13-05-2013-B-2-management zone
Topic: ທຳລາຍຂອບຄວາມຄິດເກົ່າໆ
ການທີ່ຈະປະສົບຜົນສຳເລັດໄດ້ນັ້ນຄຸນສົມບັດຂໍ້ທຳອິດກໍ່ແມ່ນ:
ທ່ານຕ້ອງໂດດເດັ່ນກວ່າຄົນອື່ນໆ
ທ່ານຈະຕ້ອງບໍ່ຖືກກືນໄປໃນກຸ່ມຄົນຈຳນວນຫຼວງຫຼາຍ
ດ້ວຍການເຮັດອັນໃດທີ່ຄືກັນກັບຄົນອື່ນໃນບ້ານເຮົາ
ນິໄສທີ່ມັກເຮັດອັນໃດກໍ່ຮຽນແບບຄົນທີ່ປະຕິບັດແລ້ວສຳເລັດຜົນນີ້ກໍ່ຄືສິ່ງທີ່ຄວນແກ້ໄຂໃນຍຸກໜຶ່ງດັ່ງຄົນທີ່
ຮຽນວິຊາຊີບແລ້ວມາຕໍ່ບໍລິຫານ
ເຊັ່ນ
MBA ຈະເປັນທີ່ຕ້ອງການຂອງບໍລິສັດຕ່າງໆຫຼວງຫຼາຍ
ເພາະມີຄົນລຸ່ນທຳອິດທີ່ຈົບບໍລິຫານ
ແອັມບີເອ
ຈະມີພື້ນຖານທາງວິຊາຊີບຈະປະສົບຄວາມສຳເລັດໃນການເຮັດວຽກສູງ
ຄົນໄວຮຸ່ນຕໍ່ມາຈຶ່ງມີເລື່ອງແຟຊັນທີ່ຈະເຂົ້າມາຫາວິຊາວະກອນແລ້ວຄ່ອຍຍ້າຍມາຮຽນປະລິນຍາໂທທາງດ້ານບໍລິຫານ
ແລະ
ກໍ່ມີຈຳນວນຜູ້ທີ່ ເຂົ້າຮຽນຫຼາຍຂຶ້ນຈົນກາຍເປັນເລື່ອງປົກກະຕິທີ່ຈະຫາຄົນຈົບ
MBA ແລະ
ວິຊາຊີບ.
ທ່ານບໍ່ມີທາງສຳເລັດດ້ວຍການເຮັດຕາມຄົນອື່ນ
ເຄັດລັບຄວາມສຳເລັດໃນການເຮັດວຽກທີ່ໄດ້ຊີ່ມໃສ່ຫູຕໍ່ໆກັນເຊັ່ນ:
·
ຮຽນທີ່ໂຮງຮຽນຊື່ດັງ
·
ໃຫ້ເຮັດວຽກໃນບໍລິສັດທີ່ມີຊື່ສຽງກ່ອນ
·
ພະຍາຍາມສ້າງເຄືອງຂ່າຍເພື່ອນແລ້ວການງານຈະຮຸ່ງ.
ຄັດລັບເຫຼົ່ານີ້ບໍ່ແມ່ນເລື່ອງລັບອີກຕໍ່ໄປເພາະຫຼາຍຄົນກໍ່ຮູ້
ແລະ
ພະຍາຍາມກະທຳແບບດັ່ງກ່າວແລ້ວແມ່ນຫຍັງຄືເຫດຜົນທີ່ຫົວໜ້າຈະເລືອກສະໜັບສະໜູນທ່ານ.
ຂໍ້ເສຍອີກຢ່າງໜຶ່ງຂອງການພະຍາຍາມເຮັດຕາມຄົນອື່ນເຊັ່ນ:
ເຮັດຕາມຮຸ່ນອ້າຍທີ່ປະສົບຄວາມສຳເລັດ
ຫຼື
ເອີ້ນວ່າ
“ຕົວແບບ” ຫຼາຍໆທ່ານທີ່ເຮົາໄດ້ຍິນແຕ່ເຮົາລືມໄປວ່າ
ຕົວແບບ ແລະ ເຮົາມີພື້ນຖານ, ມີຄວາມຖະ ຫນັດ, ມີສະພາບແວດລ້ອມແຫ່ງໂອກາດທີ່ແຕກຕ່າງກັນ.
