ເກືອບເປັນທີ່ຮູ້ກັນໂດຍທົ່ວໄປວ່າ ເສດຖະກິດແດນມັງກອນຊະລໍຕົວລົງຢ່າງຊັດເຈນ ໂດຍຖ້າພິຈາລະນາຈາກການຂະຫຍາຍຕົວຂອງ GDP ແລ້ວຈະພົບວ່າຊະລໍລົງຢ່າງຕໍ່ເນື່ອງເຖິງ
9 ໄຕມາດຕິດຕໍ່ກັນ
ຈາກເລກສອງຫຼັກມາເຫຼືອພຽງ 7.5% ຕໍ່ປີໃນໄຕມາດ 2 ປີນີ້ ເຊັ່ນດຽວກັບທິດທາງການສົ່ງອອກກໍ່ຫົດຕົວເປັນຄັ້ງທຳອິດນັບຈາກໄລຍະວິກິດການແຮມເບີເກີ້
ຍິ່ງໄປກວ່ານັ້ນພາກການເງິນກໍ່ປະສົບບັນຫາບໍ່ໜ້ອຍ
ບໍ່ວ່າຈະເປັນວິກິດການສະພາບຄ່ອງໃນພາກທະນາຄານຈີນໃນໄລຍະເດືອນພຶດສະພາ
ຫຼື ຈະເປັນກະແສເງິນທຶນທີ່ໄຫຼອອກຈາກຕະຫຼາດເງິນຕະຫຼາດທຶນຈີນ
ຈົນເຮັດໃຫ້ຫຼາຍຝ່າຍເລີ່ມກັງວົນວ່າ
ມັງກອນອາດຈະສິ້ນລາຍແລ້ວ
ເຖິງແມ່ນວ່າ
ສັນຍານເສດຖະກິດລ່າສຸດບົ່ງຊີ້ວ່າ ເສດຖະກິດຈີນເລີ່ມຟື້ນຕົວຂຶ້ນຢ່າງອ່ອນໆແລ້ວ
ບໍ່ວ່າຈະພິຈາລະນາຈາກດັດຊະນີການຜະລິດພາກອຸດສາຫະກຳ
ຕົວເລກການສົ່ງອອກ-ນຳເຂົ້າລວມເຖິງດັດຊະນີອື່ນໆ ເຊັ່ນ: ການຜະລິດ ແລະ
ການໃຊ້ໄຟຟ້າ ແລະ
ການຂົນສົ່ງສິນຄ້າທາງລົດໄຟ
ຕ່າງກໍ່ເລີ່ມປັບຕົວຂຶ້ນທັງສິ້ນ ເຮັດໃຫ້ນັກວິເຄາະໄລຍະສັ້ນຫັນມາຟັນທົງວ່າ ເສດຖະກິດຈີນໜ້າຈະຟື້ນຂື້ນແລ້ວຫຼັງຈາກຄໍຕົກໄປໃນໄລຍະໜຶ່ງ
ສຳລັບມຸມມອງຂອງຜູ້ຂຽນຕໍ່ສະຖານະການຈີນນັ້ນ
ອຽງໄປທາງອະນຸຮັກນິຍົມ ໂດຍຜູ້ຂຽນເຫັນວ່າໃນໄລຍະສັ້ນອາດຈະເຫັນສັນຍານເສດຖະກິດທີ່ຟື້ນຂຶ້ນ ແຕ່ໃນໄລຍະຍາວແລ້ວເສດຖະກິດຈີນມີແຕ່ຈະຊະລໍລົງ ເພື່ອປັບສົມດຸນທາງເສດຖະກິດ ເພື່ອໃຫ້ຂະຫຍາຍຕົວຢ່າງຢັ່ງຍືນໃນໄລຍະຍາວ ໂດຍຜູ້ຂຽນເຫັນວ່າ ໃນເຊີງໂຄງສ້າງນັ້ນ
ຈີນກຳລັງປະເຊີນທາງຕັນໃນ 3 ດ້ານ
ດັ່ງນີ້:
ທາງຕັນທີ່ໜຶ່ງ ໄດ້ແກ່ບັນຫາປັດໄຈການຜະລິດ “ສ່ວນເພີ່ມ” ທີ່ຫຼຸດລົງ
ໂດຍສະເພາະພາກແຮງງານ
