ຕະຫຼາດອີເມວຍັງບໍ່ໄດ້ຖືກລືມເທື່ອ. - dokhukcolumnist

Post Top Ad

วันอาทิตย์ที่ 12 พฤษภาคม พ.ศ. 2556

demo-image

ຕະຫຼາດອີເມວຍັງບໍ່ໄດ້ຖືກລືມເທື່ອ.

Responsive Ads Here

14-05-2013-B-3-makong 


ຂ້າພະເຈົ້າຄິດວ່າຫຼາຍໆຄົນຄົງຈະລືມການຕະຫຼາດອີເມລໄປແດ່ແລ້ວເພາະຫຼາຍຄົນມຸ້ງຄວາມສົນໃຈຕະຫຼາດອອນລາຍອື່ນໆຈົນມຄຳຖາມເກີດຂື້ນມາວ່າ: ຜົນລັບໂປຣໂມເຊັນອີເມລເປັນແນວໃດ? ຄຳຖາມເຫຼົ່ານີ້ຄົງບອກໄດ້ວ່າທ່ານລືມຕະຫຼາດອີເມລໄປແລ້ວ ຫຼື ຍັງ?.ເຫດຜົນຕໍ່ໄປນີ້ສະແດງໃຫ້ເຫັນວ່່າ ການຕະຫຼາດອີເມລຍັງຄົງບໍ່ສູນສີ້ນໄປ ແລະ ຍັງມີປະສິດທິພາບເໜືອການຕະຫາດໂລກອອນລາຍອື່ນໆອີກ ດ້ວຍ.
ທ່ານຮູ້ຫຼືບໍ່ວ່າຈຳນວນຜູ້ໃຊ້ອີເມລ ຫຼາຍກວ່າເຟສບຸກ ແລະ ທວິດເຕີ ລວມເປັນ 3 ເທົ່າໂດຍມີຜູ້ ໃຊ້ງານອີເມລ 2.9 ພັນລ້ານຄົນທົ່ວໂລກເລີຍ. ຫາກພິຈາລະນາຈຳນວນຂໍ້ຄວາມທີ່ສົ່ງເຖິງກັນກັບຂໍ້ຄວາມທີ່ໂພສໃນເສບຸກລວມທັງຂໍ້ຄວາມທີ່ໄດ້ສົ່ງໃນທະວິດເຕີມີພຽງແຕ່ 0.2 ເປີເຊັນຂອງຈຳນວນອີເມລທີ່ສົງໃນແຕ່ລະມື້ຈຳນວນອີເມລນັ້ນຍັງບໍ່ໄດ້ນັບລວມອີເມລສແປມນຳ.
ພິຈາລະນາເສີເອັນຈີ້ນຈຳນວນເວບໄຊທີ່ຄົ້ນຫາໃນແຕ່ລະມື້ມີພຽງແຕ່ 1 ໃນ 10 ຂອງຈຳນວນ ການສົງອີເມລເທົ່ານັ້ນ ຫຼື ປະລິມານຂໍ້ມູນໃນການເຂົ້າຊົມເວບໄຊລວມທັງຂໍ້ຄວາມຮູບພາບ ແລະ ວີດີໂອມີ ພຽງແຕ່ 1 ໃນ 4 ຂອງປະລິມານຂອງຂໍ້ມູນທີ່ສົງໂດຍອີເມລ.
ອີເມລມີອາຍຸການໃຊ້ງານທີ່ຍາວນານທີ່ສຸດຖ້າທຽບກັບສື່ອອນລາຍທັງໝົດແຕ່ບໍ່ໜ້າເຊື່ອວ່າມັນຍັງ ຄົງໃຊ້ງານຢູ່ໃນທຸກວັນນີ້ຂະນະທີ່ບາງສື່ອອນລາຍໄດ້ກຳເນີດຂຶ້ນ ແລະ ກໍ່ສີ້ນສຸດໄປພຽງແຕ່ກະແສເທົ່ານັ້ນ.
ສື່ສານແບບສ່ວນບຸກຄົນຫຼາຍທ່ານອາດຈະຄິດວ່າ Facebook ໜ້າຈະເປັນສືອອນລາຍທີ່ເຂົ້າເຖິງ ຕົວບຸກຄົນໄດ້ຫຼາຍທີ່ສຸດຫາກພິຈາລະນາຈາກຕົວເລກເບື້ອງຕົ້ນ ເສບຸກບໍ່ສາມາດຄວບຄຸມຄົນສ່ວນໃຫຍ່ ທົ່ວໂລກໄດ້ໂດຍສະເພາະຜູ້ບໍລິໂພກໄວສູງອາຍຸ ທ່ານຈະບໍ່ສາມາດເຂົ້າເຖິງເຂົາເຈົ້າໄດ້ຢ່າງມີປະສິດທິພາບ ທຽບກັບອີເມລ.
