ທີ່ໂຮງໝໍຄົນເສຍຈິດແຫ່ງໜຶ່ງ ມີຄົນບ້າທີ່ໄດ້ຮັບການປິ່ນປົວມາດົນແລ້ວ
ມື້ໜຶ່ງທ່ານໝໍຄິດຢາກທົດສອບວ່າຄົນບ້າທີ່ຕົນເອງປິ່ນປົວຢູ່ນັ້ນປົກກະຕິດີແລ້ວຫຼືບໍ່
ຈິ່ງໄດ້ໂຍນເຄື່ອງກວດທີ່ຕິດຕົວມາ ລົງໄປໃນສະນ້ຳ ທີ່ຕອນນີ້ບໍ່ມີນ້ຳເຫຼືອຢູ່ເລີຍ
ແລ້ວຮ້ອງບອກຄົນເຈັບວ່າ: “ໃຜກໍໄດ້ ຊ່ວຍເກັບເຄື່ອງກວດຂື້ນມາຈາກສະນ້ຳໃຫ້ແດ່”
ຄົນບ້າທຸກຄົນຕ່າງພາກັນໂດດລົງໄປໃນສະແລ້ວທຳທ່າລອຍນ້ຳເອົາວ່າຊັ້ນ
ແຕ່ມີຄົນບ້າຜູ້ໜຶ່ງໄດ້ຢືນເບິ່ງຢູ່ແຄມສະ; ທ່ານໝໍຄິດວ່າ “ຄົນນີ້ໜ້າຈະຊ່ວງເຊົາເປັນປົກກະຕິດີແລ້ວ”
ວ່າແລ້ວກໍຍ່າງໄປຖາມຄົນບ້າຄົນນັ້ນວ່າ: “ເປັນຫຍັງບໍ່ໂລດລົງໄປນຳໝູ່?” ແລະ ໄດ້ຄຳຕອບກັບມາທັນທີ “ກໍຂ້ອຍລອຍນ້ຳບໍ່ເປັນເດ
ຂືນໂດດໄປ ມີຫວັງດິກນ້ຳຕາຍບໍດີ!”
ไม่มีความคิดเห็น:
แสดงความคิดเห็น