ຖ້າຈະເວົ້າເຖິງຄົນຢິວ
ມີຫຼາຍຄົນຢູ່ປະເທດເຮົາຍັງບໍ່ຮູ້ຈັກດີພໍປານໃດ, ແຕ່ຖ້າເວົ້າເຖິງປະເທດ
ອິດສະຣາແອນ (Israel) ກໍພໍມີຄົນຮູ້ຈັກຢູ່ ເຊິ່ງເປັນປະເທດທີ່ຕັ້ງຢູ່ໃນທະເລຊາຍຂອງຕາເວັນອອກກາງ
ທີ່ແຫ້ງແລ້ງແຫ່ງໜຶ່ງຂອງໂລກກໍວ່າໄດ້. ແຕ່ທ່ານຮູ້ບໍວ່າ ຊົນຊາດທີ່ຮັ່ງມີທີ່ສຸດຢູ່ໃນໂລກນີ້
ແມ່ນຊົນຊາດຢິວ ຫຼື ຄົນຢິວ ທີ່ມີປະຊາກອນຢູ່ພຽງແຕ່ 0.25% ຂອງປະຊາກອນທົ່ວໂລກ
ຫຼື ປະມານ 13.42 ລ້ານຄົນ (ປີ 2010) ແຕ່ວ່າ 20% ຂອງຈຳນວນພົນລະເມືອງດັ່ງກ່າວ
ແມ່ນເປັນມະຫາເສດຖິຂອງໂລກ ແລະ 40% ເປັນເຈົ້າຂອງບໍລິສັດທີ່ຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ,
ຍິ່ງໄປກວ່ານັ້ນ 1 ໃນ 3 ຂອງເສດຖີທີ່ຢູ່ປະເທດ ສະຫະລັດ ອາເມລິກາ ແມ່ນເປັນຄົນຢິວ.
ຕໍ່ຕົວເລກສະຖິຕິຄືດັ່ງກ່າວນີ້ ຈຶ່ງສ້າງຄວາມແປກໃຈໃຫ້ຄົນທົ່ວໂລກ ຢາກຮູ້ເປັນຫຍັງຄົນຈຳນວນໜ້ອຍຂອງຊົນຊາດຢິວ.
ຈິ່ງສາມາດເປັນເຈົ້າຂອງຊັບສົມບັດ ອັນມະຫາສານຂອງໂລກເອົາໄວ້ໃນກຳມືໄດ້?.
ສະນັ້ນຈິ່ງມີຄຳເວົ້າໜຶ່ງທີ່ວ່າ
“ເງິນສ່ວນໃຫຍ່ຂອງໂລກ ແມ່ນຢູ່ໃນກະເປົາເງິນຂອງຄົນ ອາເມລິກາ, ແຕ່ເງິນຂອງຄົນອາເມລິກາ
ແມ່ນຢູ່ໃນກະເປົາເງິນຂອງຄົນຢິວ”, ເພາະວ່າຄົນຢິວທີ່ອາໄສຢູ່ປະເທດອາເມລິກາ
ແມ່ນມີປະມານ 50% ຂອງຈຳນວນຄົນຢິວທັງໝົດຢູ່ໃນໂລກ ແລະ ກໍຫຼາຍກວ່າປະຊາກອນທີ່ເປັນຄົນຢິວທີ່ອາໄສຢູ່ໃນປະເທດ
ອິກສະຣາແອນ ທີ່ເປັນປະເທດບ້ານເກີດຂອງພວກເຂົາເອງ, ສະນັ້ນ ຄົນໃນທົ່ວໂລກຍິ່ງມີຄວາມສົນໃຈ
ແລະ ຢາກຮູ້ວ່າຄົນຢິວມີເຄັດລັບໃນການຫາເງິນ ແລະ ວິທີດຳລົງຊີວິດແບບໃດ?
