ແອວຈີ ຂາຍ OPTIMUS G PRO ທະລຸ 5 ແສນເຄື່ອງແລ້ວ.
ທາງ LG ໄດ້ຂາຍ LG Optimus G Pro ໄປແລ້ວກວ່າ 500,000 ເຄື່ອງໃນເວລາ 40 ວັນ ທີ່ປະເທດ ສ.ເກົາຫຼີດ້ວຍຕົວເຄື່ອງຄືເປັນ Smartphone ໜ້າຈໍຂະໜາດໃຫຍ່ 5.5 ນີ້ວ ເຊິ່ງຕອນທີ່ຈະເລີ່ມວາງຈຳໜ່າຍ ນັ້ນຕ້ອງບອກວ່າມີວາລະໂອກາດດີຢູ່ແລ້ວ ເພາະວ່າມີຍອດຈ່ອງກວ່າ 10,000 ເຄື່ອງ ແລະ ທາງ LG ນ່າຈະຂາຍ Smartphone ຮຸ່ນນີ້ໄດ້ຫຼາຍເຖິງ 3 ລ້ານເຄື່ອງໃນໄລຍະທ້າຍປີນີ້ຕາມເປົ້າໝາຍແນ່ນອນ
LG Optimus G pro ເປັນ Smartphone ຮຸ່ນສູງສຸດຂອງທາງ LG ໃນເວລານີ້, ເຊິ່ງໜ້າຈໍຂະໜາດໃຫຍ່ ແລະ ໃຊ້ CPU Snapdragon 600 quad-core ໃໝ່ລ່າສຸດ, ກ້ອງຫຼັງ 13 ລ້ານພິກເຊວ ດັງນັ້ນຖ້າມັນຈະຂາຍດີຄົງຈະບໍ່ແປກ .
ไม่มีความคิดเห็น:
แสดงความคิดเห็น