30-04-2013-B-2-managrment
zone -ໜັງສືພິມ ເສດຖະກິດ-ການຄ້າ.
ໃນມຸມມອງຂອງຂ້າພະເຈົ້າຕໍ່ພາກທຸລະກິດໃນປັດຈຸບັນນັ້ນ
ທຸລະກິດການເງິນການທະນາຄານໃນອາຊີກຳລັງເຂົ້າສູ່ຍອດແຂ່ງຂັນຢ່າງຮຸນແຮງຊະນິດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ
ທັງດ້ານການຂະຫຍາຍຕົວຂອງ ຮູບແບບການໃຫ້ບໍລິການ ຜະລິດຕະພັນໃໝ່ໆ ໄປຈົນເຖິງການແຂ່ງຂັນດ້ານບຸກຄະລາກອນ
ຕັ້ງແຕ່ການຜະລິດ (ຖືກຕ້ອງແລ້ວ ການສະແຫວງຫາ ຫຼື ອອກ “ໄລລ່າ” ບຸກຄະລາກອນເຂົ້າສູ່ອົງກອນນັ້ນເກົ່າໄປແລ້ວ
ທຸກມື້ນີ້ຫຼາຍອົງກອນຂະໜາດໃຫຍ່ຕັ້ງສຳນັກຜະລິດບຸກຄະລາກອນໜຸມສາວໃຫ້ຕົນເອງກັນແລ້ວ)
ການຈຳແນກແຍກບຸກຄະລາກອນປະເພດດາວເດັ່ນ
ອອກຈາກພະນັກງານທົ່ວໄປເພື່ອວາງແຜນເສັ້ນທາງການເຮັດວຽກຈົນເຖິງລະດັບບໍລິຫານ
ໄປຈົນເຖິງການດູແລ ແລະ ສ້າງກົນໄກບາງຢ່າງເພື່ອຜູກໃຈໃຫ້ກັບພະນັກງານໃຫ້ມີຄວາມສຸກທີ່ຈະເຮັດວຽກກັບອົງກອນໃນໄລຍະຍາວ
ຜູ້ທີ່ເຄີຍຄຳນວນຕົ້ນທຶນໃນດ້ານບຸກຄະລາກອນຮູ້ດີວ່າພຽງພະນັກງານໜຶ່ງຄົນລາອອກໄປໝາຍເຖິງການສູນເສຍທັງໂອກາດທາງທຸລະກິດ
ແລະ ສູນເສຍດ້ານການພັດທະນາຄົນທີ່ອົງກອນກຽມໃຫ້ພະນັກງານຄົນນັ້ນໆມາຕະຫຼອດ.
ສະໜາມຮົບດ້ານຊັບພະຍາກອນບຸກຄົນຂອງທຸລະກິດການເງິນການທະນາຄານນັ້ນຜູກຕິດກັບນະໂຍບາຍທາງທຸລະກິດຂອງອົງກອນຢ່າງແນບແນ່ນ
ເມື່ອພືດຕິກຳຜູ້ບໍລິໂພກປ່ຽນໄປຮູບແບບການເຮັດທຸລະກິດ ແລະ ຮູບແບບຂອງບຸກຄະລາກອນທີ່ຕ້ອງໃຊ້ຈິ່ງຕ້ອງປັບປ່ຽນຢູ່ສະເໝີເພື່ອໃຫ້ທັນຕໍ່ພືດຕິກຳຜູ້ບໍລິໂພກ
ເມື່ອ 20 ປີກ່ອນຖ້າມີບາງຄົນເວົ້າວ່າຈະໄປທະນາຄານນັ້ນໝາຍເຖິງການຕ້ອງຫາຍໄປຈາກບ້ານເຄິ່ງມື້
ຫຼື ລາວຽກໄປເຄິ່ງມື້ເພື່ອເຮັດທຸລະກຳທີ່ສາຂາເຊິ່ງຫາງໄກຈາກບ້ານ ຫຼື ບ່ອນເຮັດວຽກຫຼາຍ
ແຕ່ທຸກມື້ນີ້ທຸກຮ້ານຊັບພະສິນຄ້າ ກໍສາຂາຂອງທະນາຄານຕ່າງໆ ເພື່ອຕອບສະໜອງວິຖີຊີວິດຂອງຄົນໃນເມືອງທັງຄົນເດີນທາງ
