ວີ​ເຄ​ເຄ​ສ້າງ​ຜະລິດ​ຕະພັນ​ໃໝ່ດ້ວຍ​ການ​ຜະລິດ​ທໍ່ຂະ​ໜາດ​ໃຫຍ່ສະໜອງ​ເຂື່ອນ​ຂະໜາດ​ນ້ອຍ-ກາງ. - dokhukcolumnist

Post Top Ad

Responsive Ads Here

วันอาทิตย์ที่ 12 พฤษภาคม พ.ศ. 2556

ວີ​ເຄ​ເຄ​ສ້າງ​ຜະລິດ​ຕະພັນ​ໃໝ່ດ້ວຍ​ການ​ຜະລິດ​ທໍ່ຂະ​ໜາດ​ໃຫຍ່ສະໜອງ​ເຂື່ອນ​ຂະໜາດ​ນ້ອຍ-ກາງ.


14-05-2013-1-business-VKK
ທ່ານ ຫງຽນ ວັນມິ (VANMI Nguyen)


ໃນຫຼາຍປີຜ່ານມາ ຜະລິດຕະພັນອຸດສາຫະກໍາຂອງລາວ ຖືວ່າມີການເຕີບໃຫຍ່ຂະຫຍາຍຕົວເປັນລໍາດັບເຮັດໃຫ້ມີຫຼາຍໆຜະລິດຕະພັນຜະລິດອອກມາຮັບໃຊ້ສັງຄົມໃນການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໂດຍສະເພາະກໍແມ່ນຜະລິດຕະພັນຂອງບໍລິສັດວີເຄເຄອຸດສາຫະກໍາຈໍາກັດ ໄດ້ຊ່ວຍຕອບສະໜອງຄວາມຕ້ອງການໃນການຊົມໃຊ້ໄດ້ໃນລະດັບໃດໜຶ່ງເຊັ່ນຜະລິດຕະພັນເຫຼັກ​​, ສັງກະສີເຄືອບ, ອຸປະກອນໂທລະຄົມ, ຂົວທາງແລະຜະລິດຕະພັນອື່ນໆ ຫຼ້າສຸດທາງບໍລິສັດໄດ້ຜະລິດທໍ່ຂະໜາດໃຫຍ່ເພື່ອສະໜອງໃຫ້ກັບໂຄງການ ນັບວ່າເປັນໂຮງງານແຫ່ງທຳອິດຂອງລາວທີ່ສາມາດຜະລິດທໍ່ຂະໜາດໃຫຍ່ໄດ້.

ແນວໃດກໍດີ ທ່າມການການເຊື່ອມ​​ໂຍງເສດຖະກິດ​​ເຂົ້າສູ່ສາກົນຫຼາຍຂຶ້ນ ການແຂ່ງຂັນກໍເປັນເງົາຕາມມາ ທີ່ເຮັດຫ້ຫົວໜ່ວຍທຸລະກິດພາຍໃນຕ້ອງໄດ້ພັດທະນາ ລະປັບປຸງຕົນເອງໃຫ້ມີການບໍລິຫານຈັດການທີ່ດີເລີດ, ມີຜະລິດຕະພັນທີ່ໄດ້ມາດຕະຖານ​ ​ເພື່ອສາມາດແຂ່ງຂັນໄດ້ກັບຜະລິດຕະພັນຂອງນາໆປະເທດ.
ດັ່ງທີ່ເຮົາເຫັນກັນທຸກມື້ປະເທດເຮົາກຳລັງພັດທະນາ ມີໂຄງການຫຼາຍ​​ໂຄງການເກີດຂຶ້ນຢູ່ເປັນປະຈຳໂດຍສະເພາະແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້າ ຂະໜາດນ້ອຍແລະ ກາງ ​​ສົ່ງ​​ຜົນໃຫ້ທາງຜູ້ປະກອບການທີ່ຜະລິດວັດສະດຸເພື່ອຮັບໃຊ້ການກໍ່ສ້າງດັ່ງກ່າວໄດ້ເປັນຢ່າງດີແລະ ຄາດມີທ່າກ້າວທີ່ດີໃຫ້ກັບຂະແໜງອຸດສາຫະກຳເຫຼັກແຕ່ໃນນີ້ກໍມີຫຼາຍສິ່ງຢ່າງທີ່ທ້າທາຍ.

