ອາດີດາດຂະຍາຍຖານເສື້ອຜ້າແຟຊັ້ນ - dokhukcolumnist

Post Top Ad

Responsive Ads Here

วันอาทิตย์ที่ 12 พฤษภาคม พ.ศ. 2556

ອາດີດາດຂະຍາຍຖານເສື້ອຜ້າແຟຊັ້ນ


ອາດີດາດ ແລະ ໄນກີເປັນຄູ່ແຂ່ງລາຍສຳຄັນໃນຕະຫຼາດເກີບ ແລະ ຊຸດກິລາຂອງປະເທດຈີນ ເຊິ່ງບໍ່ພຽງຕ້ອງແຂ່ງຂັນກັນເອງ ແຕ່ຍັງມີຜູ້ຫຼິ້ນເຈົ້າຖິ່ນຢ່າງ​ເຄື່ອງໝາຍ​ການ​ຄ້າຫຼີໜິງ ປັກຫຼັກລໍຖ້າຢູ່ແລ້ວ ຢ່າງໃດກໍ່ຕາມ ໃນໄລຍະຂວບປີທີ່ຜ່ານມາ.

ຂະນະທີ່ຄູ່ແຂ່ງຢ່າງຫຼີໜິງ ກຳລັງປະເຊີນກັບປັນຫາ ແລະ ໄນກີກໍ່ມີຍອດຂາຍຫຼຸດລົງ ອາດີດາດ ຜູ້ຜະລິດເກີບ ແລະ ຊຸດກິລາຈາກປະເທດເຢຍລະມັນ ກັບສາມາດເພີ່ມຍອດຂາຍເພີ່ມຂຶ້ນຢ່າງໂດດເດັ່ນ. ຍອດຂາຍ ຕະຫຼອດທັງປີ 2012 ຂອງອາດີດາດໃນຕະຫຼາດຈີນເພີ່ມຂຶ້ນ 27% ຂະນະທີ່ຍອດຂາຍໄຕມາດສຸດທ້າຍຢູ່ທີ່ 12% ເຮັດໃຫ້ບໍລິສັດສາມາດຄວ້າສ່ວນແບ່ງໃນຕະຫຼາດຈີນເພີ່ມຂຶ້ນເປັນ 11.2% ຂອງມູນຄ່າຕະຫຼາດລວມ 1,48 ແສນລ້ານຍວນ (ຂໍ້ມູນຈາກບໍລິສັດວິໄຈຕະຫຼາດເອີໂລມໍນິເຕີ ອິນເຕີເນຊັ່ນແນວ) ໄລ່ກວດໄນກີ ເຊິ່ງ ຄອງສ່ວນແບ່ງຕະຫຼາດ 12,1% ມາຕິດໆ.  ລາຍງານລະບຸວ່າ ໄນກີນັ້ນຄອງຕະຫຼາດເກີບ ແລະ ເຄື່ອງກິລາໃນຈີນເປັນອັນດັບຕົ້ນໆມາຕະຫຼອດຫຼາຍປີ ແຕ່ໄຕມາດສຸດທ້າຍຂອງປີທີ່ຜ່ານມາ ໄນກີມີຍອດ ຂາຍ ຫຼຸດລົງ 12% ໂຄສົກຂອງໄນກີປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບສາເຫດ ພຽງແຕ່ລະບຸວ່າ ບໍລິສັດ ກຳລັງພະຍາຍາມແກ້ໄຂປັນຫາສະຕອກສິນຄ້າ ແລະ ມີແຜນຈະຂະຫຍາຍພື້ນທີ່ຂອງສາຂາທີ່ມີຢູ່ ໂດຍສິ່ງ ທີ່ຈະເນັ້ນໃຫ້ຄວາມສຳຄັນຄືການສ້າງແບນ ແລະ ເພີ່ມສິນຄ້າໃນລະດັບມາດຕະຖານ​ສູງ(ພຣີນ້ຽມ)
ໃນສ່ວນຂອງອາດີດາດນັ້ນ ກົນລະຍຸດຫຼັກທີ່ເຮັດໃຫ້ປະສົບຄວາມສຳເລັດດ້ານຍອດຂາຍໃນປີທີ່ຜ່ານມາຄື ການເພີ່ມໝວດສິ້ນຄ້ານອກເໜືອໄປຈາກເກີບ ແລະ ຊຸດກິລາ ນອກຈາກນີ້ຍັງປັບກົນລະຍຸດ ຮ້ານຄ້າຍ່ອຍ ຂອງບໍລິສັດ ໂດຍໃຫ້ແຕ່ລະຮ້ານສາຂາເນັ້ນປະເທດກິລາແບບຈຳເພາະເຈາະຈົງສ້າງຄວາມໂດດເດັ່ນ ​ເຈາະກິລ ສະເພາະກຸ່ມກັນໄປເລີຍເຊັ່ນ: ບາງຮ້ານອາດເນັ້ນກິລາບານ​ບ້ວງ  ຂະນະທີ່ບາງຮ້ານ ອາດເນັ້ນ ກິລາອື່ນ ຫຼື ເນັ້ນຊຸດສຳຮອງສຳລັບໄວ້ລຸ້ນເປັນຕົ້ນ.