ສຳລັບຄົນຢິວແລ້ວ
ມັນເປັນເລື່ອງທຳມະດາທີ່ຈະຍ່ອມຮັບວ່າ “ເງິນຄືພະເຈົ້າ” ແລະ ເງິນຄືຮ່າງຈຳລອງຂອງພະພຸດທະເຈົ້າ,
ຍ້ອນວ່າຄົນຢິວມີຄວາມທຸກຍາກລຳບາກ ແລະ ຕ້ອງພັດພາກຈາກບ້ານເກີດເມືອງນອນໄປຢູ່ທົ່ວທຸກແຫ່ງຂອງໂລກ,
ຈິ່ງເຮັດໃຫ້ເງິນຄື “ຫຼັກຊັບຄ້ຳປະກັນຄວາມປອດໄພ” ເມື່ອໃດທີ່ພວກເຂົາຖືກຂັບໄລ່ອອກຈາກດິນແດນແຫ່ງໃດແຫ່ງໜຶ່ງຂອງໂລກແລ້ວ
ເງິນກໍຈະເປັນການແລກປ່ຽນ ເປັນການຄຸ້ມຄອງ ແລະ ເປັນທີ່ຢູ່ອາໄສ ເຊິ່ງໃນຄຳພີ
Talmud ທີ່ເປັນຄຳພີຂອງຄົນຢິວໄດ້ສອນໄວ້ວ່າ ຄົນຢິວຕ້ອງຮັກສາຊັບສິນຕິດຕົວໄວ້ໃນ
3 ຮູບແບບຄື:
1) ເງິນສົດ
- ເງິນຝາກ
2) ຊັບສິນທີ່ເປັນຂອງມີຄ່າ
3) ອະສັງຫາລິມະຊັບ
ຍ້ອນວ່າຄົນຢິວໃນອາດີດ
ບໍ່ມີແຜ່ນດີນເປັນຂອງຕົນເອງ ແລະ ມັກມີສົງຄາມເກີດຂຶ້ນກັບຄົນຢິວຢູ່ເປັນປະຈຳ,
ຄົນຢິວຈິ່ງມັກຈະຮັກສາຊັບສິນທີ່ຖືຕິດຕົວໄປງ່າຍ ນັ້ນກໍຄືເງິນສົດ ແລະ
ເພັດ, ສະນັ້ນໃນປັດຈຸບັນ ຄົນຢິວຈິ່ງເປັນເຈົ້າຂອງຕະຫຼາດເພັດທີ່ໃຫຍ່ທີ່ສຸດຂອງໂລກ,
ແຕ່ຖ້າຄົນຢິວບໍ່ມີຄວາມໄດ້ປຽບທາງດ້ານເສດຖະກິດຫຼາຍກວ່າຄົນຊົນຊາດອື່ນແລ້ວ
ຄົນຢິວກໍຈະຖືກທຳລາຍ ໃຫ້ຫາຍຊາບສູນໄປຈາກໂລກນີ້ໄດ້ ຕັ້ງແຕ່ຕອນທີ່ທ່ານ
ຟັດຊິດ Adolf Hitler ຂ້າລ້າງເຜົ່າພັນຄົນຢິວໃນສະໄໝສົງຄາມໂລກຄັ້ງທີ່ II ເຊິ່ງເຮັດໃຫ້ຄົນຢິວຕ້ອງເສຍຊີວິດໄປເຖິງ
6 ລ້ານກວ່າຄົນ
ດ້ວຍເຫດນີ້
ຄົນຢິວຈິ່ງເປັນຊົນຊາດໜຶ່ງ ທີ່ມີຄວາມປະຢັດມັດທະຍັດຫຼາຍທີ່ສຸດ, ຍ້ອນວ່າພວກເຂົາເຫັນຄຸນຄ່າຂອງເງິນ
ເຊິ່ງບໍ່ສະເພາະແຕ່ເງິນຮ້ອຍລ້ານ ຫຼື ພັນລ້ານ, ແຕ່ເງິນພຽງແຕ່ 1 ກີບກໍມີຄຸນຄ່າ,
ເພາະຄົນຢິວຖືກປູກຝັງຈາກບັນພະບຸລຸດວ່າ “ເງິນລ້ານກີບກໍຕ້ອງມາຈາກເງິນ
1 ກີບ” ສະນັ້ນພວກເຮົາຈິ່ງມັກຈະໄດ້ຍິນຄຳເວົ້າຂອງຄົນຢິວຢູ່ສະເໝີວ່າ “ຖ້າຄ້າຂາຍບໍ່ໄດ້ກຳໄລ
ກໍຈົ່ງຝາກເງິນເຂົ້າທະນາຄານ ເພື່ອເອົາດອກເບ້ຍ” ເຖິງວ່າ ມັນຈະເປັນຈຳນວນເງິນທີ່ບໍ່ຫຼາຍປານໃດກໍຕາມ
ແຕ່ມື້ໜຶ່ງໃນອານາຄົດດອກເບ້ຍຂອງການຝາກເງິນ ກໍຈະເກີດດອກອອກຜົນຂຶ້ນມາໄດ້,
ສະນັ້ນຄົນຢິວ ຈິ່ງມີນິດໄສທ້ອນເງິນຕັ້ງແຕ່ອາຍຸນ້ອຍໆ.