ທ່ານ ຫງຽນ ວັນມິ (VANMI Nguyen) ຮອງຜູ້ອໍານວຍການ​ ​ໂຮງງານ ວີເຄເຄ ອຸດສາຫະກໍາຈໍາກັດໄດ້ກ່າວ ວ່າ: ປັດຈຸບັນທາງໂຮງງານເຮົາໄດ້ຜະລິດທໍ່ຂະໜາດໃຫຍ່ເພື່ອສະໜອງໃຫ້ກັບໂຄງການທີ່ຮັບເໝົາກໍ່ສ້າງເຂື່ອນຂະໜາດນ້ອຍແລະກາງ ປັດຈຸບັນພວກເຮົາໄດ້ສະໜອງໃຫ້ກັບໂຄງການທີ່ແຂວງ ຊຽງຂວາງ ດ້ານການບໍລິການທາງໂຮງງານເຮົາສາມາດສົ່ງສິນຄ້າແລະມີຊ່ຽວຊານນຳໄປຕິດຕັ້ງໃຫ້ກັບທີ່.

ເຖິງແມ່ນວ່າຜ່ານມາການຜະລິດທໍ່ຂະໜາດໃຫຍ່ປານນີ້ຍັງບໍ່ມີ​​ເຈົ້າໃດຜະລິດອອກມາເທື່ອມີແຕ່ນຳເຂົ້າຈາກປະເທດເພື່ອນບ້ານ ພວກເຮົາຕ້ອງໄດ້ນຳເຄື່ອງຈັກເຂົ້າມາໃໝ່, ​ສຶກສາຫຼາຍດ້ານ, ຕ້ອງໄດ້ປຶກສາດ້ານເຕັກນິກຈາກຊ່ຽວຊານ​​ຕ່າງປະເທດຜ່ານການຜະລິດມາໄດ້ 2 ​ເດືອນກວ່າພວກເຮົາກໍ​​ໄດ້ຜ່ານຜ່າສິ່ງທ້າທາຍຫຼາຍໆຢ່າງມາໄດ້ຈົນເຮັດໃຫ້ພວກເຮົາສາມາດຜະລິດແລະ ສະໜອງໃຫ້ກັບລູກຄ້າໄດ້ຕາມເວລາທີ່ກຳນົດໄວ້,​ ການເຮັດທໍ່ນີ້ແມ່ນເຮົາອີກໃສ່ມາດຕະຖານຂອງຊ່ຽວຊານຂອງໂຄງການກໍຳໜົດໃຫ້ມາ ພາຍຫຼັງທີ່ເຮົາຜະລິດສຳເລັດແລ້ວພວກເຮົາຈະໃຫ້ທາງວິຊານການກວດສອບດ້ານຄຸນນະພາບຢ່າງລະອາດຈົນ​​ໄດ້ຕາມມາດຕະຖານທີ່ກຳນົດໄວ້ແລ້ວຈຶ່ງສົ່ງອອກ.

ທ່ານ ຫງຽນ ວັນມິ ກ່າວຕື່ມວ່າ: ​​ເມື່ອສຶກສາແລະເບິ່ງ​​ໂອກາດທາງທຸລະກິດ​​ໃນຕໍ່ໜ້າ ບວກກັບທ່າແຮງທີ່ທາງໂຮງງານເຮົາມີຢູ່ ເຮັດໃຫ້ພວກເຮົາຕັດສິນໃຈຜະລິດທໍ່ຂາດໃຫຍ່ນີ້ຂຶ້ນມາເຖິງ​​​ຈະແມ່ນຈະມີຫຼາຍສິ່ງທ້າ ​​ແຕ່ເນື່ອງຈາກເລັງເຫັນຄວາມຕ້ອງການ​​ຊົມໃຊ້ຜະລິດ ຕະພັນ​ ​ເຮັດໃຫ້ການກໍ່ສ້າງພຶ້ນຖານໂຄງລ່າງທີ່ຈໍາເປັນເພີ່ມຂຶ້ນນັບມື້. ​ແຕ່ສ່ວນໃຫຍ່ແມ່ນນໍາເຂົ້າມາຈາກຕ່າງປະເທດ ດັ່ງນັ້ນຫາກປະເທດເຮົາມີຜະລິດຕະພັນດັ່ງກ່າວ ໜ້າຈະສ້າງໂອກາດທີ່ດີໃຫ້ແກ່ຜູ້ຜະລິດ.

ທ່ານ ຍັງໄດ້ກ່າວ​​ເຖິງໂອກາດແລະ ສິ່ງທ້າທາຍວ່າ: ການເຊື່ອມໂຍງເສດຖະກິດກັບສາກົນ ທັງການເຂົ້າເປັນສະມາ ຊິກອົງການການຄ້າໂລກໃນຕົ້ນປີ​ ​ແລະປະຊາຄົມເສດຖະກິດອາຊຽນຈະເປີດຂຶ້ນໃນປີ2015 ຖືວ່າມີຫລາຍສິ່ງທ້າທາຍຕໍ່ຫົວໜ່ວຍທຸລະກິດພາຍໃນ, ​ແຕ່ໃນນັ້ນກໍຈະເປັນກາລະໂອ ກາດທີ່ດີໃນການພັດທະນາທຸລະກິດໃຫ້ມີຄວາມເຂັ້ມແຂງ, ຖ້າເຮົາກຽມພ້ອມທີ່ດີເຮົາກໍສາມາດນໍາເອົາຜະລິດຕະພັນຂອງເຮົາໄປສູ່ບັນດາປະເທດຕ່າງໄດ້ສະດວກຂຶ້ນ.

