30-04-2013-B-3-mekong
column
ບາງຄົນໃຊ້ໂທລະສັບ ຈົນບໍ່ມີຖົງໃສ່(ສອງສາມໜ່ວຍ ກະແມ່ນຂອງເພີ່ນໝົດ)
ຮ້ານອາຫານດັ່ງໆ , ເຫຼົ້າລາຄາແກ້ວລະລ້ານ ເຂົາເຈົ້າກໍຍິນດີຈ່າຍ ເພາະກະເປົ້າໜັກ
ຮ້ານອາຫານດັ່ງໆ , ເຫຼົ້າລາຄາແກ້ວລະລ້ານ ເຂົາເຈົ້າກໍຍິນດີຈ່າຍ ເພາະກະເປົ້າໜັກ
ຂ້າພະເຈົ້າສັງເກດເຫັນຮູບແບບອີກຢ່າງໜຶ່ງຂອງສັງຄົມທີ່ປ່ຽນໄປຢ່າງຊ້າໆ
ພາຍໃຕ້ການພັດທະນາທາງເສດຖະກິດຂອງປະເທດລາວເຮົາ ຖ້າທຽບໄລຍະເວລາສັ້ນໆ ລະຫວ່າງປີນີ້
ກັບປີທີ່ຜ່ານມາ ເຮົາ ແທບຈະບໍ່ຮູ້ສຶກເວລາຄວາມແຕກຕ່າງ ແຕ່ຖ້າເອົາ 10
ປີ 20 ປີທີ່ຜ່ານມາທຽບກັບສິ່ງທີ່ເກີດຂຶ້ນກັບປັດຈຸບັນ ຈະເຫັນພາບຕ່າງຢ່າງຊັດເຈນ.
ສິ່ງທີ່ຊ່ວຍໃຫ້ຂ້າພະເຈົ້າສັງເກດເຫັນເດັ່ນທີ່ສຸດຄື:
ຄວາມເຄື່ອນໄຫວຂອງຜູ້ຄົນ ເພື່ອນຝູງໃນ Social Network ເຮົາມາເບິ່ງກັນວ່າ
ຮູບແບບຂອງຄົນໃນຍຸກປັດຈຸບັນກຳລັງເຮັດຫຍັງ ເຊິ່ງຂ້າພະເຈົ້າຢາກເອີ້ນ ລວມໆວ່າເປັນສັງຄົມ
“ຍິນດີຈ່າຍ” ເລີ່ມຈາກແຊ່ຮູບພາບ ຖ່າຍຮ້ານອາຫານໃໝ່ໆ ດັງໆທີ່ຄົນຮຸ່ນໃໝ່ເອີ້ນກັນວ່າ
“ເກີດປານດອກເຫັດ” ຫຼາຍຮ້ານລາຄາແພງ ໃຫ້ບໍລິການອາຫານຊັ້ນສູງອາດຈະບໍ່ແພງເກີນໄປ
ແຕ່ລາຄາກໍ່ບໍ່ສົມເຫດສົມຜົນ ຖ້າເປັນໃນອາດີດຄົງຈະມີແຕ່ກຸ່ມຄົນ ຫຼື ບາງຊົນຊັ້ນທີ່ໄດ້ມີໂອກາດເຂົ້າໄປຮັບປະທານ
ແຕ່ຄົນຮຸ່ນໃໝ່ຈຳນວນຫຼາຍ “ຍິນດີຈ່າຍ” ໃຫ້ກັບສິ່ງເຫຼົ່ານີ້.
