ກາຍເປັນຂ່າວຮືຮາໄປທົ່ວໂລກເມື່ອ
“ ເມື່ອອີນເຕີແບຣນ ’’ ບໍລິສັດທີ່ປຶກສາລະດັບໂລກດ້ານແບຣນ
ເປີດເຜີຍການລາຍງານການຈັດອັນດັບ “ Best Goldal Brand ” ປະຈຳປີ 2013,
ຄວາມໜ້າສົນໃຈໃນການຈັດອັນດັບໃນຄັ້ງນີ້ຢູ່ທີ່ການເສຍຕຳແໜ່ງແບຣນທີ່ມູນຄ່າສູງທີ່ສຸດໃນໂລກຂອງ
“ ໂຄຄາ ໂຄລ່າ ” ໃຫ້ແອັບເປີ້ນ.
ໂຄຄາ ໂຄລ່າ ຄອງຕຳແໜ່ງນີ້ມາຕັ້ງແຕ່ງປີ 2000 ລວມທັງໝົດ 13 ປີຕິດຕໍ່ກັນການຕົກອັນດັບໃນຄັ້ງນີ້
ມາຢູ່ອັນດັບ 3 ຕໍ່ຈາກ ກູເກີ້ລ ມູນຄ່າແບຣນແອັບເປີ້ນ ປະຈຸບັນສູງເຖິງ
98,3 ພັນລ້ານໂດລາເພີ້ມຂື້ນຈາກປີກ່ອນທີ່ຢູ່ໃນອັນດັບທີ 2 ເຖິງ 28%, ທຽບກັບມູນຄ່າແບຣນປີ 2000 ທີ່ຢູ່ອັນດັບ 36 ມີມູນຄ່າ 6,6
ພັນລ້ານໂດລາ ຫຼື ເພີ້ມຂື້ນເກືອບ 15 ເທົ່າ.
ຜູ້ບໍລິຫານອິນເຕີແບຣນ
ບອກວ່າ ບໍລິສັດຫຼາຍແຫ່ງສາມາດປ່ຽນແປງພຶດຕິກຳການໃຊ້ຊີວິດຕ່າງໆຂອງຜູ້ຄົນໄດ້ບໍ່ສະເພາະກັບຕົວຜະລິດຕະພັນເທົ່ານັ້ນ
ແຕ່ລວມເຖິງວັດທະນະທຳພື້ນຖານທາງສັງຄົມພ້ອມເປັນເຫດຜົນດຽວກັບ ໂຄຄາ
ໂຄລາ ຄອງອັນດັບ 1 ມາເປັນເວລາຍາວນານ ແລະ ເປັນເຫດຜົນດຽວກັນໃຫ້ແອັບເປີ້ນຂື້ນມາເປັນແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກເວລານີ້.
ການວັດມູນຄ່າແບຣນຂອງອີນເຕີແບຣນໃຊ້ເຄື່ອງມືທີ່ເອີ້ນວ່າ
“
Brand Strength ” ໂດຍໃຊ້ 3 ແກນຫຼັກໆຄື: 1 ຜົນປະກອບການຂອງກິດຈະການ
ຄວາມເຂັ້ມແຂງທາງດ້ານການເງິນຂອງແບຣນ, 2 ບົດບາດແບຣນວ່າມີອິດທິພົນຕໍ່ຜູ້ບໍລິໂພກແບບໃດ
ແລະ ຕ້ອງເປັນໜຶ່ງໃນຕົວເລືອກອັນດັບຕົ້ນໆ ຂອງຜູ້ບໍລິໂພກ, 3 ຄວາມເຂັ້ມແຂງທີ່ເຮັດໃຫ້ມີລາຄາທີ່ຖືວ່າມີເກຣດສ້າງຜົນກຳໄລທີ່ດີໃນໄລຍະຍາວ ແລະ ຜູ້ບໍລິໂພກ ຈົງຮັກພັກດີໃນຕົວແບຣນສູງ
ແຕ່ລະແກນກໍ່ມີລາຍລະອຽດທີ່ແຕກຕ່ງກັນໄປເຊັ່ນ: ກຳນົດວ່າ 30% ຂອງລາຍໄດ້ຕ້ອງມາຈາກນອກປະເທດຕ້ອງເປັນແບຣນທີ່ມີຊື່ສຽງໃນຕ່າງປະເທດ.
