“ພວກເຮົາສາມາດຜະລິດໄດ້ 300 ກິໂລຕໍ່ມື້ ໃນລາຄາ 8.000 ກີບຕໍ່ກິໂລ ແລະ ໄລຍະປະຈຸບັນນີ້ ຍ້ອນມີເຄື່ອງຈັກຊ່ວຍແຮງໃນການຜະລິດຫຼວງຫຼາຍ ຈິ່ງສາມາດຜະລິດເຂົ້າປຸ້ນໄດ້ຫຼາຍຂຶ້ນ ຕາມລູກຄ້າຕ້ອງການ”
ເວົ້າເຖິງອາຫານລາວແລ້ວ ແມ່ນມີຫຼາກຫຼາຍເມນູຈົນນັບບໍ່ຫວາດບໍ່ໄຫວ
ອາຫານລາວລ້ວນແຕ່ມີລົດຊາດແຊບຊ້ອຍແຕກຕ່າງກັນໄປ
ຢູ່ໃນແຕ່ລະທ້ອງຖິ່ນ
ພືດຜັກ ຊີ້ນປາອາຫານ
ກຸ້ງຫອຍ ໃນແຕ່ລະເຂດແຂວງ
ລ້ວນແຕ່ມີຕົ້ນກຳເນີດແຕກຕ່າງກັນໄປ.
ແຕ່ວ່າເຂົ້າປຸ້ນເປັນອາຫານອີກເຍື່ອງໜຶ່ງ ທີ່ນິຍົມຄູ່ສັງຄົມລາວແຕ່ບູຮານນະການຈົນເຖິງປະຈຸບັນ ເຂົ້າປຸ້ນແມ່ນອາຫານທີ່ດັດແປງມາຈາກເຂົ້າຈ້າວ
ຜ່ານຂັ້ນຕອນການຜະລິດທີ່ຖືກຫຼັກອານາໄມດີສົມຄວນ. ທ່ານ ນາງ
ນຽງ ອາຍຸ 52 ປີ ເປັນປະຊາຊົນບ້ານ
ທ່າມ່ວງ ເມືອງ
ຫາດຊາຍຟອງ
ນະຄອນຫຼວງວຽງຈັນ ເປັນເຈົ້າຂອງຮ້ານຜະລິດເຂົ້າປຸ້ນພື້ນເມືອງ
ຍາວນານກວ່າເວລາ 20 ປີແລ້ວ
ໄດ້ລົມກັບຜູ້ຂຽນວ່າ: ຂ້າພະເຈົ້າປະກອບອາຊີບຜະລິດເຂົ້າປຸ້ນພື້ນເມືອງລາວເປັນເວລາດົນນານຫຼາຍແລ້ວ
ຢູ່ໃນເຂດທ່າເດື່ອ ເມືອງຫາດຊາຍຟອງ
ມີບ່ອນຜະລິດເຂົ້າປຸ້ນກໍ່ບໍ່ຫຼາຍບ່ອນປານໃດ. ຂ້ອຍກໍ່ມີລູກຄ້າຫຼາຍຢູ່ໃນໄລຍະກ່ອນຈົນເຖິງປະຈຸບັນນີ້. ລູກຄ້າຂອງຂ້ອຍມີທັງຂາປະຈຳ ແລະ
ລູກຄ້າທົ່ວໄປຕາມບ້ານ
ຫຼື ຕາມທ້ອງຕະຫຼາດ
ສ່ວນຂາປະຈຳນັ້ນ
ກໍ່ແມ່ນຮ້ານເຂົ້າປຸ້ນນ້ຳແຈ່ວ
ຫຼື ຮ້ານຕຳໝາກຫຸ່ງເລັກນ້ອຍຕາມບ້ານ
ຫຼື ຮ້ານອາຫານຕ່າງໆ ແລະ
ລູກຄ້າຂອງຂ້າພະເຈົ້າກໍ່ບໍ່ແມ່ນແຕ່ຂາປະຈຳສະເໝີໄປດອກ
ຫາກຍັງມີລູກຄ້າຕາມບ້ານ
ຫຼື ຕາມງານບຸນປະເພນີຕ່າງໆກໍ່ມາສັ່ງເອົາເຂົ້າປຸ້ນນຳຮ້ານເຮົາຢູ່ຕະຫຼອດ. ຖືວ່າໄດ້ຂາຍດີພໍສົມຄວນຢູ່
ຖ້າບຸນປະເພນີນັ້ນນັບແຕ່
ບຸນຫໍ່ເຂົ້າປະດັບດິນ ເປັນຕົ້ນມາຈົນຮອດບຸນບັ້ງໄຟ
ກໍ່ຖືວ່າມີລູກຄ້າມາສັ່ງເຂົ້າປຸ້ນເປັນປະຈຳຈົນວ່າເຕົາໄຟບໍ່ຢາກວ່າງເລີຍພຸ້ນລະ. ສະໄໝກ່ອນນັ້ນ
