງໃຫ້ທ້າວສ້ອຍຫານໝີໄປຮອດເຈັດຫົວເຮົ້າເກົ້າຫົວເມືອງ
ໃຜກໍຍາກ ພົບຢາກເຫັນ ຈົນມີຄົນນຳມາຫາຮອດເຮືອນບໍ່ຂາດ ບາງຄົນກໍມາຂໍຮຽນວິສາອາຄົມນຳ ເຮັດໃຫ້ເຮືອນຫຼັງທີ່
ສະຫງົບຂອງນາງຈອມເມຍທ້າວສ້ອຍກາຍເປັນສາລາຜູ້ຄົນສາແລ້ວ
ຈາກຄວາມນິຍົມຊົມຊອບໃນສື່ສຽງດ່ັງກ່າວ ມີຫຼາຍຄົນຊູຊີມາຂໍເປັນລູກສິດ
ທ້າວສ້ອຍບອກໄປຫຼາຍເທື່ອ ຕໍ່ຫຼາຍທີແລ້ວວ່າ ບໍ່ມີວິຊາອາຄົມຫຍັງ ແຕ່ກໍບໍ່ມີໃຜເຊື່ອເລີຍ
ຈຳເປັນຈິ່ງໄດ້ຮັບມາເປັນລູກສິດ ແລະ ສອນໄປແບບເອົານ້ຳມົນຫົດໃສ່ຫົວລ້າໆ
ປີໜຶ່ງຕໍ່ມາ ມີພວກກະບົດທີ່ຮ່ວມຫົວກັບໂຈນຫ້າຮ້ອຍຈະເຂົ້າມາຕີເອົາເມືອງ
ໂຈນກຸ່ມນີ້ ມີສີມືໃນການຮົບ ເກ່ງກ້າ ພະຍາກໍໄດ້ມອບພາລະກິດນີ້ໃຫ້ທ້າວສ້ອຍເປັນຜູ້ປາບ ໂດຍແຕ່ງຕັ້ງເປັນແມ່ທັບໃຫຍ່
ນຳກຳລັງຕ້ານ ຢັນກັບສັດຕູ ເທື່ອນີ້ທ້າວສ້ອຍບໍ່ມີວິທີໃດຊິເອົາຕົວລອດອີກແລ້ວ ເພາະເປັນການສູ້ກັບໂຈນທີ່ສາມາດຕັດຄໍ
ໄດ້ທຸກເພງດາບ ອີກຢ່າງຕົນເອງກໍບໍ່ໄດ້ຮ່ຳຮຽນເລື່ອງການຕໍ່ສູ້ກັບຫອກດາບເລີຍ
“ຈອມເອີຍ ເຮົາຕາຍຄັກໆເທື່ອນີ້ ບໍ່ຕາຍບາດນີ້ຊິບໍ່ມີບາດຕາຍແລ້ວ
” ທ້າວສ້ອຍຈົ່ມກັບເມຍ ສ່ວນນາງຈອມ ວາງແຜນໃຫ້ຜົວໜີໂດຍໄປຕາຍເອົາດາບໜ້າດີກວ່າ ເຊິ່ງໃຫ້ຜົວລະດົມຄົນໃກ້ຊິດໃຫ້ໄດ້ຈັກສິບຄົນແລ້ວໄປ
ຕັ້ງຖິ່ນຖານໃໝ່ນຳກັນ ເພາະຢູ່ນີ້ຫາກໂຈນເຂົ້າມາມັນກໍຂ້າຖິ້ມຢູ່ດີ ເຊິ່ງວາງແຜນໄປຕົ໋ວພະຍາວ່າຈະໄປ
ສອດສ່ອງເບິ່ງແລວໂຈນ ແຕ່ໃນການໄປຄັ້ງນີ້ ພະຍາພັດຈັດທະຫານສີມືດີໄປນຳອີກ 20 ຄົນ ເອົາເປັນວ່າ
ແຜນການໂຕນໜີບໍ່ໄດ້ຜົນ ລາວຈິ່ງສັ່ງເມຍໃວ້ ແລະ ສັນຍາກັນເລື່ອງຄວາມລັບຂອງສອງຄົນຈະບໍ່ມີການ
ເປິດເຜີຍເພື່ອຕົນຈະໄດ້ຕາຍຕາຫຼັບ.
ມື້ຕໍ່ມາທ້າວສ້ອຍຫານໝີກໍໄດ້ນຳທັບອອກລັດໂຈນ ເພື່ອຕ້ານໃວ້ບໍ່ໃຫ້ເຂົ້າມາຕີເອົາເມືອງ
ເຊິ່ງໃຊ້ເວລາໝົດ ມື້ໃນການເດີນທາງ ເມື່ອຄ່ຳມາ ທ້າວສ້ອຍໄດ້ລັກໜີຈາກຄ້າຍ ເພື່ອເອົາຕົວລອດຈາກເສິກຄັ້ງນີ້
ແຕ່ລາວຂີ້ ບໍ່ກ້າໄປຜູ້ດຽວຈິ່ງເດີນທາງໄດ້ບໍ່ພໍເທົ່າໃດ ຂື້ນໄປນອນລີ້ສັດຮ້າຍຢູ່ເທິງຕົ້ນໄມ້.
