ສິງ​ກະ​ໂປ “ຕົ້ນ​ແບບ​ແຫ່​ງສັງຄົມ​ຮັກ​ການ​ອ່ານໜັງສື” - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 1 ตุลาคม พ.ศ. 2556

ສິງ​ກະ​ໂປ “ຕົ້ນ​ແບບ​ແຫ່​ງສັງຄົມ​ຮັກ​ການ​ອ່ານໜັງສື”




​ການ​ອ່ານໜັງສື ​ນອກຈາກ​ຈະ​ຊ່ວຍ​ເພີ່ມ​ພູນ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ອ່ານ​​ແລ້ວ ການ​ອ່ານໜັງສື​ຍັງ​ປະກອບ​ໄປ​ດ້ວຍ​ປະ​ໂຫຍ​ດອີກຫຼາກຫຼາຍປະການເຊັ່ນ: ຊ່ວຍ​ເພີ່ມ​ສັກກະ​ຍະ​ພາບ​ໃນ​ການ​ຂຽນ, ການ​ຄິດ ​ແລະ ການ​ວິ​ເຄາະ ລວມ​ເຖິງ​ທັກສທາງ​ດ້ານ​ຄວາມ​ຈຳ, ການ​ຮຽນຮູ້​ຄຳ​ສັບ​ຕ່າງໆ ​ເປັນຕົ້ນ
ຢ່າງ​ໃດ​ກໍ່ດີ ຈາກ​ຕິ​ພຶດຕິ​ກຳ​ການ​ອ່ານໜັງສື​ເຫັນ​ວ່າ ຄົນ​ລາວ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ອ່ານໜັງສື​ນ້ອຍຫຼາຍ​ໂດຍ​ຄົນ​ລາວ​ອ່ານໜັງສື​ໂດຍ​ສະ​ເລ່ຍພຽງ ບໍ່​ເຖິງ 2 ​ເຫຼັ້ມຕໍ່ປີ​ເທົ່າ​ນັນ ​ເຊິ່ງ​ແຕກ​ຕ່າງ​ຈາກ​ປະ​ເທດ​ສິ່ງ​ກະ​ໂປ​ທີ່​ໃຫ​້ຄວາມ​ສຳຄັນ​ກັບ​ການ​ອ່ານໜັງສືຫຼາຍ​ເພາະ​ປະຊາກ​ອນສິ່ງ​ກະ​ໂປ​ອ່ານໜັງສື​ໂດຍ​ສະ​ເລ່ຍ​ເປັນ 50-60 ​ເຫຼັ້ມຕໍ່ປີ ຄຳ​ຖາມ​ທີ່​ນ້າ​ສົນ​ໃຈ​ຄື ​ເຫດ​ໃດ​ຄົນ​ສິ່ງ​ກະ​ໂປ​ຈຶ່ງ​ອ່ານໜັງສືຫຼາຍກວ່າ​ຄົນ​ໄທ​ເປັນ 20 ​ເທົ່າ?
