02-05-2013-B-2-management zone ໜັງສືພິມ ເສດຖະກິດ-ການຄ້າ.
ສະຖາບັນ ຄາເນກີ້ ອິນສະຕິຕິວ ອ໋ອບ ເທັກໂນໂລຢີ ໄດ້ວິເຄາະຂໍ້ມູນທີ່ໄດ້ຮັບຈາກບຸກຄົນຕ່າງໆ
ຫຼາຍກວ່າ 15 ພັນຄົນ ແລະ ໄດ້ພົບຂໍ້ສະຫຼຸບວ່າ 15% ຂອງຄວາມສຳເລັດທີ່ເຂົາເຫຼົ່ານັ້ນໄດ້ຮັບມາ
ຂື້ນຢູ່ກັບການທີ່ໄດ້ ຮັບການອົບຮົມໃຫ້ຮູ້ຈັກເຕັກນິກຕ່າງໆ ອີກ 85% ຂອງຄວາມສຳເລັດທີ່ໄດ້ຮັບມາ
ຂື້ນຢູ່ກັບປັດໃຈທາງດ້ານ ບຸກຄະລິກກະພາບ ແລະ ຄວາມສາມາດໃນການທີ່ຈະປັບຕົວເອງໃຫ້ກັບບຸກຄົນອື່ນ.
ເມື່ອສະຖາບັນ ໂວເຄຊັນ ໄກດັນຊ ແຫ່ງມະຫາວິທະຍາໄລຮາວາຣດ
ໄດ້ຮັດການວິເຄາະຈາກຜູ້ຊາຍແລະຜຸູ້ ຍິງຈຳນວນນັບພັນຄົນ ທີ່ຖືກໄລ່ອອກຈາກວຽກເຂົາໄດ້ພົບວ່າ
ການທີ່ຄົນເຫຼົ່ານັ້ນ ຕ້ອງສູນເສຍວຽກທີ່ຕົນເອງ ເຮັດຢູ່ໄປ ສາເຫດສຳຄັນກໍເນື່ອງມາຈາກຄວາມຫຼົມເຫຼວ
ເພາະບໍ່ສາມາດປັບຕົວໃຫ້ເຂົ້າກັບຜູ້ອື່ນໄດ້.
ໃນລາຍງານຂອງ ດຣ. ອັນເບີຣດ ເອັດເວີຣດ ວິກກຳ ໄດ້ກ່າວໃວ້ວ່າ:
“ໃນບຸກຄົນທີ ່ຕ້ອງຖືກໄລ່ອອກ ຈາກ ວຽກຈຳນວນ 4 ພັນຄົນ(ຕໍ່ 1 ປີ) ມີພຽງແຕ່ 10% ຫຼື 400
ຄົນເທົ່ານັ້ນທີ່ຕ້ອງສູນເສຍວຽກຂອງຕົນໄປ ເນື່ອງຈາກບໍ່ມີຄວາມສາມາດທີ່ຈະເຮັດວຽກນັ້ນໆ ອີກ
90% ຫຼື 3.600 ຄົນ ຕ້ອງເສຍວຽກເພາະວ່າ ເຂົາບໍ່ ສາມາດຈະພັດທະນາບຸກຄະລິກກະພາບຂອງຕົນໃນການທີ່ີຈະປັບຕົວເອງໃຫ້ເຂົ້າກັບບຸກຄົນອື່ນໄດ້ຢ່າງປະສົບຄວາມສຳເລັດ”
ຄວາມສຳເລັດ ແລະ ຄວາມສຸກນັ້ນ
ມາຈາກໃສ?
ຂໍໃຫ້ເຮົາກວາດສາຍຕາໄປເບິ່ງອ້ອມຮອບຕົວເຮົາ ແລະ ຈົ່ງຖາມຕົວເອງວ່າ
ບຸກຄົນທີ່ປະສົບຄວາມສຳເລັດ ທີ່ເຮົາຮູ້ຈັກນັ້ນ ສ່ວນຫຼາຍເນື່ອງມາຈາກທີ່ເຂົາມີຄວາມປີຊາສາມາດ
ມີຄວາມຊ່ຽວຊານໃນການເຮັດວຽກ ເຊັ່ນນັ້ນບໍ ຫຼືວ່າ ບຸກຄົນທີ່ມີຄວາມສຸກຢ່າງຍິ່ງຈະຫາຄວາມສຸກໃຫ້ກັບຕົນເອງໃນທຸກຮູບແບບນັ້ນ
ເນື່ອງມາ ຈາກເຂົາມີຄວາມສະຫຼາດສະຫຼຽວ ຍິ່ງກວ່າບາງຄົນທີ່ເຮົາຮູ້ຈັກ ເຊັ່ນນັ້ນບໍ?
