10-04-2013-B-2-management
zone
ເມື່ອເຮົາຕ້ອງການຈະຊະນະໃຈໃຜກໍຕາມ
ຈົ່ງເວົ້າໃຫ້ລາວບັງເກີດຄວາມປະທັບໃຈໃນສິ່ງທີ່ລາວຕ້ອງການ
ເປັນວິທີ່ການດຽວເທົ່ານັ້ນ ທີ່ຈະຊັກຈູງໃຫ້ຜູ້ໜຶ່ງຜູ້ໃດປະຕິບັດໃນສິ່ງຕ່າງໆ
ໄດ້ໂດຍອາໄສການກະຕຸ້ນໃຫ້ລາວບັງເກີດຄວາມຕ້ອງການທີ່ຈະປະຕິບັດ
ໃນການເວົ້າຈາທຸກຄັ້ງ ເຮົາຕ້ອງຮູ້ຈັກການກະຕຸ້ນຄວາມປາດຖະໜາຂອງລາວໃຫ້ແຮງກ້າຂຶ້ນ
ໃນການທີ່ຈະສະເໜີແນວຄວາມຄິດ
ຫຼື ແຜນການໃດໆກໍຕາມ ຈົ່ງພະຍາຍາມສະແຫວງຫາຄວາມຮູ້ ກ່ຽວກັບຄວາມຕ້ອງການອັນແທ້ຈິງຂອງອີກຝ່າຍໜຶ່ງໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້
ໂດຍສະເພາະຄວາມຕ້ອງການທີ່ກ່ຽວຂ້ອງມາເຖິງຕົວເຮົາ
ຫຼື ວຽກຂອງເຮົາ ແລະ ຈົ່ງຈື່ໄວ້ວ່າຄວາມຕ້ອງການຂອງຄົນເຮົານັ້ນບໍ່ເໝືອນກັນ
ແຕ່ລະບຸກຄົນ… ກໍມີຄວາມສົນໃຈໃນສິ່ງພິເສດທີ່ແຕກຕ່າງກັນອອກໄປ
ຈາກຄຳເວົ້າໃນບົດຄວາມຂ້າງຕົ້ນພໍຈະເຮັດໃຫ້ທ່ານເຂົ້າໃຈຫຼາຍຢ່າງ
ທີ່ກ່ຽວກັບສີລະປະການໂນມນ້າວຈິດໃຈຄົນໄດ້ເປັນຢ່າງດີ
ຫຼັກການທີ່ສຳຄັນນີ້ເອງທີ່ຈະສາມາດໂຍງທ່ານເຂົ້າສູ່ການເຮັດການຕະຫຼາດ
ກັບທຸລະກິດຂອງທ່ານ ຫຼື ສິນຄ້າຂອງທ່ານໄດ້ແນວໃດ ຍົກຕົວຢ່າງ: ຖ້າທ່ານຕ້ອງການຂາຍສິນຄ້າ OTOP ທ່ານກໍຄົງໜີບໍ່ພົ້ນຄົນທີ່ມັກຂອງທີ່ລະນຶກ
ຫຼື ຄົນທີ່ມັກຂອງທີ່ເປັນງານປະດັບ ຫຼື ເຮັດດ້ວຍມື ບໍ່ວ່າຈະເປັນເຄື່ອງປະດັບພື້ນບ້ານ ຫຼື ສິນຄ້າປະດັບຕົບແຕ່ງຕ່າງໆ ດັ່ງນັ້ນທ່ານຕ້ອງສະແດງຄຸນຄ່າໃຫ້ເຂົາເຈົ້າເຫັນວ່າ… ສິນຄ້າຂອງທ່ານມີຄວາມພິຖີພິຖັນ ມີຄວາມຕັ້ງໃຈເຮັດຈາກພູມປັນຍາຊາວບ້ານຕາມວິທີທ້ອງຖິ່ນໄດ້ແນວ ໃດ
ແລ້ວທ່ານກໍວາງແຜນທີ່ຈະໂປໂຫມດທຸລະກິດ ຫຼື ສິນຄ້າໄປສູ່ກຸ່ມບຸກຄົນທີ່ມີຄົນຕ້ອງການມັນ
ເຊິ່ງໂດຍທົ່ວໆໄປ ຄົນທີ່ມັກທີ່ຈະຊື້ມັນກໍຄືນັກທ່ອງທ່ຽວ
ຫຼື ຊາວຕ່າງຊາດນັ້ນເອງ ເພາະວ່າຄົນເຫຼົ່ານີ້ເຂົາຕ້ອງການຄຸນຄ່າຂອງງານປະດັບ
ອີກທັງຍັງຕ້ອງການຂອງທີ່ລະນຶກທີ່ຈະເປັນຂອງຝາກ
ຖ້າໃນຂັ້ນຕອນຂັ້ນພື້ນຖານນີ້
ທ່ານຍັງບໍ່ສາມາດເຮັດມັນໄດ້ຢ່າງເຂົ້າໃຈແລ້ວ
ທ່ານອາດຈະຕ້ອງເມື່ອຍອີກຫຼາຍ ຈົນກວ່າທຸລະກິດຂອງທ່ານຈະຢືນໄດ້ ໜັງສືພິມເສດຖະກິດ-ການຄ້າມື້ນີ້ ທີ່ເຮົາອາດຈະເວົ້າເຖິງເລື່ອງຂອງການຂາຍ
ເພື່ອທີ່ຈະເຮັດໃຫ້ທ່ານໄດ້ເຂົ້າໃຈຫຼັກການທີ່ຈະຂາດເສຍບໍ່ໄດ້ໃນການສ້າງທຸລະກິດຂອງທ່ານ; ຫຼັກການຂາຍ 3 ປະການທີ່ຈະນຳທ່ານໄປສູ່ເປົ້າໝາຍໃນຄວາມສຳເລັດມີດັ່ງຕໍ່ໄປນີ້…
1.