ຊຶ່ງເປັນທີ່ຮູ້ກັນດີວ່າການທີ່ເສດຖະກິດຈີນຂະຫຍາຍຕົວໄດ້ລະດັບສອງຫຼັກໃນໄລຍະປີ 2544-50 ນັ້ນ ເປັນເພາະການທີ່ຈີນມີແຮງງານລົ້ນເຫຼືອຈາກພາກກະສີກຳ ເຮັດໃຫ້ສາມາດເຄື່ອນຍ້າຍມາສູ່ພາກອຸດສາຫະກຳໂດຍງ່າຍ ເປັນເຫດໃຫ້ຜູ້ປະກອບການສາມາດຈ່າຍຄ່າແຮງລາຄາຖືກໄດ້
ຢ່າງໃດກໍ່ຕາມ
ອາດກ່າວໄດ້ວ່າໃນປັດຈຸບັນແຮງງານສ່ວນເກີນໃນພາກກະສິກຳຂອງຈີນໄດ້ໝົດລົງແລ້ວ ເຮັດໃຫ້ຈີນປະສົບບັນຫາຂາດແຄນແຮງງານ ເປັນເຫດໃຫ້ນາຍຈ້າງຈະຕ້ອງຈ່າຍຄ່າແຮງເພີ່ມຂຶ້ນ (ເກືອບ 10 ເທົ່າໃນຮອບ 20 ປີທີ່ຜ່ານມາ) ຊຶ່ງເມື່ອປະກອບກັບນະໂຍບາຍລູກຄົນດຽວຂອງຈີນ
ຍິ່ງເຮັດໃຫ້ສະຖານະການແຮງງານຂາດແຄນຈະເປັນບັນຫາເຊີງໂຄງສ້າງໃນອະນາຄົດ (ກຳລັງແຮງງານຈີນຈະຫົດຕົວປະມານ 2-3% ໃນ 10 ປີຂ້າງໜ້າ)
ທາງຕັນທີ່ສອງ ໄດ້ແກ່ປະສິດທິພາບໃນການລົງທຶນທີ່ຫຼຸດລົງ ໂດຍທີ່ຜ່ານມາ
ນອກຈາກຈີນຈະໃຊ້ນະໂຍບາຍແຮງງານຖືກແລ້ວ
ຍັງໃຊ້ນະໂຍບາຍ “ເງິນ” ຖືກອີກດ້ວຍ (ຫຼືເອີ້ນວ່າ
Financial Repression) ໂດຍປັບດອກເບ້ຍເງິນຝາກໄວ້ໃນລະດັບຕ່ຳ ເພື່ອທີ່ຈະສາມາດປ່ອຍກູ້ໃຫ້ລັດວິສາຫະກິດ ແລະ
ລັດຖະບານທ້ອງຖິ່ນໃນລາຄາຖືກ
ຂະນະທີ່ບໍ່ປ່ອຍກູ້ໃຫ້ກັບພາກທຸລະກິດເອກກະຊົນ
ຫຼື ປ່ອຍດອກເບ້ຍສູງຫຼາຍ
ການທີ່ລັດວິສາຫະກິດ ແລະ
ລັດຖະບານທ້ອງຖິ່ນໄດ້ເງິນມາໂດຍງ່າຍນັ້ນ
ນຳມາສູ່ບັນຫາການລົງທຶນໃນໂຄງການທີ່ຟຸ່ມເຟືອຍເປັນຈຳນວນຫຼາຍ ເຊັ່ນ ໂຄງການອະສັງຫາລິມະຊັບຕ່າງໆ
ທີ່ມີຫຼາຍກວ່າຄວາມຕ້ອງການ ຈົນເກີດກະແສຂ່າວ “ເມືອງຮ້າງ”
ໃນຫົວເມືອງຕ່າງແຂວງຂອງຈີນເປັນຈຳນວນຫຼາຍ
ຂະນະທີ່ໃນພາບລວມນັ້ນ IMF ໄດ້ວິເຄາະວ່າ ເສດຖະກິດໃດທີ່ມີການລົງທຶນໂດຍລວມເກີນ 30-40% ຂອງ GDP ເສດຖະກິດນັ້ນມີຄວາມສ່ຽງທີ່ຈະເກີດວິກິດໄດ້ ໂດຍປະສົບການໃນອະດີດຈະເຫັນວ່າ
ລະດັບການລົງທຶນຕໍ່ເສດຖະກິດຂອງທັງໄທ