ຫຼືເຮົາຈະຢຸດ ແລະໃຊ້ຄວາມຄິດໃນເລື່ອງນີ້ຈັກຊົ່ວນາທີ
ມັນກໍມີໂອກາດທີ່ເຮົາຈະກ່າວໄດ້ວ່າ ບຸກຄົນຜູ້ທີ່ປະ ສົບຄວາມສຳເລັດ ແລະ ປະສົບຄວາມສຸກຢ່າງຫຼວງຫຼາຍໃນຊີວີດເຫຼົ່ານັ້ນ
ຄືບຸກຄົນທີ່ມີ “ວິທີການ” ໃນການ ທີ່ຈະປັບຕົວໃຫ້ເຂົ້າກັບຄົນອື່ນໆໄດ້ຢ່າງດີນັ້ນເອງ.
ເປົ້າໝາຍທີ່ຊັດເຈນ ກັບຄວາມພະຍາຍາມທີ່ບໍ່ຫຍໍ້ທໍ້
ພຽງພໍ ສຳລັບຄວາມສຳເລັດຈິງຫຼືບໍ່
ພຽງຄວາມຄິດທີ່ຖືກຕ້ອງ,ການກະທຳທີ່ຖືກຕ້ອງ,ເປົ້າໝາຍທີ່ຊັດເຈນ
ກັບຄວາມພະຍາຍາມທີ່ບໍ່ຫຍໍ້ທໍ້ ພຽງພໍທີ່ຈະເຮັດໃຫ້ເຮົາປະສົບຄວາມສຸກ ແລະ ຄວາມສຳເລັດໄດ້ຈິງຫຼືບໍ່
ທັງໆທີ່ບໍ່ວ່າຈະເປັນແນວຄິດທີ່ທາງ ການກະທຳທີ່ມຸ້ງສູ່ເປົ້າໝາຍແບບບໍ່ຫວັ່ນໄຫວແລ້ວ
ຍັງຈະມີປັດໃຈຫຍັງອີກ ທີ່ມີຄວາມສຳຄັນກວ່າກັນ ເຮົາລອງມາເບິ່ງວ່າເຄັດລັບມື້ນີ້ວ່າຈະມີອິດທິພົນຕາມທີ່ກ່າວ
ຫຼື ບໍ່?
ຄົນເຮົາທຸກຄົນນັ້ນຕ່າງກໍຫວັງຢາກໄດ້ຫຼາຍໆສິ່ງຈາກຄົນອື່ນ
ເພາະມະນຸດເຮົາກໍເປັນສັດສັງຄົມ ທີ່ຍັງຕ້ອງ ການດຳລົງໄວ້ເຊິ່ງຄວາມມີ “ຕົວຕົນ”
ບໍ່ວ່າທາງໃດກໍທາງໜຶ່ງ. ເຮົາຕ້ອງການກຳລັງໃຈ ແລະ ມິດຕະພາບຈາກຄົນອື່ນ,
ເຮົາຕ້ອງການການຍອມຮັບ ແລະ ການທີ່ຄົນອື່ນໃຫ້ຄວາມສຳຄັນເຮົາດ້ວຍ. ນັກທຸລະກິດຍ່ອມຫວັງ
ການຕົກລົງທາງທຸລະກິດຈາກຄົນອື່ນ, ສາມີ ຫຼື ພັນລະຍາ ຍ່ອມຫວັງທີ່ຈະໄດ້ຮັບຄວາມຮັກ
ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ຜູ້ເປັນພໍ່-ແມ່ ຍ່ອມຫວັງທີ່ຈະເຫັນລູກຂອງຕົນ
ເປັນຄົນບອກລອນ ສອນງ່າຍ ແລະ ມີອະນາຄົດຍາວໄກ. ສ່ວນເດັກນ້ອຍ ກໍຕ້ອງການຄວາມຮັກ
ຄວາມອົບອຸ່ນ ແລະ ຄວາມໝັ້ນໃຈຈາກພໍ່-ແມ່ ຫຼື ຜູ້ໃຫຍ່. ພະນັກງານຂາຍກໍຕ້ອງການເຫັນລູກຄ້າເຊັນຊື່ລົງໃບສັ່ງຊື້,
ຄົນທີ່ເປັນເຈົ້ານາຍກໍຍ່ອມຫວັງທີ່ຈະໄດ້ຮັບຄວາມພັກດີ ການເຮັດວຽກທີ່ມີປະສິດທິພາບຂອງພະນັກງານ
ແລະ ພະນັກງານເອງ ກໍຕ້ອງການທີ່ຈະໄດ້ຮັບຄວາມໄວ້ໃຈ ໃຫ້ເຈົ້ານາຍໄດ້ເຫັນຄວາມຕັ້ງໃຈດີຂອງຕົນ
ແລະ ຄວາມສາມາດໃນການເຮັດວຽກແຕ່ລະຢ່າງ.
