26-09-2013-B-3-mekong
column
ຄວາມແຕກຕ່າງໃນດ້ານແນວຄິດກ່ຽວກັບການເມືອງ ການປົກຄອງ
ຍ່ອມສົ່ງຜົນຕໍ່ແນວຄິດ ແລະ
ນະໂຍບາຍຕ່າງໆ
ກ່ຽວກັບການຄ້າ ແລະ
ການລົງທຶນທີ່ອາດຈະແຕກຕ່າງກັນເຮັດໃຫ້ຕົກລົງກັນໄດ້ຍາກ ໃນດ້ານສາສະໜາ ແລະ
ພາສາ ກໍ່ມີຄວາມແຕກຕ່າງກັນບໍ່ວ່າຈະເປັນ
ສາສະໜາພຸດ, ສາສະໜາອິດສະລາມ, ສາສະໜາຄິຣສ ແລະ
ອື່ນໆ ແລະ
ພາສາຂອງຊາດຕ່າງໆ
ກໍ່ມີຄວາມແຕກຕ່າງຫຼາກຫຼາຍ ແຕ່ພາສາກາງຂອງອາຊຽງຄື
ພາສາອັງກິດ
ຊຶ່ງປະເທດທີ່ມີຄວາມໄດ້ປຽບໃນດ້ານການໃຊ້ພາສາອັງກິດແມ່ນ ປະເທດມາເລເຊຍ, ສິງກະໂປງ ແລະ
ຟິລິບປິນ ສ່ວນປະເທດຫວຽດນາມ ແລະ
ກຳປູເຈຍ ນັ້ນກໍ່ພັດທະນາທັກສະການໃຊ້ພາສາອັງກິດໄດ້ຢ່າງວ່ອງໄວ
ມີການເປີດໂຮງຮຽນສອນພາສາອັງກິດຫຼາຍໆແຫ່ງ
ແລະ ຄົນຫວຽດນາມ
ລວມທັງຄົນກຳປູເຈຍ
ກໍ່ລົງທຶນໄປກັບການຮຽນພາສາອັງກິດ ແລະ
ໝັ່ນພັດທະນາທັກສະຂອງຕົນເອງຢ່າງຕໍ່ເນື່ອງ ເພາະຮູ້ວ່າໂອກາດທີ່ຈະໄດ້ວຽກດີ ເງິນເດືອນສູງຂຶ້ນ
ຢູ່ກັບຄວາມສາມາດໃນການໃຊ້ພາສາອັງກິດ
ສ່ວນປະເທດລາວ ເບິ່ງຄືຍັງເຄື່ອນໄຫວຊ້າກວ່າຄົນອື່ນ ໂດຍໃນພາບລວມທັກສະພາສາອັງກິດຂອງຄົນລາວ ຍັງຕ້ອງພັດທະນາອີກຫຼາຍເພື່ອໃຫ້ເທົ່າທຽມກັບເພື່ອນບ້ານ
ໃນການຈັດການຂ້າມວັດທະນະທຳໃຫ້ປະສົບຄວາມສຳເລັດນັ້ນ
ສິ່ງທີ່ຈຳເປັນຢ່າງຍິ່ງທີ່ນອກເໜືອໄປຈາກພາສາທີ່ໃຊ້ຕິດຕໍ່ກັນກໍ່ຄື ຄວາມຮູ້ຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຄົນຊາດອື່ນ
ຊຶ່ງຈະເປັນປະໂຫຍດຢ່າງຍິ່ງໃນການພິຈາລະນາກົນລະຍຸດໃນການເຈລະຈາຕໍ່ລອງ ແລະ ການດຳເນີນທຸລະກິດຮ່ວມກັນ ຫຼື ລະຫວ່າງກັນ
ສິ່ງທີ່ຕ້ອງລະມັດລະວັງຢ່າງຍິ່ງຄື ຕ້ອງບໍ່ເບິ່ງທຸກສິ່ງທຸກຢ່າງຈາກມຸມມອງຂອງຕົນເອງແຕ່ພຽງຝ່າຍດຽວ
ແຕ່ພ້ອມທີ່ຈະເປີດໃຈຮັບຟັງຂໍ້ມູນ ແລະ ຄວາມຄິດເຫັນຈາກອີກຝ່າຍໜຶ່ງ ແລະ ໃຊ້ເວລາພະຍາຍາມທຳຄວາມເຂົ້າໃຈລະຫວ່າງກັນ
ນອກຈາກນີ້
