ສະບັບນີ້ ຂ້າພະເຈົ້າຢາກຈະຍິບຍົກສ່ວນໜຶ່ງໃນ
“ໂຮງຮຽນສອນທຸລະກິດ” ທີ່ທ່ານ ໂຣເບີດ ຄິໂຍຊາກິ ໄດ້ຂຽນໄວ້ໃຫ້ທ່ານໄດ້ພິຈາລະນາລອງເບິ່ງ ກັບແນວທາງທີ່ໜ້າສົນໃຈກ່ຽວກັບເລື່ອງເງິນ 4 ດ້ານ. ທ່ານໄດ້ ກ່າວແນະນຳກ່ຽກັບການເຮັດທຸລະກິດເຄືງຂ່າຍໃນໜັງສືຂອງທ່ານ ກ່ຽວກັບເງິນສົດ 4 ດ້ານ ໃນລະຫວ່າງການສຳມະນາເຮັດໃຫ້ມີຫຼາຍທ່ານໄດ້ຕັ້ງຄຳຖາມອອກມາວ່າ: ເປັນຫຍັງທ່ານຈຶ່ງແນະນຳທຸລະກິດເຄືອຂ່າຍ ທ່ານ
ໂຣເບີດ ຄິໂຍຊາກິ ກ່າວວ່າ
“ມີຄົນຖາມຂ້າພະເຈົ້າສະເໝີວ່າ: ເປັນຫຍັງຂ້າພະເຈົ້າຈຶ່ງແນະນຳທຸລະກິດເຄືອງຂ່າຍໃຫ້ກັບຄົນທົ່ວໄປ ທັງທີ່ຂ້າພະເຈົ້າກໍ່ບໍ່ໄດ້ຮັ່ງມີ ຂຶ້ນມາຈາກທຸລະກິດການຕະຫຼາດແບບເຄືອຂ່າຍເລີຍ ຂ້າພະເຈົ້າກໍ່ມີເຫດຜົນຢູ່ຫຼາຍປະເພດທີ່ເຮັດແບບນີ້ ແລະ ທຸລະກິດເຄືອຂ່າຍມັນມີຫຼາຍໂອກາດ ທີ່ຈະນຳພາທ່ານໄປສູ່ອິດສະຫລະພາບທາງດ້ານການເງິນ.
ໂອການທີ່ 1 “ໂອກາດໃນການຮຽນຮູ້ທຸລະກິດທີ່ຈະປຽ່ນແປງຊີວິດຂອງທ່ານບໍ່ແມ່ນເລື່ອງເງິນ”.
ເມື່ອເຂົ້າໄປຟັງທຸລະກິດການຕະຫຼາດແບບເຄືອຂ່າຍ ປະໂຫຍກທີ່ຂ້າພະເຈົ້າຈະໄດ້ຍິນເລື້ອຍກໍ່ແມ່ນ “ ເຮົາມີແຜນການຕະຫຼາດທີ່ໃຫ້ຜົນຕອບແທນສູງທີ່ສຸດ” ພວກເຂົາມັກຈະເຂົ້າເຖິງຄົນທີ່ສາມາດຈະຫາເງິນໄດ້ເຖິງ 1 ແສນສະຫະຣັດຕໍ່ເດືອນ ຈາກທຸລະກິດຂອງເຂົາເຈົ້າໃຫ້ຟັງຢ່າງໜ້າຕື່ນເຕັ້ນ ແລະ ຂ້າພະເຈົ້າກໍ່ບໍ່ເຄີຍພົບກັບເງິນເຫຼົ່ານັ້ນອີຫຼີມາກ່ອນ ຂ້າພະເຈົ້າຈຶ່ງບໍ່ມີຄວາມສົງໄສ ໃນສັກກະຍະພາບຂອງການສ້າງລາຍໄດ້ມະຫາສານ ຈາກທຸລະກິດເຄືອງຂ່າຍເລີຍ.
