ແອລຈີ ເລັ່ງຂະຫຍາຍຮ້ານຄ້າຫຍ່ອຍໃນຕະຫຼາດທີ່ເກີດຂື້ນມາໃໝ່ - dokhukcolumnist

Post Top Ad

Responsive Ads Here

วันอาทิตย์ที่ 21 เมษายน พ.ศ. 2556

ແອລຈີ ເລັ່ງຂະຫຍາຍຮ້ານຄ້າຫຍ່ອຍໃນຕະຫຼາດທີ່ເກີດຂື້ນມາໃໝ່


 ທ່ານ ຄິມ ຄີວານ ຮອງປະທານບໍລິຫານບໍລິສັດແອລຈີ ອີເລັກໂທຣນິກ ອີງຄ


19-04-2013-B-1-business
LG (ແອລຈີ)ເລັ່ງຂະຫຍາຍຈຳນວນຮ້ານຫວັງເພື່ອເພີ່ມສ່ວນແບ່ງຕະຫຼາດສະມາດໂພນ (SMART PHONE) ແລະ ເພີ່ມຄວາມແຂງແກ່ນໃນຕະຫຼາດເຄື່ອງໃຊ້ໄຟຟ້າທົ່ວໂລກ
ທ່ານ ຄິມ ຄີວານ ຮອງປະທານບໍລິຫານບໍລິສັດແອລຈີ ອີເລັກໂທຣນິກ ອີງຄ ຍັກໃຫຍ່ຂອງສ.ເກົາຫຼີ ໄດ້ລະບຸວ່າ: ຕົນມີແຜນທີ່ຈະເພີ່ມຈຳນວນຮ້ານຄ້າປີກຍ່ອຍໃນຕ່າງປະເທດໃນປີນີ້ ຈາກປັດຈຸບັນມີກວ່າ 3.000 ແຫ່ງໂດຍຈະເຂົ້າເປີດຮ້ານໃນປະເທດອິນເດຍ,ຕາເວັນອອກກາງ ແລະ ອັບຟຣິກາກ່ອນ ໂດຍມີແນວໂນ້ມວ່າຮ້ານຄ້າທີ່ເປັນເຄື່ອງໝາຍການຄ້າຂອງ LG ຈະຂະຫຍາຍຕົວເຖິ່ງ 20 ເປີເຊັນໃນປີນີ້.
ຮ້ານຄ້າເຫຼົ່ານີ້ຈະເປີດບໍລິການ ແລະ ຂາຍສິນຄ້າຂອງ LG ລວມເຖິງ Smart phone, ອຸປະກອນ, ໂທລະສັບ ແລະ ເຄື່ອງໃຊ້ພາຍໃນຮ້ານ. ຢ່າງໃດກໍ່ຕາມ ທ່ານ ຄິມ ຍັງປະຕິເສດຈະໃຫ້ລາຍລະອຽດເຖິງມູນ ຄ່າການລົງທຶນເພື່ອການຂະຫຍາຍຮ້ານຄ້າດັ່ງກ່າວໃນຄັ້ງນີ້.
ການຂະຫຍາຍຮ້ານຄ້າປີກຍ່ອຍຂອງ LG ເກີດຂຶ້ນໃນໄລຍະເວລາທີ່ຜູ້ຜະລິດສະມາດໂຟນຈຳນວນ ຫຼວງຫຼາຍຂຶ້ນເຊິ່ງກຳລັງເລັ່ງເປີດຊ່ອງທາງຄ້າຍ່ອຍເພື່່ອໃຫ້ມີຄວາມສາມາດທາງການແຂ່ງຂັນກັບພວກ ແອບເປີລ ອີງຄ ແລະ ຊັມຊຸງ ອີເລັກໂທຣນິກ ໂຄ ຄູແຂ່ງຮ່ວມຊາດຂອງ LG ໃນເມື່ອບໍ່ດົນຜ່ານມານີ້ ຊຳຊຸງຫາກໍ່ ປະກາດເປີດຊ່ອງທາງຈຳໜ່າຍໃນ ເບສບາຍໂຄ ຜູ້ຄ້າຫຍ່ອຍສິນຄ້າອີເລັກໂທຣນິກເພື່ອຜູ້ບໍລິໂພກຂອງ ສະຫະຣັດອາເມຣິກາ ເຊິ່ງເລີ່ມດ້ວຍການວາງຈຳໜ່າຍກາເລັກຊີເອສ 4 ໃນໄຕມາດ 2 ຂອງປີນີ້ພ້ອມກັບອຸປະກອນມືຖື, ກ້ອງຖ່າຍຮູບ ແລະ ອຸປະກອນຕ່າງໆ.