ຍັງຕ້ອງສະສົມປະສົບການໃນການຕິດຕໍ່ກັບຜູ້ຄົນຈາກຫຼາຍຊາດຫຼາຍພາສາ ແລະ ຫຼາກຫຼາຍສາຂາອາຊີບ ເພາະວິທີການທີ່ໃຊ້ໄດ້ຜົນໃນປະເທດໜຶ່ງໆ ຫຼື ກັບຄົນຊາດໜຶ່ງ ອາດຈະໃຊ້ບໍ່ໄດ້ຜົນຢ່າງດຽວກັນ
ເມື່ອນຳໄປປະຕິບັດໃນອີກບ່ອນໜຶ່ງກໍ່ເປັນໄດ້ ທັງໆທີ່ເຮົາອາດຈະເບິ່ງວ່າທຸກຢ່າງຄ້າຍຄືກັນໜ້າຈະໃຊ້ກົນລະຍຸດ ຫຼື ວິທີການຄືໆກັນໄດ້
ແຕ່ອາດເກີດຄວາມຜິດພາດຂຶ້ນແບບຄາດບໍ່ເຖິງ
ສຳລັບການຈັດການຂ້າມວັດທະນະທຳໃນ AEC ສິ່ງທີ່ສຳຄັນທີ່ສຸດຄື ການສ້າງຄວາມສຳພັນທີ່ດີ ລະຫວ່າງກັນໂດຍມີພື້ນຖານຕັ້ງຢູ່ບົນຄວາມເປັນມິດ
ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກັນ ຄວາມຊື່ສັດຕໍ່ກັນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການເຮັດທຸລະກິດ ເພື່ອຜົນປະໂຫຍດຮ່ວມກັນໃນໄລຍະຍາວ ເຖິງວ່າບາງຄັ້ງມຸມມອງ ຫຼື ວິທີການອາດຈະແຕກຕ່າງກັນໄປ
ແຕ່ທ້າຍທີ່ສຸດແລ້ວຄວາມສຳພັນທີ່ດີຈະຊ່ວຍໃຫ້ສາມາດປະສົບຄວາມສຳເລັດໃນການດຳເນີນທຸລະກິດຮ່ວມກັນໄດ້ໃນທີ່ສຸດ
ວິສາຫະກິດຂະໜາດນ້ອຍ
ແລະ ກາງ (Small and Medium Enterprises: SMEs) ເປັນກຸ່ມທຸລະກິດ ທີ່ສຳຄັນຂອງລະບົບເສດຖະກິດຂອງປະເທດຕ່າງໆ ໃນພາກພື້ນອາຊຽນ
ເນື່ອງຈາກເປັນກົນໄກຫຼັກທີ່ສະໜັບສະໜູນການຂັບເຄື່ອນກິດຈະກຳ ແລະ ການເຕີບໂຕທາງເສດຖະກິດ
ລວມເຖິງເປັນແຫຼ່ງຈ້າງງານ ແລະ ການສົ່ງອອກທີ່ສຳຄັນຂອງລະບົບເສດຖະກິດເຫຼົ່ານີ້
ເຊິ່ງຈະເຫັນໄດ້ຈາກຕົວເລກສະເລ່ຍທາງສະຖິຕິ
ພົບວ່າ: ວິສາຫະກິດເຫຼົ່ານີ້ຄິດສະເລ່ຍ
96%
ຂອງຈຳນວນວິສາຫະກິດທັງໝົດ
ຂອງລະບົບເສດຖະກິດໃນພາກພື້ນອາຊຽນ ແລະ ມີສ່ວນສ້າງມູນຄ່າທາງເສດຖະກິດປະມານ 42%
ຂອງມູນຄ່າລວມທາງເສດຖະກິດຂອງພາກພື້ນ
ສົ່ງອອກ 25%
ຂອງມູນຄ່າການສົ່ງອອກທັງໝົດ
ແລະ ຈ້າງງານ 73%
ຂອງການຈ້າງງານທັງໝົດໃນລະບົບເສດຖະກິດ
ເມື່ອພິຈາລະນາສະຖິຕິສັດສ່ວນ ຂອງຈຳນວນວິສາຫະກິດຕໍ່ຈຳນວນປະຊາກອນ 1.000
ຄົນ ໃນສະພາບການຂອງແຕ່ລະປະເທດສະມາຊິກ ຈະເຫັນໄດ້ວ່າ