ນອກຈາກນີ້ແລ້ວ
“ຄຳສັນຍາ” ຍັງເປັນສິ່ງສຳຄັນທີ່ສຸດສຳລັບຄົນຢິວໂດຍສະເພາະແມ່ນເລື່ອງເງິນ
ເຖິງວ່າມັນຈະເປັນເງິນຈຳນວນໜ້ອຍປານໃດກໍຕາມ ຖ້າຢືມແລ້ວຕ້ອງສົ່ງຄືນ ໃຫ້ເຈົ້າຂອງຄືດັ່ງຄຳເວົ້າຂອງຄົນ
ຢິວທີ່ວ່າ “ຄົນທີ່ຢືມແລ້ວ ບໍ່ຍອມສົ່ງຄືນ ກໍບໍ່ໄດ້ແຕກຕ່າງຈາກຂະໂມຍ” ນອກຈາກນີ້ແລ້ວ
ຄົນຢິວຍັງມີ 4 ເຄັດລັບໃນການສ້າງຮັ່ງຄູນມີໃຫ້ແກ່ຕົນເອງ ໂດຍການສືບທອດກັນມາຕັ້ງແຕ່ສະໄໝບັນພະບູລຸດຂອງພວກເຂົາ
ຄືດັ່ງຕໍ່ໄປນີ້:
1. ການເປີດປະຕູສູ່ໂອກາດ:
ເປັນບຸກຄະລິກພິເສດຂອງຄົນຢິວກໍວ່າໄດ້
ທີ່ມັກຈະມີຄວາມກະຕືລືລົ້ນໃນການຮຽນຮູ້, ມັກສົງໄສ, ມັກໃຊ້ຄວາມຄິດ ແລະ
ໃຫ້ຄວາມສຳຄັນກັບການສຶກສາ, ເພາະພວກເຂົາຖືວ່າ “ຄວາມຮູ້ເປັນຊັບສິນທີ່ມີຄ່າ”,
ສະນັ້ນ ຈິ່ງມີນັກທິດສະດີ, ນັກວິທະຍາສາດ, ນັກກິລາ ແລະ ນັກເສດຖະສາດທີ່ມີຊື່ສຽງທັງຫຼາຍຢູ່ໃນໂລກນີ້
ລ້ວນແຕ່ມີເຊື້ອຊາດຢິວເຊັ່ນ: ທ່ານ Karl Marx ທີ່ເປັນຜູ້ຄິດຄົ້ນທິດສະດີ ລັດທິມາດຊິດ
(Marxism) ທີ່ເຮັດໃຫ້ເກີດການປະຕິວັດສັງຄົມນິຍົມໄປທົ່ວໂລກ, ທ່ານ Sir
Isaac Newton, Albert Einstein, George Soros, Ben Bernanke, Warrant Buffet, Mark
Zuckerberg ແລະ ອີກຫຼາຍກວ່າ 50 ນັກເສດຖະກິດທີ່ມີຊື່ສຽງ ແລະ ໄດ້ຮັບລາງວັນ
Nobel Prize ທີ່ເປັນລາງວັນສູງສຸດສຳລັບນັກເສດຖະສາດໃນແຕ່ປີທົ່ວໂລກ ກໍລ້ວນແຕ່ມີເຊື້ອຊາດຊາວຢິວ.
ຄົນຢິວມັກຕັ້ງຄຳຖາມ
ເພາະພວກເຂົາເຊື່ອວ່າ “ການຄິດເປັນຈຸດເລີ່ມຕົ້ນຂອງປັນຍາ ຜູ້ທີ່ບໍ່ຮູ້ຈັກຄິດ
ກໍຄືຄົນຜູ້ທີ່ບໍ່ຮູ້ຈັກທີ່ຈະຮຽນຮູ້” ເຊິ່ງມີຄຳເວົ້າທີ່ບັນທຶກໄວ້ໄວ້ໃນຄຳພີທາງການຄ້າຂອງຊາວຢິວທີ່ວ່າ
“ຄຸນຄ່າຂອງຄົນ ແມ່ນຢູ່ທີ່ມັນສະໝອງ ບໍ່ແມ່ນຢູ່ທີ່ມື ຫຼື ຢູ່ທີ່ຕິນ”.
ນອກຈາກນັ້ນແລ້ວ
ຄົນຢິວຍັງມັກເຫັນອຸປະສັກ ແລະ ຄວາມຫຍຸ້ງຍາກເປັນປະຕູສູ່ໂອກາດ ເຊິ່ງເຫັນໄດ້ຈາກ
ປະເທດ ອິດສະຣາແອນ ທີ່ມີພູມີປະເທດອັນກັນດານ ໂດຍເນື້ອທີ່ 80-90% ຂອງປະເທດ
ແມ່ນເປັນທະເລຊາຍທີ່ແຫ້ງແລ້ງ, ແຕ່ຄົນຢິວທີ່ມີປະຊາກອນຢູ່ປະມານ 83% ໄດ້ໃຊ້ເວລາພຽງແຕ່
40 ປີ ເພື່ອປ່ຽນແປງປະເທດທີ່ແຫ້ງແລ້ງ ແລະ ກັນດານ ໃຫ້ກາຍເປັນປະເທດທີ່ອຸດົມສົມບູນທີ່ສຸດຢູ່ໃນພູມີພາກອາຊີຕາເວັນຕົກຊ່ຽງໃຕ້
ແລະ ເປັນປະເທດທີ່ມີຄວາມທັນສະໄໝດ້ານເທັກໂນໂລຢີກະສິກຳເປັນອັນດັບຕົ້ນໆຂອງໂລກ
ເຊິ່ງຜົນສຳເລັດທັງໝົດທີ່ກ່າວມານັ້ນ ກໍຍ້ອນຄົນຢິວມັກຕໍ່ສູ່ກັບອຸປະສັກດ້ວຍຄວາມເຂັ້ມແຂງ
ແລະ ອົດທົນ ເພື່ອລໍຖ້າໂອກາດທີ່ຈະມາເຖິງເຊິ່ງມັນສະແດງອອກຈາກຄຳສຸພາສິດຂອງພວກເຂົາທີ່ວ່າ
“ປະຕູຊີວິດຂອງຄົນເຮົາ ບໍ່ແມ່ນປະຕູອັດຕະໂນມັດ, ຖ້າເຮົາບໍ່ລົງມືເປີດປະຕູເອງ
ປະຕູດັ່ງກ່າວກໍຈະປິດຕາຍໄປຕະຫຼອດ, ສະນັ້ນຖ້າເຮົາຕ້ອງການໃຫ້ປະຕູສູ່ຄວາມສຳເລັດເປີດອອກ
ເຮົາຈະຕ້ອງລົງມືຍູ້ ຫຼື ດຶງປະຕູນັ້ນອອກດ້ວຍຕົນເອງ” ແລະ ຄົນຢິວຍັງມີຄວາມເຊື່ອອີກວ່າ
ຖ້າຫາກບໍ່ກ້າສ່ຽງຕັ້ງແຕ່ຕອນອາຍຸຍັງນ້ອຍ ເມື່ອເວລາທີ່ຕົນເອງມີອາຍຸເຖົ້າແກ່ແລ້ວ
ກໍຈະເປັນໄດ້ພຽງແຕ່ຄົນທີ່ບໍ່ປະສົບຄວາມສຳເລັດ, ເພາະວ່າຖ້າບໍ່ລົງມືເຮັດຫຍັງເລີຍ
ທຸກສິ່ງຢ່າງກໍຈະມີແຕ່ຕົກຕ່ຳລົງ ແລະ ຄວາມລັ່ງເລໃຈ ຈະເຮັດໃຫ້ເສຍໂອກາດໃນການເຮັດທຸລະກິດ.