ສິ່ງຕໍ່ມາຄື:
ການແບ່ງປັນພາບການເດີນທາງໄປຕ່າງປະເທດ ການເດີນທາງໃນປັດຈຸບັນເຖິງວ່າມັນຈະງ່າຍກວ່າແຕ່ກ່ອນຫຼາຍ
ດ້ວຍສາເຫດທີ່ວ່າລາຄາປີ້ຍົນຖືກລົງ ແລະ ມີທາງເລືອກເດີນທາງໃນຮູບແບບປະຢັດ
ແຕ່ການເດີນທາງແຕ່ລະຄັ້ງຖ້າທຽບກັບລາຍໄດ້ຂອງຊົນຊັ້ນກາງທົ່ວໄປ ກໍ່ເອີ້ນໄດ້ວ່າເປັນອັດຕາສ່ວນຄ່າໃຊ້ຈ່າຍທີ່ສູງຫຼາຍ
ຄົນຍຸກກ່ອນຄົງບໍ່ກ້າທີ່ຈະເດີນທາງເລື່ອຍໆ ຫຼື ໄປສະຖານທີແພງຂະໜາດນີ້ ແຕ່ຄົນຮຸ່ນໃໝ່
“ຍິນດີຈ່າຍ” ເພື່ອເປັນລາງວັນຊີວິດ ແລະ ມີຢູ່ໄລຍະໜຶ່ງກ່ອນໜ້ານີ້ທີ່ສະມາດໂຟນ
ຢ່າງໄອໂຟນ ຫຼື ແບັກເບີລີຫາກໍ່ໄດ້ຮັບຄວາມນິຍົມ ກໍ່ເຫັນວ່າຄົນຈຳນວນຫຼາຍຖ້າຊື້ອຸປະກອນລາຄາແພງມາໂຊກັນ
ທັງທີ່ສະໄໝ ກ່ອນ ຄົນທີ່ໃຊ້ໂນເກຍຮຸ່ນແພງໆ ຈະຈຳກັດຢູ່ພຽງຄົນກຸ່ມໜຶ່ງເທົ່ານັ້ນ
ລວມເຖິງໄລຍະເວລາໃນການຊື້ເຄື່ອງໃໝ່ກໍ່ຖີ່ກວ່າແຕ່ກ່ອນ ບໍ່ເວັ້ນອຸປະກອນທີ່ເອີ້ນວ່າ
Gadget ຕ່າງໆຂອງເຫຼົ່າຊາຍໜຸ່ມ ຫຼື ກະເປົ໋າພາຍ ທີ່ມີຍີ່ຫໍ້(ແບນເນມ)ທີ່ຂ້າພະເຈົ້າບໍ່ເຫັນຄົນຮຸ່ນກ່ອນໆ
ໃຊ້ກັນຢ່າງແພ່ຫຼາຍຄືໃນປັດຈຸບັນນີ້ ທັງໆທີ່ຄົນກຸ່ມນັ້ນມີລາຍໄດ້ສູງກວ່າ
ແຕ່ກັບມາ “ບໍ່ຍິນດີຈ່າຍ” ສິ່ງເຫຼົ່ານີ້ເໝືອນກັບຄົນໃນສັງຄົມຍຸກໃໝ່.
ເໝືອນກັນກັບວ່າຄົນຍຸກໃໝ່ໂດຍສະເພາະຄົນຊັ້ນກາງ
“ຍິນດີຈ່າຍ” ເພື່ອໃຫ້ໄດ້ຮັບສິນຄ້າ ແລະ ບໍລິການທີ່ຕົວເອງຖືກໃຈ ສາເຫດຄົງເປັນເພາະຄົນຍຸກ
Gen X ເປັນຕົ້ນມາ ໂດຍສະເພາະຢ່າງຍິ່ງເລີ່ມຕົ້ນຈາກຄົນ Gen Y ບໍ່ເຄີຍຜ່ານໄລຍະເວລາທີ່ຍາກລຳບາກເຊັ່ນ:
ພາວະຕໍ່ສູ້ກູ້ຊາດ ຫຼື ສະພາບຝຶດເຄື່ອງທາງເສດຖະກິດ ແລະ ເປັນໄລຍະທີ່ພໍ່ແມ່ສະສົມຄວາມມັ່ງຄັງທາງການເງິນ
ຫຼື ມອບ “ຄວາມຮູ້” ໃນການປະກອບອາຊີບ ມາໃຫ້ຢ່າງເຕັມທີ ແລະ ຄົນຮຸ່ນໃໝ່ກໍ່ໃຫ້ຄວາມສຳຄັນກັບການອອມເພື່ອອະນາຄົດຫຼຸດລົງ
ລວມເຖິງເຄື່ອງມື ທາງການ ເງິນໃນການກູ້ຢ່າງຫຼວງຫຼາຍ ເຮັດໃຫ້ສັກກາຍະພາບການຈ່າຍຂອງຄົນຍຸກໃໝ່ສູງກວ່າ
ແຕ່ກ່ອນ ຫຼາຍ ແລະ ອີກທາງໜຶ່ງຄືການເຕີບໂຕຂອງສື່ໂຄສະນາຕ່າງໆ ທີ່ວ່ອງໄວ ແລະ ດຶງດູດກຳລັງ
ຊື້ກວ່າແຕ່ກ່ອນ
ແຕ່ສຳລັບມຸມມອງຂອງນັກລົງທຶນແລ້ວ
ຂ້າພະເຈົ້າມີຄວາມເຫັນຢູ່ດັ່ງນີ້:
1. ນັກລົງທຶນຄວນຫາໂອກາດສະພາບສັງຄົມ “ຍິນດີຈ່າຍ”
ແບບນີ້ ຫາກິດຈະການທີ່ສັກກາຍະພາບ ໃນການດຶງລູກຄ້າໄວລຸ້ນ ຫຼື ໄວກາງຄົນທີ່ເປັນຖານລູກຄ້າໄລຍະຍາວໄດ້ໃນອານາຄົດ.