ປະເທດອິນໂດເນເຊຍມີຕົວເລກສູງສຸດຢູ່ 196,9
ຮອງລົງມາແມ່ນໄທ (43,94) ສິງກະໂປ (35,15) ບຣູໄນ (23,99) ແລະ ມາເລເຊຍ (22,89)
ຖ້າພິຈາລະນາຈາກແນວໂນ້ມອຸປະສັກໃນຕະຫຼາດໂລກ ກໍ່ຈະຮູ້ເຖິງວິວັດທະນາການຂອງການດຳເນີນທຸລະກິດຂອງ ASEAN
SMEs ກໍ່ຄື ວິສາຫະກິດສ່ວນໃຫຍ່ຈະຍັງຄົງ
ດຳເນີນທຸລະກຳທາງການຄ້າລະຫວ່າງປະເທດ ທີ່ມຸ່ງເນັ້ນ ການບຸກຕະຫຼາດຂອງປະເທດພັດທະນາແລ້ວ
ໃນໄລຍະສັ້ນເຖິງໄລຍະກາງ ເນື່ອງຈາກຕະຫຼາດດັ່ງກ່າວ ຍັງມີລາຍໄດ້ໃນລະດັບສູງ
ແລະ ມີຄວາມຕ້ອງການສິນຄ້າຢ່າງຕໍ່ເນື່ອງ ແຕ່ໃນໄລຍະຍາວ ຈະເລີ່ມຫັນມາບຸກຕະຫຼາດທີ່ເກີດຂຶ້ນໃໝ່ (Emerging
Markets) ໃນກຸ່ມປະເທດອາຊຽນດ້ວຍກັນເອງ
ແລະ ປະເທດກຳລັງພັດທະນາຫຼາຍຂຶ້ນ
ຜົນງານວິໄຈຂອງນັກວິຊາການ ແລະ ສະຖາບັນວິໄຈສ່ວນໜຶ່ງ ລະບຸວ່າ ASEAN
SMEs ມີແນວໂນ້ມທີ່ຈະໃຫ້ນ້ຳໜັກຄວາມສຳຄັນ
ກັບຕະຫຼາດໃນກຸ່ມປະເທດອາຊຽນດ້ວຍກັນເອງຫຼາຍຂຶ້ນໃນອະນາຄົດ ແລະ ຫຼາຍກວ່າວິສາຫະກິດຂະໜາດໃຫຍ່
ເມື່ອທຽບກັບປະເທດນອກກຸ່ມ ເຖິງຈະຢູ່ໃນພາກພື້ນອາຊີຄືກັນ (ເຊັ່ນ: ຈີນ)
ຢ່າງໃດກໍ່ຕາມ ASEAN
SMEs ໃນພາບລວມຍັງຄົງປະເຊີນກັບປະເດັນບັນຫາທີ່ຍັງລໍຖ້າການແກ້ໄຂ ແລະ
ພັດທະນາໂດຍເລັ່ງດ່ວນ ເພື່ອກຽມຄວາມພ້ອມສຳລັບການລວມຕົວເປັນປະຊາຄົມເສດຖະກິດອາຊຽນຢ່າງສົມບູນໃນປີ
2015
ທີ່ກຳລັງຈະມາເຖິງ ອັນຈະສົ່ງຜົນໃຫ້ຕະຫຼາດຂອງກຸ່ມປະເທດອາຊຽນລວມກັນເປັນຕະຫຼາດດຽວ
(Single
Market) ຊຶ່ງຈະເຮັດໃຫ້ສະພາບການດຳເນີນທຸລະກິດຂອງ ASEAN
SMEs ປ່ຽນແປງໄປ ທັງນີ້ ປະເດັນບັນຫາ ແລະ ອຸປະສັກສຳຄັນທີ່
ASEAN
SMEs ຕ້ອງສົ່ງເສີມດຳເນີນການ ມີທັງໝົດ 4
ມິຕິ ໄດ້ແກ່:
ການເຂົ້າເຖິງແຫຼ່ງທຶນ (Access
to Finance) ຍັງຄົງເປັນບັນຫາສຳຄັນທີ່ສຸດ
ໃນທຸກປະເທດສະມາຊິກຂອງ ASEAN SMEs ຕະຫຼອດມາ ເນື່ອງຈາກວິສາຫະກິດສ່ວນໃຫຍ່ມີຊັບພະຍາກອນ ແລະ ເງິນທຶນໝູນວຽນຈຳກັດ