ສະນັ້ນ ຖ້າຫາກທ່ານຄິດວ່າ ຄົນຢິວເປັນນັກສວຍໂອກາດ ກໍຄົງບໍ່ມີໃຜຈະປະຕິເສດ,
ແຕ່ຄຳວ່າສວຍໂອກາດນີ້ ມັນກໍຄືການບໍລິຫານຄວາມສ່ຽງ ເຊິ່ງຄົນຢິວສ່ວນຫຼາຍມັກກ້າສ່ຽງ
ແລະ ຈະປະສົບຄວາມສຳເລັດຈາກກ້າສ່ຽງຢູ່ສະເໝີ, ແຕ່ກໍບໍ່ໄດ້ໝາຍຄວາມວ່າຄົນຢິວໂຊກດີ,
ແຕ່ມັນຍ້ອນເຂົາມີຄວາມຮູ້ ແລະ ມີການກະກຽມຄວາມພ້ອມ ເພື່ອຮັບມືກັບຄວາມສ່ຽງນັ້ນມາເປັນຢ່າງດີ.
ທ່ານ
Albert Einstein ທີ່ເປັນນັກວິທະຍາສາດຜູ້ມີຊື່ສຽງຂອງໂລກ ແລະ ມີເຊື້ອຊາດເປັນຄົນຢິວກ່າວໄວ້ວາ
“ມະນຸດຄວນຕ້ອງຄິດເລື່ອງໃໝ່ໆຢູ່ສະເໝີ ຖ້າບໍ່ດັ່ງນັ້ນ ຕົນເອງກໍຈະກ່າຍເປັນເຄື່ອງຈັກ”
ເພາະວ່າຄົນເຮົາຄວນຈະລຶ້ງເຄີຍກັບຄວາມເປັນຢູ່ແບບສະດວກສະບາຍຢູ່ໃນປັດຈຸບັນໂດຍບໍ່ຮູ້ສຶກຕົວ
ຈົນໃນທີ່ສຸດມັນກໍຈະກ່າຍເປັນນິດໄສ ແລະ ຄວາມຂີ້ຄານ, ແຕ່ສຳລັບຄົນຢິວແລ້ວ
ພວກເຂົາມັກຈະມີຄວາມກ້າເຮັດໃນສິ່ງທີ່ທ້າທາຍຕໍ່ຄວາມສາມາດຂອງຕົນເອງຢູ່ສະເໝີ.
ຍິ່ງໄປກວ່ານັ້ນ
ຄົນຢິວຍັງມີຄວາມເຊື່ອວ່າ ຄວາມທຸກຍາກຢູ່ໃນຊີວິດມັນຄືການແບ່ງປັນຄວາມຮັ່ງມີ
ເພາະວ່າມັນຈະເຮັດໃຫ້ຄົນອີກກຸ່ມໜຶ່ງທີ່ອ່ອນແອຕ້ອງຍ້ອມຈຳນົນຕໍ່ໂຊກຊະຕາ,
ແຕ່ມັນຈະສົ່ງຜົນດີໃຫ້ຄົນອີກກຸ່ມໜຶ່ງທີ່ດິ້ນຮົນຕໍ່ສູ່ເພື່ອເອົາຊີວິດຢູ່ລອດ
ແລະ ນຳໄປສູ່ຄວາມຮັ່ງມີໃນທີ່ສຸດ, ສະນັ້ນ ຈົ່ງຢ່າເບິ່ງອຸປະສັກ ແລະ ຄວາມທຸກຍາກເປັນພຽງແຕ່ດ້ານລົບ
ເພາະວ່າມັນກໍມີຈຸດດີທີ່ຈະສອນໃຫ້ຄົນເຮົາ ບໍ່ຄວນຈະດຳລົງຊີວິດຢູ່ຢ່າງສະດວກສະບາຍຫຼາຍຈົນເກີນໄປ
ເຊິ່ງມັນຈະເຮັດໃຫ້ສະໝອງປູ້ ແລະ ບໍ່ມີຄວາມຄິດສ້າງສັນ ທີ່ຈະພັດທະນາຊີວິດຂອງຕົນເອງເພື່ອອະນາຄົດ.
