“ກິກ”
ຫຼື “ຊູ້ທາງໃຈ”ແມ່ນຄຳສັບໃໝ່ທີ່ເກີດຂື້ນໃນສັງຄົມໄວລຸ້ນປັດຈຸບັນ.ແມ່ນຢູ່ໃນລະຫວ່າງຄົນສອງຄົນ
ເປັນ “ກິກ” ມັນກໍຄືຄົນໆໜຶ່ງທີ່ສາມາດລົມນຳ,ປຶກສາ ນຳໄດ້ທຸກເລື່ອງໂດຍບໍ່ຈຳເປັນເປີດເຜີຍລາຍລະອຽດ
ສ່ວນຕົວ ຂອງແຕ່ລະຝ່າຍ,ບໍ່ຕ້ອງເອົາອົກເອົາໃຈກັນ ພຽງພົບປະ,ໂອ້ລົມ, ໄປຫຼິ້ນໄປທ່ຽວສະໜຸກສະໜານ
ນຳກັນ ແລ້ວກໍຕ່າງແຍກຢາຍກັນໄປ ໂດຍບໍ່ມີຂໍ້ຜູ້ພັນ, ບໍມີພັນທະ ແລ້ວກໍບໍ່ມີການຕໍ່ວ່າຕໍ່ຂານກັນ
ສ່ວນ “ແຟນ” ນັ້ນຂ້ອນຂ້າງຈະແຕກຕ່າງຈາກ “ກິກ” ທີ່ໃນລະຫວ່າງ ຄົນສອງຄົນຈະມີຂໍ້ຕົກລົງກັນຫຼາຍໆ
ຢ່າງ ດັ່ງທີ່ໄວຮຸ່ນ ໄດ້ຄົບຫາກັນໃນປະຈຸບັດນີ້.
ເຫດຜົນຂອງການມີ
“ກິກ” ເກີດຈາກຄວາມປະທັບໃຈໃນຕົວຄົນບາງຄົນ ທີ່ບັງເອີນເຂົ້າມາຖືກທີ່ຖືກເວລາທີ່ ເຮົາກຳລັງຕ້ອງການຈັກໜຶ່ງຄົນ
ເຖິງວ່າເຮົາຈະມີຫຼືບໍ່ມີອີກຄົນຢູ່ກໍຕາມ ບາງຄົນກໍຍັງບໍ່ມີແຟນກໍຄົບຫາກັນໄວ້ ເມື່ອບໍ່ເປັນແຟນກັນດີກວ່າຢູ່ຄົນດຽວ
ເວລາເຫງົາຈະໄດ້ມີຄົນໄວ້ອ້ອນ ຄອຍເປັນກຳລັງໃຈ,ໄປເບິ່ງໜັງນຳກັນ ແລ້ວຫາກອາລົມບໍດີກໍໄລ່ໜີໄປໄກໆ
ໂດຍບໍ່ຕ້ອງຄິດຫຍັງຫຼາຍ ເພາະເຂົາເຈົ້າບໍ່ໄດ້ເປັນແຟນເຮົາ ແຕ່ບາງຄົນທີ່ມີແຟນຢູ່ແລ້ວ ກໍຍັງຢາກມີກິກ
ເພາະຕ້ອງເຂົ້າໃຈວ່າແຟນທີ່ຄົບຢູ່ ອາດຈະຍັງບໍ່ແມ່ນຄົນທີ່ດີທີ່ ສຸດ ຈິ່ງມີຄົນອື່ນມາພິຈາລະນາເພື່ອຕາມຫາຮັກແທ້
ແລະ ເປັນການຄົ້ນຫາຕົວເອງ ບາງຄົນຢາກເຕີມສີສັນ ໃນຊີວິດ ເພາະຊີວິດເດີມໆໜ້າເບື່ອ,ບາງຄົນອາດຕ້ອງການໂຊວ່າຕົວເອງເກັ່ງ
ມີເດັກໃນສັງກັດຫຼາຍ “ກິກ” ຈິ່ງເປັນປະກົດການທີ່ໜ້າຕັ້ງຄຳຖາມກັນຢູ່…ແຕ່ໃນສັງຄົມລາວ ການມີກິກ