ບົດ​ຄວາມ​ແບບ​ນີ້ຈະ​ກ່າວ​ເຖິງ​ປັດ​ໄຈ​ສຳຄັນ 3 ປະການ​ທີ່​ຊ່ວຍ​ສົ່ງ​ເສີມ​ໃຫ້​ຄົນ​ສິ່ງກະ​ໂປ​ມີຄ່າ​ນິຍົມ ​ແລະ ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ອ່ານໜັງສືຫຼາຍ
1,ການສົ່ງເສີມຄ່ານິຍົມຮັກການອ່ານຂອງປະເທດຢ່າງເປັນລະບົບ ປັດໄຈທີ່ເຮັດໃຫ້ສິ່ງກະໂປປະສົບຄວາມສຳເລັດໃນການພັດທະນາຄົນໃນປະເທດໃຫ້ຮັກການອ່ານໜັງສືຄື ການມີຍຸດທະສາດສົ່ງເສີມການອ່ານຢ່າງເປັນລະບົບແລະ ມີປະສິດຕິພາບໂດຍນະໂຍບາຍທີ່ສິ່ງກະໂປໃຫ້ຄວາມສຳຄັນຫຼາຍຄືການສົ່ງເສີມຄ່ານິຍົມຮັກການອ່ານໃນໄວເດັກເພາະໄວເດັກເປັນໄວທີ່ສາມາດປູກຝັ່ງຄ່ານິຍົມຮັກການອ່ານໄດ້ດີທີ່ສຸດໂດຍເນັ້ນໃຫ້ພໍ່ແມ່ອ່ານໜັສືແລະເຮັດກິດຈະກຳຮ່ວມກັບລູກເປັນຫຼັກ ຫ້ອງສະໝຸດສິງກະໂປຍັງມີສືການຮຽນຮູ້ທີ່ນ້າສົນໃຈ ມີມາດຖານລະດັບສາກົນແລະເໝາະແກ່ການພັດທະນາການອ່ານໃນໄວເດັກ ນອກຈາກນີ້ຍັງມີກິດຈະກຳພິເສດອີກຢ່າງຫຼວງຫຼາຍເຊັ່ນ: ການຈັດອົບຮົມໂຄງການສ້າງນັກອ່ານ (Raise-A-Reader) ​ໃຫ້ກັບຄູ, ພໍ່ແມ່ແລະ ລູກຫຼານອາຍຸລະຫວ່າງ 0-9 ປີ ກິດຈະກິດການສົ່ງເສີມການເລົ່ານິທານແລະ ກິດຈະກຳພິເສດຢ່າງຫຼວງຫຼາຍໄລຍະວັນພັກ​ລັດ​​ຖະການ ຫຼື ຈະເປັນໂຄງການກິດຈະກຳການອ່ານໜັງສືໄວເດັກ (Junior Reading Ambassador) ​ເຊິ່ງຖືເປັນໂຄງການທີ່ເນັ້ນໃຫ້ການອ່ານປຽບເໝືອນກິດຈະກຳຍາມວາງທີ່ມ່ວນຊື່ນແລະ ມີຄຸນຄ່າເພີ່ມຄວາມໝັ້ນໃຈແລະ ຄວາມເປັນຜູ້ນຳໃນໄວເດັກອີກດ້ວຍແລະ ທີ່ສຳຄັນໂຄງການນີ້ຍັງເປັນການເຮັດວຽກຮ່ວມກັນລະຫວ່າງ ຫໍສະໝຸດແຫ່ງຊາດກັບໂຮງຮຽນຕ່າງໆ ພາຍໃນປະເທດຢ່າງມີປະສິດຕິພາບ ນອກເໜືອຈາກການສົ່ງເສີມການອ່ານໃນໄວເດັກ ປະເທດສິ່ງກະໂປຍັງສົ່ງເສີມການອ່ານຂອງເຍົາວະຊົນແລະໄວອື່ນໆ ຜ່ານຫຼາຍໂຄງການເຊັ່ນ: ​ໂຄງການ Read Singapore ທີ່ມີການເຮັດຫ້ອງສະໝຸດເຄື່ອນທີ່ (Pop-up library) ​ໃນພື້ນທີ່ຕ່າງໆເພື່ອເຮັດໃຫ້ທຸກຄົນ ທຸກອາຊີບທຸກໄລຍະອາຍຸໃນປະເທດເຂົ້າເຖິງໜັງສືທີ່ນ້າສົນໃຈ ນອກຈາກນີ້ຍັງມີທີມສົ່ງເສີມໃຫ້ເກີດສະ​ໂມ​ສອນນັກອ່ານ (Book club) ທີ່ຈັດກິດຈະກຳທັງໃນພາສາຈີນ, ພາສາມາເລແລະ ພາສາທະມິ (ສຳລັບຄົນສອນເດຍບາງສ່ວນ) ລວມແລ້ວຫຼາຍກວ່າ 100 ​ແຫ່ງທົ່ວສິ່ງກະໂປ ທັງ​​ໃນຊົມຊົນໃນອົງກອນພາກລັດແລະ ອົງກອນພາກທຸລະກິດ ລວມທັງຊ່ວຍຈັດຝຶກອົຮົມໃຫ້ເປັນຜູ້ອຳນວຍການຊົມຊົນ (Facilitator) ​ໃນສະ​ໂມ​ສອນນັກອ່ານໄດ້ຢ່າງມີປສິດຕິພາບເປັນຕົ້ນ
2, ລະບົບ​ການ​ສຶກສາ ​ແລະ ​ແຫຼ່ງການ​ຮຽນຮູ້​ທີ່​ມີ​ຄຸນ​ນະພາ​ບ ການ​ທີ່​ປະ​ເທດ​ສິ່ງ​ກະ​ໂປ​ມີ​ວິ​ໄສ​ທັດ ​ແລະ ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ເຮັດ​ໃຫ້​ສິງ​ກະ​ໂປ​ມີ​ລະບົບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ ​ເປັນ​ອັນ​ດັບ​ຕົ້ນໆຂອງ​ໂລກ ນະ​ໂຍບາຍ​ການ​ສຶກສາ​ຍັງ​ມີ​ສ່ວນ​ສຳຄັນ​ໃນ​ການ​ສົ່ງ​ເສີມ​ໃຫ້​ປະຊາຊົນ​ໃນ​ປະ​ເທດ​ມີຄ່າ​ນິຍົມ​ຮັກ​ການ​ອ່ານ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ເຊັ່ນ: ນະ​ໂຍບາຍ​ການ​ສຶກສາ  “Teach Less Learn more” ທີ່​ຄູບໍ່​ໄດ້​ເປັນ​ສູນ​ກາງ ບໍ່​ເນັ້ນການ​ບອກ​ເລົ່າ​ຂອງ​ຄູ​ຜູ້​ສອນ ​ແຕ່​ເຮັດໜ້າທີ່​ໃການ​ທ້າ​ທາຍ​ຄວາມ​ຄິດ​ຂອງ​ເດັກ ສ້າງ​ບັນຍາກາດ​ການ​ຮຽນຮູ້, ກະ​ຕຸ້ນ​ໃຫ້​ເດັກ​ຮຽນຮູ້​ດ້ວຍ​ຕົນ​ເອງ​ຢ່າງ​ສ້າງສັນ​ຜ່ານ​ການ​ຮຽນຮູ້​ໂດຍ​ບໍ່​ໃຊ້​ໂຮງງານ​ເປັນ​ຖານ (Project Based Learning) ຫຼື ການ​ຮນຮູ້​ດ້ວຍ​ໃຊ້​ບັນ​ຫາ​ເປັນ​ຖານ (Problem Based Learning) ​ເຮັດ​ໃຫ້​ເດັກ​ຄິດ, ຖາມ​ຄຳ​ຖາມ, ຢາກຮຽນຮູ້, ສົນ​ໃຈຄົ້ນຄວ້າ​ຫາ​ຂໍ້​ມູນ, ອ່ານ​ໜັງສືໃນ​ສິ່ງ​ທີ່​ຕົນ​ເອງກຳລັງ​ເຮັດ ​ແລະ ສົນ​ໃຈ ​ເຊິ່ງມີ​ຜົນ​ເຮັດ​ໃຫ້​ເດັກ​ມີ​ທັກ​ສະ​ຄະຕິ​ທີ່​ດີ​ຕໍ່ການ​ຮຽນ ​ແລະ ອ່ານໜັງສື​ເພື່ອ​ໃຫ້​​ໄດ້​ປະ​ໂຫຍ​ດບໍ່​ແມ່ນ​ເພື່ອ​ການ​ສອບ​ເສັງ​ເທົ່າ​ນັ້ນ ຈາກ​ການ​ທີ່​ລະບົບ​ການ​ສຶກສາ​ຂອງ​ສິງ​ກະ​ໂປ​ເນັ້ນ​ໃຫ້​ຄູ​ສອນ​ເດັກ ນ້ອຍ​ລົງ ດັ່ງນັ້ນ ສິ່ງ​ກະ​ໂປ​ຈຶ່ງ​ສ້າງ​ ​ແລະ ພັດທະນາແຫຼ່ງການ​ຮຽນຮູ້​ໃຫ້​ມີຫຼາຍຂຶ້ນ​ເພື່ອ​ຮອງ​ຮັບ​ນະ​ໂຍບາຍ​ທາງ​ການ​ສຶກສາ​ດັ່ງກ່າວ​ເຊັ່ນ: ຫ້ອງ​ສະໝຸດ​ແຫ່ງ​ຊາດສິງ​ກະ​ໂປ​ ນອກຈາກ​ຈະ​ມີ​ຄຸນ​ນະພາ​ບ ລະດັບ​ໂລກ ຍັງ​ເປັນ​ເໝື​ອນ​ແຫຼ່ງຮຽນຮູ້​ທີ່​ສ້າງ​ບັນຍາກາດ​ການ​ຮຽນຮູ້​ໃຫ້​ກັບ​ຄົນ​ໃນ​ປະ​ເທດ ​ແລະ ສົ່ງ​ເສີມ​ວັດທະນາ​ທຳ​ການ​ອ່ານ​ຂອງ​ປະ​ເທດ​ໄດ້​ເປັນ​ຢ່າງ​ດີ
ທີ່​ຜ່ານ​ມາ​ລັດຖະບານ​​ໄດ້​ສົ່ງ​ພະນັກງານ​ໄປ​ຖອດ​ຖອນ​ບົດຮຽນ​​ໃນ​ຫຼາຍ​ປະ​ເທດ​ມາ​ແລ້ວ ​ແຕ່​ສິ່ງ​ທີ່​ຍັງ​ເໝືອນ​ເດີມ​ນັ້ນຄື ຫ້ອງ​ສະໝຸດ​ໃນ​ປະ​ເທດ​​ຍັງ​ບໍ່​ໄດ້​ປັບປຸງ​ໃຫ້​ມີ​ມາດຖານ ​ແລະ ພຽງພໍ​ຕໍ່ຈຳນວນ​ປະ​ຊາກ​ອນ ຫ້ອງ​ສະໝຸດ​ໃນ​ປະ​ເທດ​ລາວ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຈິງ​ຈັງ​ເພື່ອ​ທີ່​ຈະ​ສາມາດ​ກະ​ຕຸ້ນ​ພຶດຕິ​ກຳ​ຂອງ​ຄົນ​ລາວ​ໃຫ້​ມີຄ່າ​ນິຍົມ​ຮັກ​ການ​ອ່ານ​
ດັ່ງ​ນັ້ນ ​ເມື່ອວັນທີ 4 ເມສາ 2013 ຢູ່ ໂຄງການກໍ່ສ້າງຫໍສະໝຸດແຫ່ງຊາດຫຼັງ​ໃໝ່​ຈຶ່ງ​​ໄດ້​ເລີ່​ມລົງມື​ກໍ່ສ້າງ ຢູ່ທີ່ບ້ານສີວິໄລ ເມືອງໄຊເຊດຖານະຄອນຫລວງວຽງຈັນ ເປັນອາຄານ 4 ຊັ້ນ,ກວ້າງ 41,6 ແມັດ, ຍາວ 80 ແມັດ, ເນື້ອທີ່ດິນ 11.780 ຕາແມັດ,ຮ່ວມມູນຄ່າການກໍ່ສ້າງ 5 ລ້ານໂດລາສະຫະລັດ ຊຶ່ງເປັນຄວາມຮັບຜິດຊອບຂອງບໍລິສັດຈິດຈະເລີນກໍ່ສ້າງ, ທ່ານ ສົມຫວັງ ວົງວິໄລ ຜູ້ອຳນວຍການ ບໍລິສັດຈິດຈະເລີນ ​ໃຫ້​ຮູ້​ວ່າ ໂຄງການນີ້ຈະໃຊ້ເວລາກໍ່ສ້າງປະມານ 24 ເດືອນ.


3, ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງຄົມ​ ​ເນື່ອງ​ຈາກ​ລັດຖະບານ​ຂອງ​ສິງ​ກະ​ໂປ​ໄດ້​ພະຍາຍາມ​ຊຸກຍູ້​ໃຫ້ການ​ອ່ານໜັງສື​ເປັນ​ວາລະ​ແຫ່ງ​ຊາດ ​ແລະ ອົງ​ກອນ​ຕ່າງໆ​ໃນ​ປະ​ເທດ​ສິ່ງ​ກະ​ໂປ​ຈຶ່ງ​ພະຍາ​ຍາມ​ເຂົ້າມາ​ບົດບາດ​ເພື່ອ​ສ້າງ​ວັ​ດທະ​ນາ​ທຳ​ການ​ອ່ານໜັງສື​ຂອງ​ປະ​ເທດ​ກັບ​ມາ​ມີ​ຊີວິດ​ທີ່​ດີ​ຂຶ້ນອີກ​ຄັ້ງ ກຸ່ມ ຫຼື ຊົມ​ຊົນຫຼາຍ​ແຫ່ງ​ໃນ​ປະ​ເທດ​ສິງ​ກະ​ໂປ​ມີ​ຄວາມ​ພະຍາຍາມ​ສ້າງ​ນິ​ໄສ​ຮັກ​ການ​ອ່ານ​ໃຫ້​ແກ່​ຄົນ​ໃນ​ປະ​ເທດ ຕົວຢ່າງ​ຊົມຊົນທີ່​ມີ​ບົດບາດ​ໂດດ​ເດັ່ນ​ຄື National University of Singapore Literary Society (ສັງຄົມ​ການ​ອ່ານ​ອອກ​ຂຽນ​ໄດ້​ແຫ່ງ​ມະຫາວິທະຍາ​ໄລແຫ່ງ​ຊາດ​ສິງ​ກະ​ໂປ​) ​ເຊິ່ງກໍ່ຕັ້ງ​ໃນ​ປີ 1961 ​ໂດຍ​ມີ​ຈຸດປະສົງ​ໃນ​ການ​ແບ່ງປັນ​ປະສົບ​ການ​ວັດທະນາ​ທຳ​ໃຫ້​ແກ່​ເຍົາວະ​ຊົນ ​ແລະ ນັກຮຽນ​ໃນ​ສິງ​ກະ​ໂປ​ເຊັ່ນ: ການ​ຈັດ​ກິດຈະກຳ​ການ​ແຂ່ງຂັນ​ການ​ຂຽນ​ລັກສະນະ​​ສ້າງສັນ (Creative Writing) ​ເປັນຕົ້ນອີກ​ຕົວຢ່າງໜຶ່ງຄື ກຸ່ມ Book and Beer ທີ່​ຈັດຕັ້ງຂຶ້ນ​ເພື່ອ​ໃຫ້​ຄົນ​ສິ່ງ​ກະ​ໂປ​ລວມຕົວ​ກັນ​ເພື່ອ​ແລກປ່ຽນໜັງສື​ທີ່​ອ່ານ​ແລ້ວ ພ້ອມ​ກັບ​ຮ່ວມ​ດື່ມ​ເຄື່ອງ​ດື່ມ​ຕ່າງໆ ລະຫວ່າງ​ການ​ອ່ານໜັງສື​ກຸ່ມ Book and Beer ຖື​ເປັນ​ກຸ່ມ​ທີ່​ລວມຕົວ​ຄົນ​ຮັກ​ການ​ອ່ານໜັງສື​ເຂົ້າມາ​ແບ່ງ​ປະສົບ​ການ ​ແລະ ສາລະ​ດີໆ ຈາກໜັງສື​ທີ່​ຕົນ​ເອງ​ອ່ານ