ບໍ່ມີຫຼັກຊັບຄ້ຳປະກັນທີ່ພຽງພໍ ມີພັດທະນາການທີ່ຊັກຊ້າ ແລະ ມັກຖືກສະຖາບັນການເງິນທີ່ປ່ອຍສິນເຊື່ອເບິ່ງວ່າມີຄວາມສ່ຽງສູງ
ໂດຍສະເພາະວິສາຫະກິດທີ່ຫາກໍ່ເລີ່ມຕົ້ນກິດຈະການ (Start-up) ຫຼື ຕ້ອງການຂະຫຍາຍກິດຈະການ ດັ່ງນັ້ນ, ຝ່າຍທີ່ກ່ຽວຂ້ອງໃນດ້ານການກຳນົດນະໂຍບາຍເພື່ອສະໜັບສະໜູນສິນເຊື່ອໃຫ້ແກ່ວິສາຫະກິດເຫຼົ່ານີ້
ຈະຕ້ອງຄຳນຶງເຖິງການຈັດສັນສິນເຊື່ອ (Credit
Rationing) ຢ່າງເປັນທຳ ແລະ
ທົ່ວເຖິງ ລວມເຖິງການຍົກລະດັບສັກກະຍະພາບຂອງວິສາຫະກິດໃຫ້ສາມາດວາງແຜນ
ແລະ ບໍລິຫານຈັດການຊັບພະຍາກອນພາຍໃນໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ
ເພື່ອສົ່ງເສີມໃຫ້ເກີດຄວາມໜ້າເຊື່ອຖື ແລະ ຫຼຸດອຸປະສັກຂອງວິສາຫະກິດ
ໃນການເຂົ້າເຖິງແຫຼ່ງທຶນຕ່າງໆໄດ້
ຄວາມສາມາດທາງເທັກໂນໂລຢີ
ແລະ ນະວັດຕະກຳ (Technology and Innovative
Capability) ASEAN SMEs ໃນກຸ່ມປະເທດອາຊຽນເກືອບທັງໝົດ (ຍົກເວັ້ນ ສິງກະໂປ) ຍັງຂາດຄວາມສາມາດ ໃນດ້ານເທັກໂນໂລຢີ ແລະ ນະວັດຕະກຳ ດັ່ງທີ່ເຫັນໄດ້ຈາກຄວາມສາມາດໃນການບໍລິຫານຈັດການ
ແລະ ໃຊ້ປະໂຫຍດຈາກເທັກໂນໂລຢີໃນລັກສະນະການຄ້າ ແລະ ສັກກະຍະພາບດ້ານການວິໄຈ ແລະ ພັດທະນາ ລ້ວນຍັງຢູ່ໃນລະດັບຕ່ຳ
ສ່ວນໜຶ່ງຂອງບັນຫາເຊື່ອມໂຍງມາຈາກການຂາດແຄນເງິນທຶນດັ່ງທີ່ກ່າວມາແລ້ວ
ທັກສະແຮງງານ
(Labor
Skills) ເປັນອີກປະເດັນບັນຫາໜຶ່ງ
ເນື່ອງຈາກວິສາຫະກິດເຫຼົ່ານີ້ຍັງຄົງຂາດແຄນ ແຮງງານທັກສະຂັ້ນສູງ ທັງໃນເຊິງປະລິມານ ແລະ
ຄຸນນະພາບ ຜະລິດຕະພາບແຮງງານໂດຍສະເລ່ຍ (Average Labor Productivity) ຍັງຢູ່ໃນລະດັບຕ່ຳ ໂດຍສະເພາະທັກສະດ້ານກາຍປະຍຸກໃຊ້ເທັກໂນໂລຢີ
ການໃຊ້ພາສາຕ່າງປະເທດ ແລະ ທັກສະທາງວິຊາຊີບທີ່ສອດຄ່ອງກັບຄວາມຕ້ອງການຂອງວິສາຫະກິດຢ່າງແທ້ຈິງ
ປະການສຸດທ້າຍ
ຄື ການເຂົ້າສູ່ຕະຫຼາດລະຫວ່າງປະເທດ (Internationalization)
ວິສາຫະກິດຈຳນວນຫຼາຍຍັງຕ້ອງປະເຊີນກັບສະພາບແວດລ້ອມທາງທຸລະກິດ ແລະ ນະໂຍບາຍທີ່ບໍ່ເອື້ອອຳນວຍ