ເປັນການຜິດຈາຮີດ,ຈາຣິຍະທຳ ສຳລັບຄົນມີຄູ່ຄອງແລ້ວ ແລະ ເຊື່ອວ່າຜົນຕາມມາແມ່ນເປັນສິ່ງທີ່ເຊື່ອເສຍທັງສອງຝ່າຍດັ່ງທີ່ປະກົດໃຫ້ເຫັນ
ມາຫຼາຍລາຍແລ້ວ…
ຝຣັ່ງ,
ອັງກິດ ແລະ ເຢຍລະມັນ ເປັນປະເທດທີ່ໄດ້ຮັບການຍອມຮັບວ່າ ຢູ່ໃນລະດັບ “ພັດທະນາແລ້ວ”
ທັງໃນທາງເສດຖະກິດ, ສັງຄົມ ແລະ ການເມືອງ
ໃນເມື່ອສອງເດືອນກ່ອນ
ໄດ້ມີສື່ຕ່າງປະເທດໄດ້ຕີພິມເລື່ອງລາວຂອງລັດຖະມົນຕີເຢຍລະມັນ 2 ຄົນ ທີ່ຖືກມະຫາວິທະຍາໄລປະກາດຍົກເລິກປະລິນຍາເອກ
ເພາະກວດສອບໄດ້ວ່າໄປກອບປີຜົນງານຂອງຄົນອື່ນມາໂດຍບໍ່ໄດ້ອ້າງອີງ ຈົນເຮັດໃຫ້ລັດຖະມົນຕີທັງ
2 ຄົນ ຕ້ອງລາອອກຈາກຕ່ຳແໜ່ງໄປແລ້ວ ພໍຂ່າວລັດຖະມົນຕີເຢຍລະມັນ ເລີ່ມຈາງຫາຍໄປ
ປະກົດວ່າ ທ່ານ ຄຣິສ ຮູນ ລັດຖະມົນຕີວ່າການກະຊວງພະລັງງານ ຂອງປະເທດອັງກິດ ກໍ່ໄດ້ຖືກສານພິພາກສາເມື່ອເດືອນທີ່ຜ່ານມາ
ໃຫ້ຈຳຄຸກເປັນເວລາ 8 ເດືອນ ແລະ ຂະນະນີ້ຖືກນຳຕົວເຂົ້າຫ້ອງຂັງຮຽບຮ້ອຍແລ້ວ.
ເຫດທີ່ລັດຖະມົນຕີ
“ຈາກເມືອງອັງກິດ” ຕ້ອງເຂົ້າຄຸກ ກໍ່ເພາະເມື່ອສີບປີກ່ອນ ທ່ານ ຄຣິສໄດ້ຂັບລົດທາງດ່ວນໃນກຸງລອນດອນ
ດ້ວຍຄວາມໄວເກີນກຳນົດ ແຕ່ ນາງ ໄພຣຊ ພັນລະຍາ ໄດ້ອອກຮັບແທນໂດຍສະແດງຕົນວ່າເປັນຄົນຂັບເພື່ອຮັບຜິດຊອບ
ແລະ ປົກປ້ອງສາມີ ເຊິ່ງເປັນນັກການເມືອງ; ເລື່ອງລາວງຽບຫາຍ ແລະ ລາບລື້ນມາເປັນເວລານານເຖິງແປດປີ
ທ່ານ ຄຣີສ ກໍ່ເຕີບໂຕທາງການເມືອງຈົນໄດ້ເປັນລັດຖະມົນຕີ ແຕ່ເມື່ອປີ 2011 ທ່ານ
ຄຣີສ ບັງເອີນໄປແອບມີ “ກິກ” ເຊິ່ງເປັນເລຂານຸການຂອງຕົນເອງ ຈາກນັ້ນລາວກໍ່ໄດ້ຂໍຢ່າຮ້າງກັບພັນລະຍາ
ເທົ່ານັ້ນແຫຼະ ນາງ ໄພຣຊ ພັນລະຍາເລີຍຄຽດຢ່າງໜັກ ອອກມາເປີດເຜີຍພືດຕິກຳການຂັບລົດຂອງສາມີເມື່ອສີບປີກ່ອນ
ຈົນເປັນຂ່າວໃຫຍ່ທົ່ວເມືອງ.