ປະເດັນຫຼັກໃນບົດ:
“ການຄິດເປັນຈຸດເລີ່ມຕົ້ນຂອງປັນຍາ ຜູ້ທີ່ບໍ່ຮູ້ຈັກຄິດ
ກໍຄືຄົນຜູ້ທີ່ບໍ່ຮູ້ຈັກທີ່ຈະຮຽນຮູ້” ເຊິ່ງມີຄຳເວົ້າທີ່ບັນທຶກໄວ້ໄວ້ໃນຄຳພີທາງການຄ້າຂອງຊາວຢິວທີ່ວ່າ
“ຄຸນຄ່າຂອງຄົນ ແມ່ນຢູ່ທີ່ມັນສະໝອງ ບໍ່ແມ່ນຢູ່ທີ່ມື ຫຼື ຢູ່ທີ່ຕິນ”.
18-04-2013-B-2-management
zone
Topic:
ຮູ້ທັນເຄັດລັບຂອງ ຄົນຢິວ
ໂດຍ:
ກາບແກ້ວ ທຳມະວົງ.
ສະບັບທີ່ແລ້ວຂ້າພະເຈົ້າໄດ້ນຳສະເໜີ
ກ່ຽວກັບການເປີດປະຕູສູ່ໂອກາດຂອງຄົນຢິວມາແລ້ວ ເຊິ່ງຄົນຢິວມັກເຫັນອຸປະສັກ ແລະ
ຄວາມຫຍຸ້ງຍາກເປັນປະຕູສູ່ໂອກາດ ເຊິ່ງເຫັນໄດ້ຈາກ ປະເທດ ອິດສະຣາແອນ ທີ່ມີພູມີປະເທດອັນກັນດານ
ໂດຍເນື້ອທີ່ 80-90% ຂອງປະເທດ ແມ່ນເປັນທະເລຊາຍທີ່ແຫ້ງແລ້ງ, ແຕ່ຄົນຢິວທີ່ມີປະຊາກອນຢູ່ປະມານ
83% ໄດ້ໃຊ້ເວລາພຽງແຕ່ 40 ປີ ເພື່ອປ່ຽນແປງປະເທດທີ່ແຫ້ງແລ້ງ ແລະ ກັນດານ
ໃຫ້ກາຍເປັນປະເທດທີ່ອຸດົມສົມບູນທີ່ສຸດຢູ່ໃນພູມີພາກອາຊີຕາເວັນຕົກຊ່ຽງໃຕ້
ແລະ ເປັນປະເທດທີ່ມີຄວາມທັນສະໄໝດ້ານເທັກໂນໂລຢີກະສິກຳເປັນອັນດັບຕົ້ນໆຂອງໂລກ
ສະບັບນີ້ຂ້າພະເຈົ້າກໍຂໍອະນຸຍາດ ສະເໜີ ເຄັດລັບຂອງຄົນຢີວ ກ່ຽວກັບວິທີການຕ່າງໆຂອງເຂົາເຈົ້າເຊິ່ງຈະໄດ້ສືບຕໍ່ໃຫ້ເນື້ອໃນມັນກ່ຽວພັນ
ຕໍ່ເນື່ອງກັນຕື່ມຕາມຫຼັກການຕ່າງໆທີ່ເຂົາເຈົ້າຢືດຖືເຊັ່ນ:
ຖືກກາລະ,
ເທສະ ແລະ ຖືກວິທີ:
ສຳລັບຄົນຢິວແລ້ວ
“ເວລາເປັນເງິນເປັນຄຳ” ຢູ່ສະເໝີ, ສະນັ້ນ ບໍ່ວ່າຈະເຮັດຫຍັງ ພວກເຂົາຕ້ອງຄິດຢູ່ສະເໝີວ່າ
ຕ້ອງໃຊ້ເວລາໄປກັບເລື່ອງທີ່ມີປະໂຫຍດ ແລະ ມີຄວາມຈຳເປັນເທົ່ານັ້ນ ຄືດັ່ງຄຳສຸພາສິດຈາກຄຳພີ
Talmud ເລື່ອງ “ເຜີ້ງກັບແມ້ງວັນ” ຄືດັ່ງຕໍ່ໄປນີ້:
ເຜີ້ງ
ແລະ ແມງວັນບັງເອີນຕົກລົງໄປໃນຂວດແກ້ວພ້ອມກັນ. ເຜີ້ງພະຍາຍາມຫາທາງອອກ
ໂດຍບິນວົນວຽນໄປມາຢູ່ໃນຂວດແກ້ວ ແລະ ພະຍາຍາມອອກແຮງບິນຕຳຂວດແກ້ວຢ່າງແຮງ
ເພາະມີຄວ່າມເຊື່ອວ່າ ຂວດແກ້ວຈະແຕກ, ແຕ່ບໍ່ດົນເຜີ້ງກໍໝົດເຫື່ອແຮງ ແລະ
ໃນທີ່ສຸດ ກໍສິນລົມຫາຍໃຈຢູ່ທີ່ກົ້ນຂວດແກ້ວ. ແຕ່ສຳລັບແມ້ງວັນແລ້ວ ມັນບິນເວີ່ນໄປເວີ່ນມາຢູ່ຫຼາຍຮອບຈົນພົບວ່າ
ຢູ່ຮອບໆມັນເປັນກຳແພງທີ່ໜາ ຈິ່ງເລືອກທີ່ຈະບິນຂຶ້ນເທິງ ແລະ ໃນທີ່ສຸດກໍເຫັນທາງອອກຢູ່ທີ່ປາກຂອງຂວດແກ້ວ.
