ເມື່ອຮູ້ເຄັດລັບ ແລະ ປັດຊະຍາໃນການດຳລົງຊີວິດຂອງຄົນຢິວແລ້ວ
ພວກເຮົາລອງມາເບິ່ງປັດຊະຍາໃນການດຳລົງຊີວິດຂອງຄົນຈີນ ທີ່ເປັນຊົນຊາດໜຶ່ງທີ່ມີຄວາມຮັ່ງມີ
ແລະ ປະສົບຜົນສຳເລັດໃນການສ້າງທຸລະກິດຂອງຕົນເອງ, ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ແຫ່ງໃດໃນໂລກນີ້
ພວກເຂົາກໍ່ຈະສາມາດສ້າງຖານະຄອບຄົວຂອງຕົນເອງ ຈົນປະສົບຄວາມສຳເລັດທຽບເທົ່າກັບຄົນຢິວກໍ່ວ່າໄດ້,
ສະນັ້ນ ຊາວຝຣັ່ງເສດຈິ່ງໄດ້ປຽບທຽບຄົນຈີນທີ່ອາໄສຢູ່ໃນປະເທດຝຣັ່ງເສດວ່າ
“ຄົນຝຣັ່ງເສດເປັນຄືດັ່ງຄົນລ້ຽງງົວ ແຕ່ຄົນຈີນເປັນບີບເອົານົມງົວ” ເຊິ່ງເປັນຄຳເວົ້າທີ່ມີຄວາມເໝາະສົມຫຼາຍຕໍ່ຄົນຈີນໃນປັດຈຸບັນ
ເພາະວ່າຊາວຝຣັ່ງເສດເປັນຄົນຄິດຄົ້ນ ແລະ ຜະລິດສິນຄ້າອອກມາແລ້ວ ຄົນຈີນກໍ່ຈະເປັນຜູ້ທີ່ນຳເອົາສິນຄ້າດັ່ງກ່າວໄປຈຳໜ່າຍ
ຈົນເຮັດໃຫ້ຄົນຈີນຮັ່ງມີຫຼາຍກວ່າຜູ້ທີ່ເປັນຄົນຜະລິດ ກໍ່ຄືຊາວຝຣັ່ງເສດຕັ້ງຫຼາຍເທົ່າ.
ບໍ່ສະເພາະຄົນແຕ່ຈີນທີ່ອາໄສຢູ່ໃນບັນດາປະເທດຂອງທະວີບເອີລົບທີ່ຮັ່ງມີເທົ່ານັ້ນ
ມະຫາເສດຖີອັນດັບໜຶ່ງໃນທະວີບອາຊີ ທ່ານ Lee Ka-Shing ທີ່ອາໄສຢູ່ໃນ Hong
Kong, ທ່ານ Lim Goh Tong ທີ່ເປັນອາດີດມະຫາເສດຖີທີ່ຮັ່ງມີທີ່ສຸດຢູ່ທີ່ປະເທດມາເລເຊຍ
ແລະ ທ່ານ Dhanin Chearanont ທີ່ເປັນເສດຖີອັນດັບໜຶ່ງຢູ່ປະເທດໄທ ເຊິ່ງທັງໝົດກໍ່ລ້ວນແຕ່ແມ່ນຄົນຈີນ
ທີ່ເລີ່ມຕົ້ນມາຈາກຄອບຄົວທີ່ທຸກຍາກ ແລະ ຕ້ອງອົບພະຍົກມາຈາກປະເທດຈີນ
ໂດຍຂ້າມນ້ຳຂ້າມທະເລ ເພື່ອມາອາໄສຢູ່ໃນຕ່າງແດນ ລວມທັງຄົນຈີນທີ່ອາໄສຢູ່ໃນປະເທດລາວເຮົາກໍ່ເລີ່ມຕົ້ນສູນເຊັ່ນດຽວກັນ.
