24-09-2013-B-3-mekong column
ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ່ 4 (ຊຽງຂອງ-ຫ້ວຍຊາຍ)
ເປັນໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ເຊື່ອມໂຍງແຂວງ ຊຽງລາຍ-ບໍ່ແກ້ວ-ຄຸນໝິງ
(ໄທ-ລາວ-ຈີນ) ຕາມແນວເສັ້ນທາງສາຍ R3A ແລະ ເປັນໂຄງການໜຶ່ງໃນແຜນພັດທະນາຕາມລະບຽບເສດຖະກິດເໜືອ-ໃຕ້
(North-South Economic Corridor) ພາຍໃຕ້ກອບຄວາມຮ່ວມມືອະນຸພາກພື້ນລຸ່ມແມ່ນ້ຳຂອງ
(Greater Mekong Subregion: GMS) ຊຶ່ງລັດຖະບານແຫ່ງລາດຊະອານາຈັກໄທ, ລັດຖະບານແຫ່ງສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານແຫ່ງສາທາລະນະລັດປະຊາຊົນຈີນ ຮ່ວມກັບທະນາຄານພັດທະນາແຫ່ງເອເຊຍ
(ADB) ໄດ້ຮ່ວມກັນດຳເນີນການມາໂດຍຕະຫຼອດ
ຂົວແຫ່ງນີ້ ເລີ່ມກໍ່ສ້າງຕັ້ງແຕ່ວັນທີ
11 ມີຖຸນາ 2010 ແລະ ຄາດວ່າຈະເປີດໃຫ້ບໍລິການພາຍໃນປີ 2013 ໂດຍ ຕາມແຜນງາການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງທາງບົກ
ໃນແນວລະບຽງເສດຖະກິດເໜືອ-ໃຕ້ (North-South Economic Corridor: NSEC) ແລະ ເປັນສ່ວນໜຶ່ງຂອງເສັ້ນທາງ
R3E (R3A) ທີ່ເຊື່ອມລະຫວ່າງເມືອງຄຸນໝິງ ແຂວງຍູນານ ໃນຈີນຕອນໃຕ້ຜ່ານບໍ່ເຕັນ
ແຂວງຫຼວງນ້ຳທ່າ ແລະ ແຂວງບໍ່ແກ້ວ ເຂົ້າສູ່ປະເທດໄທ ທີ່ແຂວງ ຊຽງຂອງ ເມືອງຊຽງລາຍ
ຊຶ່ງຈະສາມາດເດີນທາງ ລື ຂົນສົ່ງຕໍ່ໄປຫາພາກອື່ນໆ ດັ່ງນັ້ນຂົວແຫ່ງນີ້ຈຶ່ງມີບົດບາດໃນການເຊື່ອມລະຫວ່າງປະເທດຕ່າງໆ
ໃນພາກພື້ນອາຊຽນ ແລະ ສະໜັບສະໜູນ ການລວມຕົວກັນເປັນປະຊາຄົມເສດຖະກິດອາຊຽນໃນປີ
2015 ລວມທັງການເຊື່ອມລະຫວ່າງ ພາກພື້ນອາຊຽນກັບຈີນຕອນໃຕ້
ຂົວມິດຕະພາຍໄທ-ລາວ ແຫ່ງທີ່ 4 ຈະຊ່ວຍສົ່ງເສີມໃຫ້
ເມືອງຫ້ວຍຊາຍ ເປັນເມືອງສຳຄັນ ແລະ ມີບົດບາດທາງເສດຖະກິດຂອງພາກເໜືອຫຼາຍຂຶ້ນ
ເພາະ ເມືອງຫ້ວຍຊາຍ ເປັນເມືອງຊາຍແດນທີ່ສາມາດຂົນສົ່ງສິນຄ້າ ແລະ ເດີນທາງເຊື່ອມຕໍ່ລະຫວ່າງປະເທດ
ໄທ-ລາວ ແລະ ຈີນຕອນໃຕ້ ໄດ້ສະດວກ ແລະ ວ່ອງໄວຍິ່ງຂຶ້ນ ເຊັ່ນ ບໍ່ຕ້ອງຂົນສົ່ງສິນຄ້າທີ່ເກີດຈາກການຂົນສົ່ງໃນແມ່ນ້ຳຂອງ
ແລະ ຊ່ວຍແກ້ບັນຫາການຂົນສົ່ງທາງນ້ຳຕາມແມ່ນ້ຳຂອງ ເນື່ອງຈາກໃນໄລຍະເດືອນມີຖຸນາ
ພຶດສະພາ ຂອງທຸກປີ ປະລິມານນ້ຳໃນແມ່ນ້ຳຂອງຈະຫຼຸດລົງຫຼາຍ ຕະຫຼອດຈົນການຂົນສົ່ງໄປປະເທດເພື່ອນບ້ານ
ແລະ ຈີນຕອນໃຕ້ ມີຄວາມສະດວກວ່ອງໄວ ແລະ ປະຢັດຄ່າໃຊ້ຈ່າຍ ຈຶ່ງເປັນກາເພີ່ມໂອກາດໃຫ້ຜູ້ປະກອບການສາມາດຂະຫຍາຍຕະຫຼາດສິນຄ້າໄປຫາ
ໄທ ແລະ ຈີນຕອນໃຕ້ໄດ້ຫຼາຍຂຶ້ນ ໃນຂະນະດຽວກັນກໍ່ສາມາດນຳເຂົ້າວັດຖຸດິບ
ຫຼື ສິນຄ້າສຳເລັດຮູບຈາກທັງສອງປະເທດດັ່ງກ່າວເຂົ້າມາໃນປະເທດລາວ ຫຼື ສົ່ງອອກໄປປະເທດເພື່ອນບ້ານອື່ນໆ
ໄດ້ສະດວກ ແລະ ວ່ອງໄວເຊັ່ນກັນ ເຮັດໃຫ້ໃນອະນາຄົດມູນຄ່າການຄ້າຊາຍແດນຢູ່
ແຂວງບໍ່ແກ້ວ,ເມືອງຫ້ວຍຊາຍ ມີແນວໂນ້ມເພີ່ມຂຶ້ນຕໍ່ເນື່ອງຈາກປີ 2012 ທີ່ມີມູນຄ່າປະມານ
160 ລ້ານໂດລາສະຫະລັດ ຢ່າງໃດກໍ່ຕາມ ການຄ້າຊາຍແດນທີ່ເພີ່ມຂຶ້ນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ
ເພາະຖ້າສາມາດພັດທະນາລະບົບການຄ້າ ແລະ ກົດລະບຽບທາງ ການຄ້າລະຫວ່າງລາວກັບປະເທດເພື່ອນບ້ານໃຫ້ມີຄວາມສະດວກວ່ອງໄວຫຼາຍຂຶ້ນແລ້ວ
ການຄ້າລະຫວ່າງລາວ ກັບ ໄທ ຕະຫຼອດຈົນກັບປະເທດເພື່ອນບ້ານອື່ນໆຈະຂະຫຍາຍຕົວໃນລັກສະນະກ້າວກະໂດດ
ນອກຈາກນີ້ ຈຳນວນນັກທ່ອງທ່ຽວໃນ ເມືອງຫ້ວຍຊາຍ
ຍັງມີແນວໂນ້ມເພີ່ມຂຶ້ນນຳ ໂດຍສະເພາະການດຶງດູດນັກທ່ອງທ່ຽວຈາກຈີນຕອນໃຕ້
ແລະ ລາຊະອານາຈັກໄທ ຊຶ່ງກຳລັງຊື້ເພີ່ມສູງຂຶ້ນຕາມການພັດທະນາປະເທດ ເນື່ອງຈາກການເດີນທາງຂອງນັກທ່ອງທ່ຽວຕາມເສັ້ນທາງ
R3E ແລະ ຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ 4 ຢູ່ແຂວງບໍ່ແກ້ວ,ເມືອງຫ້ວຍຊາຍ ຈະມີຄວາມສະດວກ
ແລະ ວ່ອງໄວ ປະກອບກັບ ເມືອງຫ້ວຍຊາຍ ມີແຫຼ່ງທ່ອງທ່ຽວທີ່ສຳຄັນຫຼາຍ ແລະ ມີຄວາມຫຼາກຫຼາຍ
