ສປປລາວ ເປັນປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ. - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 14 พฤษภาคม พ.ศ. 2556

ສປປລາວ ເປັນປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ.


ມອບ-ຮັບລາງວັນ ສປປລາວເປັນປະເທດທີ່ໜ້າທ່ຽວຊົມທີ່ສຸດໃນໂລກ
ທ່າມກາງຄວາມປິຕິຊົມຊື່ນຂອງປວງຊົນ












ໃນຕອນຄໍ່າ ວັນທີ9ພຶດສະພາ ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ລາງວັນ ສປປປ ລາວເປັນປະເທດທີ່ໜ້າທ່ຽວຊົມທີ່ສຸດໃນໂລກສຳລັບປີ 2013 ຢ່າງເປັນທາງການ, ທ່າມກາງຄວາມປິຕິຊົມຊື່ນ ແລະ ການເຝົ້າຕິດຕາມຂ່າວຂອງສັງຄົມ.
ເປັນກຽດມອບລາງວັນໂດຍທ່ານ ສຈ.ດຣ. ອານໂຕນ ຕາຣາກິ ປະທານສະພາການທ່ອງທ່ຽວ ແລະ ການຄ້າສະຫະພາບເອີຣົບ  ແລະ ຮັບໂດຍ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປປ ລາວ. ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ; ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ມີ ທ່ານ ເຈົ້າຄອງນະຄອນ-ເຈົ້າແຂວງ, ບັນດາລັດຖະມົນຕີຊ່ວຍວ່າການ, ແລະ ບັນດາຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງ 16 ແຂວງ ແລະ 1 ນະຄອນຫຼວງເຂົ້າຮ່ວມ.
ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ກ່າວໃນພິທີວ່າ: ການທ່ອງທ່ຽວຂອງລາວໄດ້ຄ່ອຍມີບົດບາດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ລັດຖະບານໄດ້ກຳນົດ ແລະ ປະກາດຈັດຕັ້ງປະຕິບັດພັດທະນາ ແລະ ສົ່ງເສີມການທ່ອງທ່ຽວວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດເພື່ອຮອງຮັບແກ່ການທ່ອງທ່ຽວ ແລະ ການບໍລິການອື່ນໆໃຫ້ມີການຂະຫຍາຍຕົວ. ລັດຖະບານໄດ້ທຸ້ມເທໃສ່ພັດທະນາພື້ນຖານໂຄງລ່າງຢ່າງຫຼວງຫຼາຍ ດ້ວຍການສ້າງເສັ້ນທາງຄົມມະນາຄົມໃຫ້ເຊື່ອມຈອດກັນທົ່ວປະເທດ ແລະ ເຊື່ອມຈອດກັບປະເທດເພື່ອນບ້ານຢູ່ພາກເໜືອ, ກາງ ແລະ ໃຕ້.
ໄລຍະ 4-5 ປິຜ່ານມາ ລັດຖະບານໄດ້ມີຄວາມພະຍາມສູງໃນການຂະຫຍາຍດ່ານເຂົ້າ-ອອກປະເທດໃຫ້ຫຼາຍຂຶ້ນເພື່ອເຊື່ອມໂຍງກັບບັນດາປະເທດໃນພາກພື້ນ  ແລະ ໃນໂລກ. ປັດຈຸບັນ ສປປ ລາວມີດ່ານສາກົນທົ່ວປະເທດທັງໝົດ 23 ແຫ່ງ ແລະ ສາມາດເອົາວີຊາກັບດ່ານໄດ້ 21 ແຫ່ງ, ມີສະໜາມບິນສາກົນ 4 ແຫ່ງ, ທ່ານ ສຈ.ດຣ ບໍ່ແສງຄຳ ກ່າວ.
ສຳລັບລາງວັນທີ່ ສປປ ລາວໄດ້ຮັບຄັ້ງນີ້ປະກອບມີ: ລາງວັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກສໍາລັບປີ 2013, ຫຼຽນໄຊ ແລະ ໃບຢັ້ງຢືນເປັນສະມາຊິກສະພາການທ່ອງທ່ຽວ ແລະ ການຄ້າສະຫະພາບເອີຣົບ.
ທ່ານ ສຈ.ດຣ. ອານໂຕນ ຕາຣາກິ ກ່າວວ່າ: ຊາວຕ່າງຊາດທີ່ເດີນທາງເຂົ້າມາທ່ອງທ່ຽວໃນ ສປປລາວ ສ່ວນໃຫຍ່ຕ້ອງການເຫັນວັດວາອາຮາມອັນເກົ່າແກ່ທີ່ບໍ່ມີການຕົກແຕ່ງ ເປັນຕົ້ນແມ່ນ ວັດຊຽງທອງ ເມືອງຫຼວງພຣະບາງ ແລະ ວັດພູຈຳປາສັກ. ສ່ວນແຫຼ່ງທ່ອງທ່ຽວທີ່ຕ້ອງການພັດທະນາກໍຄວນໃຫ້ປະຊາຊົນມີສ່ວນຮ່ວມເປັນຕົ້ນແມ່ນເຂດປ່າສະຫງວນນ້ຳຫ້າແຂວງ ຫຼວງນ້ຳທາ.

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here