ໃນຂະນະດຽວກັນ ກູໂກລ ອີງຄ ທີ່ໄດ້ຮ່ວມມືພັນທະມິດດ້ານຮາດແວກັບບໍລິສັດຂອງອາຊີຫຼາຍລາຍ ເຊິ່ງກຳລັງຢູ່ລະຫວ່າງການພັດທະນາແຜນທຸລະກິດ,ໃນນັ້ນກໍເປີດຮ້ານຄ້າຍ່ອຍໃນສະຫະລັດ. ທັງນີ້ ແອລຈີ ກຳລັງພະຍາຍາມຈະກັບມາຄອງໃຈຜູ້ບໍລິໂພກອີກຄັ້ງໜຶ່ງດ້ວຍການເປີດສະມາດໂຟນຕະກູນ ອອບພຕີມັດສ ໂດຍອາດີດ ແອລຈີ ເຄີຍເປັນໜຶ່ງໃນຜູ້ຜະລິດມືຖືລາຍໃຫຍ່ທີ່ສຸດຂອງໂລກເຖິງປີ 2009 ແຕ່ເລີ່ມສູນເສຍສ່ວນແບ່ງຕະຫຼາດຫຼາຍຂຶ້ນເລື້ອຍໆ ເນື່ອງຈາກສມາດໂຟນພິກຕົວຂຶ້ນມາຄອງດ້ານອຸດສະຫະກຳມືຖືໃນປີຕໍ່ມາ ເຊິ່ງໃນໄຕມາດ 4 ຂອງປີທີ່ຜ່ານມາ LG ມີສ່ວນແບ່ງໃນຕະຫຼາດມືຖືໂລກຫຼຸດລົງມາ ເຫຼືອພຽງ 3.2 ເປີເຊັນ ຈາກ 10.1 ເປີເຊັນ ໃນປີ 2012.
ປັດຈຸບັນ LG ບໍລິສັດມືຖືລາຍໃຫຍ່ອັນດັບ 5 ຂອງໂລກຮອງຈາກ Samsung, Nokia, apple ແລະ ແຊດທີວີຄອປ ຂອງ ສປ.ຈີນ. ຢ່າງໃດກໍ່ຕາມ, ນັບແຕ່ປີຜ່ານມາທຸລະກິດໂທລະສັບມືຖືຂອງບໍລິສັດຟື້ນຕົວຂຶ້ນມາຢ່າງຕໍ່ເນື່ອງ ມີຜົນກຳໄລຈາກການດຳເນີນງານ 2 ເປີເຊັນໃນໄລຍະໄຕມາດສຸດທ້າຍ ແລະ ຕະຫຼອດປີ 2012 ຢູ່ທີ່ 0.6 ເປີເຊັນ.
ນອກຈາກຈະເປີດຮ້ານຄ້າຍ່ອຍແລ້ວ ຜ່ານມາຍັງມີຂ່າວວ່າ LG ກຽມເປີດຕົວສມາດໂຟນທີ່ໃຊ້ລະບົບປະຕິບັດງານ ໄຟຟອກສ ໃນໄລຍະກາງປີ ຫວັງດັນຍອດ ຂາຍເຖິງ  50 ເປີເຊັນ ໃນປີນີ້ ແຕ່ຍັງບໍ່ທັງຖີ້ມລະບົບແອນດຣອຍ. ການກຽມເປີດສະມາດໂຟນໃໝ່ທີ່ໃຊ້ລະບົບປະຕິບັດງານ ໄຟຟອກສ ຂອງບໍລິສັດ ມໍຊີລລ່າໃນກາງປີນີ້ ໂຄສົກບໍລິສັດ LG ເຜີຍວ່າ: ບໍລິສັດມີແຜນຈະເປີດຕົວຕົວໂທລະສັບດັ່ງກ່າວໃນ ປະເທດ ບຣາຊີລ, ໂຄລຳເບຍ, ແອສປາຍ ແລະ ປະເທດ ເວເນຊຸເອລາ ພ້ອມທັງຍັງວາງແຜນທີ່ຈະເປີດຕົວ “Firefoxphone” ຮຸ່ນໃໝ່ໃນ ປະເທດ ຮົງກາລີ, ແມັກຊີໂກ, ມອນເຕເນໂກຣ, ໂປແລນ ແລະ ປະເທດເຊີເບຍໃນໄລຍະທ້າຍ ປີນີ້ ຫຼື ຕົ້ນປີໜ້າ. ໂຄສົກຍັງໄດ້ກ່າວອີກວ່າ: ບໍລິສັດຈະເປີດຕົວ “Firefoxphone” ເພື່ອຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າ ບໍ່ໄດ້ໝາຍຄວາມວ່າບໍລິສັດຈະຍົກເລີກການ ບໍລິການ ລະບົບແອນດຣອຍແຕ່ຢ່າງໃດ ພ້ອມກັນນີ້ LG ບໍ່ເປັນຜູ້ຜະລິດລາຍດຽວທີມີແຜນຈະອອກ Firefoxphone” ໂດຍໃນໄລຍະຕົ້ນປີບໍລິສັດ ແຊັດທີວີ ຂອງ ສປ ຈີນກໍ່ຈະໄດ້ເປີດຕົວສມາດໂຟນ ຮຸ່ນ ແຊັດທີວີ ໂອເພັນທີ່ມີລະບົບປະຕິບັດການ “Firefox” ພ້ອມປະກາດແຜນເປີດຕົວໃນຕະຫຼາດ ປະເທດ ແອັດສປາຍ, ເວເນຊູເອລາ ແລະ ປະເທດໂຄລຳເບຍໃນໄລຍະກາງປີນີ້ເຊັ່ນດຽວກັບຫົວເວີ່ຍ ເທັກໂນໂລຊີ ໂຄ ທີ່ມີແຜນເປີດຕົວ Smartphone firefox ຂອງໄຕມາດ 2 ຂອງປີນີ້.
ຢ່າງໃດກໍ່ຕາມຍັງບໍ່ທັນຊັດເຈນວ່າ: fixefox ຈະສາມາດດຶງສ່ວນແບ່ງຕະຫຼາດມາຈາກແອນດຣອຍ ໄດ້ ຫຼື ບໍ່ ໂດຍບໍລິສັດດ້ານການວິໄຈ ສຕຣາເຕີຈີ ອະນາລີຕິກສ ໄດ້ປະເມີນວ່າ: Firefox ອາດຈະຊີງສ່ວນ ແບ່ງຕະຫຼາດມາຈາກໃນຕະຫຼາດ Smartphone ໂລກໄດ້ປະມານ 1 ເປີເຊັນໃນປີນີ້ ໂດຍບັນຫາອັນໜຶ່ງ ຂອງລະບົບປະຕິບັດງານນີ້ຄືຂາດຄວາມພຽບພ້ອມທາງລະບົບໂດຍສ່ວນລວມເຊັ່ນ: ແອບພລີເຄເຊັນ ຮອງ ຮັບ ແລະ ບໍລິການຕ່າງໆ
ໃນຂະນະທີຂໍ້ມູນຈາກ ໄອດີຊີ ບໍລິສັດວິໄຈອີກລາຍໜຶ່ງສະແດງໃຫ້ເຫັນວ່າ: ປັດຈຸບັນລະບົບປະຕິ ບັດການແອນດຣອຍຄອງຕະຫຼາດລະບົບສມາດໂຟນຢູ່ ໂດຍປີທີ່ຜ່ານມາຄອງສ່ວນແບ່ງຕະຫຼາດສູງເຖິງ 68.8 ເປີເຊັນ ສ່ວນລະບົບປະຕິບັດງານຂອງ ແອບເປີລຢູ່ 18.8 ເປີເຊັນ.
