​ໄນ​ກີ​ ລະດົມ​ຄວາມຄິດເດັດ​ຜູ້​ຜະລິດ​​ແຜ່ນ​ແພ - dokhukcolumnist

Post Top Ad

Responsive Ads Here

วันพุธที่ 1 พฤษภาคม พ.ศ. 2556

​ໄນ​ກີ​ ລະດົມ​ຄວາມຄິດເດັດ​ຜູ້​ຜະລິດ​​ແຜ່ນ​ແພ


03-05-2013-B-2-world business ໜັງສືພິມ ເສດຖະກິດ-ການຄ້າ



​ໄນ​ກີ​ ມຸ້ງໜ້າ​ເປັນ​ຜູ້ນຳ​ດ້ານ​ນະ​ວັດຕະ​ກຳ​ເກີບ​ກີລາ ປີນີ້ຈັບ​ມື​ອົງ​ກອນ​ນາ​ຊາ ກະຊວງ​ການ​ຕ່າງ​ປະ​ເທດ ​ແລະ ຍູ​ເສດ ຈັດ​ປະ​ກວດ​ຜົນງານ​ປະດິດ​ຄິດ​ຄົ້ນດ້ານ​​ແຜ່ນ​ແພ​ເພື​່ອນຳ​ມາ​ໃຊ້​ສຳລັບ​ການ​ຕັດ​ຍິບ​ເກືອບ​ກິລາ​ທີ່​ເປັນມິດຕໍ່ສິ່ງ​ແວດ​ລ້ອມ ​ແລະ ມີ​ຄວາມ​ຄຸ້ມ​ຄ່າ​ໃນ​ເຊີງ​ການ​ຄ້າ ​ໂດຍ​ຄັ້ງນີ້​ເປີດ​ຮັບ​ຜົນງານ​ຈາກ​ບໍລິສັດ​ຜູ້ຜະລິດ​ແຜ່ນ​ແພທົ່ວ​ໂລກ​ເລີ່​ມຕັ້ງ​ແຕ່​ກາງ​ເດືອນ​ມິຖຸນາ​ນີ້.
​ໄນ​ກີ ຜູ້​ຜະລິດ​ເກີບ​ກິລາ​ຊັ້ນນຳ​ຈາກ​ສະຫະລັດ​ອາ​ເມ​ລິ​ກາ ກຳລັງ​ຄົ້ນຫາ​ແນວທາງ​ໃໝ່ໆທີ່​ຈະ​ປະຕິບັດ​ອຸດສາຫະກຳ​ເກື​ອບກິລາ​ໃນ​ອານາ​ຄົດ​ຂ້າງໜ້າ ຫຼ້າສຸດ​ກາ​ງ​ເດືອນ​ເມສາ​ທີ່​ຜ່ານ​ມາ ​ໄນ​ກີ​ປະ​ກາດ​ເປີດ​ຕົວ​ໂຄງການ ( The LAUNCH System Challenge 2013)  ຄັ້ງທີ່ 4 ​ເຊິ່ງບໍລິສັດ​ໄດ້​ຈັບ​ມື​ກັບ​ອົງ​ກອນ​ລະດັບ​ປະ​ເທດຢ່າງ​ອົງການ​ບໍລິຫານ​ການບິນ ​ແລະ ອາກາດ​ແຫ່ງ​ຊາດ​ສະຫະລັດ (ນາ​ຊາ) ກະຊວງ​ການ​ຕ່າງ​ປະ​ເທ​ດສະຫະລັດ ​ແລະ ອົງ​ກອນ​ເພື່ອ​ການ​ພັດທະນາ​ລະຫວ່າງ​ປະ​ເທດ​ຂອງ​ສະຫະລັດ (ຍູ​ເສດ) ​ເພື່ອ​ຄົ້ນ​ຫາວັດ​ນະ​ກຳ​ດ້ານ​ແຜ່ນ​ແພ​ທີ່​ຈະ​ກໍ່​ໃຫ້​ເກ​ີດການ​ປ່ຽນ​ແປງ​ໃນ​ວົງ​ການ ​ໂດຍ​ໄນ​ກີ​ໄດ້​ເປີດ​ໃຫ້​ບໍລິສັ​ດດ້ານຜະລິດ​ແຜ່ນ​ແພ​ຈາກ​ທົ່ວ​ໂລກ​ສົ່ງ​ຜົນງານ​ນະ​ວັດຕະ​ກຳ​ເຂົ້າຮ່ວມ​ປະ​ກວດ ກຳນົດ​ຮັບ​ຜົນງານ​ຕັ້ງ​ແຕ່ວັນ​ທີ່ 15 ມິຖຸນາ​ນີ້​ເປ​ັນຕົ້ນ​ໄປ
​ເວັບ​ເພດ​ຂອງ​ໂຄງການ​ດັ່ງກ່າວ (www.launch.org) ລະບຸ​ວ່າ​ໄນ​ກີ​ຕ້ອງການ​ນະ​ວັດ​ຕະກຳ​ທີ່​ມີ​ສັກກະ​ຍະ​ພາບ​ໃນ​ການ​ນຳ​ມາ​ພັດທະນາ​ສິນຄ້າ​ໃນ​ເວລາ 2 ປີ ​ເປັນ​ນະ​ວັດຕະ​ກຳ​ທີ່ຢູ່​​ໃນ​​ໄລຍະ​ຕົ້ນ​ແບບ ຫຼື ​ເທັກ​ໂນ​ໂລ​ຍີ່​ຂັ້ນຕົ້ນຂອງ​ການ​ພັດທະນາ​ທີ່​ສາມາດ​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນ​ວົງ​ການ “ນະ​ວັດຕະ​ກຳ​ອາດ​ຢູ່​ໃນ​ຮູບຂ​​ອງແບບຈຳລອງ​ທຸລະ​ກິດ ​ເຄື່ອງມື​ທາງ​ການ​ເງິນ ​ເທັກ​ໂນ​ໂລ​ຍີ່ ຫຼື ​ໂຄງການ​ຕ່າງໆ ທີ່​ຈະ​ຊ່ວຍ​ເລ່ງ​ຂະ​ບວນການ​ວິ​ໄຈ ການ​ສຶກສາ ຫຼື ການ​ເພີ່ມ​ສັກກະ​ຍະ​ພາບ” ​ໄນ​ກີ​ເປີດ​ເຜີຍ​ວ່າ ​ໂຄງການ​ນີ້ມີ​ເປົ້າໝາຍລະດົມ​ຄວາມ​ຄິດ​ເດັດໆ ຈາກ​ອັດ​ສະ​ລິ​ຍະ​ໃນ​ວົງ​ການ​ເພື່ອ​ນຳ​ໄປ​ພັດທະນາ​ວັດ​ສະດຸ​ໃໝ່ໆ ​ແລະ ຮູບ​ແບບ​ໃໝ່ໆ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢ່າງໝັ້ນຄົງ​ຍັ່ງ​ຍື່ນ ​ແລະ ​ເປັນ​ມິດ​ຕໍ່ສະພາບ​ແວດ​ລ້ອມ ​ແລະ ສັງຄົມ.