ຄົນທຳມະດາທຸກຄົນນັ້ນ ຕ່າງກໍຕ້ອງການທີ່ຈະໄດ້ຮັບຄວາມສຳເສັດ
ແລະ ປະສົບຄວາມສຸກໃນຊີວິດດ້ວຍກັນທັງນັ້ນ ແລ້ວເຮົາເຄີຍຄິດກັນ ຫຼື ບໍ່ວ່າ
ຄົນອື່ນໆ ທີ່ຢູ່ອ້ອມຕົວເຮົານັ້ນມີສ່ວນຢ່າງສຳຄັນ ບໍ່ວ່າຈະເປັນເລື່ອງຄວາມສຳເລັດ
ຫຼື ເລື່ອງຄວາມສຸກທີ່ເຮົາໄດ້ຮັບຢູ່ນັ້ນກໍຄືຄວາມເປັນຈິງທີ່ວ່າ ຄວາມສຳເລັດສ່ວນໃຫຍ່ຂອງຄົນເຮົານັ້ນ
ຂຶ້ນຢູ່່ກັບການຕິດຕໍ່ ກ່ຽວຂ້ອງກັບຄົນອື່ນໆ ຮອບຕົວເຮົາທັງນັ້ນ ແລະ ບໍ່ວ່າຄວາມສຸກທັງຫຼາຍ
ໃນຊີວິດຂອງຄົນເຮົານັ້ນ ຈະໄດ້ມາດ້ວຍວິທີໃດ ຂໍຈົງຄິດໜ້ອຍໜຶ່ງວ່າ ຄວາມສຸກສ່ວນໃຫຍ່ທີ່ທ່ານໄດ້ຮັບມານັ້ນ
ຂຶ້ນຢູ່ກັບແຕ່ລະສະພາບຂອງຄວາມສຳພັນ ທີ່ທ່ານມີຕໍ່ຄົນອື່ນ.
ບໍ່ມີມະນຸດ
ປຸຸຕຸຊົນໃດທີ່ມີຄວາມຮູ້ສຶກພໍໃຈໃນຕົນເອງ ຄົນເຮົາແຕ່ລະຄົນນັ້ນລ້ວນມີຄວາມຕ້ອງການໃນສິ່ງທີ່ຜູ້ອື່ນຈະຢື່ນໃຫ້ໄດ້
ແລະ ເຮົາເອງກໍບໍ່ມີໃນສິ່ງທີ່ຄົນອື່ນຕ້ອງການເຊັ່ນກັນ ດັ່ງນັ້ນໃນການທີ່ເຮົາກ່ຽວຂ້ອງ
ກັບຄົນອື່ນ ຈຶ່ງຕັ້ງຢູ່ບົນພື້ນຖານຂອງຄວາມຕ້ອງການທັງນັ້ນ.
ມີວິທີການຂັ້ນພື້ນຖານຢູ່ 3 ວິທີສຳລັບການຕິດຕໍ່ທີ່ກ່ຽວຂ້ອງກັບບຸກຄົນອ້ອມຄົວເຮົາ.
- ເຮົາສາມາດໄດ້ມາໃນສິ່ງທີ່ເພິ່ງປະສົງຈ່າກຄົນອື່ນດ້ວຍການໃຊ້ກຳລັງ,ໃຊ້ວິທີ່ຂົ່ມຂູ່
ຫຼື ດ້ວຍການໃຊ້ເລ່ຫຼ່ຽມຕ່າງໆນາໆທີ່ເໜືອກວ່າເຂົາ ເຖິງແມ່ນວ່າຈະເປັນສິ່ງເປັນທຳມະດາຫຼາຍ
ທີ່ມີເລື່ອງຂອງອາຊະຍາກຳເຂົ້າມາກ່ຽວຢູ່ໃນພື້ນຖານຂໍ້ນີ້ ແຕ່ກໍມີຄົນຈຳນວນຫຼາຍ
ມັກໃຊ້ວິທີການດັ່ງກ່າວ ເພາະເຫັນ ວ່າເປັນທາງທີ່ງາຍທີ່ສຸດ ທີ່ຈະໄດ້ມາໃນສິ່ງທີ່ເພີ່ງປະສົງຈາກບຸກຄົນອື່ນ.
