ຄວາມສວຍງາມທີ່ມີເອກະລັກສະເພາະຕົວຂອງຊຸດຊົນເຜົ່າ
ທີ່ຈະເຮັດໃຫ້ທ່ານມີຄວາມເປັນຕົວຂອງຕົວເອງ ໃນຮູບແບບຂອງຊຸດຊົນເຜົ່າ
ນອກຈາກຈະເຮັດໃຫ້ທ່ານມີຄວາມແປກໃໝ່ໃນການແຕ່ງຕົວແລ້ວຍັງເປັນການສົ່ງເສີ່ມໃນການຮັກສາວັດທະນະທຳອັນດີງາມຂອງຊົນເຜົ່າໃຫ້ຄົງຢູ່ກັບສັງຄົມລາວສືບໄປ
ທີ່ສູນວັດທະນະທຳຊົນເຜົ່າຢາວ (ດ້ານຫຼັງພຣະທາດພູສີ ນະຄອນຫຼວງພຣະບາງ)
ມີເຄື່ອງຊົນເຜົ່າທີອອກແບບທັນສະໃໝ່ເຂົ້າກັບຍຸກປັດຈຸບັນໄດ້ຢ່າງລົງຕົວຢ່າງມາກມາຍໃຫ້ທ່ານໄດ້ເລືອກ
ບໍ່ວ່າຈະເປັນເສື້ອຜ້າ ກະໂປ້ງ ກະເປົ່າ ມວກ ສາຍຄໍ ຕ່າງຫູ ຫຼາຍແບບຫຼາຍຢ່າງ ເພາະເຂົາອອກແບບໃຫ້ສາມາດຕອບສະໜອງໃຫ້ກັບລູກຄ້າໃຫ້ໄດ້ຫຼາຍທີ່ສຸດ.
ສະບັບນີ້ທາງທີມງານເສດຖະກິດການຄ້າຈະພາທ່ານໄດ້ຮູ້ຈັກກັບເອື້ອຍຕອນ ແຊ່ຈ້າວ ເຈົ້າຂອງຮ້ານສູນວັດທະນະທຳຊົນເຜົ່າຢ້າວ ໂດຍສ່ວນຕົວແລ້ວເອື້ອຍຕອນ
ເປັນຄົນຊົນເຜົ່າຢ້າວເມື່ອຢາກຈະເຮັດທຸລະກິດຈຶ່ງຄິດເຖິງທຸລະກິດທີ່ຕົນເອງມີຄວາມຖະນັດ ແລະ ຢາກຈະຮັັກສາເອກະລັກວັດທະນະທຳຂອງຊົນເຜົ່າຢ້າວໃຫ້ຄົງຢູ່ກັບສັງຄົມ ນີ້ຄືຈຸດເລີ່ມຕົ້ນຂອງສູນວັດທະນະທຳຊົນເຜົ່າຢ້າວໃນວັນນີ້.
ຊຸດຊົນເຜົ່າຕ່າງໆ
ຂອງລາວໄດ້ຖືກຮີບໂຮມມາທີ່ນີ້ ໂດຍສະເພາະຊຸດຊົນເຜົ່າຂອງຢ້າວເຊິ່ງເປັນອີກຊົນເຜົ່າໜຶ່ງ ມີຄວາມເປັນເອກະລັກສວຍງາມໂດຍການອອກແບບທີ່ມີຄວາມທັນສະໄໝ ຮ້ານນ້ອຍໆແຫ່ງນີ້ ຕັ້ງຢູ່ທາມກາງໝູ່ນັກທອງທຽວທີ່ເດີນທາງສັນຈອນໄປມາໂດຍບໍ່ຂາດສາຍ ເຊິ່ງສິນຄ້າພາຍໃນຮ້ານມີຄວາມສວຍງາມ .
ເອື້ອຍຕອນ ເຈົ້າຂອງຮ້ານສູນວັດທະນະທຳຊົນເຜົ່າຢ້າວກ່າວວ່າກຸ່ມລູກຄ້າຂອງຮ້ານສ່ວນໃຫຍ່ຈະເປັນຕ່າງປະເທດ
ໃນທະວີບເອີຣົບທີ່ເດີນເຂົ້າມາທອງທ່ຽວໃນຊ່ວງເດືອນຕຸລາຫາມິນາ ແລະ ຊາວຢີ່ປຸ່ນຈະເດີນທາງມາໃນໄລຍະເດືອນ ກໍລະກົດຫາກັນຍາ ສ່ວນຄົນລາວເຮົາບໍ່ນັ້ນບໍ່ມັກເຊິ່ງເປັນເລື່ອງປົກກະຕິຢູ່ແລ້ວທີ່ຄົນລາວບໍ່ຄ່ອຍຈະນິຍົມຂອງຄົນລາວເຮົາເອງ ເພາະວ່າຄົນລາວຄິດວ່າມັນເປັນສິ່ງທີ່ລາສະໄໝ.
ເອື້ອຍຕອນ ໄດ້ກ່າວເນັ້ນອີກວ່າ ແຕ່ບາງໄລຍະນັ້ນບໍ່ມີນັກທ່ອງທຽວເຂົ້າມາທຽວໃນຫລວງພຣະບາງເຮັດໃຫ້ບໍ່ມີລາຍຮັບ ແລະ ໃນປັດຈຸບັນຍັງຂາດຜະລິດຕະພັນຊົນເຜົ່າຕ່າງໆ.
ໃນອານາຄົດຢາກເພິ່ມຜະລິດຕະພັນພາຍໃນຮ້ານໃຫ້ມີຄວາມຫຼາກຫຼາຍກວ່ານີ້ໂດຍຈະຊອກຫາຊຸດຊົນເຜົ່າຕ່າງໆ ເຂົ້າມາໃຫ້ຫຼາຍ ເພາະໃນປະເທດລາວມີຫຼາຍຊົນເຜົ່າດ້ວຍກັນທີ່ມີຄວາມໂດດເດັ່ນດ້ານເອກະລັກຕ່າງບໍ່ວ່າຈະເປັນວັດທະນະທຳປະເພນີມີຄວາມຫຼາກຫຼາຍແຕກຕ່າງກັນແຕ່ທຸກໆ ຊົນເຜົ່າຍັງຄົງຮັກສາຄວາມເປັນເອກະລັກສະເພາະຕົວຂອງໃຜລາວໄວ້ຢ່າງນ່າລົງຕົວ.
ไม่มีความคิดเห็น:
แสดงความคิดเห็น