ການຜະລິດເຂົ້າປຸ້ນຂອງພວກເຮົາມັນໄດ້ໃຊ້ມືເຮັດເອົາໝົດທຸກຢ່າງ
ນັບແຕ່ຂັ້ນຕອນທຳອິດຈົນເຖິງຂັ້ນຕອນສຸດທ້າຍ
ກໍ່ລ້ວນແຕ່ເອົາມືເຮັດ
ບໍ່ມີເຄື່ອງຈັກຊ່ວຍ ສະນັ້ນຂັ້ນຕອນການຜະລິດກໍ່ເລີຍຊັກຊ້າ ແລະ
ຜົນຜະລິດກໍ່ໄດ້ໜ້ອຍ
ລາຍຮັບປົກກະຕິມັນກໍ່ໄດ້ໜ້ອຍ ແຕ່ກໍ່ພໍກຸ້ມຢູ່ກຸ້ມກິນສະເໝີມາ ເມື່ອກ່ອນລາຄາເຂົ້າປຸ້ນແມ່ນ 5.000 ກີບຕໍ່ກິໂລ
ປະຈຸບັນນີ້ແມ່ນ 8.000 ກີບຕໍ່ກິໂລ
ພວກເຮົາສາມາດຜະລິດໄດ້
300 ກິໂລຕໍ່ມື້ ແລະ ໄລຍະປະຈຸບັນນີ້
ຍ້ອນປະເທດຊາດຈະເລີນກ້າວໜ້າ ເຄື່ອງຈັກຊ່ວຍແຮງໃນການຜະລິດກະສິກຳກໍ່ມີຫຼວງຫຼາຍ
ການຜະລິດພວກຂ້າພະເຈົ້າໄດ້ຮັບການຊ່ວຍຈິ່ງສາມາດຜະລິດໄດ້ຫຼາຍຂຶ້ນ
ຕາມລູກຄ້າຕ້ອງການ. ຈາກເຄື່ອງມືທີ່ທັນສະໄໝຂຶ້ນ
ເຮັດໃຫ້ຂັ້ນຕອນຜະລິດເຂົ້າປຸ້ນວ່ອງໄວຂຶ້ນ
ຜົນຜະລິດກໍ່ໄດ້ຫຼາຍຂຶ້ນ
ລູກຄ້າກໍ່ຫຼາຍຂຶ້ນ ແລະ
ລາຍຮັບຈາກການຂາຍເຂົ້າປຸ້ນກໍ່ໄດ້ດີຂຶ້ນ ແລະ
ກໍ່ດີຂຶ້ນທຸກວັນ. ນັບແຕ່ປີ 2000 ເປັນຕົ້ນມາ
ຖືວ່າລາຍຮັບດີຂຶ້ນ ແລະ
ກໍ່ມີທັງປົກກະຕິ ແລະ
ລາຍຮັບບັງເອີນທີ່ດີຂຶ້ນຫຼາຍຈົນເຮັດໃຫ້ສະພາບເສດຖະກິດຄອບຄົວມີບາດກ້າວໃໝ່ໃນໝູ່ບ້ານ,
ສາມາດເພິ່ງຕົນເອງກຸ້ມຕົນເອງ ເຂັ້ມແຂງດ້ວຍຕົນເອງທາງດ້ານເສດຖະກິດ. ຂ້າພະເຈົ້າພູມໃຈຫຼາຍທີ່ໄດ້ມີເຄື່ອງມືອັນນີ້ເຂົ້າມາຊ່ວຍ ແລະ ກໍ່ພູມໃຈໃນລາຍຮັບປົກກະຕິຂອງຂ້າພະເຈົ້າ
ທັງນີ້ກໍ່ຂໍຂອບໃຈມາຍັງລູກຄ້າປະຈຳ
ຫຼື ລູກຄ້າທົ່ວໄປທີ່ໄດ້ເຂົ້າມາຊື້ ເຂົ້າປຸ້ນໃນຮ້ານພວກເຮົາ ຂ້າພະເຈົ້າກໍ່ຈະຜະລິດເຂົ້າປຸ້ນໄປເລື້ອຍໆ ແລະ
ຈະເຮັດໃຫ້ດີທີ່ສຸດ, ຖືກໃຈບັນດາລູກຄ້າທີ່ສຸດ
ຂ້າພະເຈົ້າເອງກໍ່ຈະອານຸລັກຮັກສາ ຕົ້ນຕຳຫລັບຂອງການຜະລິດເຂົ້າປຸ້ນນີ້ໄວ້ໃຫ້ຄົນລຸ້ນໃໝ່
ລຸ້ນລູກຫຼານເພື່ອສືບທອດໄວ້ຄູ່ສັງຄົມລາວຈົນນານເທົ່ານານ.
ไม่มีความคิดเห็น:
แสดงความคิดเห็น