ຊາວ
“ເມືອງຜູ້ດີ” ກໍ່ເລີຍໄດ້ມີໂອກາດເບິ່ງ “ລະຄອນນ້ຳເນົາ” ໂດຍບໍ່ຕ້ອງເສຍເງິນອິມພອດເຂົ້າໄປແຕ່ຢ່າງໃດ
ແລະ ການອອກມາ “ແສ” ຂອງ ນາງ ໄພຣຊ ອາດີດພັນລະຍາ ເຊິ່ງຍືດເຍື້ອມານານນັ້ນ
ໃນທີ່ສຸດກໍ່ເຮັດໃຫ້ທ່ານ ຄຣີສ ຕ້ອງລາອອກຕ່ຳແໜ່ງໃນປີທີ່ຜ່ານມາ ແລະ ຕ້ອງຂຶ້ນໂຮງຂຶ້ນສານ
ຈົນສານພິພາກສາເມື່ອເດືອນມີນາ 2013 ທີ່ຜ່ານມາ ໃຫ້ຈຳຄຸກ 8 ເດືອນ ໂດຍບໍ່ລໍລົງອາດຍາ
ແຕ່ນາງ
ໄພຣຊ ກໍ່ບໍ່ໄດ້ຈະຍິ້ມແຍ້ມແຈ່ມໄສ ຫຼື ດີໃຈ ໂດຍພຽງລຳພັງ ເພາະສານກໍ່ສັ່ງຈຳຄຸກນາງເປັນເວລາ
8 ເດືອນ ບໍ່ລຳລົງອາດຍາເໝືອນກັນ ເນື່ອງຈາກຖືວ່າມີສ່ວນຮ່ວມກະທຳຄວາມຜິດອາດຍາຄັ້ງນັ້ນດ້ວຍເລື່ອງນີ້ກໍ່ແປ່ວ່າ
“ເພາະກິກພຽງຄົນດຽວກໍ່(ວາດ)ສ່ຽວ ໄປຄົນລະແປດເດືອນ” ສ່ວນ ທ່ານ ຄຣີສ ນັ້ນ ຕ້ອງເສື່ອມເສຍໝົດທຸກຢ່າງ
ຜູ້ພິພາກສາບອກ ທ່ານ ຄຣີສ ວ່າ “You have fallen from a great height” … “ທ່ານຕົກລົງມາຈາກທີ່ສູງຫຼາຍ!”
ທ່ານ
ຄຣີສ ຈົບອ໊ອກຝອດ ສ່ວນ ນາງ ໄພຣຊ ຈົບລອດດອນສະຄູນ ອອບ ອີໂດໂນມິດ ການສຶກສາສູງທັງຄູ່
ນາງ ໄພຣຊ ມີຕ່ຳແໜ່ງຫົວໜ້າໜ່ວຍງານເສດຖະກິດຂອງລັດຖະບານເຊິ່ງເປັນຕຳແໜ່ງໜັ້ນຄົງ ພູມຖານ
ເໝາະສົມກັບຄົນເກັ່ງ,ມີການສຶກສາສູງ ແຕ່ພໍມາເຈີເລື່ອງ“ກິກ” ເທົ່ານັ້ນແຫຼະ “ສະຕິແຕກ”
ແລະ ທຸກຢ່າງພັງທະລາຍດັ່ງນັ້ນ “ຊາວກິກນິຍົມ” ກໍ່ໜ້າຈະຈຳບົດຮຽນນີ້ໄວ້ໃຫ້ດີ
ສ່ວນຝຣັ່ງ
ຫຼື “ເມືອງນ້ຳຫອມ” ຄົງຈະຢ້ານນ້ອຍໜ້າອັງກິດ ກໍ່ເລີຍສົ່ງລັດຖະມົນຕີເຂົ້າປະກວດ
ມີຊື່ວ່າ ທ່ານ ເຈໂຮມ ຄາຮູແຊດ ລັດຖະມົນຕີກິດຈະການງົບປະມານ ລາວໄດ້ຮັບມອບໝາຍຈາກລັດຖະບານຊຸດປະຈຸບັນ
ໃຫ້ດູແລເລື່ອງຫຼຸດລາຄາໃຊ້ຈ່າຍ ແລະ ຫາລາຍໄດ້ໃຫ້ແກ່ລັດຖະບານ ໂດຍສະເພາະຢ່າງຍິ່ງການກຳກັບບໍ່ໃຫ້ມີການຫລົບໜີ້ພາສີ
ຄົນນີ້
ບໍ່ກ່ຽວກັບກິກ ແຕ່ສື່ຕ່າງປະເທດລາຍງານວ່າຕົວລາວເອງຖືກກ່າວຫາເມື່ອເດືອນທັນວາປີ
2013 ວ່າໄດ້ແອບນຳເງິນໄປຝາກໄວ້ໃນ ບັນຊີລັບທີ່ປະເທດສະວິດເຊີແລນ ເປັນເວລາດົນແລ້ວ