ບໍລິສັດ ແອລຈີ ອີເລັກໂທຣນິກ ຫຼື ເອີ້ນສັ້ນໆວ່າ ແອລຈີ ເປັນບໍລິສັດປະກອບກິດຈະການຜະລິດແລະຈຳ ໜ່າຍອຸປະກອນອີເລັກໂທຣນິກຂະໜາດໃຫຍ່ອັນດັບທີ4ໃນສ,ເກົາຫຼີ ຮອງຈາກຊຳຊຸງ,ຮຸນໄດ ແລະ ກຸ່ມແອັສເຄ, ມີສຳນັກງານໃຫຍ່ຢູ່ທີ່ເມືອງ Yeouido-dong ໃນກຸງເຊອຸນ ປະເທດສາທາລະນະລັດເກົາຫຼີແອລຈີ ປະກອບທຸລະກິດໃນ 4 ສ່ວນດ້ວຍກັນຄື: ໂທລະສັບມືຖື,ຄວາມບັນເທິງພາຍໃນເຮືອນ,ເຄື່ອງໃຊ້ໄຟຟ້າພາຍ ໃນເຮືອນ,ເຄຶ່ອງປັບອາກາດ ແລະ ການປະຫຍັດພະລັງານ.
ແອລຈີກໍ່ຕັ້ງຂື້ນໃນປີ 1958 ໃນນາມ ໂກຣສະຕາ(GoldStar)  ຜະລິດສິກຄ້າອີເລັກໂທຣນິກຫຼາຍຊະນິດ ຈາກນັ້ນກໍໄດ້ມີ ການໂຮມກິດຈະການເຂົ້າກັນລະຫວ່າງບໍລິສັດລັກກີ້(Lucky)  ກັບບໍລິສັດ ໂກຣສະຕາ(GoldStar)  ແລະ ໄດ້ຕັ້ງຊື່ບໍລິສັນຂື້ນໃໝ່ ໂດຍໃຊ້ຕົວອັກສອນຕົວທຳອິດຂອງສອງບໍລິສັດມາລວມເຂົ້າກັນຈິ່ງໄດ້ຊື່ວ່າ LG ເລົ່າກັນວ່າໃນປີ 2009 LG ທຸ້ມເງິນໄປກວ່າ 100 ລ້ານໂດລາສະຫະລັດ ໃນການຊື້ໂດເມນ LG.com ໃນປີ 2006 ແອລຈີໄດ້ກ້າວຂື້ນ ມາເປັນເຄື່ອງໝາຍການຄ້າຊັ້ນນຳລະດັບໂລກ ມີການບັນທຶກການເຕີບໂຕຂອງຜະລິດຕະພັນເຖິງ 14% ໃນປັດຈຸບັນ ແອລຈີ ເປັນຜູ້ຜະລິດຈໍ່ພາພຣາສມາ ອັນດັບໜຶ່ງຂອງໂລກ.

ປະເດັນຫຼັກໃນບົດ: “ນອກຈາກຈະເປີດຮ້ານຄ້າຍ່ອຍແລ້ວ LG ກຽມເປີດຕົວສມາດໂຟນທີ່ໃຊ້ລະບົບປະຕິບັດງານ ໄຟຟອກສ ໃນໄລຍະກາງປີ ຫວັງດັນຍອດ ຂາຍເຖິງ  50 % ໃນປີນີ້ ແຕ່ຍັງບໍ່ທັງຖີ້ມລະບົບແອນດຣອຍ

ອະທິບາຍຮູບ: ທ່ານ ຄິມ ຄີວານ ຮອງປະທານບໍລິຫານບໍລິສັດແອລຈີ ອີເລັກໂທຣນິກ ອີງຄ

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here