ໃນບົດຮຽນທີ່ສອນໃນ
Business school ທົ່ວໆໄປນັ້ນ
ເຂົາເຈົ້າເນັ້ນແຕ່ຫຼັກການ
ແລະ
ກົດຕ່າງໆຫຼາກຫຼາຍ
ເຊິ່ງຖ້າເຮົາຈະຕ້ອງຮຽນຮູ້ມັນທັງໝົດຢ່າງກະຈ່າງແຈ້ງ
ກ່ອນທີ່ຈະລົງມີເລິ່ມຕົ້ນທຸລະກິດຂອງເຮົາຢ່າງຈິງຈັງ
ແລ້ວ
ຂ້າພະເຈົ້າວ່າອີກປະມານ
10 ຫຼື
20 ປີກໍ່ຍັງບໍ່ສາມາດເຮັດຫຍັງໄດ້ເລີຍ;
ບໍ່ວ່າເງິນທຶນຈະຫາຢູ່ໃສ,
ເລືອງບັນຊີ,
ຫຼື
ແມ່ນກະທັງລະບົບພາສີຕ່າງໆກໍ່ຕາມອຈາກການພຽງຄຳເວົ້າຄຳດຽວທີ່ຂ້າພະເຈົາເນັ້ນທ່ານ
ກໍ່ຄົງຈະເຂົ້າໃຈໃນຄວາມໝາຍຂອງມັນເປັນຢ່າງດີ.
High understanding High return ປະໂຫຍກນີ້ ພຽງປະໂຫຍກດຽວເປັນສິ່ງທີ່ຂ້າພະເຈົ້າຄົ້ນພົບໃນການດຳເນີນທຸລະກິດຂອງຂ້າພະເຈົ້າມາຕະຫຼອດຊີວິດ
ນັ້ນມັນບໍ່ໄດ້ໝາຍເຖິງພຽງແຕ່ຂ້າພະເຈົ້າຄົນດຽວ
ແຕ່ຈາກປະສົບການຂອງນັກທຸລະກິດຂອງຫຼາຍໆທ່ານທີ່
ປະສົບຜົນສຳເລັດດັ່ງຂ້າພະເຈົ້າທີ່ໄດ້ສຳພັດມາ.
ສິ່ງທ່ານຈະໄດ້ຮຽນຮູ້ຕະຫຼອດ 5 ມື້ ທີ່ຜ່ານມາ ທ່ານ ກໍ່ຄົງຈະເຂົ້າໃຈໃນປະໂຫຍກທີ່ຂ້າພະເຈົ້າກ່າວ
ມານັ້ນໄດ້ຢ່າງງ່າຍດາຍ.
ບົດຮຽນທີ່ຜ່ານມາຕະຫຼອດ
5 ມື້
ສິ່ງຕໍ່ໄປທີ່ທ່ານຄວນຈະມີໃນອັນດັບຖັດໄປໃນ
ການສ້າງທຸລະກິດຂອງທ່ານກໍ່ແມ່ນ:
ເງິນທຶນທີ່
່ານຈະໄກ້ກໍ່ຕັ້ງເລີ່ມຕົ້ນທຸລະກິດຂອງທ່ານເອງ;
ສຳລັບຄົນທີ່
ມີຕົນທຶນແລ້ວ
ການທີ່ທ່ານຈະເຮັດທຸລະກິດໄດ້ຢ່າງໝັນຄົງ
ແລະ
ຍາວນານນັ້ນຄົງໜີບໍ່ພົ້ນເລື່ອງຂອງກະແສ
ເງິນສົດທີ່ຂ້າພະເຈົ້າຢາກບອກໃຫ້ທ່ານຄວນລະວັງຈາກບົດຮຽນທີ່ຜ່ານມາໃນຂໍ້ຜິດພາດໃນການດຳເນີນທຸ
ລະກິດ.
ແລ້ວສຳລັບຄົນທີ່ບໍ່ມີເງິນທຶນແມ່ນບໍ່ຕ້ອງເປັນຫ່ວງໃນເລື່ອງນີ້ຂ້າພະເຈົ້າກຽມຫາຄຳຕອບໃນປະ
ເດັນນີ້ໄວ້ແລ້ວໃນບົດຕໍ່ໍໄປ.