ຢ່າບັງຄັບໃຫ້ລາວດື່ມນ້ຳ
ແຕ່ຈົ່ງເຮັດໃຫ້ລາວຫິວນ້ຳ
2.
ຢ່າຂາຍກ່ອງເປົ່າໃຫ້ໃຫ້ລູກຄ້າຢ່າງເດັດຂາດ
3.
ຈົ່ງຜູກມິດກັບຜູ້ມຸ້ງຫວັງ
ກ່ອນທີ່ຈະສະເໜີການຂາຍ
ຫຼັກການທຳອິດ: ຢ່າບັງຄັບລາວໃຫ້ດື່ມນ້ຳ ແຕ່ຈົ່ງເຮັດໃຫ້ລາວຫິວນ້ຳ
ເພື່ອໃຫ້ຄົນອື່ນເຮັດຫຍັງຕາມທີ່ທ່ານຕ້ອງການ
ກະລຸນນາຢ່າບັງຄັບໃຫ້ລາວຕ້ອງເຮັດ ແຕ່ຈົ່ງໃຫ້ລາວຢາກຈະເຮັດ ແລ້ວລາວຈະເຮັດ ເຄັດລັບຂໍ້ໜຶ່ງຂອງການເອົາຊະນະໃຈຄົນອື່ນກໍຄື: ຢ່າບັງຄັບໃຫ້ຄົນອື່ນເຂົ້າມາຊ່ວຍທ່ານ ແຕ່ຈົ່ງເຮັດໃຫ້ລາວເກີດຄວາມຢາກຊ່ວຍ
ການຂາຍຕ້ອງຖືເປັນກິດຈະກຳທີ່ໄດ້ຜົນຕອບແທນຮ່ວມກັນ
ແລະ ບາງທີຝ່າຍຂາຍອາດໄດ້ຜົນປະໂຫຍດຫຼາຍກວ່າດ້ວຍຊ້ຳ
ແຕ່ຈຸດສຳຄັນມັນຢູ່ບ່ອນທີ່ວ່າ ທ່ານໄດ້ເຮັດໃຫ້ຜູ້ຊື້ຮູ້ສຶກວ່າລາວນັ້ນສຳຄັນ
ແລະ ໄດ້ຜົນຕອບແທນຫຼາຍກວ່າ ຫຼື ບໍ?
ຈຸດທີ່ຜູ້ຊື້ຈະຮູ້ສຶກວ່າຕົນເອງສຳຄັນນັ້ນກໍຄື… ການໄດ້ຮັບຄວາມສົນໃຈຈາກຄົນອື່ນ (ໂດຍສະເພາະແມ່ນຈາກທ່ານ) ໃນເລື່ອງທີ່ລາວກຳລັງສົນໃຈຢູ່ ຫຼື ມີບັນຫາ, ແລ້ວມີຫຍັງແດ່ທີ່ສ້າງຄວາມຫິວນ້ຳໃຫ້ແກ່ຄົນອື່ນ
ນັ້ນກໍຄື…ສິ່ງທີ່ເພິ່ງປາດຖະໜາພື້ນຖານ 4 ປະການ ທີ່ມີຢູ່ໃນທຳມະຊາດຂອງມະນຸດ
1.
ຄວາມຕ້ອງການໃຫ້ຄົນອື່ນຮູ້ສຶກວ່າຕົວເຂົາເອງສຳຄັນ
2.
ຄວາມຕ້ອງການໃຫ້ຄົນອື່ນມາຮັບຮູ້
ແລະ ຊື່ນຊົມໃນຕົວລາວ
3.