ສະນັ້ນ ນິທານສຸພາສິດເລື່ອງນີ້ ໄດ້ສອນໃຫ້ຮູ້ວ່າ ການຊອກຫາທິດທາງການຕໍ່ສູ້ທີ່ຖືກຕ້ອງນັ້ນມັນເປັນສິ່ງທີ່ສຳຄັນຫຼາຍ,
ດັ່ງນັ້ນ ຈົ່ງຢ່າທຸ້ມເທທັງແຮງກາຍ ແລະ ແຮງໃຈໄປກັບທາງເລືອກທີ່ຜິດພາດ,
ເຖິງວ່າທ່ານຈະມີຄວາມພະຍາຍາມ ຫຼາຍປານໃດກໍຕາມ ທ່ານກໍຈະບໍ່ມີວັນທີ່ຈະປະສົບຜົນສຳເລັດໄດ້
ຖ້າຫາກວ່າເສັ້ນທາງທີ່ທ່ານກຳລັງກ້າວໄປນັ້ນ ມັນເປັນເສັ້ນທາງທີ່ຜິດພາດ.
ໃນປື້ມເລື່ອງ
“ຄຳພີການຄ້າຂອງຄົນຢິວ” ກ່າວໄວ້ວ່າ ນັກທຸລະກິດຄົນຈີນອາດຈະກຳລັງສົນໃຈກ່ຽວກັບການຜະລິດສິນຄ້າໃຫ້ມີລາຄາຖືກ
ເພື່ອຂາຍໃຫ້ໄດ້ຈຳນວນຫຼາຍ, ແຕ່ສຳລັບຄົນຢິວແລ້ວ ລູກຄ້າຂອງພວກເຂົາຄື
“ຈອມຂອງພູເຂົານ້ຳກ້ອນ” ທີ່ລອຍຢູ່ເທິງໜ້ານ້ຳ ນັ້ນກໍຄືກຸ່ມຄົນທີ່ມີຖານະຮັ່ງມີ. ນອກຈາກນັ້ນຄົນຢິວຍັງໃຫ້ຄວາມສຳຄັນຕໍ່ທຸລະກິດທີ່ກ່ຽວກັບ
“ປາກ-ທ້ອງ” ແລະ “ແມ່ຍິງ” ເພາະວ່າທຸລະກິດກ່ຽວກັບປາກ-ທ້ອງ ກໍຄືອາຫານທີ່ຄົນເຮົາຈະຕ້ອງກິນ,
ຈະຕ້ອງໃຊ້ ຢູ່ທຸກມື້ ເຊິ່ງສາມາດເຮັດໃຫ້ຂາຍໄດ້ຢູ່ຕະຫຼອດເວລາ ແລະ ເຮັດທຸລະກິດກ່ຽວກັບແມ່ຍິງ
ກໍຍ້ອນວ່າ “ແມ່ຍິງຄືກຸ່ມຄົນທີ່ເປັນກະເປົາເງິນຂອງຄອບຄົວ” ເຊິ່ງໝາຍຄວາມວ່າ
ຄົນຢິວຫາເງິນຈາກຄົນຮັ່ງມີ ໂດຍສະເພາະແມ່ນຄົນຮັ່ງມີທີ່ເປັນເພດຍິງ ເພາະວ່າບໍ່ຢາກເຮັດສົງຄາມສິນຄ້າທີ່ຈະມາແຂ່ງຂັນກັນທີ່ລາຄາ
ແລະ ເລືອກເພດຍິງກໍຍ້ອນວ່າ ພວກຜູ້ຊາຍທີ່ເປັນຫົວໜ້າຄອບຄົວຕ້ອງເຮັດວຽກຢ່າງໜັກຈົນໜ້າແຫຼ້ຕາດຳຕັ້ງແຕ່ເຊົ້າຈົນຄ່ຳ
ເພື່ອຫາເງິນມາລ້ຽງຄອບຄົວ, ແຕ່ເງິນທັງໝົດພັດຕົກໄປຢູ່ໃນມືຂອງຜູ້ຍິງທີ່ເປັນແມ່ເຮືອນ
ເຊິ່ງຈະເປັນຄົນທີ່ອຳນາດໃນການສັ່ງຈ່າຍ.
ກ້າເບ້ຍໄມ້ສູ່ຄວາມຮັ່ງມີ:
ພໍ່ແມ່ຄົນຢິວຈະໃຫ້ຄວາມສຳຄັນຕໍ່ການສຶກສາທາງດ້ານການເງິນຕັ້ງແຕ່ຕອນທີ່ພວກລູກໆຂອງພວກເຂົາຍັງມີອາຍຸນ້ອຍໆຢູ່.