ກ່ອນທີ່ທ່ານຈະຕັດສິນໃຈໃນການດຳເນີນທຸລະກິດຕໍ່ໄປແນວໃດ,
ໃນຮູບແບບໃດ,
ຫຼື
ສິນຄ້າຂອງ
ທ່ານຈະເປນແນວໃດກໍ່ຕາມ
ກັບຄວາມຝັ່ນທີ່ທ່ານຢາກມີທຸລະກິດເປັນຂອງຕົວເອງນັ້ນ
ຂ້າພະເຈົ້າຢາກຈະຍົກເລື່ອງລາວດີໆທີ່
ທ່ານ
ໂຣເບີດ ຄິໂຍຊາກິ ໄດ້ຂຽນໄວ້ໃນໜັງສືຂອງທ່ານ
ກ່ຽວກັບ
ເລື່ອງເງິນ
4 ດ້ານເພື່ອເປັນແນວທາງທີ່ຈະເຮັດໃຫ້ທ່ານສ້າງທຸລະກິດຂອງທ່ານໄດ້ຢ່າງສະຫງ່າງາມ
ແລະ
ໝັ້ນຄົງສົມດັ່ງທີ່ທ່ານໄດ້ຕັ້ງໃຈໄວ້.
ຊາຍ ທ່ານນີ້ ໄດ້ຂຽນເລື່ອງລາວກ່ຽວກັບການສ້າງທຸລະກິດໃນຫຼັກສູດທີ່ຂ້າພະເຈົ້າຂຽນຂຶ້ນມາເພື່ອ ເປັນແນວທາງສຳລັບທ່ານໃນການສ້າງທຸລະກິດຂອງທ່ານ.
Rich Dad’s Cash Flow Quadrant (ພໍ່ລວຍສອນລູກ: ເງິນ 4 ດ້ານ)
ESBI
“ເງິນ
4 ດ້ານ
ຄົນ
4 ປະເພດ”
ຄົນເຮົາທຸກຄົນເລືອກຢືນຢູໃນດ້ານໃດດ້ານໜຶ່ງຂອງ“ງິນ 4 ດ້ານ” ຂຶ້ນຢູ່ກັບວ່າລາຍໄດ້ຂອງທ່ານມາ
ຈາກອັນໃດ
ເລື່ອງກ່ຽວກັບກຸ່ມຄົນ
4 ປະເພດທີ່ຢູ່ໃນໂລກຂອງທຸລະກິດ
ແລະ
ມີອຸປະນິໄສທີ່ແຕກຕ່າງກັນ.
ການສ້າງລາຍໄດ້ຂອງຄົນທັງ 4 ປະເພດ.
E:
Employee ມີລາຍໄດ້ຈາກເງິນເດືອນ
S:
Self –
employed ມີລາຍໄດ້ຈາກທຸລະກິດຕົນເອງ
B:
Business owner ມີລາຍໄດ້ຈາກກິດຈະການທີ່ທ່ານເປັນເຈົ້າຂອງ
I:
Investor ມີລາຍໄດ້ຈາກການລົງທຶນຕ່າງໆ
ແຕ່ລະຄົນເຮັດວຽກສາມາດທີ່ຈະຢູ່ໄດ້ໃນທຸກດ້ານບໍ່ແມ່ນດ້ານໃດດ້ານໜຶ່ງ ແລະ ທ່ານສາມາດທີ່ຫາເງິນໄດ້ຈາກເງິນທັງ 4 ດ້ານ. ການສ້າງດາຍໄດ້ໂດຍວິທີໃດກໍ່ອີງຕາມເງິນ 4 ດ້ານນີ້ ຕົວກຳນົດຂອງມັນກໍ່ແມ່ນ: ຄວາມຄິດ ແລະ ຄວາມສົນໃຈ. ຄວາມແຕກຕ່າງຈາກເງິນ 4 ດ້ານອາດກ່າວໄດ້ອີກດ້ານໜຶ່ງວ່າ ການກະທຳບໍ່ສຳຄັນເທົ່າຄວາມຄິດ, ບໍ່ມີດ້ານໃດທີ່ດີກວ່າກັນເພາະແຕ່ລະດ້ານມີຈຸດອ່ອນດ ຈຸດແຂ່່ງທີ່ແຕກຕ່າງ ກັນ.