ທັງງແຫຼ່ງທ່ອງທ່ຽວທາງທຳມະຊາດ ແຫຼ່ງທ່ອງທ່ຽວປະຫວັດສາດ ແລະ ແຫຼ່ງທ່ອງທ່ຽວວັດທະນະທຳ
ເປັນຕົ້ນ ລວມທັງນັກທ່ອງທ່ຽວຍັງສາມາດເດີນທາງໄປທ່ອງທ່ຽວຕໍ່ແຫຼ່ງທ່ອງທ່ຽວສຳຄັນໃນແຂວງໃກ້ຄຽງ
ຕາມການລາຍງານ ຂອງ ທ່ານ ວັນທອງ ບຸດຕະນະວົງ
ຫົວໜ້າໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 4 ໃຫ້ຮູ້ວ່າ: ມາຮອດປັດຈຸບັນສຳລັບການກໍ່ສ້າງຂົວມິດຕະພາບຫ້ວຍຊາຍ
- ຊຽງຂອງ ໜ້າວຽກທັງໝົດທີ່ສັງລວມໄດ້ຕົ້ນເດືອນກັນຍາ ນີ້ເຫັນວ່າ: ມີຄວາມກ້າວໜ້າແລ້ວ 97,50
%, ໃນນີ້ໜ້າວຽກຫຼັກໆທີ່ສະຫຼຸບໄດ້ມີຄື:ສະເພາະຂົວຂ້າມນ້ຳຂອງ
ແມ່ນສຳເລັດແລ້ວ 100%, ດ່ານສາກົນຝັ່ງ ລາວເຮົາ ສຳເລັດແລ້ວ 99,5% ແລະ
ເສັ້ນທາງທີ່ເຊື່ອມຈອດແຕ່ສົ້ນຂົວເຂົ້າຫາດ່ານສາກົນເບື້ອງລາວ ແລະ ອອກສູ່ເສັ້ນທາງຫຼວງ R3 ສຳເລັດແລ້ວ 95%.
ສ່ວນໜ້າວຽກທີ່ຍັງຄ້າງກໍ່ເຫັນວ່າເປັນການເກັບລາຍລະອຽດຂອງວຽກທີ່ສຳເລັດໄປແລ້ວນັ້ນ
ຄາດວ່າທ້າຍເດືອນກັນຍາ 2013 ນີ້ໜ້າວຽກທັງໝົດ ທີ່ຜູ້ຮັບເໝົາ ກຳນົດ 36 ເດືອນ ກໍ່ຈະສຳເລັດ 100% .
ຂະນະດຽວກັນຂ່າວຄາວຄວາມຄືບຫນ້າຂອງການສ້າງຂົວໄດ້
ສົ່ງຜົນໃຫ້ ບັນຍາກາດການມາຈັບຈອງເນື້ອທີ່ດີນອ້ອມຮອບບໍລິເວນດ່ານສາກົນ
ແລະ ເສັ້ນທາງທີ່ເຊື່ອມຈອດເຂົ້າຫາຂົວທັງສອງຟາກທາງ ກໍ່ຄືກຄື້ນຂຶ້ນມາທັນທີ ເຊິ່ງມີທ່າອ່ຽງໄປທາງການຄ້າການບໍລິການທີ່ຫຼາກຫຼາຍຮູບແບບເຊັ່ນ:
ຮ້ານອາຫານ, ໂຮງແຮມ, ບ້ານພັກ
ຮ້ານຂາຍເຄື່ອງທົ່ວໄປ ແລະ ອື່ນໆ ທີ່ເກີດຂຶ້ນໃໝ່ຕາມແຄມທາງທັງສອງຟາກເກືອບ 26 ເຮັກຕາກຳລັງຈະພິກຮູບໂສມໃຫ້ເປັນສູນກາງດ້ານການຂົນສົ່ງທີ່ສະດວກສະບາຍທີ່ສຸດຂອງພາກເໜືອເຊິ່ງຈະເປັນຂອດສົ່ງເສີມການຄ້າຂາຍ,ການລົງທຶນ ແລະ
ການຄົມມະນາຄົມ ເຊິ່ງຈະຊ່ວຍເພີ່ມລາຍຮັບ, ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນກະສິກຳຂອງປະຊາຊົນອ້ອມຂ້າງ.
