ເຣັນສະບາຍມຸ່ງໝັ້ນຈັດຫາອະສັງຫາລິມະຊັບດ້ວຍບໍລິການລະດັບສາກົນ - dokhukcolumnist

Post Top Ad

Responsive Ads Here

วันจันทร์ที่ 8 เมษายน พ.ศ. 2556

ເຣັນສະບາຍມຸ່ງໝັ້ນຈັດຫາອະສັງຫາລິມະຊັບດ້ວຍບໍລິການລະດັບສາກົນ


ໃນປັດຈຸບັນປະເທດລາວເຮົາມີນັກລົງທຶນຈາກຕ່າງປະເທດເຂົ້າມາລົງທຶນນັບມື້ນັບຫຼາຍຂຶ້ນ ຍ້ອນທ່າແຮງດັ່ງກ່າວ:​ ຈຶ່ງເກີດມີຄວາມຕ້ອງການຢ່າງຫຼວງຫຼາຍໃນການຊອກຫາບ່ອນພັກອາໄສບໍວ່າຈະຢູ່ໃນຊຸມຊົນຕົວເມືອງຫຼື ຊານເມືອງ ແລະໃນ​​ນັ້ນ ບໍລິສັດເຣັນສະບາຍ ກໍແມ່ນໜຶ່ງອົງກອນທີ່ເຮັດທຸລະກິດກ່ຽວກັບການຈັດຫາອະສັງຫາລິມະຊັບ.
ທ່ານ ຫຸມພັນ ໄຊຍະລາດ ຜູ້ຈັດການໃຫຍ່ບໍລິສັດເຣັນສະບາຍ ຈຳກັດ ກ່າວວ່າ: ຂ້າພະເຈົ້າໄດ້ມີຄວາມໄຝຝັນທີ່ຢາກຈະມີທຸລະກິດສ່ວນຕົວມາຕັ້ງແຕ່ສະໄໝທີ່ຍັງສຶກສາຢູ່ປະເທດໄທແລ້ວເມື່ອສຳເລັດການສຶກສາລະດັບປະລິນຍາໂທຝາຍການຕະຫຼາດ ໃນປີ 2006 ກໍກັບຄືນມາປະເທດລາວໄປເຮັດວຽກ ກັບທະນາຄານໂລກ ປະມານ 2 ປີຫຼັງຈາກນັ້ນກໍຄິດວ່າຈາກມີທຸລະກິດທີ່ເປັນ ຂອງໂຕເອງກໍ່ເລີ່ມໄປເກັບກ່ຽວປະສົບການ​​ໃນການສ້າງຕັ້ງບໍລິສັດໄລຍະໜຶ່ງຂ້າພະເຈົ້າກໍ່ສ້າງບໍລິສັດ ເຣັນສະບາຍ ຈຳກັດ ນີ້ຂຶ້ນມາ ແລະ ເປີດເປັນທາງການໃນວັນທີ່ 9/9/2008 ໂດຍເລີ່ມຕົ້ນກໍ່ມີພຽງແຕ່ ພະນັກງານ 3 ຄົນ ແລະ ປະຈຸພັນພວກເຮົາມີພະນັກງານ 8 ຄົນທີ່ ມີຄວາມ ຮູ້ຄວາມສາມາດໃນ ດ້ານອະສັງຫາລິມະຊັບໄວ້ຄ່ອຍບໍລິການກັບລູກຄ້າທັງໃນ ແລະ ຕ່າງປະເທດ.
ຜູ້ຈັດການໃຫຍ່ບໍລິສັດ ເຣັນສະບາຍ ຈຳກັດກ່າວອີກວ່າ: ທຸລະກິດທາງດ້ານການຈັດຫາອະສັງຫາລິມະຊັບຢູ່ໃນປະເທດລາວຍັງບໍ່ທັນໄດ້ຂະຫຍາຍຕົວຫຼາຍເທື່ອ​,ຍ້ອນສາເຫດນີ້ພວກຂ້າພະເຈົ້າຈຶ່ງຕັດສໃຈເຮັດທຸລະກິດປະເພດບໍລິການເພາະທຸລະກິດ​​ປະເພດການບໍລິການເປັນທຸລະກິດທີ່ໃຊ້ຕົ້ນທຶນຕໍ່າແຕ່ວ່າ​: ຕ້ອງໃຊ້ທັກສະແລະ ຄວາມສາມາດສູງເຊິ່ງພວກຂ້າພະເຈົ້າມີທີມງານທີ່ມັກຄວາມທ້າທ້າຍ,ມີພື້ນຖານຄວາມເຂົ້າໃຈຕໍ່ການຕະຫຼາດແລະ ການບໍລິການຢູ່ແລ້ວບວກ​​ໃສ່ກັບປະເທດລາວເຮົາກຳລັງມີການຂະຫຍາຍຕົວທາງດ້ານເສດຖະກິດ​​ແບບກ້າວກະໂດດສົ່ງຜົນ​​ໃຫ້ນັກລົງທຶນຈາກຕ່າງປະເທດມາລົງທຶນຢູ່ລາວນັບມື້ນັບຫຼາຍຂຶ້ນຍ້ອນທ່າແຮງດັ່ງກ່າວຈຶ່ງເກີດໃຫ້ມີຄວາມຕ້ອງການບ່ອນພັກອາໄສຢ່າງຫຼວງຫຼາຍສະນັ້ນພວກຂ້າພະເຈົ້າ​​ເບິ່ງເຫັນໂອກາດສ້າງຜົນລາຍໄດ້ທີ່ດີຈາກການເຮັດທຸລະກິດບໍລິການຈັດຫາອະສັງຫາລິມະຊັບແລະເພື່ອອຳນວຍຄວາມສະດວກສະບາຍຕໍ່ກັບປວງຊົນຜູ້ທີ່ຕ້ອງການຢາກຈະ​​ໃຫ້ຕ່າງປະເທດມາເຊົ່າ ຫຼື ຊື້-ຂາຍດິນ,​ບ້ານເຮືອນຕ່າງໆ.
