ສະພາບການລົງທຶນໃນເມືອງນ້ຳບາກນັບວ່າມີບາດກ້າວທີ່ດີກຳລັງເປັນທີ່ຈັບຕາເບິ່ງຂອງນັກລົງທຶນຈາກພາຍໃນແລະຕ່າງປະເທດໂດຍສົກຜ່ານມາມີການລົງທຶນ 51 ໂຄງການມູນຄ່າການລົງທຶນ 15.242 ຕື້ກີບ ພ້ອມດຽວກັນນັ້ນ ຍັງມີການຂຶ້ນທະບຽນວິສາຫະກິດໃໝ່ 54 ຫົວໜ່ວຍທຸລະກິດມີມູນຄ່າການລົງທະບຽນ 7,204
ຕື້ກີບ ແລະ ຄາດວ່າປີ 2013 ນີ້ຈະດຶ່ງດູດເອົານັກລົງທຶນຈາກພາຍໃນແລະຕ່າງປະເທດໃຫ້ໄດ້ເທົ່າປີຜ່ານມາ.
ເພື່ອສົ່ງເສີມການພັດທະນາເສດຖະກິດການຄ້າຂອງປະເທດໃຫ້ມີຄວາມເຕີບໂຕທາງເມືອງນ້ຳບາກເລັ່ງສ້າງທາແຮງ ແລະ ປັດໄຈເພື່ອສົ່ງເສີມອຳນວຍຄວາມສະດວກໃຫ້ນັກລົງທຶນເຂົ້າມາລົງທຶນ
ທ່ານສຸກັນ ບຸນຍົງ
ເຈົ້າເມືອງນ້ຳບາກໄດ້ໃຫ້ສຳພາກກັບທິມງານນັກສືພິມເສດຖະກິດການຄ້າວ່າ:
ເມືອງນ້ຳບາກນັບວ່າເປັນເມືອງໜຶ່ງທີ່ກຳລັງເປັນທີ່ສົນໃຈຂອງນັກລົງທຶນທັງພາຍໃນ ແລະ
ຕ່າງປະເທດ ເຊິ່ງປັດຈຸບັນມີໂຄງການການລົງທຶນ 51 ໂຄງການມີມູນຄ່າການລົງທຶນ 15.242
ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ລື່ນແຜນການ7,857 ຕື້ກວ່າກີບ ກວມເອົາ 106,3% ໃນນັ້ນການລົງທຶນຈາກພາກລັດ 8.413 ຕື້ກີບ
ທຶນຊ່ວຍເຫຼືອລ້າ 5.279 ຕື້ກີບ ການລົງທຶນຈາກພາກເອກະຊົນພາຍໃນ 85 ລ້ານກີບ
ການລົງທຶນຈາກນັກລົງທຶນຕ່າງປະເທດ 816.42 ລ້ານກີບ ແລະ ການລົງທຶນຂອງປະຊາຊົນ 648.41
ລ້ານກີບ.
ໃນປີ 2012
ມີວິສາຫະກິດຂຶ້ນທະບຽນ 54 ຫົວໜ່ວຍ ມີມູນຄ່າ 7,204 ຕື້ກີບ
ເຖິງປັດຈຸບັນມີຫົວໜ່ວຍທຸລະກິດທັງໝົດ 779 ຫົວໜ່ວຍ ມີທຶນຈົດທະບຽນ 39.296 ຕື້ກີບ ແລະ
28 .431.000 ໂດລາ ໂດຍທຽບໃສ່ປີທີ່ຜ່ານມາມີອັດຕາເພີ່ມຂຶ້ນ 7,4% ການຈໍລະຈອນສິນຄ້າມີທ່າທີຂະຫຍາຍຕົວເຊິ່ງປີນີ້ມີມູນຄ່າ 48.88
ຕື້ກວ່າກີບ ທຽບໃສ່ແຜນການເພີ່ມຂຶ້ນ 5.7 %
ສົ່ງຜົນໃຫ້ເມືອງສາມາດເກັບລາຍຮັບເຂົ້າງົບປະມານໄດ້ 5 ກວ່າຕື້ກີບ
ທຽບໃສ່ແຜນປະຕິບັດໄດ້ 108.20% ເກິນແຜນ 4 ຮ້ອຍກວ່າລ້ານກີບ.
ไม่มีความคิดเห็น:
แสดงความคิดเห็น