ຫາກທ່ານຜູ້ອ່ານໄດ້ຕິດຕາມໜັງສືພິມເສດຖະກິດ-ການຄ້າ ກໍຄົງຈະໄດ້ຮັບຮູ້ຕໍ່ເນື່ອງກ່ຽວກັບສິລະປະການ
ໂນ້ມນ້າວໃຈຄົນເຊິ່ງເປັນຈຸດສຳຄັນຫຼັກຂອງການຄ້າ ເຊິ່ງສະບັບກ່ອນນີ້ຂ້າພະເຈົ້າໃນຮຽນສະເໜີ
ຫຼັກການຂາຍ 3 ປະການທີ່ຈະນຳທ່ານໄປສູ່ເປົ້າໝາຍໃນຄວາມສຳເລັດຄື: ຢ່າບັງຄັບໃຫ້ລາວດື່ມນ້ຳ ແຕ່ຈົ່ງເຮັດໃຫ້ລາວຫິວນ້ຳ ແລະ ຢ່າຂາຍກ່ອງເປົ່າໃຫ້ໃຫ້ລູກຄ້າຢ່າງເດັດຂາດ
ແລະ ສະບັບນີ້ກໍຈະມາສືບຕໍ່ເວົ້າກ່ຽວກັບ ຫຼັກການທີສາມ “ຈົ່ງຜູກມິດກັບຜູ້ມຸ້ງຫວັງ ກ່ອນທີ່ຈະສະເໜີການຂາຍ”
ຫຼັງຈາກທີ່ທ່ານໄດ້ເຮັດໃຫ້ຜູ້ມຸ້ງຫວັງຂອງທ່ານເຊົາກະຫາຍໃນສິ່ງທີ່ທ່ານຕ້ອງການຂາຍໃຫ້ເຂົາແລ້ວ
ຂັ້ນຕອນຕໍ່ໄປກໍຄືການ ບໍ່ຂາຍກ່ອງເປົ່າ ແລ້ວມາເຖິງຂັ້ນຕອນທີສາມກໍຄື ການສ້າງຄວາມສຳພັນອັນດີກັບລູກຄ້າຫຼືຜູ້ມຸ້ງຫວັງຂອງທ່ານ
ເພື່ອທີ່ທ່ານຈະໄດ້ຮັບຮູ້ວ່າເຂົາເປັນຄົນແນວໃດ
ມີຄວາມຕ້ອງການຫຍັງແດ່ ແລະ ທ່ານຈະຕອບສະໜອງຄວາມຕ້ອງການຂອງເຂົາເຈົ້າໄດ້ຢ່າງເໝາະສົມ
ບໍ່ວ່າຈະເປັນການຂາຍສິນຄ້າກໍຈະໄດ້ຮັບຄຳຕອບ
ຕົກລົງໄດ້ຢ່າງບໍ່ຢາກເຢັນເລີຍ.
ສິ່ງໜຶ່ງທີ່ທ່ານຕ້ອງຮຽນຮູ້ເພີ່ມເຕີມກໍຄື
ເທັກນິກໃນການສ້າງຄວາມສຳພັນກັບຄົນອື່ນນັ້ນ
ມັນມີຫຍັງແດ່ຕ່າງ ຫາກ ເທັກນິກທີ່ວ່ານັ້ນກໍຄື “ການສົມມຸດວ່າຕົວທ່ານເອງໄປຢູ່ໃນສະຖານະພາບຢ່າງລູກຄ້າ
ຫຼື ຜູ້ມຸ້ງຫວັງ ຂອງທ່ານໃນຂະນະນັ້ນວ່າ ຈະມີຄວາມສົນໃຈໃນເລື່ອງຫຍັງ? ຈະຄິດແນວໃດ? ແລະ ຕ້ອງການຫຍັງ?..”
