ອາການ​ທີ່​ບອກ​ວ່າ​ທ່ານ​ກຳລັງ​ເມົາ. - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 7 พฤษภาคม พ.ศ. 2556

ອາການ​ທີ່​ບອກ​ວ່າ​ທ່ານ​ກຳລັງ​ເມົາ.



ຜູ້​ບາດ​ເຈັບ 60% ມີ​ທາດ​ເຫຼົ້າຢູ່​ໃນ​ເລືອດ​ເກີນ​ມາດຕະຖານ ທ່ານ​ເປັນ​ຄົນ​ລາວ​ຜູ້​ໜຶ່ງ​ຫຼື​ບໍ່​ທີ່​ມັກ​ດື່ມ?
ດອກ​ບານ​ເລິກ ຂໍສະ​ເໜີ​ແບບ​ທົດ​ສອບ​ອາການ​ເມົາ​ເຫຼົ້າ​ດັ່ງ​ນີ້:
1.    ທ່ານ​ມັກ​ມີ​ປາກ​ສຽງ​ກັບ​ສິ່ງ​ທີ່​ບໍ່​ມີ​ຊີວິດ​ເຊັ່ນ: ປ້າຍ​​ໂຄສະນາ,​ເສົ້າ​ໄຟຟ້າ, ​ຖັງ​ຂີ້​ເຫ​ຍື່ອ…
2.    ຜົນ​ການກວດ​ເລືອດ​ຂອງ​ທ່ານ​​ແພດ​ລະບຸ​ວ່າ​ປະລິມານ​ເລືອດ​ເຈືອ​ຈາງ​ໃນ​ກະ​ແສ​ເຫຼົ້າ.
3.    ຄຳ​ເວົ້າ​ທີ່​ນິຍົມ​ສຸດ​ເວລາ​ນັ່ງ​ຄົນ​ດຽວ​ຄື: ​ເບຍ​ອີກ​ໜຶ່ງ​ແກ້ວ…ເບຍ​ອີກ​ໜຶ່ງ​ແກ້ວ…​ແລະ ກໍເບຍ​ອີກ​ໜຶ່ງ​ແກ້ວ.
4.    ທ່ານ​ເຂົ້າ​ໃຈ​ຜິດ​ວ່າ​ອາຫານ5​ໝູ່​ປະ​ກອບດ້ວຍ: ​ໂປຣຕິນ,​ໄຂມັນ,ຄາ​ໂປ​ໄຮ​ເດຣດ,ວິຕາມິນ ​ແລະ ​ເຫຼົ້າ.
5.    ທ່ານ​ຕ້ອງ​​ເກາະ​ສະໜາມ​ຫຍ້າ​ໃວ້​ແໜ້ນ​ເພາະ​ຢ້ານ​ຕົກ​ຈາກ​​ໂລກ.
6.    ຫົວ​ຂອງ​ທ່ານ​ເປັນ​ແຜ​ເລື້ອຍໆ​ບໍລິ​ເວນ​ທ້າຍ​ທອຍ ​ແລະ ໜ້າ​ຝາກ​ໂດຍ​ບໍ່​ຮູ້​ສາ​ເຫດ ​ແພດ​ສັນນິຖານ​ວ່າ ມັນ​ອາດ​ຈະ​ຕຳ​ກັບ​ຂອບ​​ໂຖ​ສ້ວມ.
7.    ທ່ານ​ແນມ​ເຫັນພາບ​ຊັດ​ເຈນ​ກວ່າ ຖ້າ​ຫຼັບ​ຕາ​ຂ້າງ​ໜຶ່ງ ​ແລະ ຈະ​ເຫັນ​ຈະ​ເຫັນ​ຊັດ​ເຈ​ນຫຼາຍ​ຂື້ນ​ຖ້າ​ທ່ານ ຫຼັບ​ຕາ​ທັງ​ສອງ​ຂ້າງ,