ທ່ານ ນາງ ຮັນ​ນາ ​ໂຈນ ຮອງ​ປະທານ ​ຝ່າຍ​ນະ​ວັດຕະກຳ ​ແລະ ທຸລະ​ກິດ​ຍັ່ງ​ຍື່ນ​ຂອງ​ໄນ​ກີ ກ່າວ​ວ່າ:
“ຄວາມ​ລິ​ເລີ່​ມ​ເຊັ່ນ​ນີ້ສຳຄັນ​ຢ່າງ​ຍິ່ງ​ຕໍ່ອຸ​ດສາ​ຫະກຳ​ເສື້ອຜ້າ ​ແລະ ​ເກີບ ​ເນື່ອງ​ວັດ​ສະດຸ​ທີ່​ພວກ​ເຮົາ​ໃຊ້​ເພື່ອ​ການ​ຜະລິດ​ທຸກມື້ນີ້ ບໍ່ວ່າ​ຈະ​ເປັນ​​ແຜ່ນຜ້າ​, ຢາງ, ​ໂຟມ,ໄນ​ລອນ ຫຼື ອື່ນໆ ສາມາດ​ສ້າງ​ຂີ້​ເຍື່ອ​ທີ່​ບໍ່ສາມາດ​ນຳ​ມານຳ​ໃຊ້​ຄືນ​ໄດ້​ເປັນ​ຈຳນວນ​ມະຫາສານ” ​ເວັບ​ໄຊ​ລະບຸ

