ກາລະຄັ້ງໜຶ່ງດົນມາແລ້ວ ມີຊາຍຄົນໜຶ່ງຫຼົງໄຫຼໃນລົດຊາດຂອງໝາກຖົ່ວດິນຂົ້ວເປັນຍ່າງຍິ່ງ
ເຖິງວ່າລາວຈະຮູ້ສຶກບໍ່ສະບາຍໃຈເມື່ອລາວຜາຍລົມອອກມາ ແຕ່ລາວມັກກິນມັນຢູ່ ແລ້ວມື້ໜຶ່ງລາວພົບຜູ້ ສາວທີ່ຖືກໃຈຄົນໜຶ່ງ ຫຼັງຈາກໃກ້ຊິດສະໜິດກັນພໍສົມຄວນ
ລາວກໍຕົກລົງປົກໃຈແຕ່ງດອງກັບນາງ ດ້ວຍຄວາມຕັດສິນໃຈຄັ້ງຍິ່ງໃຫຍ່ທີ່ຈະເລີກກິນຂົ້ວໝາກຖົ່ວດິນ
ເພາະຂືນຍັງກິນຢູ່ຕ້ອງອາຍສາວແທ້ໆ
ຫຼັງຈາກແຕ່ງດອງຜ່ານໄປສອງສາມເດືອນ ມື້ໜຶ່ງລະຫວ່າງທາງຂັບລົດກັບເຮືອນຫຼັງເລີກວຽກ
ລົດເຈົ້າກຳ ມີບັນຫາຂື້ນມາ ເນື່ອງຈາກບ້ານຂອງລາວຢູ່ໃນຊົນນະບົດ ບໍ່ມີຕຸກໆຈຳໂບ້ ຫຼືລົດເມໃຫ້ລັດເມືອ
ຫົນທາງດຽວ ທີ່ຈະກັບເຮືອນໄດ້ກໍຄືຍ່າງເມືອ ລາວຈິ່ງໂທລະສັບໄປຫາພັນລະຍາ ເພື່ອບອກວ່າ ຕົນອາດຈະກັບເຮືອນ
ຊ້າໜ້ອຍໜຶ່ງເພາະລົດເພ
ລະຫວ່າງທາງກັບເຮືອນມີຮ້ານຂາຍເຄື່ອງຍ່ອຍແຫ່ງໜຶ່ງ
ແລ້ວກິ່ນຂອງໝາກ ຖົ່ວດິນຂົ້ວກໍໂຊຍອອກມາຍົ້ວ ໃຈເຕັມທີ່. ລາວຈິ່ງຄິດເຂົ້າຂ້າງຕົວເອງວ່າ
“ກວ່າຈະຍ່າງກັບເຮືອນກໍຕ້ອງໃຊ້ເວລາ ແລະ ພະລັງງານຫຼາຍ ເຕີບ..ໜ້າຈະຫາຫຍັງຮອງທ້ອງ ວ່າແລ້ວລາວກໍຍ່າງໄປສັ່ງຖົ່ວດິນຂົ້ວສາມຖົງໃຫຍ່ພິເສດ
ເພື່ອຍ່າງກິນລະ ຫວ່າງທາງກັບເຮືອນ ລາວຍ່າງໄປກິນໄປ ຢ່າງເພີດເພີນຈົນຖົ່ວໝົດບໍ່ຮູ້ຕົວ ແລະ ລາວກໍຮອດເຮືອນໂດຍສະ ຫວັດດີພາບ
ຄັນເມື່ອຮອດເຮືອນ ພັນລະຍາກໍຍ່າງອອກມາຮັບຢູ່ປະຕູ
ພ້ອມທັງເວົ້າວ່າ: “ນ້ອງມີສິ່ງທີ່ຈະເຮັດໃຫ້ອ້າຍປະ ຫຼາດໃຈຍ່າງທີ່ສຸດໃນຄາບເຂົ້າແລງມື້ນີ້”
ວ່າແລ້ວນາງກໍເອົາຜ້າມາປິດຕາສາມີ ແລະ ຈູງລາວເຂົ້າມານັ່ງເກົ້າອີ້ທີ່ຫົວໂຕະອາຫານ
ແລະ ໃຫ້ລາວສັນຍາວ່າຈະບໍ່ໃຊ້ເທັກນິກໃດໆ ສອດສ່ອງຢ່າງ ເດັດຂາດ ທັນໃດນັ້ນ, ລາວຮູ້ສຶກວ່າ
ມີຫຍັງກຳລັງເຄື່ອງໄຫວຢູ່ໃນທ້ອງຂອງລາວ ໂຊກຊ່ວຍທີ່ບັງເອີນມີສຽງ ໂທລະສັບດັງຂື້ນ ພັນລະຍາທີ່ກພລັງຈະເອື້ອມມືມາເປີດຜ້າປິດຕາ
ຈິ່ງບອກວ່າ “ຂໍເວລາໄປຮັບໂທລະສັບ ກ່ອນ ຫ້າມເປີດກ່ອນນ້ອງຈະກັບມາເດີ ” ນາງຢ້ຳແລ້ວກໍໄປ
ຂະນະທີ່ພັນລະຍາຮັບໂທລະສັບ ລາວກໍສວຍໂອກາດນີ້ ຜາຍລົມ, ສຽງຂອງມັນບໍ່ດັງປານໃດ ແຕ່ເໝັນຄືກັບໄຂ່ເນົ່າ
ຈົນແຕ່ຕົວລາວເອງຍັງ ຕ້ອງໃຊ້ຜ້າເຊັດໜ້າ ພັດໄລ່ກິ່ນ ຫຼັງຈາກຮູ້ສຶກວ່າກິ່ນດີຂື້ນ ລົມຮອບໃໝ່ກໍເລີ່ມບຸກອີກ
ແນ່ນອນລາວເລີ່ມ ຜາຍລົງຮອບໃໝ່ ສຽງມັນເໝືອນກັບເຄື່ອງຈັກແອັດຊັງກຳລັງອຸ່ນເຄືອງ. ກິ່ນຍິ່ງຄັກວ່າເກົ່າ
ລາວຈິ່ງໃຊ້ຜ້າ ເຊັດໂຕພັດໄປອີກຢ່າງໄວວາ ໂດຍຫວັງວ່າ
ຈະເຮັດໃຫ້ກິ່ນມັນຈາງລົດໄດ້ແດ່ ແຕ່ທັນໃດນັ້ນ
ຂ້າເສິກຊຸດໃໝ່ກໍມາເຖິງ ຄາວນີ້ຮ້າຍກວ່າສອງຄັ້ງທຳອິດ ປ່ອງຢ້ຽມສັ່ນໄຫວ ເພາະແຮງລົມ ຈານໃນໂຕະສັ່ນ ແລະ ນາທີຕໍ່ມາດອກໄມ້ເທິງໂຕະກໍຫ່ຽວລົງ ກໍເພາະສັນຍາວ່າຈະບໍ່ເປີດຜ້າ
ລາວຈິ່ງໄປໃສບໍ່ໄດ້ ນອກຈາກນັ່ງຢູ່ກັບຕັ່ງຖ້າຈົນກວ່າພັນລະຍາກັບມາ.
ລາວນັ່ງຖ້າຄາວໆ 10 ນາທີ ແລະ ເປັນ 10 ນາທີທີ່ມີກິດຈະກຳດັ່ງວ່າຕະຫຼອດ
ຜາຍລົມ ພັດຜ້າເຊັດໂຕະຊ້ຳໄປຊ້ຳມາ ເມື່ອລາວໄດ້ຍິນພັນລະຍາວາງໂທລະສັບ
ລາວຈິ່ງວາງຜ້າເຊັດໂຕະລົງ ແລະ ຍິ້ມໃຫ້ພັນລະຍາຢ່າງໄຮ້ດຽງສາ ຄືກັບວ່າບໍ່ມີຫຍັງເກີດຂື້ນ
ພັນລະຍາກ່າວຂໍໂທດທີ່ລົມໂທລະສັບດົນ ແລະ ຖາມວ່າ ລາວບໍ່ໄດ້ລັກເປີດຜ້າເບິ່ງ ລາວຢືນຢັນ ນາງປິດປົດຜ້າມັດຕາອອກໃຫ້ລາວ.
ພ້ອມກັບເວົ້າດ້ວຍນ້ຳ ສຽງອັນຊວນຕື່ນເຕັ້ນວ່າ “Surprise” ເປັນຊ່ວງເວລາອັນໜ້າຕະລຶງຍິ່ງ
ທີ່ລາວພົບວ່າ ມີແຂກນັ່ງຢູ່ຮອບໂຕະກິນເຂົ້າ 12 ຄົນ
ກໍແມ່ນເພື່ອນຮ່ວມວຽກລາວເອງທີ່ມາສະຫຼອງງານວັນເກີດຂອງລາວນັ້ນເອງ.
ไม่มีความคิดเห็น:
แสดงความคิดเห็น