ເພື່ອຮອງຮັບການແຂ່ງຂັນທີ່ຫຼາຍຂຶ້ນນັບມື້ ວີເຄເຄ ຈະສືບຕໍ່ຍົກສູງດ້ານບຸກຄະລາກອນ, ປັບປຸງດ້ານເຄື່ອງຈັກ, ສ້າງຜະລິດຕະພັນໃຫ້ມີຄຸນະພາບ ໄດ້ມາດຕະຖານ ISO  ຈາກປັດຈຸບັນທີ່ສິນຄ້າຂອງໂຮງງານແມ່ນໄດ້ມາດຕະຖານແຫ່ງຊາດລາວ.​​ ພັດທະນາສິນຄ້າ​​ໃຫ້ຖືກຕາມຄວາມຕ້ອງ ການຂອງຕະຫຼາດ, ປັບປຸງ​​ ແລະ ສ້າງລະບົບການບໍລິການໃຫ້ມີຄວາມທັນະໄຫມ.

ທ່ານຮອງອຳນວຍການຍັງເວົ້າເຖິງບາດກ້າວການຂະຫຍາຍຕົວຂອງໂຮງງານ ວີເຄເຄ ອີກວ່າ: ພວກເຮົາລົງມືສຶກສາຢ່າຈິງຈັງທັງປຶກສາຜູ້ທີ່ມີຄວາມຮູ້ໃນດ້ານການນີ້ເຊິ່ງໃຊ້ເວລາ​​ເຖິງ2 ປີ ຈິ່ງສ້າງໂຮງງານວີເຄເຄ ອຸດສາຫະກໍາ ​​ໃນປີ2003 ​​ໂດຍນໍາໃຊ້ເຄື່ອງຈັກແລະເຕັກໂນໂລຊີຈາກຍີ່ປຸ່ນແລະໄຕ້ຫວັນດ້ວຍການລົງທຶນໃນເບື້ອງຕົ້ນ30​ກວ່າຕື້ກີບ. ​ໄດ້​​ເລີ່ມເປີດການຜະລິດຢ່າງເປັນທາງການໃນປີ2004 ​ໂດຍເລີ່ມຈາກຜະລິດຕະພັນສັງກະສີເຄືອບສີ ກາຊ້າງ3​ໂຕຖືເປັນໂຮງງານຫຼັງທໍາອິດທີ່ຜະລິດສັງກະສີເຄືອບສີໄດ້.
ຫຼັງຈາກຜະລິດຕະພັນອອກສູ່ຕະຫຼາດ ກໍໄກ້ຮັບການຕອບຮັບເກີນຄາດໝາຍຈາກຕະຫຼາດ. ​ທ້າຍປີ2005 ຈິ່ງໄດ້ສັງເຄື່ອງຈັກເຂົ້າມາຕື່ມເພື່ອຜະລິດເຫຼັກຮູບປະພັນປະເພດຕ່າງໆທັງເຫຼັກ​​ແປເຫລັກກົມ ຫຼືເວົ້າໄດ້ວ່າຜະລິດໄດ້ຄົບທຸກລຸ້ນທີ່ຕະຫຼາດຊົມໃຊ້. ​ປີ2009 ທີ່ລາວກຽມເປັນເຈົ້າ ພາບຊີເກມ ກໍຂະຫຍາຍມາຜະລິດເສົາໄຟເຢືອງທາງແລະ​ ​ເສົາໂທລະຄົມເຄືອບກັນໝ້ຽງເຊິ່ງໄດ້ກາຍເປັນການບໍລິການໜຶ່ງໃຫ້ແກ່ໂຮງງານອື່ນໆນໍາເອົາສິນຄ້າເຂົ້າມາເຄືອບກັນໝ້ຽງ.      
ທ່ານ ຮອງຜູ້ອຳນວຍການ​​ເປີດເຜີຍຕື່ມອີກວ່າ: “ຈາກມື້ເລີ່ມຕົ້ນມາເຖິງປັດຈຸບັນ ບໍລິສັດວີເຄເຄກໍມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ  ໃນລະດັບປີລະ20%. ປັດຈຸບັນໄດ້ມີຫຼາຍຜະລິດຕະພັນອອກສູ່ສັງຄົມ ທັງສັງກະສີເຄືອບສີ, ​ເຫຼັກຮູບປະພັນທຸກຊະນິດ, ເສົາ​ໄຟ​ເຍືອງ​ທາງ, ດອກ­ໄຟ​ເຍືອງ​ທາງ, ເສົາ​ໄຟ​ອຳ­ນາດ ,ຮາວ​ປ້ອງ​ກັນ(ທາງ), ແຜ່ນ​ຫຼັງ­ຄາ, ເສົາ​ສົ່ງ​ສັນ­ຍານ, ທໍ່ຂະໜາດໃຫຍ່ຮັບໃຊ້ເຂື່ອນໄຟຟ້າ ແລະອີກຫຼາຍຜະລິດຕະພັນ.”
ການດໍາເນີນທຸລະກິດໃນໄລຍະຜ່ານມາຂອງຕົນແມ່ນຢຶດຖື ຄວາມອົດທົນເປັນຫຼັກ, ຢ່າຄິດວ່າຕ້ອງເອົາກໍາໄລຫຼາຍເພື່ອ​​ໃຫ້ໄດ້ທຶນໄວເພາະວຽກອຸດສາຫະກໍາຕ້ອງໃຊ້ໄລຍະຍາວ, ນອກນັ້ນກໍແມ່ນຄວາມຊື່ສັດຕໍ່ລູກຄ້າ.
ການຜະລິດອຸດສາຫະກໍາວັດຖຸດິບແມ່ນຫົວໃຈຫລັກເພາະບໍລິສັດໄດ້ນໍາໃຊ້ວັດຖຸດິບຫລາຍແບບຫລາຍປະເພດດັ່ງນັ້ນຕະຫຼອດຫລາຍປີຜ່ານມາ ບໍລິສັດຈະໃຫ້ຄວາມສໍາຄັນຫຼາຍໃນການຈັດຊື້ວັດຖຸດິບເພື່ອຮັບໃຊ້ການຜະລິດ ທັງຈາກສ.​ເກົາຫຼີຍີ່ປຸ່ນ, ຈີນ, ​ໄທແລະຫວຽດນາມ.”