ຫຼັງຈາກນັ້ນພວກເຂົາກໍ່ເລີ່ມສ້າງຖານະຂອງຕົນເອງຈົນກາຍເປັນຄົນຮັ່ງມີຄືດັ່ງໃນປັດຈຸບັນນີ້,
ສະນັ້ນ ຕໍ່ໄປນີ້ຄືເຄັດລັບຈຳນວນໜຶ່ງທີ່ເຮັດໃຫ້ຄົນຈີນປະສົບຄວາມສຳເລັດ:
1. ດຸໝັ່ນ ແລະ
ອົດທົນ
ເສດຖີຄົນຈີນສ່ວນຫຼາຍແມ່ນເຄີຍທຸກຍາກມາກ່ອນ
ໂດຍສະເພາະແມ່ນຄົນຈີນທີ່ອົບພະຍົກໄປຢູ່ຕ່າງປະເທດ ເພາະວ່າພວກເຂົາຕ້ອງເລີ່ມຕົ້ນຈາດສູນ
ຫຼື ອາດຈະຕິດລົບສຳລັບຄົນຈີນບາງຄົນ ຈິ່ງເຮັດໃຫ້ພວກເຂົາຕ້ອງອົດທົນເຮັດວຽກທຸກປະເພດ
ແລະ ບໍ່ລັງເກດທີ່ຈະຫາເງິນ ເຊິ່ງພວກເຮົາໄດ້ເຫັນຄົນຈີນຫາບເຄື່ອງເລາະຂາຍຈາກເໜືອຮອດໃຕ້ຢູ່ທີ່ປະເທດເຮົາໃນຫຼາຍປີຜ່ານມາ,
ຍ້ອມຄວາມອົດທົນນີ້ເອງທີ່ເປັນພື້ນຖານອັນສຳຄັນໃຫ້ແກ່ຄົນຈີນໃນຕ່າງຖິນ
ໃຫ້ມີກຳລັງກາຍ ແລະ ກຳລັງໃຈ ຈົນກໍ່ສ້າງຕົນເອງກາຍເປັນເສດຖີໄດ້.
ນອກຈາກຄວາມອົດທົນແລ້ວ ຄົນຈີນຍັງມີຄວາມໝັ້ນຄົງ
ຄືດັ່ງຄົນຈີນມັກເວົ້າຢູ່ສະເໜີວ່າ “ສິບປີຍັງບໍ່ທັນຊ້າເກີນໄປ”, ສະນັ້ນ ບໍ່ວ່າຄົນຈີນຈະເຮັດຫຍັງ
ພວກເຂົາຈະອົດທົນໃຫ້ເບ້ຍໄມ້ທີ່ພວກເຂົາເປັນຜູ້ປູກ ໃຫ້ກ່າຍເປັນຕົ້ນໄມ້ໃຫຍ່
ແລະ ອອກດອກສາກ່ອນແລ້ວ ຈິ່ງຈະເກັບກ່ຽວເອົາຜົນລະປູກຕາມຫຼັງຢູ່ສະເໜີ.
ແຕ່ຖ້າເວົ້າເຖິງຄວາມດຸໝັ່ນທີ່ມາກັບຄວາມອົດທົນແລ້ວ
ຄົນຈີນແມ່ນຊົນຊາດໜຶ່ງທີ່ຢູ່ໃນລະດັບຕົ້ນໆຂອງໂລກທີ່ມີຄວາມດຸໝັ່ນເປັນເລີດ
ໂດຍສະເພາະແມ່ນເວລາທີ່ເລີ່ມຕົ້ນກໍ່ຮ່າງສ້າງຕົວນັ້ນ ພວກເຂົາຈະໃຊ້ເວລານອນຕ່ຳກວ່າ
8 ຊົ່ວໂມງໃນແຕ່ລະມື້ ເພື່ອຈະໄດ້ເອົາເວລາທີ່ຍັງເຫຼືອໄປເຮັດວຽກໃຫ້ຫຼາຍຂຶ້ນ
ແລະ ໄດ້ເງິນຫຼາຍຂຶ້ນຕາມມາ.
ທ່ານ Lee Ka-Shing ຄືຕົວຢ່າງທີ່ດີສຳລັບຄົນຈີນທີ່ປະສົບຄວາມສຳເລັດເຊິ່ງເພິ່ນເກີດທີ່ແຂວງກວາງຕຸ້ງ,
ສປ ຈີນ ແລ້ວອົບພະຍົກມາຢູ່ທີ່ Hong Kong ໃນປີ 1940 ແຕ່ຫຼັງຈາກນັ້ນ 2 ປີ ພໍ່ຂອງເພິ່ນໄດ້ເສຍຊີວິດ
ຈິ່ງເຮັດໃຫ້ເພິ່ນຕ້ອງອອກຈາກໂຮງຮຽນໃນຕອນເພິ່ນທີ່ມີອາຍຸ 12 ປີ ເທົ່ານັ້ນ
ເພື່ອໄປເຮັດວຽກລ້ຽງຄອບຄົວ ເຊິ່ງມີນ້ອງຊາຍ ແລະ ນ້ອງສາວທີ່ຕ້ອງຮັບຜິດຊອບ.
