ປັດ​ໃຈທີ່​ມີ​ຜົນ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ ຂອງ​ໄມ້​ດອກ​ໄມ້​ປະດັບ. - dokhukcolumnist

Post Top Ad

Responsive Ads Here

วันจันทร์ที่ 22 เมษายน พ.ศ. 2556

ປັດ​ໃຈທີ່​ມີ​ຜົນ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ ຂອງ​ໄມ້​ດອກ​ໄມ້​ປະດັບ.


ດຣ.ພັນປະດິດ ພັນດາລາ12-04-2013-B-3-mekong column 

ຖ້າທ່ານຜູ້ອ່ານທີ່ຕິດຕາມ ຄໍລຳແມ່ຂອງທີ່ຂ້າພະເຈົ້າຮຽນຮັບໃຊ້ ທ່ານຜູ້ອ່ານໃນສຸກທີ່ແລ້ວ ທ່ານຈະເຂົ້າໃຈໄດ້ຄວາມໝາຍ ຄວາມສຳຄັນຂອງໄມ້ດອກໄມ້ປະດັບ ພ້ອມທັງເຫັນໄດ້ເຖິງຕົວເລກມູນຄ່າການນຳເຂົ້າທີ່ເປັນຈຳນວນຫຼາຍຕື້ກີບຕໍ່ເດືອນເຊິ່ງການນຳເຂົ້າສ່ວນໃຫຍ່ແມ່ນມາຈາກ ສປ ຈີນ ແລະໄທ, ສ່ວນໜຶ່ງແມ່ນການຜະລິດພາຍໃນແລະ ນຳເຂົ້າ ຈາກ ສສ ຫວຽດນາມ ຈະເຫັນໄດ້ວ່າ ທັງໄລຍະທາງການຂົນສົ່ງ,ການສີ້ເປືອງໃນການເກັບຮັກສາແລະ ຄຸນນະພາບຂອງໄມ້ດອກທີ່ມາສູ່ຕະຫຼາດ ຫຼື ມາເຖິງມືຜູ້ຊົມໄຊ້ ກໍ່ຈະຫຼຸດລົງຕາມໄລຍະທາງແລະເວລາໃນການຂົນສົ່ງ ລວມທັງປັດໃຈຕົ້ນທຶນການຜະລິດ ທີ່ບວກຄ່າຂົນສົ່ງທີ່ນັບມື້ ນັບເພີ່ມຂື້ນ ສະນັ້ນ, ການຜະລິດໄມ້ດອກ​​​ໄມ້ປະດັບ ພາຍໃນປະເທດ ຈຶ່ງເປັນທັງຂໍ້ສະດວກແລະ ທ່າແຮງຫຼາຍກ່ວາ ເຊິ່ງຄວາມເໝາະສົມຂອງສະພາບພື້ນທີ່ການຜະລິດ ກໍ່ແຕກຕ່າງຂື້ນກັບປະເພດ ຫຼື ຊະນິດພືດເປັນຕົ້ນໄມ້ປະດັບເຂດຮ້ອນ, ​ໄມ້ປະດັບປະເພດປູກກາງແຈ້ງ ກໍ່ສາມາດປູກໄດ້​​ດີໃນເຂດທົ່ງພຽງພາກກາງແລະ ພາກໄຕ້ ນັບ​​ແຕ່ນະຄອນຫຼວງລົງໄປຈົນເຖິງແຂວງອັດຕະປື ສ່ວນໄມ້ຕັດດອກເຂດໜາວ ຫຼື ອາກາດຊຸ່ມເຢັນ ກໍ່ເໝາະສົມປູກໄດ້ຫຼາຍພື້ນທີ່ໃນປະເທດເປັນຕົ້ນ ບັນດາພູດອຍເຂດພາກກາງ-ພາກເໜືອແລະເຂດພູພຽງບໍລິເວນ ພາກໄຕ້ ເຊິ່ງມາເຖິງປັດຈຸບັນ ການຄົມມະນາຄົມໄປມາກໍ່ສະດວກ ກ່ວາເມື່ອກ່ອນຫຼາຍ.

ເຊິ່ງສະບັບນີ້ ຂ້າພະເຈົ້າຈະຂໍອະນຸຍາດຂຽນແບບລວມໆເຖິງປັດໃຈການຈະເລີເຕີບໂຕ ຂອງໄມ້ດອກໄມ້ປະດັບແລະ ຈະຂໍລົງເລິກເປັນຊະນິດພືດ,​ເຖິງປັດໃຈການຈະເລີເຕີບໂຕ, ບາງເຕັກນິກໃນການຜະລິດ ຄຸນສົມບັດທາງພຶກສາສາດ,ຄວາມຕ້ອງການຂອງພູມມິອາກາດ ແລະ ລາຍລະອຽດອື່ນໆ.. ຂອງແຕ່ລະພືດທີ່ມີຄວາມນິຍົມໃນບ້ານເຮົາ ໃນອາທິດຕໍ່ໆໄປ.