8.     ຮູ​ກຸນ​ແຕສະ​ຕາດ​ລົດ​ເຄື່ອນ​ທີ່​ໜີ​ທ່ານ​ໄດ້ ​ແລະ ​ຖະໜົນ​ໂຢ້​ນ​ໄປມາ​ເໝືອນ​ງູ ​ເຮັດ​ໃຫ້​ທ່ານ​ຂັບ​ລົດ​ດ້ວຍ​ຄວາມ​ຍາກ​ລຳ​ບາກ.
9.    ທ່ານ​ຄິດ​ບັນຫາ​ພຽງ​ຢ່າງ​ດຽວ​ຂອງ​ການ​ດື່ມ​ເຫຼົ້າ​ຄື “ບໍ່​ມີ​ເຫຼົ້າ​ດື່ມ”
10.  ຜູ້ຍິງ​ທຸກ​ຄົນ​ທີ່​ທ່ານ​ເຫັນ​ຈະ​ມີ​ຝາ​ແຝດ​ຄູ່​ເໝືອນ​ຢືນ​ຢູ່​ທາງ​ຂ້າງໆ.
11.  ທ່ານ​ຕັ້ງຊື່​ໝາ​ທີ່​ທ່ານ​ຮັກ​ຢູ່​ເຮືອນ​ວ່າ “ວິສກີ ​ແລະ ​ໂຊດາ”
12.  ທ່ານ​ຄົ້ນ​ພົບ​ວ່າ ​ເບ​ຍ5 ​ແກ້ວ​ໃຫ້​ພະລັງງານ​ຄິ​ດ​ເປັນ​ແຄຣລໍຣີ ​ເທ່ົາ​ກັບ​ເຂົ້າ​ແກງ​​ຖ້ວຍ​ໃຫຍ່ໆ ດັ່ງ​ນັ້ນ,​ເພື່ອ​ເຫັນ​ແກ່​ສຸຂະພາບ​ທ່ານ​ຈິ່ງ​ຄວນ​ງົດ​ເຂົ້າ​ແລງ.
13.  ທຸກ​ຄັ້ງ​ທີ່​ຫາ​ຄຳ​ສົນທະນາ​ທີ່​ເໝາະ​ສົມ​ບໍ່​ທັນ ທ່ານ​ບໍ່​ຂັ້ນ​ຈັງຫວະ​ດ້ວຍ “​ເອີ່” ​ແຕ່​ຈະ​ເວົ້າ​ວ່າ “​ເອິ໋ກ”
14.  ທ່ານ​ມັກ​ຫາ​ປາກ​ບໍ່​ພໍ້ ຫຼາຍ​ຄັ້ງ​ທີ່​ດື່ມ​​ໂດ​ຍ​ໃຊ້​ດັງ.
15.  ຍູງ​ທຸກ​ຕົວ​ທີ່​ກັດ​ທ່ານ​ຈຳ​ຕ້ອງ​ບິນ​ບໍ່​ຂື້ນ​ທຸກ​ຕົວ.
16.  ທ່ານ​ຍ່າງ​ຢ່າງ​ມີ​ຈັງຫວະ​ສະ​ເພາະ​ຕົວ​ຄື..​ກ້າວ​ໄປ​ຊ້າຍ,ຍ້າຍ​ໄປ​ຂວາ,ຍ່າງ​ໄປ​ໜ້າ ​ແລະ ຖອຍຫຼັງ.
17.  ​ໃນ​ຂະນະ​ໝູ່​ບອກ​ໃຫ້​ທ່ານ​ກັບ​ເຮືອນ ທ່ານ​ຈຳ​ເປັນ​ຕ້ອງ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​​ເລື້ອຍໆ​ວ່າ:“ກູ ບໍ ມາວ”
ລອງ​ສຳ​ຫຼວດ​ຕົວ​ເອງເບິ່ງ​ຮັບຮອງ​ວ່າ ມີ​ຂໍ້​ຖືກ​ຫລາຍ​ກວ່າຂໍ້​ຜິດ

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here