ທ່ານຫງຽນ ວັນມິໄດ້ກ່າວປິດທ້າຍວ່າ: ສຳລັບລູກຄ້າທີ່, ​ໂຄງການໃດຫາກມີຄວາມຕ້ອງການນຳໃຊ້ທໍຂະໜາໃຫຍ່ທີ່​​ໄດ້ມາດຕະຖານ ສາມາດເຂົ້າມາຫາເຮົາ​​ໄດ້ທີ່ໂຮງງານ ສຳລັບທໍ່ລູກຄ້າສາມາດສັ່ງໄດ້ວ່າຢາກໄດ້ຂະໜາໃດ ສະເປັກ​​ໃດທາງໂຮງງານເຮົາສາມາດຜະລິດແລະ ສະໜອງໃຫ້ໄດ້ສ່ວນລາຄາແມ່ນຂຶ້ນກັບແຕ່ລະສະເປັກຂອງທໍ່ ​​ແຕ່ເວົ້າໄດ້ວ່າຖືກກວ່າທີ່ນຳເຂົ້າຈາກປະເທດເພື່ອບ້ານ ທຸກມື້ນີ້ການຜະລິດຂອງເຮົາແມ່ນເຕັມເວລາເພື່ອສະໜອງໃຫ້ ແກ່ລູກຄ້າແລະໃນຕໍ່ໜ້າພວກເຮົາມີແຜນທີ່ຈະຂະຫຍາຍໂຮງງານອອກເພື່ອ​​ເພີ່ມກຳລັງການຜະລິດໃຫ້ຫຼາຍຂຶ້ນ.



ຫົວຂໍ້ສຳຮອງ: ວີເຄເຄຫວັງສະໜອງທໍ່ຂະໜາດໃຫ້ໂຄງການເພື່ອສ້າງມູນຄ່າເພີ່ມມູນຄ່າເພີ່ມອຸດສາຫະກຳເຫຼັກ.​
ປະເດັນຫຼັກ: ຈາກທ່າແຮງທີ່ເຮົາມີຢູ່ ເຮັດໃຫ້ພວກເຮົາຕັດສິນໃຈຜະລິດທໍ່ຂາດໃຫຍ່ນີ້ຂຶ້ນມາເຖິງ​​​ຈະມີຫຼາຍສິ່ງທ້າ ​​ແຕ່ເນື່ອງຈາກມີຄວາມຕ້ອງການ​​ຊົມໃຊ້ຜະລິດຕະພັນ​ ​​ໃນການກໍ່ສ້າງພຶ້ນຖານໂຄງລ່າງທີ່ຈໍາເປັນ













ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here