ທ່ານ Lee Ka-Shing ເລີ່ມເຮັດວຽກເປັນພະນັກງານຂາຍຢູ່ທີ່ບໍລິສັດຜະລິດເຄື່ອງຫຼິນທີ່ເຮັດດ້ວຍຢາງປະລາສະຕິກ,
ເພິ່ນຕ້ອງເຮັດວຽກມືລະປະມານ 16-20 ຊົ່ງໂມງ. ກ່ອນເລີ່ມເຮັດວຽກໃນເວລາ 9 ໂມງເຊົ້າ
ເພິ່ນຕ້ອງໄປຫາລູກຄ້າໃໝ່ຈາກເຂດອື່ນໆ ແລະ ຕອນຄ່ຳກໍ່ຈະກັບມາທີ່ໂຮງງານ
ເພື່ອກວດສອບໃບສັາງຊື້. ຍ້ອນຄວາມດຸໝັ່ນດັ່ງກ່າວ ໃນແຕ່ລະທ້ານປີ ເພິ່ນຈິ່ງໄດ້ຮັບເງິນໂບນັດສູງກວ່າໝູ່ໝົດຢູ່ໃນບໍລິສັດ
ເຊິ່ງມີບາງປີ ເພິ່ນໄດ້ຮັບເງິນໂບນັດສູງກວ່າພະນັກງານທີ່ໄດ້ຮັບຢູ່ອັນດັບທີສອງເຖິງ
7 ເທົ່າ ນັ້ນກໍ່ຍ້ອມຄວາມດຸໝັ່ນຄືດັ່ງຄຳເວົ້າຂອງທ່ານ Benjamin Franklin ທີ່ວ່າ
“ຄວາມດຸໝັ່ນເປັນມານດາຂອງຄວາມໂຊກດີ” ຫຼື “Diligence is the mother of good
luck”.
2. ປະຢັດ ແລະ
ທ້ອນເງິນ
ຄົນຈີນມີຊື່ສຽງທາງດ້ານການປະຢັດ
ແລະ ທ້ອນເງິນເກ່ງຫຼາຍ ຈົນມີຫຼາຍຄົນເຂົ້າໃຈຜິດວ່າ ຄົນຈີນເປັນຄົນຂີ້ຖີ່,
ແຕ່ຄວາມຈິ່ງແລ້ວ ພວກເຂົາບໍ່ໄດ້ເປົນຄົນຂີ້ຖີ່ ເພາະວ່າພວກເຂົາມີຄວາມເຊື່ອວ່າ
“ຄວາມປະຢັດເປັນທີ່ມາຂອງຄວາມຮັ່ງມີ”. ສຳລັບຄົນຈີນແລ້ວ ເຖິງວ່າມັນເປັນພຽງເຂົ້າສານເມັດໜຶ່ງທີ່ຕົກເຮ່ຍມັນກໍ່ມີຄ່າສຳລັບພວກເຂົາທີ່ຈະຕ້ອງຍອມສະຫຼະເວລາ
ເພື່ອກົມຫົວລົງເກັບເອົາມັນຂຶ້ນມາ.