ຄົນຫຼາຍຄົນທີ່ມັກອ່ານເຄັດລັບຄວາມຮັ່ງມີຈຶ່ງບໍ່ເຫັນຈະຄ່ອຍຮັ່ງເພາະເຮົາມີຫຼາຍຢ່າງທີ່ບໍ່ຄືກັນກັບເຂົາເຈົ້າ
ສິ່ງທີ່ຄວນເຮັດກໍ່ແມ່ນ:
ສຶກສາເຖິງແນວຄິດ,
ບົດຮຽນບາງອັນທີ່ເຂົາເຈົ້າບອກຕໍ່ເພາະບໍ່ຕ້ອງໄປລອງ
ຜິດລອງຖືກອີກ;
ນຳເອົາສິ່ງທີ່ເປັນປະໂຫຍດເຫຼົ່ານີ້ມາປັບໃຊ້ໃນແບບຂອງເຮົາເອງ
ເປັນຕົວຂອງເຮົາເອງ.
ທ່ານຈະສຳເລັດໄດ້ກໍ່ເປັນຕົວຂອງຕົວເອງຫຼາຍທີ່ສຸດ.
ການຮຽນແບບກໍ່ເປັນໄດ້ແຕ່ພຽງຂອງທຽມ
ດັ່ງສິນຄ້າທີ່ພະຍາ ຍາມລອກຮຽນແບບຍີ່ຫໍ້ດັງເທົ່ານັ້ນ.
ກົດຂໍ້ທຳອິດສູ່ຄວາມສຳເລັດແມ່ນບໍ່ມີກົດ.
ມັນອາດຈະເປັນການຍາກໃນການທີ່ຈະກ້າວຂ້າມຄວາມເຊື່ອແບບເກົ່າທີ່ເປັນຂອບຄຸມເຮົາໄວ້ຢູ່
ເພາະຕັ້ງແຕ່ຕອນຍັງນ້ອຍເຮົາກໍ່ໄດ້ຮຽນແລ້ວວ່າ“ປະຫຍັດແລ້ວລວຍ”
ແຕ່ແມ່ຂອງຂ້າພະເຈົ້າປະຫຍັດມາທັງຊີວິດກໍ່ບໍ່ເຫັນຈະລວຍ;
ພໍ່ບອກວ່າຢາກກ້າວໜ້າຕ້ອງຂະຫຍັນແຕ່ພໍ່ກໍ່ໄດ້ບຳນານພໍປານກາງ,
ເບິ່ງອອກໄປບໍ່ໄກເຮົາກໍ່
ສັງເກດເຫັນຄົນອາຍຸພຽງແຕ່
21 ປີສາມາດເປັນເຈົ້າຂອງທຸລະກິດພັນລ້ານຕົວຢ່າງເພື່ອນບ້ານໃກ້ໆເຮົານີ້ “ເຖົ້າແກ່ນ້ອຍ” ບ່ອນຮັດວຽກເຮົາເຂົາເຈົ້າມີອາຍຸເທົ່າກັນເຮັດວຽກເປັນເຈົ້າຂອງນາຍເຮົາອີກ
ແມ່ນຫຍັງແທ້ຄືກົດເກນແຫ່ງຄວາມສຳເລັດ?
ຄຳຕອບງ່າຍໆກໍ່ແມ່ນ“ບໍ່ມີ”.
ອ້າວ!..ຫາກບໍ່ມີກໍ່ຊິເວົ້າໄປເຮັດຫຍັງ?
ທີ່ແທ້ບໍ່ແມ່ນເດີທ່ານແປຄວາມໝາຍຜິດແລ້ວການທີ່ຢາກບອກວ່າກົດແຫ່ງຄວາມສຳເລັດຂໍ້ທຳອິດແມ່ນ
“ບໍ່ມີກົດ” ໝາຍຄວາມວ່າທ່ານຢ່າໄປຢຶດຕິດໃນຮູບແບບໃດໜຶ່ງໃນການດຳເນີນຊີວີດດັ່ງເຄັດລັບໃນວິຊາສຸດຍອດໜັງຈີນ“ໄຮ້ຂະບວນທ່າ”ມັນຄືການເລືອກເອົາຮູບແບບທີ່ດີໆມາລວມກັບຈຸດແຂ່ງໃນຕົວທ່ານແລ້ວມຸ່ງໄປໃນທິດທາງທີ່ຖືກຕ້ອງເມື່ອມີໂອກາດເຂົ້າມາທ່ານກໍ່ມີໂອກາດສຳເລັດ.