ຍົກຕົວຢ່າງການໃຫ້ຂອງຂວັນວັນເກີດຄົບຮອບ 1 ປີ ຂອງພວກລູກໆ, ພວກເຂົາຈະບໍ່ມອບຂອງຂວັນທີ່ມີລາຄາສູງໃຫ້,
ແຕ່ພວກເຂົາຈະມອບ “ຫຸ້ນ” ໃຫ້ພວກລູກໆ ໂດຍສະເພາະແມ່ນຄົນຢິວທີ່ຢູ່ ປະເທດສະຫະລັດອາເມລິກາ
ລວມທັງໂອນຫຸ້ນໃຫ້ເປັນຂອງຂວັນໃນເທດສະການຕ່າງໆ ແລະ ຫຼັງຈາກນັ້ນ ກໍຈະໂອ້ລົມກ່ຽວກັບການລົງທຶນຢູ່ສະເໝີ.
ເມື່ອໃດທີ່ພວກລູກໆມີອາຍຸຫຼາຍຂຶ້ນ ພວກເຂົາກໍຈະຄ່ອຍໆຊາບຊຶມໃນການຮຽນຮູ້ວິຊາການບໍລິຫານການເງິນສ່ວນບຸກຄົນຈາກການປູກຝັງຂອງພໍ່ແມ່ໄດ້
ເປັນຢ່າງດີ.
ນອກຈາກນັ້ນ
ພໍ່ແມ່ຂອງຄົນຢິວຈະສອນການບໍລິຫານການເງິນສ່ວນບຸກຄົນ ໂດຍວິທີໃຫ້ຄ່າເຂົ້າໝົມ,
ແຕ່ພວກລູໆຈະຕ້ອງເຮັດແຜນການໃຊ້ຈ່າຍລ່ວງໜ້າຢ່າງລະອຽດມາສະເໜີໃຫ້ພໍ່ແມ່ກ່ອນແລ້ວ
ພໍ່ແມ່ກໍຈະໃຫ້ເງິນຄ່າເຂົ້າໝົມ ຕາມການຊ່ວຍວຽກເຮືອນຂອງລູກໆ ເພື່ອເປັນການແລກປ່ຽນເຊິ່ງວຽກເຮືອນແຕ່ລະຢ່າງຈະຖືກແລກປ່ຽນເປັນຄ່າເຂົ້າໝົມແຕກຕ່າງກັນໄປຕາມແຕ່ລະໜ້າວຽກໜັກ
ຫຼື ເບົາ.
ໃນວັນເກີດຄົບຮອບ
13 ປີ ຄົນຢິວຈະມີພິທີ ບາມິດຊະວາ (Bar Mitzvah) ຫຼື ພິທີບັນລຸນິຕິພາວະ ເຊິ່ງຄົນໄປຮ່ວມງານເປັນຍາດພີນ້ອງເຊັ່ນ:
ລຸງ, ປ້າ, ອາວ, ອາ ລວມທັງພໍ່ແມ່ ແລະ ທຸກໆຄົນທີ່ມາຮ່ວມງານຈະຕ້ອງມອບເງິນອວຍພອນໃຫ້ຄົນລະປະມານ
200 ໂດລາສະຫະລັດ ເພື່ອເປັນເງິນແຮຖົງໃຫ້ເດັກນ້ອຍເຈົ້າຂອງວັນເກີດ ເຊິ່ງຈຳນວນເງິນດັ່ງກ່າວ
ກໍຈະຖືກນຳໄປຝາກໄວ້ຕາມທະນາຄານ, ໄປຊື້ພັນທະບັດ ຫຼື ເອົາໄປລົງທຶນຈົນຮອດມື້ທີ່ເດັກນ້ອຍຄົນດັ່ງກ່າວຮຽນຈົບຈາກມະຫາວິທະຍາໄລ
ແລະ ມີຄວາມຕ້ອງການທີ່ຈະ ເລີ່ມຕົ້ນເຮັດທຸລະກິດເປັນຂອງຕົນເອງ,
ເງິນຈຳນວນດັ່ງກ່າວ ແລະ ກຳໄລທີ່ໄດ້ຮັບຈາກດອກເບ້ຍ ກໍຈະກາຍເປັນເງິນທຶນເພື່ອເຮັດທຸລະກິດຕໍ່ໄປ.
ໃນເທດສະການສົ່ງທ້າຍປີເກົ່າ
(Hanukkah) ພໍ່ແມ່ຈະເອົາເງິນໃຫ້ລູກໆເພື່ອເປັນລາງວັນ ໂດຍການປະເມີນຈາກພຶດຕິກຳພາຍໃນໜຶ່ງປີ.
ນອກຈາກນັ້ນພວກເດັກນ້ອຍຄົນຢິວຍັງຕ້ອງຮຽນຮູ້ເລື່ອງການຄ້າຕັ້ງແຕ່ຕອນຍັງນ້ອຍ
ໂດຍການຊ່ວຍເຫຼືອກິດຈະການຂອງພໍ່ແມ່ ເພື່ອເປັນການປູກຝັງທັກສະໃນການເຮັດທຸລະກິດ,
ເພາະຄົນຢິວມີສຸພາສິດທີ່ສອນວ່າ “ຖ້າບໍ່ສອນອາຊີບໃຫ້ລູກ ກໍຄືການສອນໃຫ້ລູກເປັນໂຈນ”
ໂດຍລູກແຕ່ລະຄົນຈະໄດ້ຮັບເງິນເປັນຄ່າແຮງງານ.