ມາເລເຊຍ
ອິນໂດເນເຊຍ ແລະ ເກົາຫຼີໃຕ້
ກ່ອນວິກິດຕົ້ມຍຳກຸ້ງຕ່າງກໍ່ເພີ່ມຂຶ້ນເຖິງລະດັບນີ້ທັງສິ້ນ
ຂະນະທີ່ລະດັບດັ່ງກ່າວຂອງຈີນໃນປັດຈຸບັນຢູ່ທີ່ປະມານ 38% ຂອງ GDP ແລ້ວ ແປວ່າຈີນຈະຕ້ອງຫຼຸດລະດັບການລົງທຶນລົງ
ລວມເຖິງລົງທຶນຢ່າງມີຄຸນນະພາບຫຼາຍຂຶ້ນເພື່ອຫຼີກລ້ຽງວິກິດດັ່ງກ່າວ
ທາງຕັນທີສາມ ໄດ້ແກ່ບັນຫາໜີ້ ໂດຍລວມທີ່ເພີ່ມຂຶ້ນ
ອັນເປັນຜົນຈາກດອກເບ້ຍທີ່ຕ່ຳເກີນໄປ
ທີ່ເຮັດໃຫ້ລະດັບໜີ້ໂດຍລວມ (ຂອງທັງລັດຖະບານກາງ
ລັດຖະບານທ້ອງຖິ່ນ
ພາກເອກະຊົນ ແລະ
ໜີ້ຄົວເຮືອນ) ເພີ່ມສູງຂຶ້ນກວ່າ 200% ຂອງ GDP ແລະ
ມີແນວໂນ້ມເພີ່ມຂຶ້ນຕໍ່ເນື່ອງ
ລວມເຖິງເຮັດໃຫ້ລາຍຈ່າຍດອກເບ້ຍທົ່ວປະເທດມີສູງເກືອບ 30% ຂອງ GDP
ຍອດໜີ້ທີ່ສູງ
ລວມເຖິງລາຍຈ່າຍດອກເບ້ຍທີ່ສູງນີ້ ເຮັດໃຫ້ລູກໜີ້ຕ້ອງການເງິນສ່ວນໜຶ່ງທີ່ຄວນຈະໃຊ້ໃນການພັດທະນາການຜະລິດມາເປັນຄ່າໃຊ້ຈ່າຍດອກເບ້ຍ
ລວມທັງເຮັດໃຫ້ເສດຖະກິດຈີນສ່ຽງຕໍ່ພາລະລາຍຈ່າຍດອກເບ້ຍທີ່ສູງຂຶ້ນໄປອີກ
ຖ້າດອກເບ້ຍປັບເພີ່ມຂຶ້ນ (ເພາະຖານການຄຳນວນທີ່ໃຫຍ່ຂຶ້ນ)
ນອກຈາກນັ້ນ
ດອກເບ້ຍທີ່ຖືກປັບໃຫ້ຕ່ຳ
ຂະນະທີ່ການປ່ອຍກູ້ແບບເນັ້ນສາຍສຳພັນ
ຍັງສົ່ງຜົນຕໍ່ການປ່ອຍສິນເຊື່ອ ເຮັດໃຫ້ອັດຕາໜີ້ເສຍໂດຍລວມຢູ່ລະດັບສູງເຖິງເກືອບ 25% ຂອງສິນເຊື່ອລວມອີກດ້ວຍ (ເປັນຕົວເລກປະມານການຂອງສຳນັກວິໄຈ Goldman
Sachs ຊຶ່ງສູງກວ່າທີ່ລັດຖະບານປະກາດຢູ່ປະມານ
1%) ຂະນະທີ່ຜູ້ຝາກເງິນບໍ່ສາມາດຫາແຫຼ່ງຝາກເງິນທີ່ໃຫ້ຜົນຕອບແທນສູງ
ຈຶ່ງຫັນມາລົງທຶນໃນຕາສານການເງິນແປກໆ
ທີ່ເອີ້ນວ່າ “ຜະລິດຕະພັນບໍລິຫານຄວາມຮັ່ງມີ” (Wealth
Management Product) ເຊິ່ງເປັນທີ່ມາຂອງ “ພາກການເງິນເງົາ” (Shodow