ດັ່ງນັ້ນ ຜົນງານທີ່​ສົ່ງ​ເຂົ້າປະ​ກວດ​ໃນ​ໂຄງການ​ນີ້ຄວນ​ຈະ​ຕ້ອງ​ສາມາດ​ຕອບ​ໂຈດ​ປັນຫາ 10 ຂໍ້​ທີ່​ທາງ​ໂຄງການ​ໄດ້​ກຳນົດ​ເອົາ​ໄວ້​ເຊັ່ນ: ຕ້ອງ​ຈັດການ​​ເລື່ອງ​ການໃຊ້​ສານ​ພິດ​ໃນ​ຜື່ນຜ້າ, ຕ້ອງ​ສາມາດ​ນຳ​ໄປ​​ໃຊ້​ຄືນ​ໃໝ່​ຢ່າງ​ມີ​ປະສິດ​ຕິ​ພາບ,ຕ້ອງເປັນວັດສະດຸທີ່ສາມາດຊ້ອມແຊມຕົວເອງ, ຕ້ອງມີກົນໄກທີ່ສາມາດສ້າງ ຄວາມໂປ່ງໃສ ກ່ຽວກັບຂະບວນການຜະລິດຕັ້ງແຕ່ຕົ້ນຈົນຈົບ ເປັນຕົ້ນ.
ຜົນງານທີ່ດີທີ່ສຸດ 10 ຜົນງານຈະໄດ້ຮັບການຄັດເລືອກ ໂດຍຄະນະກຳມະການທີ່ປະກອບດ້ວຍຜູ້ຊ່ຽວຊານ ແລະ ຍັງມີຄະແນນຈາກປະຊາຊົນທົ່ວໄປດ້ວຍຜູ້ເຂົ້າຮອບທີ່ໄດ້ຮັບການຄັດເລືອກຈະໄດ້ເດີນທາງເຂົ້າຮ່ວມ ງານຮອບຕັດເຊືອກທີ່ສະຫະລັດອາເມລິກາ ເຊິ່ງຈະເປັນໂອກາດໄດ້ພົບປະໃກ້ສິດກັບກຸ່ມບຸກຄົນທີ່ເປັນ “ຜູ້ນຳທາງຄວາມຄິດ” ລະດັບໂລກ ງານນີ້ບໍ່ມີລາງວັນເປັນເງິນສົດ ແຕ່ນະວັດຕະກຳທີ່ໄດ້ຮັບລາງ ວັນຊະນະ ເລີດຈະໄດ້ຮັບການຕີພິມເຜີຍແຜ່ປະຊາສຳພັນສື່ຕ່າງໆ
ນອກເໜືອຈາກຜົນງານລະດັບມືອາຊີບແລ້ວ ປາຍເດືອນພຶດສະພາ​ນີ້ ​ໂຄງການ LAUNCH ຂອງ​ໄນ​ກີ ​ແລະ ພັນທະ​ມິ​ດຮ່ວມ​ຈັດ​ງານ ຍັງ​ຈະ​ຈັດ​ກິດຈະກຳ​ຍ່ອຍ​ເອີ້ນວ່າ ກິດຈະກຳ​ນາ​​ໂນ ຊາ​ເລນ (nano-challenge)ທີ່​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ມະຫາວິທະຍາ​ໄລ​ສົ່ງ​ຜົນງານ​ເຂົ້າຮ່ວມ​ປະ​ກວດ​ປະຊັນ​ກັນ​ໃນ​ຫົວ​ຂໍ້​ກ່ຽວກັບ​ນະ​ວັດຕະ​ກຳ​ວັດ​ສະດຸ ​ແລະ ຂະ​ບວນການ​ໃໝ່ໆ ​ເພື່ອ​ການ​ພັດທະນາ​ວັດ​ສະ​ດຸ​ການ​ຜະລິດ​ອີກ​ດ້ວຍ.

​ປະ​ເດັນ​ຫຼັກ​ໃນ​ບົດ: “ຜົນງານທີ່​ສົ່ງ​ເຂົ້າປະ​ກວດ​ໃນ​ໂຄງການ​ນີ້ຄວນ​ຈະ​ຕ້ອງ​ສາມາດ​ຕອບ​ໂຈດ​ປັນຫາ 10 ຂໍ້​ທີ່​ທາງ​ໂຄງການ​ໄດ້​ກຳນົດ​ເອົາ​ໄວ້​ເຊັ່ນ: ຕ້ອງ​ຈັດການ​​ເລື່ອງ​ການໃຊ້​ສານ​ພິດ​ໃນ​ຜື່ນຜ້າ, ຕ້ອງ​ສາມາດ​ນຳ​ໄປ​​ໃຊ້​ຄືນ​ໃໝ່​ຢ່າງ​ມີ​ປະສິດ​ຕິ​ພາບ,ຕ້ອງເປັນວັດສະດຸທີ່ສາມາດຊ້ອມແຊມຕົວເອງ, ຕ້ອງມີກົນໄກທີ່ສາມາດສ້າງ ຄວາມໂປ່ງໃສ ກ່ຽວກັບຂະບວນການຜະລິດຕັ້ງແຕ່ຕົ້ນຈົນຈົບ ເປັນຕົ້ນ.”

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here