ເຖິງຢ່າງໃດກໍຕາມ
ຄົນຢິວຈະໃຫ້ຄວາມສຳຄັນຕໍ່ການໃຊ້ເງິນຫຼາຍກວ່າການຫາເງິນ ແລະ ບໍ່ວ່າພວກລູກໆຂອງພວກເຂົ້າ
ຢາກຈະເຮັດອາຊີບຫຍັງກໍຕາມ ຜູ້ເປັນພໍ່ ແລະ ແມ່ຂອງພວກເຂົາ ກໍຈະບໍ່ຂັດຂວາງ
ຂໍແຕ່ອາຊີບດັ່ງກ່າວສາມາດຫາເງິນໄດ້ຢ່າງສຸດຈະລິດກໍພໍ.
ເພື່ອນຄືຄົນສຳຄັນ:
ຄົນຢິວຈະມັກໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ
ແລະ ກັນ ໂດຍສະເພາະແມ່ນຜູ້ຄົນທີ່ຮັ່ງມີ ຈະຊ່ວຍເຫຼືອຄົນທຸກຍາກຢ່າງເຫັນອົກເຫັນໃຈ
ເຊິ່ງເດັກນ້ອຍຄົນຢິວແຕ່ລະຄົນຈະມີເງິນຈຳນວນໜຶ່ງທີ່ຝາກໄວ້ຢູ່ໃນບັນຊີທີ່ມີຊື່ວ່າ
Tzedakah ເພື່ອຊ່ວຍເຫຼືອຄົນອື່ນໆ ເຊິ່ງຄຳວ່າ “Tzedakah” ມີຄວາມໝາຍວ່າ “ຄວາມຍຸດຕິທຳຂອງທຸກໆຄົນຢູ່ໃນສັງຄົມ”
ແລະ ຄົນຢິວມີຄວາມເຊື່ອວ່າ ເພື່ອນເປັນຄົນທີ່ສຳຄັນ ເພາະວ່າຖ້າຄົນເຮົາບໍ່ມີເພື່ອນກໍຄືການທີ່ຕົນເອງຕ້ອງເສຍແຂນ
ຫຼື ພິການແຂນຂ້າງໜຶ່ງ.
ສະນັ້ນ
ຈິ່ງບໍ່ຕ້ອງແປກໃຈເລີຍວ່າ ເປັນຫຍັງຄົນຢິວຈິ່ງເປັນຊົນຊາດໜຶ່ງທີ່ປະສົບຄວາມສຳເລັດຫຼາຍທີ່ສຸດຢູ່ໃນໂລກ
ເພາະວ່າພວກເຂົາມີປັດຊະຍາແຫ່ງການດຳລົງຊີວິດທີ່ສືບທອດກັນມາຕັ້ງແຕ່ບັນພະບູລຸດເຊັ່ນ:
ການໃຫ້ຄວາມສຳຄັນຕໍ່ການສຶກສາ, ມີຄວາມອົດທົນພະຍາຍາມ, ບໍ່ຍອມຈຳນົນອຸປະສັກ, ມັກຊ່ວຍເຫຼືອເຊິ່ງກັນ
ແລະ ກັນ ແລະ ເຫັນຄຸນຄ່າຂອງເງິນ ຕາມຄຳຂວັນຂອງພວກເຂົາທີ່ວ່າ: “ຄົນເຮົາຢູ່ບ່ອນໃດ
ທຸລະກິດກໍຢູ່ບ່ອນນັ້ນ ແລະ ບໍ່ມີເຂດຫ້າມເຮັດການຄ້າ, ຄືຄ້າຂາຍໄດ້ທຸກສະຖານທີ່
ແລະ ຢ່າລັງກຽດການຂາຍເລີຍ”.
ປະເດັນຫຼັກໃນບົດ:
“ຊາວຍິວມີປັດຊະຍາແຫ່ງການດຳລົງຊີວິດທີ່ສືບທອດກັນມາຕັ້ງແຕ່ບັນພະບູລຸດເຊັ່ນ:
ການໃຫ້ຄວາມສຳຄັນຕໍ່ການສຶກສາ, ມີຄວາມອົດທົນພະຍາຍາມ, ບໍ່ຍອມຈຳນົນອຸປະສັກ, ມັກຊ່ວຍເຫຼືອເຊິ່ງກັນ
ແລະ ກັນ ແລະ ເຫັນຄຸນຄ່າຂອງເງິນ ເຊິ່ງເຮັດໃຫ້ເຂົາເຈົ້າເປັນຊົນຊາດໜຶ່ງທີ່ປະສົບຄວາມສຳເລັດຫຼາຍທີ່ສຸດຢູ່ໃນໂລກ”
12-04-2013-B-2-management
zone
ไม่มีความคิดเห็น:
แสดงความคิดเห็น