ທ່ານ ຫຸມພັນ ໄຊຍະລາດ ກ່າວຕື່ມອີກວ່າ: ​ລູກຄ້າທີ່ມາໃຊ້ບໍລິການ ນຳບໍລິສັດຂອງພວກເຮົາສ່ວນຫຼາຍຈະເປັນລູກຄ້າທີ່ເປັນ​​ນັກທຸລະກິດມາຈາກຕ່າງປະເທດກວມເຖິງ 70% ແລະ ພວກເຮົາ​​ມີຄວາມໄດ້ປຽບບໍລິສັດທີ່ຈັດຫາອະສັງຫາລິມະຊັບອື່ນໆຄື: ການສືສານເພາະວ່າ:ທີມງານບໍລິສັດພວກເຮົາສາມາດໃຊ້ພາສາໃນການສືສານໄດ້ເຖິງ 3 ພາສາເປັນຕົ້ນແມ່ນ ພາສາຈີ,ພາສາອັງກິດ,ແລະ ຝຣັ່,​ ເຊິ່ງ ບໍລິສັດເຮົາມີການບໍລິການທີ່ວ່ອງໄວທັນໃຈ, ມີຄວາມຈິ່ງໃຈຊື່ສັດຕໍ່ລູກຄ້າທີ່ມາໃຊ້ບໍລິການ,​ ແລະພວກເຮົາຖືລູກຄ້າທີ່ມາໃຊ້ບໍລິການຄືໝູ່ຂອງພວກເຮົາ​,​ ນອກຈາກນັ້ນພວກເຮົາຍັງມີການບໍລິການຫຼັງຈາກລູກຄ້າທີ່ມາໃຊ້ບໍລິການຈັດຫາອະສັງຫາລິມະຊັບຜ່ານທາງບໍລິສັດຂອງພວກຂ້າພະເຈົ້າເຊັ່ນ: ພວກເຮົາຈະມີທີມງານທີ່ໄວ້ຄ່ອຍຕິດຕາມພົວພັນກວດກາ​​ເບິ່ງແຍງວັດຖຸຕ່າງໆທີ່ລູກຄ້າຂອງພວກເຮົາໄປພັກອາໄສວ່າຕົກແຕກເສຍຫາຍຫຼື ບໍ່?​ ເປັນໄລຍະເພື່ອເປັນການຫຼີກລ້ຽງການຖືກເອົາປຽບຂອງຜູ້ເຊົ່າແລະ ຜູ້ຖືກເຊົ່າຕາມສະໂລແກນໃນການເຮັດວຽກທີ່ວ່າ: ບໍລິການວ່ອງໄວ ຊື່ສັດຈິ່ງໃຈ
ເມື່ອປະເທດລາວຈະກ້າວເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນ ຫຼື (AEC) [ Asian Economic  Community]ໃນປີ 2015 ທາງບໍລິສັດຂອງພວກເຮົາຈະໄດ້ມີການຈັດຝຶກອົບຮົມທຸກໆພາກສ່ວນບໍ່ວ່າຈະເປັນພະແນກການຕະຫຼາດ,ບໍລິຫານ,ພະນັກງານ ແລະ ອື່ນໆ ແຕ່ສິ່ງທີ່ສຳຄັນ ພວກເຮົາ ແມ່ນເນັ້ນການເຝຶກອົບຮົມບຸກຄະລະກອນຂອງບໍລິສັດເປັນພິເສດທັງນີ້ກໍ່ເພື່ອຢາກໃຫ້ມີຄວາມ ຊຳນານໃນການເຮັດວຽກ ແລະ ເປັນມືອາຊີບອີກຕື່ມ ເພາະພວກເຮົາມີຄວາມຕ້ອງການຢາກສ້າງ ບຸກຄະລະກອນ ໃນບໍລິສັດໃຫ້ມີຄຸນນະພາບເຕັມສ່ວນຮ້ອຍໃຫ້ໄດ້ລະດັບສາກົນ                                                                                                                                                       
ທ່ານ ຫຸມພັນ ໄຊຍະລາດ ຍັງກ່າວໃນຕອນທ້າຍອີກວ່າ: ພວກເຮົາຍັງມີບ່ອນໃຫ້ບໍລິການ ແລະ ປຶກສາດ້ານອະສັງຫາລິມະຊັບ ຢູ່ວັງວຽງ,ສະຫວັນນະເຂດ,ປາກເຊ, ແລະ ຫຼວງພະບາງອີກດ້ວຍຖ້າໃຜຫາກສົນໃຈມາປຶກສາເລື່ອງທີ່ຈະເຊົ່າດິນ,ເຮືອນ,ອາພາດເມັ້ນ,ປະເມີນລາຄາອະສັງຫາ ຫຼື ຊື່​-ຂາຍເຮືອນຕ່າງໆ​ ​ສາມາດມາປຶກສາແລກປ່ຽນຄວາມຮູ້ກັບພວກເຮົາໄດ້,ສຳນັກງານໃຫຍ່ພວກເຮົາຕັ້ງຢູ່ບ້ານ ໂພນທັນ ​   ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຮັບຮ່ອງວ່າພວກເຮົາມີແຕ່ສິ່ງທີ່ດີໆມອບໃຫ້ທ່ານ.

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here