ຄວາມຕ້ອງການໃຫ້ເປັນທີ່ນິຍົມຮັກໃຄ່ນັບຖືຈາກຄົນອື່ນ
4.
ຄົນເກືອບທຸກຄົນມັກຄວາມງ່າຍ
ແລະ ຄວາມສະດວກສະບາຍໃນຊີວິດຂອງເຂົາ
ນັກຂາຍ
ຫຼື ນັກເຈລະຈາຕໍ່ລອງທັງຫຼາຍ ຈິ່ງມັກປ່ອຍໃຫ້ຜູ້ມຸ້ງຫວັງ ຫຼື ລູກຄ້າ ຮູ້ສຶກວ່າຕົນເອງມີຄວາມສຳຄັນ ແລະ ສັນລະເສີນຊື່ນຊົມໃນຄວາມສຳເລັດຂອງລູກຄ້າ
ຫຼື ຜູ້ມຸ້ງຫວັງ ພ້ອມກັບສະແດງໃຫ້ເຫັນວ່າ ມີຄົນຮັກໃຄ່ນິຍົມໃນຕົວເຂົາຫຼາຍເທົ່າໃດ
ດ້ວຍການສະເໜີເຄື່ອງຊ່ວຍສ້າງຄວາມສະດວກສະບາຍໃນຊີວິດແກ່ເຂົາ
ດັ່ງນັ້ນເມື່ອຕ້ອງການໃຫ້ຜູ້ອື່ນມາຕອບສະໜອງໃຫ້ທ່ານ
ກໍຈົ່ງເຮັດໃຫ້ລາວເກີດຄວາມຕ້ອງການ ຫຼື ຄວາມຢາກເຮັດ ດ້ວຍການຊຸກຍູ້ໃນສິ່ງເປັນອັນເພິ່ງປາດຖະໜາພື້ນຖານ 4 ປະການຂ້າງຕົ້ນນີ້ ແລະ ພະຍາຍາມໃຊ້ຄຳວ່າ “ທ່ານ” ໃຫ້ກົງກັບຄຳວ່າ “ຂ້າພະເຈົ້າ” ເພາະນັ້ນໝາຍຄວາມວ່າ ທ່ານກຳລັງເຮັດໃຫ້ລູກຄ້າ ຫຼື ຜູ້ມຸ້ງຫວັງຂອງທ່ານຮູ້ສຶກວ່າ ລາວມີຄວາມສຳຄັນ
1.
ຫຼັກປະການທີ່ສອງ: ຢ່າຂາຍກ່ອງເປົ່າໃຫ້ລູກຄ້າຢ່າງເດັດຂາດ
ການຂາຍຄື… ການແລກປ່ຽນຢ່າງຍຸດຕິທຳ ລະຫວ່າງເຈົ້າຂອງເງິນ ກັບເຈົ້າຂອງສິນຄ້າ (ເມື່ອນັ້ນມິດຕະພາບລະຫວ່າງເຮົາຈະຢື່ນຢົງ)
ທ່ານຈະຂາຍສິນຄ້າ
ຫຼື ວ່າຄວາມຄິດ ຈະຕ້ອງໃຫ້ກ່ອງນັ້ນມີມູນຄ່າຫຼາຍກວ່າ ຫຼື ຢ່າງນ້ອຍຕ້ອງເທົ່າກັບສິ່ງທີ່ລູກຄ້າ ຫຼື ຜູ້ມຸ້ງຫວັງຂອງທ່ານຫວງັໄວ້ວ່າຈະໄດ້ ເມື່ອໃດກໍຕາມທີ່ລູກຄ້າ ຫຼື ຜູ້ມຸ້ງຫວັງຂອງທ່ານຮູ້ສຶກວ່າ ໄດ້ຂອງນ້ອຍກວ່າທີ່ຄວນຈະໄດ້ ເມື່ອນັ້ນມິດຕະພາບກໍຈະສິນສຸດລົງ.