ແລະ ຄົນທີ່ມີທີ່ພັກອາໄສ ອີກດ້ວຍ ອີກສ່ວນຄືລູກຄ້າທີ່ມີວິຖີຊີວິດແບບອອນໄລເຊິ່ງກຳລັງມີປະລິມານເຕີບໂຕຂຶ້ນຢ່າງຫຼວງຫຼາຍທຸກໆປີ
ແລະ ກຳລັງກາຍເປັນກຸ່ມເປົ້າໝາຍຂອງທຸລະກິດແຫ່ງອະນາຄົດ ພາກການເງິນການທະນາຄານກໍ່ຕ້ອງມີບໍລິການທີ່ຕອບສະໜອງໃຫ້ພ້ອມລໍຮັບການຂະຫຍາຍຕົວລູກຄ້າກຸ່ມນີ້
ທຸກມື້ນີ້ລູກຄ້າຈິ່ງສາມາດເຮັດທຸລະກຳທາງການທະນາຄານໄປຈົນເຖິງຊື້ກ້ອງທຶນຮວມ
ຫຼື ຊື້ຂາຍຫລັກຊັບຕ່າງໆ ທາງອິນເຕີເນັດໄດ້ທັງໝົດ ບໍ່ແນ່ວ່າໃນອະນາຄົດອັນໃກ້ຮູບແບບຂອງການແຂ່ງຂັນອາດຈະມີການປ່ຽນແປງອີກໃນແບບທີ່ເຮົາຄາດບໍ່ເຖິງ
ເໝືອນກັບທີ່ຍຸກສະໄໝໜຶ່ງຄົນຍັງຄິດບໍ່ອອກວ່າທະນາຄານຈະເປີດເຮັດການເຈັດວັນຕໍ່ອາທິດໄດ້ແນວໃດນັ້ນເອງ
ນອກຈາກພາກທຸລະກິດການເງິນການທະນາຄານຕ້ອງກຽມຄົນໃຫ້ພ້ອມສຳລັບການແຂ່ງຂັນລະຫວ່າງຄູ່ແຂ່ງພາຍໃນປະເທດແລ້ວ
ຢ່າລື່ມວ່າຄູ່ແຂ່ງພາຍນອກປະເທດທີ່ມີທຶນ ແລະ ເຄື່ອຄ່າຍທາງທຸລະກິດທີ່ແຂງແກ່ນກໍ່ກຳລັງລໍໂອກາດຊີງສ່ວນແບ່ງທາງການຕະຫຼາດໃນປະເທດລາວໂດຍກຳລັງລຸກຄືບເຂົ້າມາໃນຫຼາຍຮູບແບບ
ໃນໄລຍະຮອຍຕໍ່ນີ້ ທຸລະກິດໃດທີ່ຍັງບໍ່ກຽມຄົນຂອງຕົນເອງໃຫ້ພ້ອມເມື່ອເຖິງເວລາ
ແລະ ຕ້ອງປະທະກັບຄູ່ແຂ່ງຕ່າງແດນໂດຍກົງອາດຕ້ອງເຈັບໜັກຈົນເຖິງຕ້ອງອອກຈາກສະໜາມແຂ່ງຂັນໄປແບບຖາວອນກໍ່ເປັນໄດ້
ຄຳຖາມຄື
ທຸກມືນີ້ເຮົາກຽມຄົນຂອງເຮົາພ້ອມ ຫຼື ບໍ? ມີຂໍ້ມູນທາງສະຖິຕິທີ່ຂ້າພະເຈົ້າສັງເກດເຫັນໃນໄລຍະຫຼັງໆ
ກ່ຽວກັບບຸກຄະລາກອນໃນແວດວົງທະນາຄານນັ້ນຄື ພະນັກງານທີ່ທະນາຄານຕ່າງໆ ຮັບເຂົ້າໃໝ່ສ່ວນໃຫຍ່ເປັນຜູ້ຮຽນຈົບສາຍໂດຍກົງໃນດ້ານທີ່ກ່ຽວຂ້ອງກັບການທະນາຄານເຊັ່ນ:
ສາຂາການເງິນ, ເສດຖະສາດ ແລະ ບັນຊີ ຈຳນວນໜອ້ຍຫຼາຍ ສ່ວນໃຫຍ່ຜູ້ທີ່ສະມັກແມ່ນຮຽນຈົບສາຂາອື່ນໆ
ແລະ ບໍ່ມີພື້ນຖານດ້ານການເງິນການທະນາຄານມາກ່ອນ ເຮັດໃຫ້ແຕ່ລະອົງກອນຕ້ອງເຮັດການພັດທະນາໃໝ່ທັງໝົດຕັ້ງແຕ່ລະດັບພື້ນຖານເຊິ່ງມີຜົນກະທົບຕໍ່ຄວາມຕໍ່ເນື່ອງທາງທຸລະກິດ