ສຳລັບ​ປະ​ເທດ​​ເຮົາ​ສາມາດ​ເອົາ​ແບບຢ່າງ​ຂອງ​ປະ​ເທດ​ສິ່ງ​ກະ​ໂປ ​ໄປ​ປະຍຸກ ​ແລະ ຮັບ​ໃຊ້​​ໃນ​ການ​ສົ່ງ​ເສີມ​ໃຫ້​ຄົນ​ລາວ​ມີຄ່າ​ນິຍົມ ​ແລະ ວັດທະນາ​ທຳ​ໃນ​ການ​ຮັກ​ການ​ອ່ານ​ໄດ້​ທັງ​ນີ້​ເມື່ອ​ພິຈາລະນາ​ປັດ​ໄຈ​ທັງ 3 ປະການ​ຂ້າງ​ຕົ້ນມາຫຼາຍຄຳ​ຖາມ​ທີ່​ລັດຖະບານ ​ແລະ ຄົນ​ລາວທຸກ​ຄົນ​ຕ້ອງ​ຊ່ວຍ​ການ​ຕອບ​ເຊັ່ນ: ປະ​ເທດ​ລາວຈະ​ສາມາດ​ສົ່ງ​ເສີມ​ນິ​ໄສ​ຮັກ​ການ​ອ່ານ​ຢ່າງ​ເປັນ​ລະບົບ​ໃນ​ທຸກ​ໄວ​ໄດ້​ແນວ​ໃດ? ນະ​ໂຍບາຍ​ການ​ສຶກສາ​ແບບ​ໃດ​ທີ່​ຈະ​ເໝາະສົມ​ສຳລັບ​ເດັກນ້ອຍ​ລາວ? ​ເຮົາ​ຄວນ​ປັບ​ປຸງ ​ແລະ ​ເພີ່ມ​ຈຳນວນ​ແຫຼ່ງການ​ຮຽນຮູ້​ໃຫ້​ປະ​ເທດ​ໄດ້​​ແນ​ວ​ໃດ? ຫຼື ຈົນກະ​ທັງ​ເຮັດ​​ໃຫ້​ຊົມ​ຊົນ​ຕ່າງໆ​ໃນ​ປະ​ເທດ​ເປັນ​ຊົມ​ຊົນ​ທີ່​ຮັກ​ການ​ອ່ານ​ເໝືອນສິ່ງ​ກະ​ໂປ    



​ເນື່ອງ​ຈາກ​ລັດຖະບານ​ຂອງ​ສິງ​ກະ​ໂປ​ໄດ້​ພະຍາຍາມ​ຊຸກຍູ້​ໃຫ້ການ​ອ່ານໜັງສື​ເປັນ​ວາລະ​ແຫ່ງ​ຊາດ ​ແລະ ອົງ​ກອນ​ຕ່າງໆ​ໃນ​ປະ​ເທດ​ສິ່ງ​ກະ​ໂປ​ຈຶ່ງ​ພະຍາ​ຍາມ​ເຂົ້າມາ​ບົດບາດ​ເພື່ອ​ສ້າງ​ວັ​ດທະ​ນາ​ທຳ​ການ​ອ່ານໜັງສື​ຂອງ​ປະ​ເທດ​ກັບ​ມາ​ມີ​ຊີວິດ​ທີ່​ດີ​ຂຶ້ນ

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here