ສະນັ້ນ ການທ້ອນເງິນຈາກໜຶ່ງກີບ, ສອງກີບ
ເມື່ອລວມເຂົ້າກັນກໍ່ຈະເປັນເງິນກ້ອນໃຫຍ່ພໍທີ່ຈະກໍ່ຕັ້ງທຸລະກິດ ເຊິ່ງເປັນບາດກ້າວທຳອິດໃນການກໍ່ສ້າງຖານະຕົນເອງຂອງຄົນຈີນຄືກັນກັບ
ທ່ານ Lee Ka-Shing ເມື່ອທ້ອນໂຮມເງິນຈາກການເປັນພະນັກງານຂາຍໄດ້ຈຳນວນໜຶ່ງແລ້ວ
ກໍ່ເລີ່ມຕົ້ນເຮັດທຸລະກິດເປັນຂອງຕົນເອງ ໂດຍໄດ້ເລີ່ມກໍ່ຕັ້ງໂຮງງານຜະລິດຢາງປະລາສະຕິກໃນປີ
1965 ເຊິ່ງມີອາຍຸໄດ້ 17 ປີ ເທົ່ານັ້ນ. ແຕ່ຖ້າສົມມຸດວ່າຄົນຈີນທີ່ອົບພະຍົກມາຢູ່ປະເທດເຮົາທີ່ມີພຽງແຕ່ໝອນກັບເສື້ອຜ້າໜຶ່ຜືນ
ແລະ ເຮັດວຽກໄປຕາມເປັນຕາມເກີດ ແບບວ່າ ຫາໄດ້ເທົ່າໃດກໍ່ກິນໝົດເທົ່ານັ້ນ,
ບໍ່ຕ້ອງປະຢັດ ແລະ ບໍ່ຕ້ອງທ້ອນເງິນແລ້ວ ຄົນຈີນເຫຼົ່ານັ້ນກໍ່ຈະບໍ່ສາມາດເປັນເສດຖີໄດ້ຄືດັ່ງຄຳສຸພາສິດຈີນທີ່ວ່າ:
“ຄວາມປະຢັດ ເປັນຫົນທາງແຫ່ງຄວາມຮັ່ງມີທີ່ຍິ່ງໃຫຍ່”.
3. ເພື່ອນເຮັດທຸລະກິດກັບເພື່ອນ
ບໍ່ວ່າຄົນຈີນຈະອົບພະຍົກໄປອາໄສຢູ່ບ່ອນໃດໃນໂລກນີ້
ຄົນຈີນກໍ່ຈະສ້າງຊົມຊົນຂອງຊາວຈີນ ຫຼື China Town ຂຶ້ນມາຢູ່ສະເໜີ ເພື່ອເປັນສະຖານທີ່ຄ້າຂາຍ,
ຕິດຕໍ່ສືສານ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ພວກເຂົາເຫັນຄົນຈີນດ້ວຍກັນປຽບສະເໝືອນົນຢູ່ໃນຄອບຄົວດຽວກັນ.
ຄົນຈີນມັກຄົບຄ້າສະມະຄົມກັບຄົນຈີນດ້ວຍກັນຫຼາຍທີ່ສຸດ,
ເພາະວ່າມັນມີຄວາມສະດວກສະບາຍ ແລະ ຈາກການທີ່ຄົບຄົາກັບຄົນຈີນດ້ວຍກັນແລ້ວ
ຈິ່ງເຮັດໃຫ້ເກີດສາຍພົວພັນແບບພິເສດ ແລະ ນຳໄປສູ່ການຄ້າທີ່ກວ້າງຂວາງຂຶ້ນຄືດັ່ງຄຳສຸພາສິດຈີນທີ່ວ່າ:
“ນົກບໍ່ມີຂົນ ຄົນບໍ່ມີມິດ ຈະບິນສູງຂຶ້ນໄດ້ແນວໃດ”, ເພາະວ່າໃນໂລກຂອງການເຮັດທຸລະກິດແລ້ວ
ບໍ່ມີໃຜຈະຢູ່ຄົນດຽວ ຫຼື ຄ້າຂາຍຄົນດຽວໄດ້ ໂດຍສະເພາະແມ່ນຕອນທີ່ເລີ່ມຕົ້ນກໍ່ຕັ້ງທຸລະກິດໃໝ່
ເຊິ່ງລູກຄ້າກຸ່ມທຳອິດ ກໍ່ຈະເປັນມິດສະຫາຍນັ້ນເອງທີ່ຈະມາຊື້ສິນຄ້າ ເພື່ອອຸດໜູນເຊິ່ງກັນແລະກັນ
ກ່ອນທີ່ມັນຈະເຕີບໃຫຍ່ຂະຫຍາຍຕົວຄືດັ່ງຄຳສຸພາສິດຈີນທີ່ວ່າ “ຄົນທີ່ບໍ່ມີເພື່ອນ
ກໍ່ຄືດັ່ງຕົ້ນໄມ້ທີ່ບໍ່ມີໃບ ເຖິງວ່າມັນຈະໃຫຍ່ໂຕພຽງໃດກໍ່ຕາມ, ນົກ ແລະ
ໜູ ກໍ່ຈະບໍ່ມາເພິງອາໄສໄດ້”.