ໂອກາດທີ່ 2 “ໂອກາດທີ່ປຽ່ນມາຢູ່ດ້ານຂວາຂອງເງິນ 4 ດ້ານແທນທີ່ຈະເປັນພຽງແຕ່ການປ່ຽນວຽກ”
ທ່ານເຄີຍໄດ້ຍິນຄົນມັກເວົ້າປະໂຫຍກຕໍ່ໄປນີ້ເລື້ອຍຢູ່ບໍ່?
1. ຂ້າພະເຈົ້າຢາກຈະຢຸດເຮັດວຽກ
2. ຂ້າພະເຈົ້າເບື່ອກັບການປ່ຽນແປງວຽກ
3. ຂ້າພະເຈົ້າຢາກຈະມີລາຍໄດ້ຫຼາຍກວ່ານີ້ ແຕ່ຂ້າພະເຈົ້າກໍ່ບໍ່ຢາກຈະລາອອກຈາກວຽກ
ແລະ ຈະຕ້ອງໄດ້ເລີ່ມຕົ້ນໃໝ່ອີກແລ້ວຂ້າພະເຈົ້າກໍ່ບໍ່ຢາກກັບໄປຮຽນໜັງສືເພື່ອສຶກສາວິຊາຊີບໃໝ່ອີກ.
4. ທຸກຄັ້ງທີ່ເງິນເດືອນຂຶ້ນພາສີກໍ່ຂຶ້ນນຳທຸກຄັ້ງ
5. ຂ້າພະເຈົ້າເຮັດວຽກໜັກຫຼາຍແຕ່ເຈົ້າຂອງອົງກອນ ຫຼື
ບໍລິສັດຮັ່ງພຽງຄົນດຽວ
6. ຂ້າພະເຈົ້າເຮັດວຽກໜັກແຕ່ກໍ່ມີບັນຫາເລື່ອງການເງິນຢູ່ຂ້າພະເຈົ້າຕ້ອງວາງແຜນເລື່ອງການກະສຽນຂອງຂ້າພະເຈົ້າໃໝ່
7. ຂ້າພະເຈົ້າຢ້ານວ່າເຄື່ອງເທັກໂນໂລຊີໃໝ່ໆ ຈະເຮັດໃຫ້ຂ້າພະເຈົ້າເປັນຄົນຫລ້າສະໄໝ
8. ຂ້າພະເຈົ້າອາຍຸຫຼາຍເກີນໄປແລ້ວກໍ່ບໍ່ສາມາດເຮັດວຽກໜັກແບບນີ້ຕໍ່ໄປໄດ້ອີກ
9. ຂ້າພະເຈົ້າຮຽນຈົບດ້ານທັນຕະແພດແຕ່ກໍ່ເບື່ອທີ່ຈະເປັນທັນຕະແພດແລ້ວ
10. ຂ້າພະເຈົ້າພຽງແຕ່ຕ້ອງການຫາສິ່ງໃໝ່ເຮັດ ແລະ ມີໂອກາດພົບກັບຄົນກຸ່ມໃໝ່ໆ ຂ້າພະເຈົ້າເບື່ອທີ່ຈະຕ້ອງເຮັດວຽກກັບຄົນທີ່ບໍ່ມີຄວາມກະຕືລືລົ້ນ ແລະ ກໍ່ບໍ່ມີເປົ້າໝາຍຊີວິດ, ຂ້າພະເຈົ້າເບື່ອກັບຄົນທີ່ເຮັດວຽກໄປພຽງວັນໆ ແລະ ບໍ່ຢາກເຮັດວຽກໃຫ້ກັບບໍລິສັດທີ່ຈ່າຍໃຫ້ກັບເຮົາພຽງແຕ່ເຮັດໃຫ້ເຮົາຢູ່ໄດ້ເທົ່ານັ້ນ.
ໂອກາດທີ່ 3: “ໂອກາດທີ່ເຂົ້າສູ່ດ້ານ B (ເຈົ້າຂອງກິດຈະການ ຫຼື ທຸລະກິດ)ດ້ານຕົ້ນທຶນໃນການເລີ່ມຕົ້ນ ແລະ ການດຳເນີນງານທີຕໍ່າກວ່າ.”
ໃນລະຫວ່າງທີ່ຂ້າພະເຈົ້າໄດ້ຮັບເຊີນໄປບັນຍາຍກ່ຽວກັບເລື່ອງທຸລະກິດ ແລະ ການລົງທຶນໃຫ້ກັບຜູ້ຝັງໃນທີ່ແຫ່ງໜຶ່ງມີຄົນໜຶ່ງຖາມຂ້າພະເຈົ້າວ່າ: “ ຖ້າດ້ານ B ດີກວ່າດ້ານອື່ນໆຂະໜາດນັ້ນ ເປັນຫຍັງຄົນສ່ວນຫຼາຍຈຶ່ງບໍ່ເລີ່ມຕົ້ນດ້ານ B ເລີຍຊັ້ນນາ?” ມັນກໍ່ຄົງຈະບໍ່ແມ່ນເລື່ອງງ່າຍທີ່ຕ້ອງໄດ້ຕອບຄຳຖາມດັ່ງກ່າວ ແລະ ຖ້າຈະຕອບແບບງ່າຍໆວ່າ: “ເພາະຕົ້ນທຶນມັນສູງ” ຄຳຕອບນີ້ກໍ່ອາດຈະບໍ່ໄດ້ໃຫ້ຄວາມໝາຍເຖິງເລື່ອງຕ່າງໆອີກຫຼາຍເລື່ອງທີ່ຄວບຄຸມກວ້າງກວ່າເລື່ອງການເງິນ, ມັນມີປັດໄຈອື່ນອີກຫຼາຍທີຈະຕ້ອງທຸ້ມເທເຂົ້າໄປເພື່ອສ້າງທຸລະກິດດ້ານ B .
ໂອກາດທີ່
4: “ໂອກາດທີ່ຈະໄດ້ລົງທຶນໃນທຸລະກິດປະເພດດຽວກັນກັບຄົນຮັ່ງເຂົາປະຕິບັດ”
ຂໍແນະນຳຂ້າພະເຈົ້າໄດ້ບໍ່ວ່າ:
ຈະມີວີທີລົງທຶນອະສັງຫາລິມະຊັບຢ່າງໃດໂດຍທີ່ຕ້ອງບໍ່ໄດ້
ໃຊ້ເງິນດາວ?
ນີ້ເປັນຕົວຢ່າງຂອງຄຳຖາມທີ່ຂ້າພະເຈົ້ານັບຄັ້ງບໍ່ໄດ້,
ຂ້າພະເຈົ້າຮູ້ວ່າການລົງທຶນແບບນີ້ກໍ່ພໍມີຢູ່ແຕ່ສິ່ງທີ່ຂ້າພະເຈົ້າບໍ່ເຂົ້າໃຈ
ແລະ
ແປກໃຈກໍ່ແມ່່ນ:
ເປັນຫຍັງຄົນຈຶ່ງເບິ່ງແຕ່ການລົງທຶນທີ່ບໍ່ຕ້ອງການໃຊ້ທຶນແບບນີ້ຫຼາຍແທ້ໆ
ໃນທີ່ສຸດຂ້າພະເຈົ້າກໍ່ໄດ້
ຄຳຕອບວ່າ:
ເຫດຜົນທີ່ຄົນເຫຼົ່ານີ້ມອງຫາການລົງທຶນໃນອະສັງຫາລິມະຊັບທີ່ບໍ່ມັກໃຊ້ເງິນດາວກໍ່
ເພາະວ່າ:
“ພວກເຂົາບໍ່ມີຫຍັງເລີຍທີ່ຈະດາວເນັ້ນເອງ”
ໂອກາດທີ່
5 : ໂອກາດໃນການສ້າງຄວາມຝັນໃຫ້ເປັນຈິງ
ພໍ່ຂອງຂ້າພະເຈົ້າໄດ້ກ່າວໄວ້ວ່າ: “ມີຄົນຈຳນວນຫຼວງຫຼາຍທີ່ບໍ່ມີຄວາມໄຝ່ຝັ່ນຫຍັງເລີຍ”
ເພາະຫຍັງ?