ສະນັ້ນ, ທ່ານຕ້ອງໝັ່ນຝຶກຝົນຮຽນຮູ້ວິທີການເອົາໃຈເຂົາມາໃສ່ໃຈເຮົາມັນຈະຊ່ວຍໃຫ້ທ່ານເກີດຄວາມຊັດ
ເຈນໃນການເບິ່ງຜູ້ມຸ້ງຫວັງຂອງທ່ານໃນຄວາມຮູ້ສຶກຕ່າງໆໄດ້ດີຍິ່ງຂື້ນແລະຈາກສັນຊາດຕະຍານກໍຈະບອກທ່ານໄດ້ເອງວ່າ
ທ່ານຄວນຈະເວົ້າໃນລັກສະນະໃດກັບຄົນໆນັ້ນ
ໃນຂະນະນັ້ນ. ຢ່າງຮີບຮ້ອນໃນການປິດ ການຂາຍ ຈົ່ງຖາມຜູ້ມຸ້ງຫວັງຂອງທ່ານກ່ອນວ່າ ຕ້ອງການຫຍັງ ກ່ອນທີ່ຈະສະເໜີສິ່ງທີ່ທ່ນຈະສາມາດຕອບ ສະໜອງຄວາມຕ້ອງການແກ່ເຂົາເຈົ້າໄດ້.
“ຈົ່ງຖາມຄຳຖາມ ເພື່ອພາຕົວທ່ານ ໃຫ້ສາມາດຜູກສຳພັນເຂົ້າກັບຄົນທີ່ທ່ານຕ້ອງການຈະຂາຍຄວາມຄິດ
ຂອງທ່ານໃຫ້ແກ່ເຂົາ”
ສະຫຼຸບແລ້ວ: ຈາກຫຼັກສາມປະການທີ່ໄດ້ກ່າວມາແລ້ວນັ້ນ
ມັນກໍເໝືອນບັນໄດສາມຂັ້ນທີ່ຈະເຮັດໃຫ້ທ່ານ
ນຳປະໂຫຍດຈາກກົດທຳມະຊາດທີ່ແທ້ຈິງຂອງມະນຸດໄປໃຊ້ໃຫ້ເກີດປະໂຫຍດໄດ້ແນວໃດ
ບໍ່ວ່າຈະເປັນແງ່ ມູມໃດ? ທ່ານກໍຈະເຫັນມັນກ່ຽວຂ້ອງກັບການຂາຍທັງນັ້ນ
ແລ້ວບາດນີ້ຫຼາຍຕໍ່ຫຼາຍຄົນທີ່ບອກວ່າການເຮັດ
ທຸລະກິດບໍ່ຕ້ອງເຮັດວຽກຂາຍ ທ່ານກໍລອງຄິດເບິ່ງເອົາເອງກໍແລ້ວກັນ.
ຖ້າທ່ານສາມາດເຂົ້າໃຈແງ່ມູມຕ່າງໆທີ່ຈະເຮັດໃຫ້ທ່ານກາຍເປັນນັກເຈລະຈາຕໍ່ລອງ
ການຂາຍຄວາມຄິດທີ່ ທ່ານໄດ້ຮຽນຮູ້ ກໍຈະເປັນເລື່ອງຕໍ່ຍອດຄວາມສຳເລັດໃຫ້ກັບຊີວິດທ່ານຢ່າງບໍ່ຕ້ອງສົງໃສ
ບໍ່ວ່າຈະໃນດ້ານໃດ ກໍຕາມ, ແຕ່ຖ້າທ່ານຄິດວ່າວຽກຂາຍເປັນ…“ການເລາະຂາຍສິນຄ້າ ເໝືອນໝາລ່າເນື້ອເມື່ອໃນທີ່ໝົດແຂ້ວ ເລັບກໍໝົດຄວາມສຳຄັນ ທ່ານກຳລັງວາງຕົວເອງໄປໃນແນວທາງຂອງຄົນເລາະຂາຍຂອງແທ້ໆມັນກໍຈະ
ເໝືອນກັບໝາລ່າເນື້ອ” ທີ່ມັກຈະຖືກກ່າວອ້າງການຢູ່ເປັນປະຈຳໃນແວດວົງນັກຂາຍ
ທີ່ບໍ່ຮູ້ຫຍັງເລີຍທີ່ກ່ຽວກັບຄວາມຈິງໃນເລື່ອງນີ້
ຈາກບົດທີ
Pleasure-Pain ກ່າວໄວ້ວາ…“ຄົນທຸກຄົນຖືກສ້າງເພື່ອ ຢາກໃຫ້ພົບຄວາມພໍໃຈ
ແລະ ຢາກໜີໃຫ້ໄກຄວາມເຈັບປວດ” ເຮັດໃຫ້ທ່ານສາມາເຂົ້າໃຈໄດ້ວ່າ “ຈົ່ງຂາຍແຕ່ຄວາມພໍໃຈ (Pleasure) ໃຫ້ກັບລູກຄ້າ ຫຼື ຜູ້ມຸ້ງຫວັງຂອງທ່ານ ແລ້ວທ່ານຈະໄດ້ຮັບຄວາມພໍໃຈ”
ການຂາຍທີ່ແທ້ຈິງນັ້ນ
ບໍ່ວ່າຄວາມຄິດຂອງທ່ານ ຫຼື ສິນຄ້າຂອງທ່ານ ຕ້ອງສາມາດຊັກຈູງໃຫ້ຄົນກຸ່ມໜຶ່ງ ໄດ້ເຮັດໃນສິ່ງທີ່ລາວຮູ້ສຶກວ່າດີ ແລະ ພາກພູມໃຈທີ່ໄດ້ເຮັດ
ນັກຈິດຕະວິທະຍາຜູ້ໂດ່ງດັງ
ດຣ.