ຂົວຂ້າມນ້ຳຂອງແຫ່ງທີ
4 ນີ້ເມື່ອເປີດນຳໃຊ້ເປັນທາງການແລ້ວຈະເປັນທ່າແຮງຍູ້ດັນໃຫ້ເສດຖະກິດຢູ່ພາກ ເໜືອຂອງລາວໂດຍສະເພາະແຂວງບໍ່ແກ້ວຂະຫຍາຍຕົວໄວຂຶ້ນໂດຍຈະເປັນເສັ້ນທາງເຊື່ອມຕໍ່ລະຫວ່າງ
ຣາຊະອານາຈັກໄທ ຜ່ານ ສປປ ລາວອອກສູ່ ສປ ຈີນ, ທັງເຮັດໃຫ້ປະເທດເຮົາໄດ້ມີການຂົນສົ່ງທາງທະເລ,
ເປັນການດຶງດູດນັກລົງທຶນຈາກຕ່າງປະເທດເຂົ້າມາຕັ້ງຖານການຜະລິດຢູ່ລາວ
ແລະ ພາກພື້ນງ່າຍຂຶ້ນ.
ສ່ວນການເປີດນຳໃຊ້ນັ້ນ
ກໍ່ຍັງບໍ່ທັນມີກຳນົດການທີ່ແນ່ນອນ ເຊິ່ງຝ່າຍລັດຖະບານລາວເຮົາເຫັນດີ
ເປີດໃຫ້ນຳໃຊ້ແມ່ນວັນທີ 2 ຕຸລາ 2013 ນີ້ ແຕ່ຝ່າຍລັດຖະບານແຫ່ງ ຣາຊະອານາຈັກໄທ ກຳນົດ ແມ່ນ 11 ທັນວາ 2013 ຈຶ່ງເປັນຕົວເລກງາມ ທັງນີ້ທັງນັ້ນໄລຍະເວລາການເປີດ ນຳໃຊ້
ທັງຝ່າຍລາວ ແລະ ໄທ ຍັງຈະໄດ້ຕົກລົງກັນອີກວ່າຈະເປີດເດືອນໃດກັນແທ້.
ໂຄງການຂົວຂ້າມນ້ຳຂອງແຫ່ງນີ້ແມ່ນໂຄງການລົງທຶນກໍ່ສ້າງຮ່ວມກັນລະຫວ່າງລັດຖະບານລາວ
ແລະ ໄທ ເບື້ອງລະ 50 %, ໃນວົງເງິນການກໍ່ສ້າງທັງໝົດທີ່ລວມທັງການຕໍ່ສັນຍາອອກຕື່ມອີກ 6
ເດືອນລວມ 49,
5 ລ້ານໂດລາສະຫະລັດ,
ໃນໄລຍະການກໍ່ສ້າງ 36
ເດືອນ
ໂດຍທາງລາວເຮົາແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກກະຊວງການຄ້າ ກົມຊ່ວຍເຫຼືອຕ່າງປະເທດ ສປ
ຈີນ,
ຂົວແຫ່ງນີ້ມີຄວາມກວ້າງ 14,
70 ແມັດ,
ມີ 2
ຊ່ອງຈາລະຈອນໄປ -
ກັບຊ່ອງລະ 3,5 ແມັດ, ບ່າທາງເບື້ອງລະ 2 ແມັດ, ທາງຍ່າງຂ້າງລະ 1,25 ແມັດ.
ປະເດັນຫລັກໃນບົດ: “ຂົວຂ້າມນ້ຳຂອງແຫ່ງທີ 4 ຈະເປັນທ່າແຮງຍູ້ດັນໃຫ້ເສດຖະກິດຢູ່ພາກ ເໜືອຂອງລາວໂດຍສະເພາະແຂວງບໍ່ແກ້ວຂະຫຍາຍຕົວໄວຂຶ້ນໂດຍຈະເປັນເສັ້ນທາງເຊື່ອມຕໍ່ລະຫວ່າງ
ຣາຊະອານາຈັກໄທ ຜ່ານ ສປປ ລາວອອກສູ່ ສປ ຈີນ, ເປັນການດຶງດູດນັກລົງທຶນຈາກຕ່າງປະເທດເຂົ້າມາຕັ້ງຖານການຜະລິດຢູ່ລາວ
ແລະ ພາກພື້ນງ່າຍຂຶ້ນ.”
ไม่มีความคิดเห็น:
แสดงความคิดเห็น