ອີກສ່ວນທີ່ຂ້າພະເຈົ້າ ແລະ ໜ້າຈະທຸກອົງກອນກຳລັງຈັບຕາເບິ່ງຢູ່ໃນເວລານີ້ຄືບຸກຄະລາກອນທີ່ເຮັດວຽກດ້ານທະນາຄານໂດຍສະເພາະພະນັກງານໃໝ່ມີສັດສ່ວນເປັນພະນັກງານເພດຍິງສູງຫຼາຍກວ່າເພດຊາຍຫຼາຍກວ່າເທົ່າຕົວ
ມີລາຍງານຈາກໜ່ວຍງານທີ່ກ່ຽວຂ້ອງວ່າຈຳນວນຜູ້ສະມັກງານທັງໝົດນັ້ນຜູ້ສະມັກທີ່ເປັນເພດຊາຍພຽງ
5 -10 % ຂອງຜູ້ສະມັກທັງໝົດເທົ່ານັ້ນ ຫຼາຍຄົນກຳລັງຈັບຕາເບິ່ງວ່າການສູນເສຍສົມດຸນດ້ານກຳລັງຄົນນີ້ຈະມີຜົນແນວໃດຕໍ່ທຸລະກິດໃນໄລຍະຍາວ
ຫຼື ບໍ່
ປັນຫາດ້ານບຸກຄະລາກອນທີ່ວ່າມານີ້ບໍ່ແມ່ນເປັນບັນຫາຂອງພາກທຸລະກິດການເງິນການທະນາຄານເທົ່ານັ້ນ
ພາກອຸດສາຫະກຳທີ່ມີການເຕີບໂຕສູງເຊັ່ນ: ທຸລະກິດຄ້າຍ່ອຍ, ທຸລະກິດໂຮງແຮມ
ແລະ ການທ່ອງທ່ຽວກໍປະສົບບັນຫາທີ່ບໍ່ແຕກຕ່າງກັນຫຼາຍ ແຕ່ທຸລະກິດກໍ່ກຳລັງ
“ປະສົມສູດ” ເພື່ອຮອງຮັບປັນຫາ ແລະ ຄວາມທ້າທາຍທີ່ກຳລັງຈະເກີດຂຶ້ນໃນອະນາຄົດໃນແບບສະບັບຂອງຕົວເອງຢູ່
ໜ່ວຍງານດ້ານຊັບພະຍາກອນບຸກຄະລາກອນ (HR) ໃນປັດຈຸບັນ ຈິ່ງກ້າທີ່ຈະກ້າວອອກມາຈາກພື້ນທີ່ການບໍລິຫານການຈັດການເດີມໆ
ໄປສູ່ຮູບແບບການເຮັດວຽກແບບໃໝ່ ທີ່ໃຊ້ຄວາມຄິດສ້າງສັ່ນ ໃຊ້ການຄິດເຊີງລຸກ
ແລະ ເບິ່ງພາບລວມຂອງທຸລະກິດໃຫ້ອອກເພື່ອໂຈດໃນການເຮັດວຽກ ສິ່ງໜຶ່ງທີ່ຂ້າພະເຈົ້າເບິ່ງເລີ່ມເຫັນໄດ້ຊັດເຈນ
ແລ້ວກໍ່ຄືທຸລະກິດເລີ່ມມີການນຳລັກການຕະຫຼາດມາຈັບຄູ່ກັບງານຊັບພະຍາກອນບຸກຄະລາກອນເຊັ່ນ:
ການຕິດຕໍ່ສື່ສານກັບກຸ່ມເປົ້າໝາຍທີ່ເຮົາຕ້ອງການຈູງໃຈໃຫ້ມາເປັນພະນັກງານຜ່ານໂຊຊຽວມິເດຍ
ການສື່ພາບຫຼັກຂອງອົງກອນເພື່ອໃຫ້ກຸ່ມເປົ້າໝາຍມີການຮັບຮູ້ ແລະ ສົນໃຈ ການຈັດວາງແບນຂອງຕົວເອງໃນທຸລະກິດວ່າເຮົາມີບຸກຄະລີກແບບໃດ
ແລະ ຄົນຂອງເຮົາຄວນມີຄຸນລັກສະນະໃດເພື່ອໃຫ້ກຸ່ມເປົ້າໝາຍມີຂໍ້ມູນໃນການຕັດສິນໃຈກ່ອນສະມັກງານ