ຂ້າພະເຈົ້າຖາມ
ທ່ານຕອບວ່າ:
“ກໍເພາະວ່າຄວາມຝັນເປັນສິ່ງທີ່ມີຕົ້ນທຶນ.”
ຂ້າພະເຈົ້າພະເຈົ້າໄດ້ມີໂອກາດເຂົ້າຮ່ວມງານສັງສັນທີ່ມີຜູ້ນຳລະດັບສູງໃນທຸລະກິດເຄືອງຂ່າຍຂອງທ່ານໜຶ່ງທີ່ຈັດຂຶ້ນໃນຄະລືຫາດຂອງລາວ ເຊິ່ງມີເນື້ອທີ່ກວ້າງຂວາງ ມີລົດ 8 ຄັນຈອດຢູ່ ພ້ອມດ້ວຍຂອງຫຼິ້ນລາຄາ
ຫຼາຍຢ່າງ ແຕ່ສິ່ງທີ່ຂ້າພະເຈົ້າປະທັບໃຈຫຼາຍທີ່ສຸດກໍ່ແມ່ນຖະໜົນທີ່ເຮືອນຂອງລາວຕັ້ງຢູ່ ຖະໜົນເປັນຊື່ຕະກຸນຂອງລາວ,
ລາວຕອບວ່າ:
“ ຂ້າພະເຈົ້າບໍລິຈາກເງິນສ້າງໂຮງຮຽນ,
ສ້າງຫໍສະໝຸດ
ທາງການກໍ່ເລີຍຕັ້ງຊື່ຖະໜົນເປັນການໃຫ້ກຽດກັບຂ້າພະເຈົ້າ”
ຄຳຕອບນັ້ນເອງເຮັດໃຫ້ຂ້າພະເຈົ້າຮູ້ວ່າ:
“ຄວາມຝັ່ນຂອງລາວນັ້ນໃຫຍ່ກວ່າຂອງຂ້າພະເຈົ້າຫຼາຍ”
ຂ້າພະເຈົ້າຍັງບໍ່ຄ່ອຍມີຄວາມຝັ່ນທີ່ຈະມີຊື່ຕະກຸນຂອງຂ້າພະເຈົ້າເປັນຊື່ຖະໜົນ
ຫຼື
ບໍລິຈາກເງິນສ້າງໂຮງຮຽນ,
ສ້າງຫໍສະໝຸດດັ່ງທີ່ກ່າວເລີຍ.
ເມື່ອກັບຈາກເຮືອນຂອງລາວໃນມື້ນັ້ນຂ້າພະເຈົ້າຮູ້ດີວ່າເຖິງເວລາແລ້ວທີ່ຂ້າພະເຈົ້າຈະຕ້ອງເພີ່ມຂະໜາດຄວາມຝັນຂອງຂ້າພະເຈົ້າໃຫ້ໃຫຍ່ຂື້ນ.
ໂອກາດທີ 6: ຄຸນຄ່າຂອງທຸລະກິດເຄືອຂ່າຍວັດດ້ວຍຫຍັງ?
ໃນປີ 1974 ເຊິ່ງເປັນໄລຍະທີ່ຂ້າພະເຈົ້າເຮັດວຽກຢູ່ກັບບໍລິສັດ
ຊີຣ໋ອກທີ່ຮາວາຍ ຂ້າພະເຈົ້າມີບັນຫາກ່ຽວ ກັບການຂາຍເຄື່ອງແຟັກຂອງຊີຣ໋ອກ ເພາະວ່າ ມັນເປັນສິນຄ້າໃໝ່
ແລະ ທີ່ຍາກໄປກວ່ານັ້ນຄືຄຳຖາມທີ່ວ່າ “ມີໃຜທີ່ຊື້ເຄື່ອງດັ່ງກ່າວໄປແດ່ແລ້ວ” ເວົ້າອີກຄວາມໝາຍໜຶ່ງກໍຄື
ເຖິງທ່ານມີເຄື່ອງແຟັກ ແຕ່ຜູ້ອື່ນເຂົາບໍ່ມີ ມັນກໍບໍ່ມີຄວາມໝາຍ ເຊິ່ງໝາຍຄວາມວ່າ ເຮົາຈະຕ້ອງມີເຄຶອຂ່າຍຂອງເຄື່ອງແຟັກ
ຫຼັງຈາກນັ້ນ 10 ປີ ຜ່ານໄປ ມື້ນີ້ມີຜູ້ຄົນໃຊ້ເຄຶ່ອງແຟັກຫຼາຍຂື້ນ ກິດຈະການທຸກແຫ່ງຕ້ອງມີເຄື່ອງແຟັກຢ່າງໜ້ອຍໜຶ່ງເຄຶ່ອງ
ຄຸນຄ່າຂອງເຄື່ອງແຟັກຍິ່ງເພີ່ມຫຼາຍຂື້ນ ເມື່ອເຄື່ອງແຟັກເກີດສາຍໄຍກາຍເປັນເຄື່ອຂ່າຍຂື້ນມາ
ແລະ ການຂາຍກໍງ່າຍຂື້ນອີກດ້ວຍ.