ອັລເບີດ ເອັດເວີນວິກກຳ ຍັງໄດ້ແນະນຳໄວ້ອີກວ່າ ວິທີທີ່ດີທີ່ສຸດໃນການຂາຍຄວາມຄິດຂອງທ່ານເອງ
ເພື່ອເອົາຊະນະແກ່ບຸກຄົນນັ້ນກໍ່ຄື ທ່ານໄດ້ສະເໜີຫຍັງແດ່ ທີ່ໃຫ້ຄວາມພໍໃຈຕໍ່ຄົນອື່ນທ່ານເຮັດໃຫ້ຜູ້ອື່ນສະບາຍຂຶ້ນ
ຫຼື ລ່ຳລວຍຂຶ້ນ ຫຼື ບໍ ສິ່ງຕ່າງໆເຫຼົ່ານີ້ເປັນຄວາມພໍໃຈ
(Pleasure) ຕໍ່ລູກຄ້າ ຫຼື ຜູ້ມຸ້ງຫງັງຂອງທ່ານ ເຊິ່ງເປັນໜ້າທີ່ໂດຍກົງຂອງຜູ້ຂາຍ
ດຣ. ອັລເບີດ ເອັດເວີນວິກກຳ ຍັງໄດ້ສະຫຼຸບເອົາໄວ້ວ່າ “ຕະຫຼອດຊີວິດຂອງທ່ານ ທ່ານຕ້ອງເປັນນັກຂາຍການຍອມຮັບນັບຖືໃນຕົວທ່ານຕໍ່ຜູ້ອື່ນ
ທ່ານຈະປະສົບຄວາມສຳເລັດໃນການຊະນະໃຈຜູ້ອື່ນໄດ້ດ້ວຍການໃຫ້ຄວາມພໍໃຈ
(Pleasure) ຕໍ່ເຂົາເທົ່ານັ້ນ ແລະ ເຮັດໃຫ້ຊີວິດຂອງລາວດີຂຶ້ນເມື່ອພົບທ່ານ”
ດັ່ງນັ້ນເມື່ອທ່ານຕ້ອງການຂາຍສິນຄ້າ
ຫຼື ຄວາມຄິດຂອງທ່ານ ກໍ່ຈົ່ງພິສູດໃຫ້ເຂົາເຫັນວ່າ… ສິນຄ້າຂອງທ່ານ ຫຼື ຄວາມຄິດຂອງທ່ານ ໃຫ້ຄວາມເພິ່ງພໍໃຈເທົ່ານັ້ນ ບໍ່ໄດ້ໃຫ້ຄວາມເຈັບປວດ ຫຼື ສິ່ງທີ່ບໍ່ດີກັບເຂົາເລີຍ ແລະ ເມື່ອເຊື່ອໃຈແລ້ວເຂົາເຈົ້າຈະຊື້ສິນຄ້າ
ຫຼື ບໍລິການກັບທ່ານ ແລະ ຖ້າສິນຄ້າ ຫຼື ຄວາມຄິດນັ້ນໆຂອງທ່ານ ເຮັດໃຫ້ຜູ້ໃຊ້ ຫຼື ຜູ້ມຸ້ງຫວັງຂອງທ່ານເກີດຄວາມເພິ່ງພໍໃຈແທ້ໆ
ແລ້ວເຂົາເຫຼົ່ານັ້ນເອງທີ່ຈະເປັນກຸນຈັກຕົວສຳຄົນທີ່ຈະຂັບເຄື່ອນການຂາຍ
ຫຼື ທຸລະກິດຂອງທ່ນ ໃຫ້ດຳເນີນໄປຫາຜູ້ບໍລິໂພກ ຫຼື ຜູ້ມຸ້ງຫວັງອື່ນໆຕໍ່ໄປ
ການທີ່ເຮົາຮູ້ໃນຄວາມຕ້ອງການຂອງອີກຝ່າຍໜຶ່ງນັ້ນ