4. ສັດຊື່ ແລະ
ຮູ້ບຸນຄຸນ
ຄົນຈີນທີ່ເຮັດການຄ້າ ແມ່ນໃຫ້ຄວາມສຳຄັນກັບຄວາມສັດຊື່
ແລະ ຮູ້ບຸນຄຸນຫຼາຍທີ່ສຸດ ຍ້ອມສັດຊື່ນັ້ນເອງ ທີ່ເຮັດໃຫ້ເກີດຄວາມໄວ້ວາງໃຈ
ແລະ ສາຍພົວພັນທີ່ດີລະຫວ່າງເຈົ້າຂອງທຸລະກິດ ແລະ ລູກຄ້າ ຈົນເຮັດໃຫ້ທຸລະກິດຈະເລີນກ້າວໜ້າ
ເຊິ່ງແຕກຕ່າງກັນກັບນັກທຸລະກິດທີ່ເປັນຄົນລຸ້ນໃໝ່ທີ່ໃຫ້ຄວາມສຳຄັນກັບກຳໄລ
ແລະ ຜົນປະໂຫຍດໃນໄລຍະສັ້ນເປັນຫຼັກ ຈິ່ງບໍ່ສົນໃຈຄວາມສັດຊື່ຕໍ່ລູກຄ້າຂອງຕົນເອງ
ສຸດທ້າຍທຸລະກິດກໍ່ບໍ່ມີຄວາມໝັ້ນຄົງ ແລະ ລົ້ມລະລາຍໄປຫຼາຍແລ້ວ.
ຕົວຢ່າງ: ໃນປີ 1956 ໄດ້ມີນັກລົງທຶນຄົນອາເມລິກາທີ່ໄດ້ຮັບຄຳແນະນຳໃຫ້ມາຊື້ສິນຄ້ານຳ
ທ່ານ Lee Ka-Shing ຍ້ອນມີຊື່ສຽງດ້ານຄວາມຮັບຜິດຊອບ ແລະ ຄວາມສັດຊື່. ເວລາບັນຈຸດອກໄມ້ຢາງລົງໄປໃນແກັດທີ່ບັນຈຸໄດ້
100 ດອກ, ແຕ່ ທ່ານ Lee Ka-Shing ບອກໃຫ້ພະນັກງານບັນຈຸລົງໄປຕື່ມອີກໜຶ່ງດອກ.
ເມື່ອນັກທຸລະກິດອາເມລິກາໄດ້ຮັບ ແລະ ກວດກາສິນຄ້າແລ້ວ ພົບວ່າດອກໄມ້ບັນຈຸເກີນໜຶ່ງດອກ,
ຈິ່ງແປກໃຈ ແລະ ສົ່ງຈົດໝາຍໄປຫາ ທ່ານ Lee Ka-Shing ວ່າ ທ່ານບັນຈຸດອກໄມ້ເກີນໜຶ່ງດອກໃນແຕ່ລະແກັດ.
ທ່ານ Lee Ka-Shing ຈິ່ງໄດ້ສົ່ງຈົດໝາຍຕອບໄປວ່າ ການທີ່ບັນຈຸດອກໄມ້ເພີ່ມໄປໜຶ່ງດອກ
ຍ້ອນວ່າ: 1. ຢ້ານພະນັກງານນັບຈຳນວນດອກໄມ້ຜິດພາດ ແລະ 2. ຢ້ານສິນຄ້າເສຍຫາຍລະຫວ່າງການຂົນສົ່ງ,
ສະນັ້ນ ຈິ່ງບັນຈຸດອກໄມ້ເກີນໜຶ່ງດອກໃນແຕ່ລະແກັດ ເພື່ອປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນ.
ຫຼັງຈາກນັ້ນ ນັກທຸລະກິດຄົນດັ່ງກ່າວ ກໍ່ກາຍເປັນຫຸ້ນສ່ວນທາງທຸລະກິດກັບ ທ່ານ
Lee Ka-Shing ຕະຫຼອດມາ ພ້ອມທັງແນະນຳຄົນອື່ນໆ ໃຫ້ມາຊື້ສິນຄ້ານຳ ທ່ານ Lee
Ka-Shing ໃຫ້ນັບມື້ນັບຫຼາຍຂຶ້ນ ຈົນທ່ານກາບເປັນມະຫາເສດຖີໃນປັດຈຸບັນນີ້ ຍ້ອມຄວາມສັດຊື່
ແລະ ຮູ້ບຸນຄຸນຄືດັ່ງຄຳເວົ້າຂອງທ່ານເອງທີ່ວ່າ: “ການເຮັດທຸລະກິດ ຕ້ອງມີຄວາມສັດຊື່
ແລະ ໜ້າເຊື່ອຖື, ບໍ່ວ່າຈະປະເຊີນໜ້າກັບບັນຫາໃດໆກໍ່ຕາມ ຕ້ອງເຮັດໃຫ້ລູກຄ້າໄວ້ວາງໃຈເຮົາຫຼາຍທີ່ສຸດ
ແລະ ເໜືອສິ່ງອື່ນໃດ ຕ້ອງປະຕິບັດຄຳໝັ້ນສັນຍາທີ່ໃຫ້ໄວ້ກັບລູກຄ້າ ໃຫ້ດີທີ່ສຸດ”.