ໂດລິນ ເຄືອລີ ກຳມະການຜູ້ຈັດການຂອງອາດີດາດ ພະແນກດູ​​ແລ​ຕະຫຼາດຈີນແຜ່ນດິນໃຫຍ່ ເປີຍເຜີຍວ່າ “ບໍລິສັດບໍ່ໄດ້ໃຊ້ສູດສຳເລັດຕາຍຕົວເໝືອນກັນໃນທຸກໆຮ້ານ, ພາຍໃນໄລຍະ 2 ປີ ຂ້າງໜ້າ ອາດີດາດ ຈະເປີດຮ້ານສາຂາອາ​ດີ​ດາດຈຳເພາະ​ເຈາະຈົງລັກສະນະນີ້ເພີ່ມຂຶ້ນຈາກປັດຈຸບັນທີ່ມີຢູ່ 7 ພັນສາຂາ ທັງນີ້ ເພື່ອສາມາດນຳສະເໜີສິນຄ້າຕອບສະໜອງລູກຄ້າກຸ່ມຕ່າງໆ ຕັ້ງແຕ່ກຸ່ມຄົນທີ່ມັກຕາມກະແສ ​ເຟຊັ້ນ ຫຼາຍກວ່າ ໄປຈົນເຖິງກຸ່ມທີ່ມັກໃນຊີວິດກາງແຈ້ງ; ລູກຄ້າຄົນໜຶ່ງເຊິ່ງຖືກໃຈກົນລະຍຸດຂອງອາດີດາດກ່າວວ່າ ຜະລິດ​ຕະພັນອາດີດາດສົດ,ເດັກກວ່າ, ສົດໃສກວ່າ ແລະ ເຂົ້າກັບແຟຊັ້ນຫຼາຍກວ່າ ເມື່ອທຽບກັບສິນຄ້າ ຄູ່ແຂ່ງໃນຕະຫຼາດ  ບໍ່ພຽງເທົ່ານັ້ນຈາກແນວໂນ້ມທີ່ການອອກກຳລັງກາຍຍັງບໍ່ແມ່ນ ກິດຈະກຳ ຍອດນິຍົມ ນອກເວລາງານຂອງຜູ້ບໍລິໂພກຊາວຈີນ ບໍລິສັດຜູ້ຜະລິດເກີບ ແລະ ຊຸດກິລາຈຶ່ງຕ້ອງພະຍາຍາມສົ່ງເສີມ ຍອດຂາຍຊະນິດຫຶດຂຶ້ນຄໍ ບໍລິສັດຫຼີໜິງ ເຊິ່ງເປັນ​ເຄື່ອງໝາຍ​ການ​ຄ້າທ້ອງຖິ່ນກຳລັງປະສົບປັນຫາສິນຄ້າໃນສະຕອກເຊິ່ງສັ່ງໄວ້ຫຼາຍເກີນໄປໄລຍະທີ່ຈີນເປັນເຈົ້າພາບຈັດແຂ່ງຂັນໂອລິມປິກ 2008 ລະບາຍອອກບໍ່ທັນ ເຮັດໃຫ້ຕ້ອງນຳມາຫຼຸດລາຄາ ແລະ ເສຍພາບຫຼັກສິນຄ້າໄປ ພໍສົມ ຄວນ ສະຖານະການແບບນີ້ ເຮັດໃຫ້ອາດີດາດພະຍາຍາມແລ່ນໜີທາງຕັນດ້ວຍການນຳສະເໜີ ຜະລິດຕະ ພັນໃໝ່ ນອກກຸ່ມເກີບ ແລະ ຊຸດກິລາເຊັ່ນ: ເສື້ອຜ້າແຟຊັ່ນຈຳລອງທີ່ວາງຈຳໜ່າຍໃນຈີນພາຍໃນຊື່ “ນິໂອ” (NEO) ເຈາະກຸ່ມໄວ້ລຸ້ນ ແລະ ຄົນໜຸ່ມສາວ
“ໃນປະເທດຈີນ ຄົນສ່ວນໃຫຍ່ບໍ່ນິຍົມໃສ່ເສື້ອຜ້າທີ່​ມີ​ສື່​ສຽງ​ທາງ​ການກິລາ ເພາະພວກເຂົາພຽງແຕ່ຫຼິ້ນກິລາ” ເຈມລອຍ ນັກວິເຄາະອາວຸໂສ ບໍລິສັດໄຊນາມາເກັດ ລີເສີກ ກຼຸບ ເຊິ່ງເປັນບໍລິສັດທີ່ປຶກສາໃນນະຄອນຊຽງໄຮ ກ່າວ ແລະ ວ່າ ການມຸ້ງໜ້າເຂົ້າສູ່ກຸ່ມສິນຄ້າເສື້ອຜ້າແຟຊັ່ນຂອງອາດີດາດຈຶ່ງເປັນການຕັດສິນໃຈທີ່ຖືກ​ແລ້ວ ແລະ ອາດີດາດເອງກໍ່ຍ້ອມຮັບວ່າ ເສື້ອຜ້າຈຳລອງແບນນິໂອ ເປັນສິນຄ້າໃໝ່ທີ່ເຕີບໂຕໄວ.

ປະ​ເດັນ​ຫຼັກ​ໃນ​ບົດ: “ອາ​ດີ​ດາດບໍ່ໄດ້ໃຊ້ສູດສຳເລັດຕາຍຕົວເໝືອນກັນໃນທຸກໆຮ້ານ, ພາຍໃນໄລຍະ 2 ປີ ຂ້າງໜ້າ ບໍລິສັດຈະເປີດຮ້ານສາຂາອາ​ດີ​ດາດຈຳເພາະ​ເຈາະຈົງລັກສະນະນີ້ເພີ່ມຂຶ້ນຈາກປັດຈຸບັນທີ່ມີຢູ່ 7 ພັນສາຂາ”
            

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here