ຄືກຸນແຈທີ່ໄຂໄປສູ່ອຳນາດທັງຜອງ ແຕ່ຄົນສ່ວນໃຫຍ່ມັກຈະຫຼົງລື່ມ ເຖິງເຄັດລັບໃນເລື່ອງນີ້ຫຼາຍຕໍ່ຫຼາຍນັກແລ້ວ
ສິ່ງທີ່ຄວນຈື…
“ເມື່ອເຮົາຕ້ອງການຈະຊະນະຈິດໃຈຂອງໃຜກໍ່ຕາມ
ຈົ່ງເວົ້າໃຫ້ເຂົາບັງເກີດຄວາມປະທັບໃຈ ໃນສິ່ງທີ່ເຂົາຕ້ອງການ ວິທີການດຽວເທົ່ານັ້ນ ທີ່ຈະຊັກຈູງຜູ້ໜຶ່ງຜູ້ໃດ ປະຕິບັດໃນສິ່ງຕ່າງໆໄດ້ ໂດຍອາໄສການກະຕຸ້ນໃຫ້ເຂົາ ບັງເກີດຄວາມຕ້ອງການທີ່ຈະປະຕິບັດ ແລະ ຈົ່ງຈຳໄວ້ວ່າ ຄວາມຕ້ອງການຂອງຄົນເຮົານັ້ນບໍ່ເໝືອນກັນແຕ່ລະບຸກຄົນກໍ່ມີຄວາມສົນໃຈໃນສິ່ງທີ່ພິເສດແຕກຕ່າງກັນອອກໄປ”
ດັ່ງນັ້ນເຮົາຈິງຄວນເສຍສະຫຼະເວລາ
ດ້ວຍການຄົ້ນຫາຄວາມຮູ້ວ່າ…. ຄວາມຕ້ອງການອັນແທ້ຈິງຂອງອີກຝ່າຍໜຶ່ງນັ້ນແມ່ນຫຍັງ? ໂດຍສະເພາະຄວາມຕ້ອງການເຊິ່ງກ່ຽວຂ້ອງມາເຖິງຕົວເຮົາ
ເຊິ່ງຢູ່ໃນແຜນການໃນຄວາມຄິດຂອງເຮົາໃນການເວົ້າທຸກຄັ້ງ
ເຮົາຕ້ອງຮູ້ຈັກການກະຕຸ້ນຄວາມປາດຖະໜາຂອງເຂົາໃຫ້ແຮງກ້າຂຶ້ນ
ຂ້າພະເຈົ້າຂໍຍົກຕົວຢ່າງ ການຂາຍເຮືອນຂອງນາຍໜ້າຄົນໜຶ່ງກັບລູກຄ້າມາຈາກຕ່າງແຂວງ
ຂະນະທີ່ຊາຍຕ່າງແຂວງຕ້ອງການຊື້ເຮືອນຫຼັງໜຶ່ງ
ເຂົາໄດ້ຕິດຕໍ່ນາຍໜ້າຂາຍເຮືອນຄົນໜຶ່ງ ຄົນໆນີ້ເປັນນັກຂາຍທີ່ຄ່ອງຕົວທີ່ສຸດຄົນໜຶ່ງ
ເຂົາຟັງຊາຍຕ່າງແຂວງນ້ອຍດຽວເທົ່ານັ້ນ ເຂົາສາມາດຈະຈັບປະເດັນຄວາມຕ້ອງການຂອງຊາຍຄົນຕ່າງແຂວງໄດ້ວ່າ
ຢ່າງນ້ອຍທີ່ສຸດໃນຊີວິດເຂົາຕ້ອງການເຮືອນທີ່ມີຕົ້ນໃມ້ໃຫຍ່ຈັກຕົ້ນໜຶ່ງ
ນາຍໜ້າຄົນນັ້ນໄດ້ພາລາວໄປເບິ່ງເຮືອນຫຼັງທີ່ຢູ່ຊານເມືອງ ເຊິ່ງບໍລິເວນນັ້ນມີເຮືອນຫຼັງໜຶ່ງເປັນຕາຢູ່ຫຼາຍ