2. ຢ່າງໃດກໍ່ດີ
ຂ້າພະເຈົ້າຄິດວ່າການຫາກິດຈະການທີ່ໃຫ້ບໍລິການ ຫຼື ຂາຍສິນຄ້າທີ່ລູກຄ້າ “ຍິນດີຈ່າຍ” ນັ້ນບໍ່ພຽງພໍ
ສິ່ງທີ່ສຳຄັນກວ່າຄື ລູກຄ້າຈະຕ້ອງຍິນດີຈ່າຍເພາະໃນຍຸກປັດຈຸບັນ ກະແສ ສ້າງໄດ້ງ່າຍ ແລະ ສິ່ງໃດທີ່ເກີດໄດ້ງ່າຍ
ກໍ່ຍອມດັບໄດ້ງ່າຍຄືກັນ.
3. ສິ່ງທີ່ຄົນນິຍົມຈ່າຍຊ້ຳ
ມັກຈະເປັນສິ່ງທີ່ຄຸ້ມຄ່າ ແລະ ສາມາດສ້າງພາບຫຼັກທີ່ດີໃຫ້ກັບຜູ້ໃຊ້ ໃນຍຸກ ປັດຈຸບັນໄດ້
ເຮົາຈະຂາດສິ່ງໃດສິ່ງໜຶ່ງບໍ່ໄດ້ ຖ້າສິ່ງໃດເປັນກະແສຈຳເປັນຈະຕ້ອງແປງເປັນ ຄວາມຄຸ້ມຄ່າ ຫຼື
Value ໃຫ້ໄດ້ໄວທີ່ສຸດ ດັ່ງນັ້ນ, ກິດຈະການຈຳເປັນຕ້ອງມີຄວາມສາມາດໃນການຄວບຄຸມຕົ້ນທຶນ
ເພາະບໍລິສັດຈະສ້າງ Value ທີ່ດີໃຫ້ກັບທັງຜູ້ໃຊ້ບໍລິການ ແລະ ຜູ້ຖືຫຸ້ນບໍ່ໄດ້ເລີຍ
ຖ້າປາກສະຈາກການຄວບຄຸມຕົ້ນທຶນທີ່ດີ ແລະ ໄດ້ປຽບຄູ່ແຂ່ງຂັນ
4. ຄົນທີ່ໄດ້ປະໂຫຍດບໍ່ຈຳເປັນຕ້ອງເປັນເຈົ້າຂອງສິນຄ້າຕົວນັ້ນໆສະເໜີໄປ
ອາດຈະເປັນຜູ້ຜະລິດ, ຜູ້ຈັດຈຳໜ່າຍ, ຜູ້ເຮັດການຕະຫຼາດ ຫຼື ເປັນຜູ້ນຳສິນຄ້ານັ້ນໄປສ້າງສິນຄ້າ
ແລະ ບໍລິການອີກເທື່ອໜຶ່ງ ນັກລົງທຶນທີ່ດີຕ້ອງມອງຫາຜູ້ທີ່ໄດ້ປະໂຫຍດສູງສຸດ.
5. ນັກລົງທຶນຄວນຢູ່ເໝືອສັງຄົມຍິນດີຈ່າຍ
ເຮົາບໍ່ຍິນດີຈ່າຍໃຫ້ກັບສິ່ງທີ່ບໍ່ຈຳເປັນ ເພາະຊີວິດນັກລົງທຶນ ທີ່ຮຽບງ່າຍ
ກໍ່ໃຫ້ເກີດຄວາມສຸກທີ່ຍັ່ງຍືນກວ່າ ແລະ ທີ່ສຳຄັນນັກລົງທຶນຄວນຈະມີວິໃສທັດ
ເພາະສິ່ງທີ່ເຮົາຍິນດີຈ່າຍໃນມື້ນີ້ ຄືສິ່ງທີ່ຈະບົ່ງບອກຊີວິດເຮົາໃນອານາຄົດ.
ປະເດັນຫຼັກໃນບົດ:
“ເຂົາເຈົ້າບໍ່ເຄີຍຜ່ານໄລຍະເວລາທີ່ຍາກລຳບາກເຊັ່ນ: ພາວະຕໍ່ສູ້ກູ້ຊາດ ຫຼື ສະພາບຝຶດເຄື່ອງທາງເສດຖະກິດ
ແລະ ເປັນໄລຍະທີ່ພໍ່ແມ່ສະສົມຄວາມມັ່ງຄັງທາງການເງິນ ຫຼື ມອບ “ຄວາມຮູ້” ໃນການປະກອບອາຊີບ
ມາໃຫ້ຢ່າງເຕັມທີ ເຂົາເຈົ້າຈິ່ງມີກຳລັງສູ່ທີ່ຈະ “ຍິນດີຈ່າຍ”
ไม่มีความคิดเห็น:
แสดงความคิดเห็น