“ເງິນ 4 ດ້ານ ຄົນ 4 ປະເພດ” ມີຄວາມແຕກຕ່າງກັນແນວໃດ?.
ລູກຈ້າງ : E(Employee) ວຽກໝັ້ນຄົງ,
ເງິນເດືອນດີ ພ້ມມີຜົນຕອບແທນ
ຄົນເຮັດທຸລະກິດສ່ວນຕົວ : S (Self - employed) ຫາຄົນດີເໝາະສົມກັບວຽກຢາກ ແລະ ຄົນກຸ່ມ ນີ້ບໍ່ຍາກຈ້າງຜູ້ຮ່ວມງານ ຫຼື ສອນວຽກໃຫ້ຄົນອື່ນ ເພາະວ່າຢ້ານຈະກາຍເປັນຄູ່ແຂ່ງໃນວັນຂ້າງໜ້າ.
ເຈົ້າຂອງກິດຈະການ: B (Business Owner) ຂ້າພະເຈົ້າກຳລັງຫາຄົນມາຮ່ວມວຽກ, ຫາຄົນເກັ່ງທີ່ມີຄວາມສາມາດມາຮ່ວມວຽກ ແລະ ແຈກຂ່າຍວຽກໃຫ້ທິມງານ.
ນັກລົງທຶນ: I (Investor) ຄົນກຸ່ມນີ້ບໍ່ເຮັດວຽກເພື່ອເງິນແຕ່ໃຊ້ເງິນເຮັດວຽກແທນ.
ຂ້າພະເຈົ້າຢາກຈະຍິບຍົກສ່ວນໜຶ່ງ “ໂຮງຮຽນສອນທຸລະກິດ” ທີ່ທ່ານ ໂຣເບີດ ຄິໂຍຊາກິ ໄດ້ຂຽນໄວ້ໃຫ້ທ່ານໄດ້ພິຈາລະນາລອງເບິ່ງ ກັບແນວທາງທີ່ໜ້າສົນໃຈກ່ຽວກັບເລື່ອງເງິນ 4 ດ້ານ. ທ່ານໄດ້ ກ່າວແນະນຳກ່ຽກັບການເຮັດທຸລະກິດເຄືງຂ່າຍໃນໜັງສືຂອງທ່ານ ກ່ຽວກັບເງິນສົດ 4 ດ້ານ ໃນລະຫວ່າງການສຳມະນາເຮັດໃຫ້ມີຫຼາຍທທ່ານໄດ້ຕັ້ງຄຳຖາມອອກມາວ່າ: ເປັນຫຍັງທ່ານຈຶ່ງແນະ ນຳທຸລະກິດເຄືອງຂ່າຍ? ມີຄົນຖາມຂ້າພະເຈົ້າສະເໝີວ່າ: ເປັນຫຍັງຂ້າພະເຈົ້າຈຶ່ງແນະນຳທຸ ລະກິດເຄືອງຂ່າຍໃຫ້ກັບົຄນທົ່ວໄປ ທັງທີ່ຂ້າພະເຈົ້າກໍ່ບໍ່ໄດ້ລໍ່າລວຍ ຂຶ້ນມາຈາກທຸລະກິດການຕະ ຫຼາດແບບເຄືອງຂ່າຍເລີຍ ຂ້າພະເຈົ້າກໍ່ມີເຫດຜົນຢູ່ຫຼາຍປະເພດທີ່ເຮັດແບບນີ້ ແລະ ນີ້ຄືທີມາຂອງໜັງສື ເລ້ມນີ້.
ไม่มีความคิดเห็น:
แสดงความคิดเห็น