ໂອກາດທີ 7: ຄຸນຄ່າທີ່ທ່ານປະເມີນຕົວເອງຈະເປັນຕົວກຳນົດສິ່ງທີ່ທ່ານເປັນໄດ້ແນວໃດ?
ລະຫວ່າງທີ່ຂ້າພະເຈົ້າກຳລັງບັນລະຍາຍເລື່ອງການເລີ່ມຕົ້ນແລະການສ້າງທຸລະກິດກໍມີຜູ້ເຂົ້າຮັບການອົບ
ຮົມຄົນໜຶ່ງຖາມຂ້າພະເຈົ້າວ່າ: “ເປັນຫຍັງຄຸນຄ່າທີ່ເຮົາປະເມີນຕົວເອງຈິ່ງມີຄວາມສຳຄັນຍິ່ງ?”
ຂ້າພະເຈົ້າ ເຫັນວ່າ ຄຳຖາມນີ້ເປັນຄຳຖາມທີ່ສຳຄັນ ຂ້າພະເຈົ້າຈິ່ງໃຊ້ເວລາໃນການຕອບຄຳຖາມນີ້ຫຼາຍເຕີບ ແລະ ຫຼັງຈາກທີ່ໄດ້ຄຳຄວນໄລຍະໜຶ່ງແລ້ວ ຂ້າພະເຈົ້າຈິ່ງຕອບວ່າ:
“ກໍເພາະວ່າຄຸນຄ່າທີ່ເຮົາປະເມີນຕົວເອງ ຈະເປັນຕົວກຳນົດສິ່ງທີ່ທ່ານເປັນ”
ໂອກາດທີ 8: ເຫັດຜົນທີ່ເຮັດໃຫ້ທຸລະກິດການຕະຫຼາດແບບເຄືອຂ່າຍ
ຍັງຄົງເຕີບໃຫຍ່ຕໍ່ໄປໃນອະນາຄົດ ຂອງທຸລະກິດການຕະຫຼາດແບບເຄືອຂ່າຍ ຍັງຄົງສົດໃສຫຼາຍຂື້ນ
ການປ່ຽນແປງທີ່ກຳລັງເກີດຂື້ນໃນທຸກ ມື້ນີ້ ມີແນວໂນ້ມຈະຊ່ວຍສົ່ງເສີມຜູ້ຄົນໃຫ້ເຂົ້າສູ່ທຸລະກິດເຄືອຂ່າຍຫຼາຍຂື້ນເລື້ອຍໆ
…ດ້ວຍເຫດຜົນຫຼາຍປະການ ເຊິ່ງຈະໄດ້ນຳສະເໜີໃນສະບັບໜ້າ.
ປະເດັນຫຼັກໃນບົດ: “ມີຄົນຈຳນວນຫຼວງຫຼາຍທີ່ບໍ່ມີຄວາມໄຝ່ຝັ່ນຫຍັງເລີຍ”
ເພາະຫຍັງ?
“ກໍເພາະວ່າຄວາມຝັນເປັນສິ່ງທີ່ມີຕົ້ນທຶນ.”
ไม่มีความคิดเห็น:
แสดงความคิดเห็น