ປະເດັນຫຼັກໃນບົດ: “ສັງເກດເຫັນບາງຄົນອາຍຸພຽງແຕ່ 21 ປີສາມາດເປັນເຈົ້າຂອງທຸລະກິດ, ຢູ່ບ່ອນເຮັດວຽກເຮົາ ເຂົາເຈົ້າມີອາຍຸເທົ່າກັນເຮັດວຽກເປັນເຈົ້າຂອງນາຍເຮົາອີກ
ແມ່ນຫຍັງແທ້ຄືກົດເກນແຫ່ງຄວາມສຳເລັດ”
14-05-2013-B-2-Management zone
Topic:ທຳລາຍຂອບຄວາມຄິດເກົ່າໆ.
ຢ່າສ້າງຂອບລ້ອມຕົວເອງ.
ທ່ານຫາກໍ່ເຮັດວຽກໄດ້ບໍ່ດົນ
ມຸມມອງຂອງທ່ານກໍ່ອາດຈະຍັງຄົງເປີດກວ້າງພ້ອມຮັບສິ່ງໃໝ່ໆຢູ່
ນັ້ນເປັນສິ່ງທີ່ດີແຕ່ຫາກທ່ານເຮັດວຽກມາແລ້ວ
3 ປີ ຂຶ້ນໄປຍິ່ງເຮັດວຽກມຸມມອງຍິ່ງແຄບເພາະເຮົາ
ເຈີບັນຫາຫຼາຍຂຶ້ນບາງບັນຫາທີ່ບໍ່ໄດ້ຮັບການແກ້ໄຂ
ແລະ
ຮຽນຮູ້ເໝາະສົມກໍ່ກາຍເປັນ“ຂອບ” ປິດກັ້ນ ການກະທຳ ແລະ ແນວຄິດຂອງທ່ານແລ້ວເຮົາຈະບໍ່ກ້າຄິດ
ຫຼື
ເຮັດແບບນັ້ນເພາະຢ້ານເກີດບັນຫານັ້ນ
ອີກ.
ໃນສະໄໝທີ່ເລີ່ມເຮັດວຽກໃໝ່ຂ້າພະເຈົ້າເຄີຍສະເໜີແນວຄິດດີໆໃຫ້ຮຸ່ນອ້າຍໄດ້ພິຈາລະນາແຕ່ບໍ່
ໜ້າເຊື່ອວ່າຮຸ່ນອ້າຍກັບເຫັນແຕ່ບັນຫາທີ່ຈະເກີດຈາກແນວຄິດນັ້ນ
ທາງນັ້ນກໍ່ມີບັນຫາທາງນີ້ກໍ່ມີບັນຫາແລ້ວຍັງສອນຂ້າພະເຈົ້າວ່າ“ເຊື່ອອ້າຍເທາະອ້າຍລອງມາແລ້ວ”ແຕ່ສິ່ງທີ່ບໍ່ໜ້າເຊື່ອນັ້ນກໍ່ແມ່ນສິ່ງທີ່ບໍລິສັດຂອງເຮົາບໍ່ກ້າຄິດຈະລອງເຮັດເບິ່ງ
ແຕ່ຄູ່ແຂ່ງກັບເຮັດໄດ້
ແລະ
ສຳເລັດອີກ.