Banking) ທີ່ມີຜູ້ວິເຄາະວ່າອາດຢູ່ລະດັບສູງເຖິງ 70% ຂອງ GDP ເລີຍ ແລະເປັນເພາະການຂະຫຍາຍຕົວຂອງພາກການເງິນເງົາ
ທີ່ພາກລັດເຂົ້າກຳກັບກວດສອບລຳບາກນີ້ເອງ
ທີ່ເຮັດໃຫ້ທາງການຈີນກັງວົນ ແລະ ເປັນທີ່ມາຂອງການ “ບີບ” ສະຖາບັນການເງິນໃນໄລຍະເດືອນນພຶດສະພາທີ່ຜ່ານມາ ໂດຍບໍ່ສະໜັບສະໜູນສະພາບຄ່ອງໃຫ້ກັບສະຖາບັນການເງິນຕ່າງໆ
ຈຶ່ງເປັນເຫດໃຫ້ອັດຕາການກູ້ຢືມລະຫວ່າງທະນາຄານເພີ່ມຂຶ້ນເຖິງລະດັບ 15% ຈາກລະດັບປົກກະຕິຢູ່ປະມານ 3%
ຜູ້ຂຽນເຫັນວ່າ ໃນໄລຍະຕໍ່ໄປ
ຈີນຈະຕ້ອງຜ່າທາງຕັນທັງສາມນີ້ໃຫ້ໄດ້ ເພື່ອໃຫ້ເສດຖະກິດຂະຫຍາຍຕົວຢ່າງຢັ່ງຍືນ ໂດຍຈີນຈະຕ້ອງປ່ຽນຳໂມເດວເສດຖະກິດຈາກການເນັ້ນການຜະລິດເພື່ອສົ່ງອອກ ໂດຍໃຊ້ຂໍ້ໄດ້ປຽບດ້ານຕົ້ນທຶນຕ່ຳ
ມາເປັນການຜະລິດທີ່ເນັ້ນເທັກໂນໂລຢີຫຼາຍຂຶ້ນ
ລວມເຖິງເນັ້ນການລົງທຶນດ້ານການວິໄຈ ແລະ
ພັດທະນາໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດພັດທະນາການຜະລິດໄປສູ່ສິນຄ້າເທັດໂນໂລຢີສູງໄດ້
ແຕ່ທີ່ສຳຄັນທີ່ສຸດນັ້ນຄືທາງການຈີນຈະຕ້ອງ “ກວດລ້າງ” ໂດຍຫັນໄປເອົາຈິງເອົາຈັງກັບຜູ້ບໍລິຫານລັດວິສາຫະກິດ ແລະ
ລັດຖະບານທ້ອງຖິ່ນທີ່ຄໍລັບຊັນ ເພື່ອຫຼຸດໂຄງການລົງທຶນທີ່ບໍ່ເກີດປະໂຫຍດ ແລະ
ມີຜົນປະໂຫຍດກັບພັກພວກ
ນອກຈາກນັ້ນ ຈີນຍັງຕ້ອງຢຸດນະໂຍບາຍເງິນຖືກ ໂດຍສະໜັບສະໜູນໃຫ້ທະນາຄານຂະໜາດນ້ອຍສາມາດແຂ່ງຂັນສູ້ກັບຂະໜາດໃຫຍ່ໄດ້ຫຼາຍຂຶ້ນ
ຍົກເລີກການກຳໜົດເພດານດອກເບ້ຍ ແລະ
ອະນຸຍາດໃຫ້ທະນາຄານອອກຕາສານທາງການເງິນ ເຊັ່ນ
ບັດເງິນຝາກ
(Certificate of Deposit: CD) ທີ່ໃຫ້ດອກເບ້ຍສູງຂຶ້ນ
ຊຶ່ງຈະເປັນການຫຼຸດຄວາມສຳຄັນຂອງພາກການເງິນເງົາໄປໄດ້
ແຕ່ໃນພາບລວມ
ຈະເຫັນໄດ້ວ່າບໍ່ວ່າຈະເບິ່ງມຸມໃດ ເສດຖະກິດຈີນຈະຕ້ອງຊະລໍລົງໃນໄລຍະຕໍ່ໄປຢ່າງຄ່ອນຂ້ງອແນ່ນອນ