ປັດໃຈທີ່ມີຜົນຕໍ່ການຈະເລີເຕີບໂຕ ຂອງໄມ້ດອກໄມ້ປະດັບ ມີຄື: 1​). ດິນເປັນປັດໃຈທີ່ສຳຄັນທຳອິດເພາະດິນເປັນທີ່ປູກດິນຕ້ອງມີຄຸນສົມບັດໃນການຍຶດຕິດແລະ ຄ້ຳຢັນລຳຕົ້ນເປັນ​​ບ່ອນໃຫ້ນ້ຳ, ​ ​ທາດອາຫານຕ່າງໆແກ່ພືດ ຕະຫຼອດຮອດການຖ່າຍເທອາກາດໃນດິນແລະ ງ່າຍຕໍ່ການຊອນໄຊ ຫຼື ຂະຫຍາຍໂຕຂອງຮາກພືດ ດິນທີ່ອຸດົມສົມບູນ ພືດ ກໍ່ຈະເລີເຕີບໂຕໄດ້ດີ; 2). ຄວາມຊຸ່ມຊື່ນ ຫຼື ນ້ຳ ໝາຍເຖິງຄວາມຊຸ່ມຊື່ນທີ່ຢູ່ໃນດິນແລະ ຄວາມຊຸ່ມຊື່ນທີ່ຢູ່ໃນອາກາດ ດິນທີ່ອຸດົມສົມບູນແລະ ມີທາດອາຫານຫຼາຍພຽງໃດກໍ່ຕາມ ຖ້າຂາດນ້ຳ ຮາກພືດ ກໍ່ບໍ່ສາມາດດູດທາດອາຫານດັ່ງກ່າວໄປໃຊ້ໄດ້ ສ່ວນຄວາມຊຸ່ມຊື່ນໃນອາກາດ ຖ້າເວົ້າໃຫ້ເຂົ້າໃຈງ່າຍແມ່ນມີຄວາມຈຳເປັນເພາະຊ່ວຍໃຫ້ຕົ້ນໄມ້ສົດຊື່ນຢູ່ສະເໝີ ຫຼື ຈະເວົ້າໃຫ້ລະອຽດຕື່ມໜ້ອຍໜຶ່ງແມ່ນ ຄວາມຊຸ່ມຂອງອາກາດ ມີຜົນຕໍ່ການເປີດປິດ ຂອງປາກໃບ, ການຫາຍໃຈຂອງພືດ ສົ່ງຜົນຕໍ່ການຄາຍນ້ຳຂອງໃບເຊິ່ງຈະມີຜົນຕໍ່ເນື່ອງເຖິງການດູດນ້ຳແລະ ທາດອາຫານຂອງຮາກພືດ, ການໃຫ້ນ້ຳແກ່ພືດ ກໍ່ເປັນສິ່ງທີ່ສຳຄັນຫຼາຍເພາະການໃຫ້ນ້ຳ ຫຼາຍເກີນໄປ, ໜ້ອຍເກີນໄປ ຫຼືໃຫ້ບໍ່ຖືກວິທີ ຈະສົ່ງຜົນກະທົບຕໍ່ການຈະເລີເຕີບໂຕຂອງພືດທັນທີເຊິ່ງການໃຫ້ນ້ຳ ຕ້ອງຄຳນຶງເຖິງ ຊະນິດຂອງພືດ, ສະພາບຂອງດິນແລະ ສະພາບແວດລ້ອມເປັນຕົ້ນ: ປູກບ່ອນຮົ່ມ ຫຼືກາງແຈ້ງແລະ ອື່ນໆຖ້າໃຫ້ນ້ຳບໍ່ພໍ ພືດຈະຫ່ຽວແຫ້ງ​​ເວລາແດດຈັດ ລະຫວ່າງທ່ຽງວັນເພາະຊ່ວງດັ່ງກ່າວອາກາດຮ້ອນຈັດ ພືດຈະຄາຍນ້ຳຫຼາຍ ຖ້າຮາກດູດນ້ຳໄປຊົດເຊີຍບໍ່ພໍຈະເຮັດໃຫ້ພືດຫ່ຽວແຫ້ງແຕ່ກົງກັນຂ້າມ ຖ້າຫົດນ້ຳຫຼາຍ ຈົນນ້ຳຖ້ວມຂັງ ນ້ຳຈະໄລ່ອາກາດອອກຈາກຊ່ອງວ່າງໃນດິນເຮັດໃຫ້ດິນອີ່ມໂຕ ກໍ່ບໍ່ເໝາະສົມຕໍ່ການຈະເລີເຕີບໂຕຂອງພືດເຊັ່ນກັນເພາະຈະເຮັດໃຫ້ຮາກພືດຂາດອົກຊີເຊິ່ງເປັນສິ່ງຈຳເປັນໃນການຫາຍໃຈ ຖ້າພືດຖືກນ້ຳຂັງ ສອງ ຫາ ສາມ ວັນ ພືດກໍ່ສາມາດຫ່ຽວແຫ້ງແລະ ຕາຍໄດ້ຄືກັບກໍລະນີຂາດນ້ຳ; 3). ​ແສງສະຫວ່າງ ມີບົດບາດສຳຄັນຕໍ່ການຈະເລີເຕີບໂຕຂອງພືດ ນັບຕັ້ງແຕ່ເມັດເລີ່ມງອກ, ການສ້າງຮໍໂມນໃນພືດ, ການສ້າງເມັດສີ, ການສັງເຄາະແສງເພື່ອສ້າງອາຫານໃຫ້ແກ່ພືດ ຕະຫຼອດຮອດການອອກດອກ, ອອກໝາກແລະ ອື່ນໆເຊິ່ງພືດບາງຊະນິດຈະອອກດອກກໍ່ຕໍ່ເມືອໄດ້ຮັບແສງສະຫວ່າງພຽງພໍ ກົງກັນຂ້າມ ພືດບາງຊະນິດ ຈະບໍ່ອອກດອກ ຖ້າໄດ້ຮັບແສງຫຼາຍກ່ວາທີ່ຕົນເອງຕ້ອງການ (​ພືດວັນສັ້ນແລະ ພືດວັນຍາວ); 4). ອຸນນະພູມເປັນປັດໃຈທີ່ສຳຄັນອີກຢ່າງໜຶ່ງທີ່ມີຜົນຕໍ່ ການຈະເລີເຕີບໂຕຂອງພືດ, ມີຜົນຕໍ່ການຄາຍນ້ຳຂອງໃບ, ມີອິດທິພົນຕໍ່ການອອກດອກແລະ ມີຄວາມສຳຄັນຕໍ່ຄຸນນະພາບຂອງດອກໄມ້; 5). ຝຸ່ນ ການຈະເລີເຕີບໂຕຂອງພືດ ນັ້ນຕ້ອງການທາດອາຫານ ເພື່ອໃຊ້ໃນການຈະເລີເຕີບໂຕ ໂດຍໄດ້ຮັບທາດອາຫານຈາກດິນ ນ້ຳແລະ ອາກາດໂດຍທົ່ວໄປ ການຜະລິດເພື່ອຈຳໜ່າຍຫຼືເພື່ອການຄ້າ ທາດອາຫານທີ່ຢູ່ໃນດິນຈະພຽງພໍຕໍ່ການຈະເລີເຕີບໂຕຂອງພືດ ເຊິ່ງມີຄວາມຈຳເປັນຕ້ອງໄດ້ໃຫ້ຝຸ່ນຄອກ, ຝຸ່ນປົ່ມເພື່ອປັບປຸງປຳລຸງດີແລະໃຫ້ຝຸ່ນວິທະຍາສາດ ເພື່ອເພີ່ມທາດອາຫານລົງໃນດິນ; 6). ພະຍາດແລະແມງໄມ້: ພະຍາດທີ່ມັກເກີດຂື້ນກັບພືດ ມີທັງພະຍາດທີ່ມີສາເຫດຈາກເຊື້ອລາ,​​ ແບກຕີເລຍ ສ່ວນແມງໄມ້ກໍ່ມີຫຼາຍຊະນິດ ຈົນນັບຈຳນວນບໍ່ຖ້ວນ ສ່ວນໃຫຍ່ແບ່ງເປັນ ສອງປະເພດຄື: ປະເພດທີໜຶ່ງແມ່ນ: ປະເພດປາກກັດໄດ້ແກ່ ພວກຕັກກະແຕນ, ໜອນແມງກະເບື້ອແລະ ອື່ນໆລັກສະນະການເຂົ້າທຳລາຍແມ່ນການກັດກິນໃບເຮັດໃຫ້ພືດບໍ່ສາມາດສັງເຄາະແສງໄດ້ ຢຸດຊະງັກການຈະເລີເຕີບໂຕແມງໄມ້ປາກກັດບາງຊະນິດ ກັດແຫ້ນເຂົ້າເຖິງກິ່ງກ້ານ ທຳລາຍທໍ່ນ້ຳແລະ ທໍ່ອາຫານ ຖ້າຖືກທຳລາຍຫຼາຍ ຕົ້ນໄມ້ກໍ່ຈະຕາຍໄດ້ແລະ ປະເພດທີ່ສອງຄື: ປະເພດປາກດູດນ້ຳລ້ຽງໄດ້ແກ່ເພ້ຍແປ້ງ,​ ​ເພ້ຍໄພແລະ ອື່ນໆວິທີການເຂົ້າທຳລາຍແມ່ນ ການດູດນ້ຳລ້ຽງຈາກໃບແມງປາກດູດບາງຊະນິດ ຍັງປ່ອຍສານພິດໃສ່ໃບເຮັດໃຫ້ໃບສີຊີດ ຈາງໃບຫ່ຽວແຫ້ງແລະ ລົ່ນກ່ອນອາຍຸ ຕົ້ນໄມ້ຢຸດຊະງັກການຈະເລີເຕີບໂຕແລະ ຕາຍໃນທີ່ສຸດ, ການປ້ອງກັນແລະ ກຳຈັດແມ່ນແນະນຳໃຫ້ໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານ, ການໃຊ້ແຮງງານໃນການບົວລະບັດຮັກສາ ຕະຫຼອດຮອດການນຳໃຊ້ສະໝຸໄພໃນການຂັບໄລ່ພະຍາດແມງໄມ້ເປັນສິ່ງທີ່ຄວນແນະນຳກ່ອນແລະ ຖ້າຈຳເປັນ ການນຳໃຊ້ຢາປາບສັດຕູພືດ ກໍ່ເປັນທາງເລືອກໃນການປ້ອງກັນແລະ ກຳຈັດພະຍາດແມງໄມ້ ສັດຕູພືດ; 7). ການຕັດແຕ່ງ ຈະມີຜົນຕໍ່ການຈະເລີເຕີບໂຕແຕກກິ່ງກ້ານສາຂາຂອງຕົ້ນໄມ້ເຊິ່ງເຮົາຈະສາມາດ ກຳນົດຮູບຮ່າງແລະ ຮູບຊົງຂອງຕົ້ນໄມ້ນັ້ນ ລວມທັງການຕັດກິ່ງໄມ້ ທີ່ຕຶບໜາອອກ ຈະເປັນການສ່ວນໃຫ້ປະສິດທິພາບໃນການສັງເຄາະແສງດີຂື້ນແລະ ຊ່ວຍໃຫ້ການຈະເລີເຕີບໂຕໄດ້ດີ; 8). ຕຳແໜ່ງ ຫຼື ສະຖານທີ່ປູກ ມີຜົນຕໍ່ການຈະເລີເຕີບໂຕຂອງພືດ ການຮຽນຮູ້ ລັກສະນະທາງພຶກສາສາດເບື້ອງຕົ້ນ ຂອງພືດແຕ່ລະຊະນິດ ຈະຊ່ວຍໃຫ້ເຮົາສາມາດເລືອກສະຖານປູກທີ່ມີຄວາມເໝາະສົມໃຫ້ແກ່ພືດແຕ່ລະຊະນິດ ເພື່ອການຈະເລີເຕີບ​​ໂຕທີ່ດີ ຂອງພືດນັ້ນໆເປັນຕົ້ນພືດ ທີ່ມັກແສງສະຫວ່າງຫຼາຍ ຄວນປູກກາງແຈ້ງ ກົງກັນຂ້າມ ພືດ ທີ່ມັກຮົ່ມຄວນປູກກ້ອງຮົ່ມໄມ້ໃຫຍ່ແລະ ລັກສະນະອື່ນໆ

ປະເດັນຫຼັກໃນບົດ: “ດິນ,ຄວາມຊຸ່ມຫຼືນ້ຳ, ແສງສະຫວ່າງ, ອຸນຫະພູມ,ການຕັດແຕ່ງ,ຝຸ່ນ,ພະຍາດແລະແມງ ໄມ້,ການຕັດແຕ່ງ ແລະ ຕຳແໜ່ງຫຼືສະຖານທີ່ປູກ ເປັນປັດໃຈສຳຄັນທີ່ມີຜົນຕໍ່ການຈະເລີເຕີບໂຕ ຂອງໄມ້ດອກໄມ້ປະດັບ.”


ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here