ແຕ່ສ່ຳກັບວ່າ ໜີເສືອມາພໍ້ແຂ້ ເມື່ອກອງລຳລຽງອາວຸດຂອງສັດຕູໄດ້ມາພັກຢູ່ກ້ອງຕົ້ນໄມ້ນັ້ນ
ເຮັດໃຫ້ທ້າວ ສ້ອຍຫານໝີ ນອນບໍ່ເປັນສຸກກອດຕົ້ນໄມ້ປານກັບແກ້.
ໂຈນຢູ່ກ້ອງກໍໄດ້ປະມານ 100 ຄົນພາກັນໂສເລ້ແຕ່ເລື່ອງທ້າວສ້ອຍບໍ່ຂາດສຽງ
“ເຂົາເວົ້າວ່າ ໃນເມືອງນີ້ ມີຄົນເກ່ງກ້າສາມາ ຊື່ມັນວ່າບັກສ້ອຍ ໝໍນີ້ມີດິດເດດແກ່ກ້າ
ສາມາດປາບແພ້ສັດ ມາຫຼາຍແລ້ວ ສື່ສຽງຂອງມັນໂດ່ງດັງໄປຫຼາຍຫົວເມືອງ ຫາກມັນນຳທັບອອກຮົບນີ້
ຕົວຕໍ່ຕົວຮັບຮອງວ່າ ພວກເຮົາສູ້ມັນບໍ່ໄດ້” ເວົ້າສຸດສຽງຮືຮາກໍດັ່ງຂື້ນ ມີຫົວໜ້າລຳລຽງອາວຸດຢືນຂື້ນແລ້ວເປັ່ງສຽງອອກມາວ່າ
“ ພວກເຮົາແມ່ນໂຈນທີ່ມີກຳລັງຫຼາຍທີ່ສຸດໃນເຂດແດນນີ້ ປຸ້ນສະດົມມານັບບໍ່ຖ້ວນ ສຳບັກສ້ອຍຊື່ໆ
ຈະໄປຢ້ານມັນເຮັດຫຍັງ ອາວຸດພວກເຮົາມີຫຼາຍແລະຮ້ານແຮງກວ່າຄົມຫອກຄົມດາບຂອງພວກມັນ ຊິໄປຢ້ານເຮັດຫຍັງ
ຈັບຕົວມັນໄດ້ເອົາມັນມາມັດຢ້າງໄປເອາຂອງດີນຳມັນ”
ຍິ່ງເວົ້າຜູ້ຢູ່ເທິງຕົ້ນໄມ້ຍິ່ງສັ່ນ ແລະ ຟ້າວປີນຂື້ນໄປສູງກວ່າເກົ່າ
ໂຊກບໍ່ເຂົ້າຂ້າງ ທ້າວສ້ອຍໄປຢຽບ ຖືກງ່າ ຕາຍຜຸ ແລະ ຫັກວາງລົງມາທັງໂຄນ ສຽງບຸງ່າໄມ້ສາງລົງມາ
ແນວໃດກໍຈະຕົກຢູ່ດີ ສ້ອຍຜູ້ສະຫຼາດ ກໍຮ້ອງຂື້ນ ວ່າ “ກູບັກສ້ອຍຫານໝີມາແລ້ວ ສູບໍ່ຢ້ານຕາຍຟ້າໜີ
ກໍສາມາດຫໍເຫີນເດີນອາກາດໄດ້ ກູຊິຂ້າມຶງດຽວນີ້ລະ”
ຂະບວນກຳລັງລຳລຽງອາວຸດໂຈນຕົກໃນແຕກສະຫລຸຜຸຜ່າຍ ໄປຄົນລະທິດລະທາງ ທ້າວສ້ອຍ
ໄດ້ຈັບປືນ ພວກໂຈນຍິງຂື້ນທ້ອງຟ້ານາບຄູ່ ເມື່ອກອງກຳລັງພະຍາໄດ້ຍິນກໍເຄື່ອນທັບເຂົ້າມາຫາ
ແລະ ສາມາດຢືດເອົາ ອາວຸດສຳຄັນຂອງໂຈນໄດ້ ຈາກຜົນງານໃນຄັ້ງນີ້ເຮັດໃຫ້ໂຈນຂາດປັດໃຈໃນການເຮັດເສິກ
ແລະ ຜ່າຍແພ້ໃຫ້ ກັບຝ່າຍກຳລັງຂອງທ້າວສ້ອຍຫານມີ
ບ້ານເມືອງກໍກັບມາມີຄວາມສະຫງົບ ເພື່ອຕອບແທນບຸນ ຄຸນ ພະຍາກໍໄດ້ ຍົກເມືອງເຄິ່ງໜຶ່ງໃຫ້ທ້າວສ້ອຍຄອງ.
“ນິທານເລຶ່ອງນີ້ສອນໃຫ້ຮູ້ວ່າ ການໃຊ້ສະຕິປັນຍາໃນການແກ້ໄຂບັນຫາ ດ້ວຍຄວາມທຸ່ນທ່ຽງນັ້ນພາໃຫ້ ເກິດຜົນສຳເສັດ”.
ສຸດຍອດເລີຍ ທ້າວສ້ອຍ
ตอบลบ