- ເຮົາອາດຈະສ້າງຄວາມສຳພັນຂຶ້ນໃນລັກສະນະຂອງຂໍທານ
ຂໍໃຫ້ຜູ້ອື່ນໃຫ້ໃນສິ່ງທີ່ເຮົາຕ້ອງາການ ບຸກຄົນທີ່ສ້າງຄວາມສຳພັນໂດຍວິທີນີ້
ມັກຈະໃຊ້ຄຳເວົ້າທີ່ວ່າ: “ຂ້ອຍຂໍຮັບຮອງວ່າ…ຈະບໍ່ຮຽກຮ້ອງສິດໃດໆ ຂອງຂ້ອຍເອງ
ຫຼື ເຮັດໃຫ້ທ່ານປະສົບບັນຫາຍຸ້ງຍາກ ແຕ່ຍ່າງໃດທັງຊິ້ນ ຂໍໃຫ້ດີກັບຂ້ອຍກໍພໍ”.
- ເຮົາອາດສ້າງມະນຸດສຳພັນຂຶ້ນ
ດ້ວຍການແລກປ່ຽນຢ່າງຍຸຕິທຳ ດ້ວຍຄວາມພໍໃຈທັງສອງຝ່າຍ ຄື: ການມີທັງການໃຫ້
ແລະ ການຮັບ ເຮົາເຮັດໃຫ້ມະນຸດສຳພັນດັ່ງກ່າວນີ້ເກີດຂຶ້ນໃນຮູບຂອງທຸລະກິດ
ເພື່ອທີ່ຈະໃຫ້ໄດ້ໃນເລື່ອງທີ່ຄົນອື່ນມີຄວາມຕ້ອງການ ຫຼື ມີຄວາມຈຳເປັນທີ່ຕ້ອງໄດ້ຮັບ
ແລະ ບໍ່ວ່າຈະດ້ວຍວິທີໃດກໍຕາມ ເຂົາເອງກໍຈະຕ້ອງຕອບແທນໃນສິ່ງທີ່ເຮົາຕ້ອງການຈາກເຂົາດ້ວຍ.
ເຮົາຈະໄດ້ສິ່ງທີ່ເຮົາຕ້ອງການ
ດ້ວຍການໃຫ້ໃນສິ່ງທີ່ທີ່ຜູ້ອື່ນຕ້ອງການ ເປັນການຕອບແທນ.
ຂະນະທີ່ ເຮົາຕ້ອງເບິ່ງເຫັນແລ້ວວ່າ
ມັນມີສິ່ງຕ່າງໆຫຼາຍໆຢ່າງ ທີ່ຄົນອື່ນມີຄວາມຕ້ອງການຢູ່ ສະນັ້ນ ຖ້າເຮົາສາມາດໃຫ້ໃນສິ່ງທີ່ເຂົາຕ້ອງການໄດ້ເຂົາກໍຈະນຳຄວາມສຸກຄວາມສຳເລັດ
ມາມອບໃຫ້ກັບເຮົາໄດ້ ບາງທີ່ເຮົາອາດຄິດບໍ່ເຖິງໂດຍຊ້ຳໄປ “ເຮົາຄືເຈົ້າຂອງໃນສັບພະສິ່ງອັນມີຄ່າ
ທີ່ຄົນອື່ນຍາກໄດ້.”
ປະເດັນຫຼັກໃນບົດ: “ບໍ່ມີມະນຸດ ປຸຸຕຸຊົນໃດທີ່ມີຄວາມຮູ້ສຶກພໍໃຈໃນຕົນເອງ ຄົນເຮົາແຕ່ລະຄົນນັ້ນລ້ວນມີຄວາມຕ້ອງການໃນສິ່ງທີ່ຜູ້ອື່ນຈະຢື່ນໃຫ້
ແລະ ເຮົາເອງກໍບໍ່ມີໃນສິ່ງທີ່ຄົນອື່ນຕ້ອງການເຊັ່ນກັນ ດັ່ງນັ້ນໃນການທີ່ເຮົາກ່ຽວຂ້ອງ
ກັບຄົນອື່ນ ຈຶ່ງຕັ້ງຢູ່ບົນພື້ນຖານຂອງຄວາມຕ້ອງການທັງນັ້ນ.”
ไม่มีความคิดเห็น:
แสดงความคิดเห็น