ເຈົ້າຂອງແບຣນຕ້ອງເປັນບໍລິສັດມະຫາຊົນ ຫຼື ມີຂໍ້ມູນທາງການເງິນທີ່ເປີດເຜີຍຕໍ່ສາທະລະນະ
ແບຣນຕ້ອງມີຕົວແທນ ຫຼື ສຳນັກງານຕັ້ງຢູ່ 3 ທະວີບຫຼັກໆເປັນຢ່າງນ້ອຍ ຫຼາຍແບຣນບໍ່ຕິດໃນການຈັດອັນດັບຂອງແບຣນເຊັ່ນ:
ແບຣນທຸລະກິດໂທລະຄົມ ທີ່ຄົນນອກປະເທດມັກບໍ່ຮູ້ຈັກ ແບຣນສາຍການບິນທີ່ມີສ່ວນແບ່ງກຳໄລທີ່ຕ່ຳ
ຂາດຄວາມມມີເກຣດບໍ່ສາມາດສ້າງຜົນກຳໄລທີ່ດີໄລຍະຍາວ.
ຖ້າເບິ່ງປັດໃຈນີ້ໂດຍລວມໆ
ກໍ່ບໍ່ແປກໃຈວ່າເປັນຫຍັງ ແອັບເປີ້ນ ເຖິງກາຍເປັນແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກໄດ້ປີ
2012, ແອັບເປີ້ນ ມີລາຍໄດ້ລວມກ່ວາ 156
ພັນລ້ານໂດລາ ສູງເປັນອັນດັບ 22 ຂອງໂລກ ສ່ວນແບ່ງລາຍໄດ້ນອກຕະຫຼາດສະຫະລັດຢູ່ທີ່ 60% ຖ້າວັດສະເພາະກຳໄລ ແອັບເປີ້ນ ມີຜົນກຳໄລຈຳນວນ 41,7
ພັນລ້ານໂດລາ ສູງສຸດອັນດັບ 2 ຂອງໂລກຮອງຈາກ Exxon Mobil ທີ່ມີກຳໄລ
44,9 ພັນລ້ານໂດລາ. ແອັບເປີ້ນ ຍັງເປັນບໍລິສັດທີ່ມີມູນຄ່າຕະຫຼາດສູງທີ່ສຸດໃນໂລກ
ຈາກການຈັດອັນດັບຂອງ Financial time ດ້ວຍມູນຄ່າກ່ວາ
443 ພັນລ້ານໂດລາ ນອກຈາກຜົນປະກອບການໃນເກນທີ່ດີຫຼາຍ ແລະ
ມີອິດທີພົນຕໍ່ຜູ້ບໍລິໂພກທີ່ຊັດເຈນໃນເລື້ອງຂອງ Smartphone,
Tablet ທັງເລື້ອງປ່ຽນແປງອຸດສາຫະກຳ,
ປ່ຽນແປງພຶດຕິກຳການນຳໃຊ້ຂອງຄົນທັງໂລກ ລວມເຖິງການເປັນຕົວເລືອກໃນການຈັດອັນດັບຕົ້ນໆ
ຂອງຜູ້ບໍລິໂພກ, ທີ່ໜ້າສົນໃຈຄືກການຈັດອັນດັບປີນີ້ ຂະບວນຂອງບັນດາແບຣນດັງໆດ້ານໄອທີຫຼາຍແບຣນໄດ້ແກ່
ກູເກີ້ລ (ອັນດັບ 2), ໄອບີເອັມ(ອັນດັບ4), ໄມໂຄຣຊອຟ(ອັນດັບ5), ຊໍາຊຸງ(ອັນດັບ8),
ອິນເທລ(ອັນດັບ9), ອາເມຊອນ(ອັນດັບ 19), ອີເບ(ອັບດັບ 28), ເຟສບຸກ(ອັນດັບ52). 10
ອັນດັບແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກ ມີບໍລິສັດເທັກໂນໂລຊີ 6 ອັນດັບມູນຄ່າລວມກັນສູງເຖິງ
406,828 ພັນລ້ານໂດລາ. ເປັນທີ່ໜ້າສົນໃຈການຈັດອັນດັແບຣນທີ່ມີມູນຄ່າສູງທີ່ສຸດໃນໂລກປີໜ້າ
ບໍລິສັດເທັກໂນໂລຊີຈະມີຫຼາຍກ່ວາ 6 ຫຼື ບໍ່ ກູເກີ້ລຈະແຊງແອັບເປີ້ນໄດ້ ຫຼື ບໍ່ ຫຼື
ໂຄຄາໂຄລາ ຈະກັບມາທວງອັນດັບທີ 1 ຄືນໄດ້ບໍ່ ແລະ ຊຳຊຸງຈະມາແຮງປານໃດໃນປີຕໍ່ໄປ.
ไม่มีความคิดเห็น:
แสดงความคิดเห็น