ຊຶ່ງຜູ້ຂຽນເຫັນວ່າຈະມີຄວາມສຳຄັນຕໍ່ເສດຖະກິດໂລກ 3 ປະການ
ປະການທຳອິດ ໄດ້ແກ່ລາຄາສິນຄ້າໂລກ
ໜ້າຈະບໍ່ເພີ່ມສູງຂຶ້ນອີກຫຼາຍ ໂດຍທີ່ຜ່ານມາຈະເຫັນໄດ້ວ່າການຂະຫຍາຍຕົວຂອງເສດຖະກິດຈີນກ້າວກະໂດດ ເຮັດໃຫ້ຄວາມຕ້ອງການສິນຄ້າ ໂກຍສະເພາະໂລຫະໜັກທີ່ໃຊ້ໃນອຸສາຫະກຳ (ໂດຍຈີນເປັນຜູ້ບໍລິໂພກອັນດັບໜຶ່ງຂອງສິນຄ້າ ແຮ່ເຫຼັກ
ຖ່ານຫີນ ຕະກົ່ວ
ອາລູມິນຽມ ແລະ ທອງແດງ
ສູງເຖິງກວ່າ 30-40% ຂອງການບໍລິໂພກລວມທັງໂລກ) ລວມທັງສິນຄ້າອື່ນໆເຊັ່ນ
ຍາງພາລາ ນ້ຳມັນ ແລະ
ທັນຍະພືດຕ່າງໆ
ດັ່ງນັ້ນ, ເສດຖະກິດຈີນທີ່ຊະລໍລົງຈະຕ້ອງເຮັດໃຫ້ຄວາມຕ້ງອການ ແລະ
ລາຄາສິນຄ້າຕ່າງໆ
ຫຼຸດລົງນຳ
ປະການທີ່ສອງ ໄດ້ແກ່
ການສົ່ງອອກສິນຄ້າຕ່າງໆໄປຍັງຈີນໃນໄລຍະຕໍ່ໄປອາດມີແນວໂນ້ມຫຼຸດລົງໄລຍະຍາວ
ບໍ່ວ່າຈະເປັນສິນຄ້າຂັ້ນກາງ ເຊັ່ນ
ສິນຄ້າອີເລັກໂທນິກ
ລວມເຖິງສິນຄ້າຕ່າງໆ ເຊັ່ນ
ຍາງພາລາ ຊຶ່ງຈະເຮັດໃຫ້ການສົ່ງອອກຂອງປະເທດທີ່ເພິ່ງພາຈີນເປັນຕະຫຼາດສົ່ງອອກອັນດັບຕົ້ນໆ ເຊັ່ນ
ຮ່ອງກົງ ໄຕ້ຫວັນ ເກົາຫຼີໃຕ້ ໄທ
ສິງກະໂປ ແລະ
ວຽດນາມ ຊະລໍຕົວລົງໃນໄລຍະຕໍ່ໄປ
ປະການສຸດທ້າຍ ໄດ້ແກ່
ການທີ່ຈີນຈະຕ້ອງຈັດລະບຽບເສດຖະກິດໃນປະເທດຂອງຕົນເອງໃໝ່ນັ້ນ
ອາດເຮັດໃຫ້ຄວາມພະຍາຍາມທີ່ຈະຂຶ້ນມາເປັນມະຫາອຳນາດອັນດັບໜຶ່ງຂອງໂລກນັ້ນລ່າຊ້າອອກໄປ
ຊຶ່ງຈະເປັນປະໂຫຍດຕໍ່ປະເທດມະຫາອຳນາດອື່ນໆ
ທັງສະຫະລັດ ຢີ່ປຸ່ນ
ລັດເຊຍ ລວມເຖິງກຸ່ມປະເທດຕ່າງໆ ເຊັ່ນ ເອີລົບ ແລະ
ອາຊຽນ ເຂົ້າມາຖ່ວງດຸນອຳນາດໃນລະດັບໂລກໄດ້
ເມື່ອມັງກອນຊ່ອນລາຍ ຄວາມສຳຄັນຕໍ່ໂລກຈະມີມະຫາສານ
ນັກລົງທຶນ
ລວມເຖິງຜູ້ບໍລິຫານປະເທດ ແລະ
ອົງກອນຈະຕ້ອງລະວັງ ເພື່ອຫຼີກລ້ຽງຜົນກະທົບໃຫ້ຫຼາຍທີ່ສຸດ
ไม่มีความคิดเห็น:
แสดงความคิดเห็น