ຢູ່ຫ່າງຈາກຕົວເມືອງໄປປະມານ 10 ກິໂລແມັດ ນາຍໜ້າຊີ້ໄປທີ່ຕົ້ນໄມ້ນັ້ນ ແລ້ວກໍ່ບອກກັບລາວວ່າ ເບິ່ງຕົ້ນໄມ້ນັ້ນທັງໝົດ 18 ຕົ້ນ ຊາຍຕ່າງແຂວງເບິ່ງຕົ້ນໄມ້ນັ້ນແລ້ວຮູ້ສຶກມັກຂຶ້ນທັນທີ
ກໍ່ເລີຍສອບຖາມລາຄາເຮືອນຫຼັງນັ້ນ ນາຍໜ້າກໍ່ບອກລາຄາມາ ແຕ່ເຂົາບໍ່ຍອມຫຼຸດໃຫ້ເລີຍຈັກກີບ ຊາຍຕ່າງແຂວງກໍ່ເລີຍບອກລາວວ່າ ຂ້າພະເຈົ້າອາດຈະຊື້ເຮືອນແບບນີ້ທີ່ມີລາຄາຖືກກວ່ານີ້ໄດ້
ແຕ່ນາຍໜ້າຕອບວ່າ… ຖ້າທ່ານຊື້ໃນລາຄາທີ່ຖືກກວ່ານີ້ໄດ້ ກໍ່ນັບວ່າທ່ານເກ່ງຫຼາຍ ແຕ່ເບິ່ງຕົ້ນໄມ້ນັ້ນເບິ່ງ ໜຶ່ງ… ສອງ…. ສາມ…ສີ… ທຸກຄັ້ງທີ່ຊາຍຕ່າງແຂວງເວົ້າເລື່ອງລາຄາ
ເຂົາກໍ່ຈະຕັ້ງຕົ້ນນັບຕົ້ນໄມ້ໃຫ້ຟັງ ໃນທີ່ສຸດ “ເຂົາກໍ່ຂາຍຕົ້ນໄມ້ທັງ 18 ຕົ້ນ” ໃຫ້ຊາຍຕ່າງແຂວງຈົນໄດ້ລວມທັງເຮືອນພ້ອມ.
ນັ້ນຄືເຊວແມນທີ່ຟັງຊາຍຕ່າງແຂວງເວົ້າແລ້ວຄົ້ນພົບວ່າລາວຕ້ອງການຫຍັງ? ແລ້ວກໍ່ຂາຍສິ່ງນັ້ນໃຫ້ “ຕົ້ນໄມ້ຕ່າງຫາກທີ່ເປັນສິ່ງທີ່ເຂົາຕ້ອງການ”
ດຽວນີ້ທ່ານຄົງຈະຮູ້ແລ້ວວ່າ ການທີ່ທ່ານຈະຂາຍສິນຄ້າ ຫຼື ບໍລິການຂອງທ່ານໃຫ້ໄດ້ນັ້ນ ທ່ານຕ້ອງຄົ້ນຫາຄວາມຕ້ອງການທີ່ແທ້ຈິງຂອງຜູ້ມຸ້ງຫວັງ
ຫຼື ລູກຄ້າຂອງທ່ານໃຫ້ພົບກ່ອນ ແລ້ວສີນຄ້າ ຫຼື ບໍລິການຂອງທ່ານຈະຊ່ວຍເຂົາຫຍັງໄດ້ແດ່ ເໝືອນກັບຕົ້ນໄມ້ 18 ຕົ້ນ ທີ່ເຮັດໃຫ້ນາຍໜ້າຂາຍເຮືອນໄດ້ ໂດຍບໍ່ຕ້ອງຫຼຸດລາຄາຈັກນ້ອຍເລີຍ