ຢ່າລື່ມວ່າ: ເພາະຄວາມແປກໜ້າເຮັດໃຫ້ບໍ່ໄວ້ວາງໃຈ
ແລະ ກໍຄວາມບໍ່ໄວ້ວາງໃຈ ຈຶ່ງເຮັດໃຫ້ລັງເລທີ່ຈະຊື້
ຈາກຈຸດນີ້ເອງທີ່ນັກຂາຍທັງຫຼາຍ
ຕ່າງເລີ່ມຕົ້ນການຂາຍດ້ວຍການສ້າງຄວາມຮູ້ຈັກມັກຄຸ້ນ ເພື່ອໃຫ້ເກີດ ຄວາມໃວ້ວາງໃຈກ່ອນ ແທນທີ່ການພົບລູກຄ້າຫຼືຜູ້ມຸ້ງຫວັງຄັ້ງທຳອິດ
ຈະໃຊ້ເວລາໃນການສົນທະນາເກືອບ ທັງໝົດໃນການການໂຄສະນາຫວ່ານລ້ອມ ຍົກຂໍ້ດີຕ່າງໆເພື່ອໃຫ້ລູກຄ້າຫຼືຜູ້ມຸ້ງຫວັງຕັດສິນໃຈຊື້ໂດຍໄວ
ແຕ່ພວກເຮົາກັບບໍ່ເຮັດແບບນັ້ນ ພວກເຂົາກັບເວົ້າເພື່ອໃຫ້ເກີດຄວາມໃວ້ວາງໃຈກັນກ່ອນ ກ່ອນທີ່ຈະສະເໜີ
ສັບພະຄຸນສິນຄ້າ ຫຼື ສະແດງແຜນລາຍໄດ້ທີ່ຈະໄດ້ຮັບຈາກການເຂົ້າຮ່ວມທຸລະກິດທ່ີເຂົາຢາກຈະນຳສະເໜີ
ລູກຄ້າຫຼືຜູ້ມຸ້ງຫວັງທົ່ວໆໄປທຸກຄົນ ເວລາຖືຄົນນັດພົບທີ່ຈະຂໍເຂົ້າມາສົນທະນານັ້ໜບໍ່ວ່າ
ຈະເປັນດ້ວຍເລື່ອງ ໃດກໍຈາມ ໃນສິ່ງທີ່ເຂົາຍັງບໍ່ຮູ້ ປະເດັນທຳອິດທີ່ເຂົາເຈົ້າມັກຕັ້ງສົມມຸດຖານເອົາໃວ້ກ່ອນສະເໝີຄື
ເຂົາຈະເສຍຜົນປະໂຫຍດຫຼາຍກວ່າທີ່ຈະໄດ້ຮັບຜົນປະໂຫຍດ ທ່ານລອງນຶກຢ້ອນເບິ່ງເຫດການຕ່າງໆໃນ
ອາດີດຂອງທ່ານກໍໄດ້ ການນັກໝາຍຈາກຄົນອື່ນເພື່ອນຳສະເໜີບາງຢ່າງໃຫ້ກັບທ່ານ ຫຼືແມ່ນແຕ່ກະທັ້ງການ
ນຳສະເໜີຂອງພະນັກງານປະກັນໄພ ທີ່ໂທຫາທ່ານ ສິ່ງທຳອິດທີ່ທ່ານຈະປະຕິບັດທັນທີຄືປະຕິເສດການນັດ
ໝາຍ ເພາະໃນໃຈເລີກໆ ທ່ານບໍ່ຢາກທີ່ຈະເສຍເງິນເສຍທອງໄປກັບສິ່ງທີ່ເຂົາເຈົ້າຈະນຳສະເໜີ ກຳແພງໃນ
ໃຈຈະຖືກສ້າງຂື້ນມາທັງທີຢາງແຂງແຮງ ທ່ານຈະເຝົ້າລະວັງຕົວເອງຢູ່ຕະຫຼອດເວລາ ແລະ ກຽມຂໍ້ໂຕ້ແຍ່ງ
ອີກຫຼວງຫລາຍເພື່ອທີ່ຈະປະຕິເສດໃນສິ່ງຕ່າງໆເຫຼົ່ານັ້ນ.
ທ່ານລອງນຶກເອົາເອງກະແລ້ວກັນວ່າ
ຕາບໃດທີ່ທ່ານຍັງບໍ່ສາມາດທຳລາຍກຳແພງຄວາມຄິດທີ່ລູກຄ້າຫຼືຜູ້ ມຸ້ງຫວັງຂອງທ່ານທີ່ເຂົາກໍ່ຂື້ນມາໄດ້ເພື່ອທີ່ຈະປ້ອງກັນຕົວເຂົາເອງ
ທ່ານຈະຂາຍສິນຄ້າໄດ້ແນວໃດ…
ສະບັບໜ້າຂ້າພະເຈົ້າຈະສະເໜີຕໍ່ປະຫານທີສາມ
ນັ້ນຄື“ຈົ່ງຜູກມິດລູກຄ້າຫຼືຜູ້ມຸ້ງຫວັງກ່ອນສະເໜີການຂາຍ”
ສູ່ທ່ານຜູ້ອ່ານໃຫ້ຕໍ່ເນື່ອງອີກ…
ປະເດັນຫຼັກໃນບົດ: “ຢ່າບັງຄັບໃຫ້ຄົນອື່ນເຂົ້າມາຊ່ວຍທ່ານ ແຕ່ຈົ່ງເຮັດໃຫ້ລາວເກີດຄວາມຢາກຊ່ວຍ”
ไม่มีความคิดเห็น:
แสดงความคิดเห็น