ສຳຫຼັບຜູ້ທີ່ໃຊ້ງານກັບທຸລະກິດແລ້ວຈະບໍ່ຕ້ອງການສົນທະນາແບບສ່ວນບຸກຄົນໃນເວບໄຊສັງຄົມອອນລາຍແບບ ເສບຸກແຕ່ພວກເຂົາເຈົ້າຍິນດີທີ່ຈະສົງຂໍ້ຄວາມສ່ວນບຸກຄົນດ້ວຍອີເມລຫຼາຍກວ່າ ເຊິງສ່ວນໃຫຍ່ຈະເປັນອີເມລຣີແບບ Hotmai ຫຼື Gmail ເປັນຕົ້ນ.
ການສົນທະນາເພື່ອທຸລະກິດເວບໄຊສັງຄົມອອນລາຍອາດຈະໃຊ້ໄດ້ດີກັບສື່ສານລະຫວ່າງເຈົ້າຂອງແບຣນກັບລູກຄ້າແຕ່ສຸດທ້າຍແລ້ວສື່ສັງຄົມອອນລາຍ ບໍ່ສາມາດໃຊ້ເປັນຊ່ອງທາງສື່ສານ ແລະ ສ້າງຄວາມ ສຳພັນດ້ານທຸລະກິດໄດ້ດີໂດຍສະເພາະກັບປະເດັນທາງທຸລະກິດທີ່ຈິງຈັງຄື​ກັບສື່ອີເມລທີ່ສາມາດເຮັດໄດ້ດີກວ່າ
ຢ່າງໃດກໍ່ຕາມບໍ່ໄດ້ໝາຍຄວາມວ່າບໍ່ຕ້ອງໃຊ້ສື່ອອນລາຍອື່ນໃນການສົນທະນາເພື່ອທຸລະກິດແຕ່ອາດຈະໃຊ້ສື່ອອນລາຍອື່ນໆກ່ອນແລ້ວຕາມດ້ວຍສື່ອີເມລເພື່ອຈະໄດ້ຮັບການສື່ສານທີ່ດີກວ່າ. ແລະ ຂໍ້ໄດ້ປຽບ ອີກຢ່າງໜຶ່ງອີເມລຄືຄວາມສາມາດໃນການສົນທະນາຢ່າງຕໍ່ເນື່ອງໄດ້ດີ. (Mailbox ທີ່ເກັບປະຫວັດການສົນ ທະນາຢ່າງຕໍ່ເນື່ອງ.)
ນັກການຕະຫຼາດຄາດຫວັງການວັດຜົນລັບທາງການຕະຫຼາດທີ່ມີປະສິດຕິພາບ ແລະ ສາມາດປະເມີນຜົນຕອບແທນການລົງທຶນໄດ້ ແລະ ເຫດຜົນເບື້ອງຕົ້ນພຽງແຕ່ຕ້ອງການເຕືອນວ່າຍັງມີສື່ການຕະຫຼາດດັ່ງ ການຕະຫຼາດອີເມລທີ່ອາດຈະລືມໄປແລ້ວຫາກສາມາດປະຍຸກໃຊ້ງານຕະຫຼາດອີເມລຢ່າງຖືກຕ້ອງ ຮັບຮອງໄດ້ວ່າອາດລືມຊື່ອອນລາຍອື່ນໆອີກດ້ວຍຊ້ຳ.

ປະ​ເດັນ​ຫຼັກ​ໃນ​ບົດ: “ການສົນທະນາເພື່ອທຸລະກິດເວບໄຊສັງຄົມອອນລາຍອາດຈະໃຊ້ໄດ້ດີກັບສື່ສານລະຫວ່າງເຈົ້າຂອງແບຣນກັບລູກຄ້າແຕ່ສຸດທ້າຍແລ້ວສື່ສັງຄົມອອນລາຍ ບໍ່ສາມາດໃຊ້ເປັນຊ່ອງທາງສື່ສານ ແລະ ສ້າງຄວາມ ສຳພັນດ້ານທຸລະກິດໄດ້ດີໂດຍສະເພາະກັບປະເດັນທາງທຸລະກິດທີ່ຈິງຈັງຄື​ກັບສື່ອີເມລທີ່ສາມາດເຮັດໄດ້ດີກວ່າ



ไม่มีความคิดเห็น:

แสดงความคิดเห็น

Post Bottom Ad