ເຮັດໃຫ້ບໍ່ສາມາດເຂົ້າສູ່ຕະຫຼາດເປົ້າໝາຍໄດ້ຢ່າງເຕັມທີ່
ນອກຈາກນີ້ ຜູ້ປະກອບການຍັງຂາດຈິດວິນຍານຂອງການເປັນເຈົ້າຂອງກິດຈະການ (Entrepreneurial
Spirit) ແລະ ທັກສະດ້ານການບໍລິຫານຈັດການ
ຍັງບໍ່ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງຄົບຖ້ວນ ການສະແຫວງຫາຮຸ້ນສ່ວນທາງທຸລະກິດ (Business
Partners) ແລະ ການເຂົ້າຮ່ວມໃນເຄືອຂ່າຍການຜະລິດຂອງພາກພື້ນ
(Regional
Production Networks) ຍັງຄົງດຳເນີນການໄດ້ຢ່າງຈຳກັດ
ລວມເຖິງຍັງມີບັນຫາດ້ານການດຳເນີນງານໃຫ້ໄດ້ມາດຕະຖານ
ແລະ ການຂໍໃບຮັບຮອງຄຸນນະພາບທີ່ກ່ຽວຂ້ອງຕາມກົດລະບຽບ ຫຼື ຂໍ້ກຳນົດລະຫວ່າງປະເທດ
ປະເດັນບັນຫາຂ້າງຕົ້ນຖືເປັນບັນຫາສຳຄັນຂອງ
ASEAN
SMEs ທີ່ມີຄວາມສຳຄັນລຳດັບຕົ້ນໆ
ແລະ ຈຳເປັນຕ້ອງໄດ້ຮັບການແກ້ໄຂປັບປຸງ ແລະ ພັດທະນາໂດຍເລັ່ງດ່ວນ
ເຖິງວ່າຈະຍັງມີປະເດັນບັນຫາໃນມິຕິອື່ນໆນຳ
ເຊັ່ນ: ການເຂົ້າເຖິງປັດໄຈການຜະລິດ, ການບໍລິຫານຈັດການຕົ້ນທຶນ, ການແຂ່ງຂັນທີ່ເປັນທຳໃນຕະຫຼາດ ກົດໝາຍທຸລະກິດລະຫວ່າງປະເທດ ເປັນຕົ້ນ ປະເທດສະມາຊິກໃນປະຊາຄົມອາຊຽນຈຶ່ງຕ້ອງຄຳນຶງເຖິງປະເດັນບັນຫາເຫຼົ່ານີ້ ແລະ ຮ່ວມມືກັນຢ່າງຈິງຈັງໃນການພັກດັນແນວນະໂຍບາຍ ແລະ
ມາດຕະການຕ່າງໆ ເພື່ອຍົກລະດັບປະສິດທິພາບຂອງ ASEAN
SMEs ຢ່າງເປັນຮູບປະທຳ ແລະ ໝັ້ນຄົງຕໍ່ໄປ
ປະເດັນຫລັກໃນບົດ:
“ວິສາຫະກິດສ່ວນໃຫຍ່ຈະຍັງຄົງ
ດຳເນີນທຸລະກຳທາງການຄ້າລະຫວ່າງປະເທດ ທີ່ມຸ່ງເນັ້ນ ການບຸກຕະຫຼາດຂອງປະເທດພັດທະນາແລ້ວ
ໃນໄລຍະສັ້ນເຖິງໄລຍະກາງ ເນື່ອງຈາກຕະຫຼາດດັ່ງກ່າວ ຍັງມີລາຍໄດ້ໃນລະດັບສູງ
ແລະ ມີຄວາມຕ້ອງການສິນຄ້າຢ່າງຕໍ່ເນື່ອງ ແຕ່ໃນໄລຍະຍາວ ຈະເລີ່ມຫັນມາບຸກຕະຫຼາດທີ່ເກີດຂຶ້ນໃໝ່ (Emerging
Markets) ໃນກຸ່ມປະເທດອາຊຽນດ້ວຍກັນເອງ
ແລະ ປະເທດກຳລັງພັດທະນາຫຼາຍຂຶ້ນ”
ไม่มีความคิดเห็น:
แสดงความคิดเห็น