ຫົນທາງສູ່ຄວາມສຳເລັດມັນມີຫຼາຍທາງ
ບໍ່ວ່າຈະເປັນການເຮັດວຽກນ້ອຍ
ຫຼື ວຽກໃຫຍ່ທີ່ສ້າງເສັ້ນທາງສູ່ຄວາມສຳເລັດໃນຊີວິດຂອງທ່ານລ້ວນແລ້ວ ແຕ່ມີຫຼາຍເສັ້ນທາງຂ້າພະເຈົ້າກໍ່ບໍ່ເຄີຍເຂົ້າໃຈວ່າມັນແປວ່າຫຍັງຈົນເມື່ອເລີ່ມມີປະສົບການຊີວິດຫຼາຍຂຶ້ນຈຶ່ງເລີ່ມເຂົ້າໃຈວ່າວິທີການເຮັດອັນໃດໃຫ້ສຳເລັດນັ້ນມີຫຼາຍວິທີບາງເທື່ອເຮົາໄດ້ຍິນໝູ່ເພື່ອນເວົ້າອັນໃດໜຶງທີ່ແຕກຕ່າງຈາກເຮົາຄິດເຮົາອາດຄິດວ່າເພື່ອນຄິດຜິດແຕ່ແທ້ຈິງແລ້ວມັນອາດບໍ່ແມ່ນບາງເທື່ອເພື່ອນ
ແລະ
ຂ້າພະເຈົ້າຕ່າງເວົ້າຖືກທັງສອງແຕ່ຫາກເຮົາປິດກັ້ນບໍ່ຮັບຟັງແນວທາງທີ່ແຕກຕ່າງເຮົາກໍ່ຈະຮູ້ພຽງວິທີດຽວເຊິ່ງແມ່ນວ່າເຮົາອາດບໍ່ໄດ້ໂງ່ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະສະຫຼາດຂຶ້ນ.
ຈົ່ງຝຶກຮຽນຮູ້ປະສົບການທີ່ແຕກຕ່າງ,
ເປີດຮັບສິ່ງໃໝ່,
ຢ່າເປັນຈອກທີ່ເຕັມນ້ຳເພາະຍິ່ງເຮົາຮູ້ຫຼາຍ
ຈະເຮັດໃຫ້ເຮົາຮູ້ແທ້ເພາະທຸກຄວາມຮູ້ສຸດທ້າຍມັນຈະມາເຊື່ອມໂຍງກັນ.
ໂອກາດມັກຈະມາຕອນວິກິດ.
ສິ່ງວິເສດຂອງການເບີ່ງສິ່ງທີ່ກວ້າງບໍ່ເຮັດຫຍັງຕາມຄົນອື່ນກໍ່ແມ່ນຊ່ວງທີ່ວິກິດທີ່ຫຼາຍໆຄົນຍັງຢ້ານກົວແຕ່ແທ້ຈິງ ທຸກວິກິດມີໂອກາດທີ່ຍິ່ງໃຫຍ່ລີ້ຊ່ອນຢູ່ຫາກທ່ານຕິດຕາມປະຫວັດການໂລກຫຼາຍຮ້ອຍປີທີ່ຜ່ານມາ.
ໃນທຸກໆວິກິດທີ່ຜ່ານໄປຈະກຳເນີດໃຫ້ມີຜູ້ນຳ
ຫຼື
ຜູ້ທີ່ປະສົບຄວາມສຳເລັດຮຸ່ນໃໝ່ໆອອກມາແມ່ນແຕ່ບ່ອນເຮັດວຽກໃນໄລຍະວິກິດສຸດໆ
ແລະ
ກຳລັງກັບມາພິກຟື້ນເຕີບໂຕກໍ່ຖືວ່າເປັນໂອກາດທີ່ດີທີ່ສຸດທີ່ຈະມີຊ່ອງວ່າງ
ຫຼືຊ່ອງທາງການກ້າວໜ້າຂຶ້ນ.
ຢ່າງໃດກໍ່ຕາມຢ່າງທີ່ທ່ານໃຊ້ຊີວິດໃນຮູບແບບທີ່ບໍ່ແຕກຕ່າງຈາກຄົນອື່ນໆໃນໄລຍະວິກິດ
ທ່ານຈະຊອກຫາໂອກາດບໍ່ພົບເພາະໃນຊ່ວງທີ່ມັນບໍ່ດີທຸກຄົນຕ່າງເຫັນແຕ່ສິ່ງບໍ່ດີຈະໃຫ້ເບິ່ງແຕກຕ່າງໃຫ້ໂອກາດ
ເວົ້າຕອນນີ້ມັນງ່າຍແຕ່ໃນເວລາປະເຊີນແທ້ໆອາດຈະເຮັດບໍ່ໄດ້ນອກຈາກທີ່ເຮົາຝຶກຕົວເຮົາເອງໃຫ້ໂດດເດັ່ນຈາກຄົນອື່ນກ້າເປີດສິ່ງໃໝ່,
ເບິ່ງໃນມຸມກວ້າງ
ຫຼື
ມີວິໄສທັດນັ້ນແຫຼະເຮົາຈະມີໂອກາດໃນທຸກໆວິກິດ.