ຈົນກະທັງປີ 2010 ລາວຈິ່ງປິດບັນຊີ ແຕ່ລາວກໍ່ປະຕິເສດຂໍ້ກ່າວຫາວ່າ ບໍ່ເຄີຍມີບັນຊີລັບຢູ່ໃນປະເທດໃດທັງສິ້ນ
ສື່ມວນຊົນກ່າວຫາລາວວ່າ
ລາວຮີບປິດບັນຊີດັ່ງກ່າວທີ່ສະວິດ ພຽງບໍ່ເທົ່າໃດມື້ນັ້ນ ກ່ອນທີ່ລາວຈະໄດ້ຮັບເລືອກໃຫ້ເປັນ
“ປະທານກຳມະທິການເງິນຂອງລັດຖະສະພາ” ແລະ ຫຼັງຈາກນັ້ນ ລາວກໍ່ຮີບດຳເນີນການໂອນເງິນຈາກສະຫວິດ
ໄປຝາກໄວ້ທີ່ປະເທດສິງກະໂປ ເຊິ່ງເຈົ້າໜ້າທີ່ກໍ່ມີຫຼັກຖານຈາກເທັບບັນທຶກສຽງ
ລະບຸວ່ານ້າຈະເປັນສຽງຂອງລາວ ຈົນໃນທີ່ສຸດ ລາວກໍ່ຍອມຮັບສະລະພາບວ່າມີພຶດຕິກຳຫລົບໜີ້ພາສີ
ມີບັນຊີ ລັບທີ່ປະເທດສິ່ງກະໂປເປັນເງິນ 510,000 ປອນ ແລະ ຍອມລາອອກຈາກຕ່ຳແໜ່ງ
ເມື່ອເດືອນມີນາ ປີ 2013 ທີ່ຜ່ານມາ
ເມື່ອບໍ່ເທົ່າໃດເດືອນທີ່ຜ່ານມາ
ທ່ານ ລັດຖະມົນຕີຂອງປະເທດທີ່ “ພັດທະນາແລ້ວ” ເຊັ່ນ: ຝຣັ່ງ, ອັງກິດ ແລະ ເຢຍລະມັນຈິ່ງຕ້ອງທະຍ່ອຍກັນ
“ຊີ້ຊ້ຳ” ຈາກການກະທຳ ອັນງາມໜ້າ ຂອງລັດຖະມົນຕີໃນລັດຖະ ບານຂອງຕົນເອງ ລ່າສຸດເມື່ອວັນຈັນ
ວັນທີ 15 ເມສາ 2013 ນີ້ເອງ ຄະນະລັດຖະມົນຕີຂອງລັດຖະບານຝຣັ່ງ ທັງ 38 ຄົນ ຈິ່ງຕົກລົງກັນໃຫ້
ເປີດເຜີຍຊັບສິນ ຂອງຕົນເອງ ແລະ ຄອບຄົວ ຕໍ່ສາທາລະນະຊົນເປັນຄັ້ງ ທຳອິດ ເພື່ອທີ່ຈະຫຼຸດຄວາມກົດດັນ
ແລະ ສະແດງທ່າທີວ່າພ້ອມຈະສ້າງຄວາມໂປ້ງໃສໃຫ້ເກີດຂຶ້ນ.
ປະກົດວ່າເປັນຂ່າວຮືຮາກັນຫຼາຍ
ແລະ ພົບວ່າລັດຖະມົນຕີຄົນທີ່ລ່ຳລວຍທີ່ສຸດຂອງຝຣັ່ງໃນປັດຈຸບັນນັ້ນມີຊັບສິນລວມ
6 ລ້ານເອີໂຣ ຫຼື 7.9 ລ້ານໂດລາສະຫະລັດ ຫຼື
ປະມາ 60 ຕື້ກວ່າກີຍ ເຊິ່ງຊາວຝຣັ່ງກໍ່ບອກວ່າບໍ່ເຫັນຈະຫຼວງຫຼາຍຫຍັງເລີຍ ຕ່ຳກວ່າທີ່ຄາດໝາຍດ້ວຍຊ້ຳໄປ….
ປະເດັນຫຼັກໃນບົດ:
“ຄົນທີ່ມີຕຳແໜ່ງໜັ້ນຄົງ ພູມຖານ, ມີການສຶກສາສູງປາດໃດກໍຕາມ ແຕ່ພໍມາເຈີເລື່ອງ“ກິກ” ເທົ່ານັ້ນແຫຼະ “ສະຕິແຕກ”
ແລະ ທຸກຢ່າງພັງທະລາຍ. ດັ່ງນັ້ນ “ຊາວກິກນິຍົມ” ກໍ່ໜ້າຈະຈຳບົດຮຽນນີ້ໄວ້ໃຫ້ດີ”
ไม่มีความคิดเห็น:
แสดงความคิดเห็น