ບາງຄັ້ງວິທີການທີ່ກ່າວມາອາດຈະນ້າສົນໃຈແຕ່ຍັງບໍ່ທັນຕໍ່ການຂະຫຍາຍຕົວທາງທຸລະກິດເຮົາກໍ່ຕ້ອງໃສ່ເຄື່ອງມືໃໝ່ໆລົງໄປເຊັ່ນ:
ສ້າງຫຼັກສູດຮ່ວມກັບມະຫາວິທະຍາໄລຕ່າງໆ ເພື່ອໃຫ້ສາມາດຜະລິດບຸກຄະລາກອນຕົ້ນນ້ຳທີ່ສາມາດຕອບສະໜອງທຸລະກິດໄດ້
ການພັດທະນາລະບົບການຝຶກງານຂອງນັກສຶກສາ ເພືອ່ກຽມຄວາມພ້ອມ ແລະ ມີຊ່ອງຫ່ວາງຂີດຄວາມສາມາດນ້ອຍທີ່ສຸດເມື່ອນັກສຶກສາຈົບການສຶກສາ
ແລະ ກາຍເປັນພະນັກງານໃໝ່ຂອງອົງກອນ ແລະ ຂ້າພະເຈົ້າໝັ້ນໃຈວ່າໃນອານາຄົດແວດວົງ
HR ຈະຕ້ອງຄິດອອກນອກຂອບ ແລະ ພັດທະນາເຄື່ອງມືໃໝ່ໆ ອອກມາຢ່າງຕໍ່ເນື່ອງເພື່ອສະໜັບສະໜູນໃຫ້ທຸລະກິດມີຂີດຄວາມສາມາດໃນການແຂ່ງຂັນໄດ້ໃນຍຸດທີ່ພົມແດນຂອງໂລກກຳລັງຈາງຫາຍອອກໄປທຸກຂະນະ.
ທຸກມື້ນີ້ການບໍລິຫານບໍ່ແມ່ນວິທະຍາສາດທີ່ດຳເນີນໄປໄດ້ເອງຢ່າງໂດດດ່ຽວ
ແຕ່ຈະຕ້ອງເປັນການປະສົມປະສານເທັກນິກວິຊາສາຂາຕ່າງໆ ເຂົ້າກັນຫຼາຍນ້ອຍເໝືອນສູດຂອງອາຫານ
ເມື່ອສະຖານະການປ່ຽນແປງບໍ່ວ່າເຮົາຈະຄາດການໄວ້ແລ້ວ ຫຼື ບໍ່ກໍ່ຕາມສ່ວນປະສົມທາງການບໍລິຫານກໍ່ຕ້ອງຮູບແບບໃຫ້ສາມາດຮອງຮັບໄດ້ທັນຕໍ່ສະຖານະການ
ບໍ່ມີສູດສຳເລັດຕາຍຕົວໃດໆ ທີ່ຈະໃຊ້ໄດ້ຕະຫຼອດໄປ ເຊື່ອວ່າເຮົາຄົງເຄີຍເຫັນບົດຮຽນຈາກອົງກອນຊັ້ນນຳລະດັບໂລກຫຼາຍແຫ່ງທີ່ບໍ່ຍຶດໝັ້ນຕໍ່ການປະກອບສ່ວນປະສົມໃໝ່ໆ
ເມືອ່ ສະຖານນະການປ່ຽນແປງ ສຸດທ້າຍຈິ່ງຖືກຖີ້ມໄວ້ເບື້ອງຫຼັງ ແລະ ຕ້ອງລາອອກຈາກການແຂ່ງຂັນໄປໃນທີ່ສຸດ
ນັກບໍລິຫານດ້ານ HR ໃນປັດຈຸບັນຈິ່ງຄວນຢ່າງຍິ່ງທີ່ຈະຕ້ອງໝັ່ນມອງຫາສູດ
ແລະ ສ່ວນປະສົມອອກມາໃຫ້ເປັນເມນູໃໝ່ໆຢູ່ສະເໝີ .
ປະເດັນຫຼັກໃນບົດ
“ການສະແຫວງຫາ ຫຼື ອອກ “ໄລລ່າ” ບຸກຄະລາກອນເຂົ້າສູ່ອົງກອນນັ້ນເກົ່າໄປແລ້ວ
ທຸກມື້ນີ້ຫຼາຍອົງກອນຂະໜາດໃຫຍ່ຕັ້ງສຳນັກຜະລິດບຸກຄະລາກອນໜຸມສາວໃຫ້ຕົນເອງກັນແລ້ວ”
ไม่มีความคิดเห็น:
แสดงความคิดเห็น