ຄິດໃຫຍ່ບໍ່ຄິດນ້ອຍ.
ພະລັງແຫ່ງຄວາມຄິດນັ້ນໃຫຍ່ຫຼາຍໄດ້ມີຄຳເວົ້າແຕ່ບູຮານບອກວ່າຫາກທ່ານຄິດວ່າທ່ານສາມາດຍູ້ພູເຂົາໄດ້ທ່ານຈະສາມາດເຮັດໄດ້ແທ້ດັ່ງນັ້ນສິ່ງທຳອິດຂອງຄວາມສຳເລັດປັບຄວາມຄິດຕ້ອງຄິດໃນດ້ານບວກຄິດວ່າເຮັດໄດ້ຖ້າທ່ານຄິດວ່າເຮັດໄດ້ທ່ານກໍ່ຈະເຮັດໄດ້.
ການທີ່ຈະສ້າງ
ແລະ
ເຮັດໃຫ້ພະລັງຄວາມເຊື່ອແຂ່ງແກນມີ
3 ຂໍຫຼັກດັ່ງລຸ່ມນີ້:
1. ຄິດວ່າຕ້ອງເຮັດໃຫ້ແລ້ວຢ່າຄິດວ່າລົ້ມເຫຼວ
2. ເຕືອນຕົວເອງຢ່າງສະໝຳສະເໝີວ່າທ່ານເກັ່ງກວ່າທີ່ທ່ານຄິດ
3. ຄິດໃຫຍ່ຕັ້ງຄວາມຫວັງໃຫ້ສູງ
ແລະ
ທ່ານຈະພຸ່ງໄປໄດ້ໄກຄິດສະເໝີວ່າເຮົາຄືຄົນສຳຄັນ
ສິ່ງທີ່ເຮົາ ເຮັດນັ້ນຄືສິ່ງສຳຄັນ.
ເຮົາຄືຄົນສຳຄັນ
ຈົ່ງເວົ້າຢ່າງຫ້າວຫັນກັບຕົວເອງມື້ລະຫຼາຍຄັ້ງ,
ສ້າງໂຄສະນາຂາຍຕົວເອງໃຫ້ກັບຕົວທ່ານເອງ, ເວົ້າ
ຊ້ຳກັບຕົວເອງໃນທຸກໂອກາດວ່າ“ຂ້າພະເຈົ້າເປັນຄົນຊັ້ນໜຶ່ງ”ເມື່ອເຮົາໄດ້ຍິນສຽງທີ່ເວົ້າເລື້ອຍໆເຮົາກໍ່ຈະຮູ້ສຶກໄດ້ວ່າມັນເປັນແບບນັ້ນແທ້ໆ, ມັນຊ່ວຍໃຫ້ທ່ານຄິດສຳຄັນ. ການປະກົດກາຍຂອງທ່ານຈະເປັນການຊ່ວຍປະດັບຂວັນກຳລັງໃຈ
ແລະ
ຄວາມເຊື່ອໝັ້ນໃນຕົວເອງ
ແລະ
ການປະກົດກາຍຂອງທ່ານສື່ເຖິງຄົນອື່ນນຳ
ເພາະສະນັ້ນໃຫ້ແນ່ໃຈວ່າ“ນີ້ຄືຄົນສຳຄັນ, ສະຫຼາດ, ມັ່ງຄັ່ງ ແລະ ໄວ້ໃຈໄດ້.
ປະເດັນຫຼັກໃນບົດ: “ຈົ່ງຝຶກຮຽນຮູ້ປະສົບການທີ່ແຕກຕ່າງ,
ເປີດຮັບສິ່ງໃໝ່,
ຢ່າເປັນຈອກທີ່ເຕັມນ້ຳເພາະຍິ່ງເຮົາຮູ້ຫຼາຍ
ຈະເຮັດໃຫ້ເຮົາຮູ້ແທ້ເພາະທຸກຄວາມຮູ້ສຸດທ້າຍມັນຈະມາເຊື່ອມໂຍງກັນ.
ไม่มีความคิดเห็น:
แสดงความคิดเห็น