ປະເດັນຫຼັກໃນບົດ: “ເມື່ອເຮົາຕ້ອງການຈະຊະນະຈິດໃຈຂອງໃຜກໍ່ຕາມ ຈົ່ງເວົ້າໃຫ້ເຂົາບັງເກີດຄວາມປະທັບໃຈ ໃນສິ່ງທີ່ເຂົາຕ້ອງການ ວິທີການດຽວເທົ່ານັ້ນ ທີ່ຈະຊັກຈູງຜູ້ໜຶ່ງຜູ້ໃດ ປະຕິບັດໃນສິ່ງຕ່າງໆໄດ້ ໂດຍອາໄສການກະຕຸ້ນໃຫ້ເຂົາ ບັງເກີດຄວາມຕ້ອງການທີ່ຈະປະຕິບັດ ແລະ ຈົ່ງຈຳໄວ້ວ່າ ຄວາມຕ້ອງການຂອງຄົນເຮົານັ້ນບໍ່ເໝືອນກັນແຕ່ລະບຸກຄົນກໍ່ມີຄວາມສົນໃຈໃນສິ່ງທີ່ພິເສດແຕກຕ່າງກັນອອກໄປ”
ທິດສິດີທີ່ກ່ຽວຂ້ອງກັບການຂາຍ ຫຼື ໂນມນ້າວຈິດໃຈຄົນນັ້ນ ທ່ານຕ້ອງພະຍາຍາມຮຽນຮູ້ມັນຢ່າງຈິ່ງຈັງ
ເພາະມັນເໝືອນສູດສຳເລັດທີ່ຈະຊ່ວຍໃຫ້ການສ້າງທຸລະກິດບໍ່ວ່າຈະໃນສາຂາອາຊີບໃດກໍ່ຕາມ
ບໍ່ວ່າສິນຄ້າເປັນຫຍັງ ຂໍພຽງແຕ່ທ່ານຮູ້ຈັກປະຍຸກໃຊ້ມັນຢ່າງຖືກຕ້ອງ
ແລະ ຖືກປະເດັ່ນ ທ່ານກໍ່ຈະສ້າງທຸລະກິດຂອງທ່ານໄດ້ ຕາມທີ່ໃຈທ່ານປາດຖະໜາ ຂໍພຽງແຕ່ທ່ານມີຄວາມຝັນ ຄວາມຕັ້ງໃຈຈິງ ແລະ ບໍ່ຍອມຕໍ່ອຸປະສັກໄດ້ງ່າຍໆ ທ່ານກໍ່ຈະປະສົບຜົນສຳເລັດໃຂຊີວິດໄດ້
ກ່ອນຈະຈົບບົດຮຽນໃນມື້ນີ້ຂ້າພະເຈົ້າຈະຝາກບົດຄວາມນີ້ໃຫ້ທ່ານເພາະວ່ານີ້ກໍ່ເປັນເຄັດລັບທີ່ຜູ້ປະສົບຜົນສຳເລັດໃນທຸລະກິດໄດ້ໃຊ້ໃນເປັນຢ່າງດີມາຫຼາຍຕໍ່ຫຼາຍຄົນແລ້ວ
ທຸກການກະທຳໃນໂລກນີ້ ມີພຽງ 2 ເຫດຜົນທີ່ແທ້ຈິງກໍ່ຄື….
1. ເຮັດເພື່ອຫຼີກໜີຈາກຄວາມຢ້ານ ແລະ ຄວາມເຈັບປວດ
2. ເຮັດເພື່ອໃຫ້ໄດ້ມາ ເຊິ່ງສິ່ງທີ່ເພິ່ງປາດຖະໜາ ແລະ ຄວາມສຳເລັດ
ໂດຍປົກກະຕິຄົນນັ້ນມີເຫດຜົນທີ່ຈະເຮັດຫຍັງກໍ່ຕາມຢູ່ 2 ປະການ….
ປະການໜຶ່ງ ເປັນເຫດຜົນທີ່ນ້າຟັງ ສ່ວນອີກປະການໜຶ່ງ ເປັນເຫດຜົນທີ່ແທ້ຈິງ
ไม่มีความคิดเห็น:
แสดงความคิดเห็น