ຄົນຈີນຈະເປັນຄົນທີ່ມີຄວາມເຂັ້ມງວດກັບການນັບຖືຮີດຄອງປະເພນີ
ໂດຍສະເພາະໃນການບູຊາສິ່ງສັກສິດໃນເທດສະການຕ່າງໆມາຕັ້ງແຕ່ບັນພະບູລຸດ ເຊິ່ງຖ້າເບິ່ງແບບຜິວເຜີນແລ້ວ
ກໍ່ຈະຮູ້ສຶກວ່າມັນເປັນເລື່ອງງົມງວາຍທີ່ບໍ່ສາມາດພິສູດໃນທາງວິທະຍາສາດໄດ້.
ແຕ່ມີຜູ້ຊ່ຽວຊານຫຼາຍທ່ານໃຫ້ຄວາມເຫັນວ່າ ພິທີຕ່າງໆເຫຼົ່ານັ້ນ ມັນເປັນພິທີເສີມສ້າງກຳລັງໃຈ
ເພື່ອເປັນສີລິມຸງຄຸນໃຫ້ແກ່ຊີວິດ ແລະ ເບື້ອງຫຼັງຂອງການບູຊາເທວະດາ ແລະ
ບັນພະບູລຸດດັ່ງກ່າວ ກໍ່ຄືການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ມີພະຄຸນ ແລະ ຕໍ່ສະຖານທີ່ໃຊ້ໃນການເຮັດການຄ້າ
ຕາມຄວາມຄິດຂອງຄົນຈີນທີ່ວ່າ “ບຸນຄຸນຕ້ອງຕອບແທນ”.
5. ນຳໜ້າກ່ອນໜຶ່ງບາດກ້າວ
ເຖິງວ່າຄົນເຮົາຈະມີຄວາມດຸໝັ່ນ ແລະ ອົດທົນຫຼາຍປານໃດກໍ່ຕາມ
ຖ້າຫາກບໍ່ມີວິໄສທັດ ແລະ ບໍ່ກ້າຕັດສິນໃຈແລ້ວ ກໍ່ຄົງບໍ່ສາມາດເປັນເສດຖີໄດ້. ຄົນຈີນເປັນຄົນທີ່ມີຄວາມວ່ອງໄວ
ເຊິ່ງສາມາດເບິ່ງລັກສະນະນິດໄສຂອງຄົນແຕ່ລະຊາດໄດ້ຈາກ “ການຍ່າງ” ຍ້ອນຄົນຈີນ ແລະ ຄົນ ຍີ່ປຸ່ນຈະມີຈັງຫວະບາດຍ່າງທີ່ຄ່ອງແຄ້ວ
ແລະ ວ່ອງໄວ ຈິ່ງເຮັດໃຫ້ພວກເຮົາມີຄວາມກ້າ ແລະ ວ່ອງໄວໃນການຕັດສິນໃຈ ເພື່ອຈັບເອົາໂອກາດທີ່ລ່ອງລອຍເຂົ້າມາຫາ.
ຕົວຢ່າງ: ທ່ານ Lee Ka-Shing ເລືອກເຮັດທຸລະກິດຢາງປາລາສະຕິກແມ່ນຄວາມເໝາະສົມກັບໂອກາດທີ່ດີທີ່ສຸດ
ເພາະວ່າໃນປີ 1956 ມັນເປັນຊ່ວງເວລາຫຼັງຈາກສິ້ນສຸດສົງຄາມໂລກຄັ້ງທີ່ II ເຊິ່ງເປັນໄລຍະເວລາທີ່ຢາງປາລາສະຕິກໄດ້ຮັບຄວາມນິຍົມຫຼາຍ
ແລະ ທັງເປັນສິນຄ້າໃໝ່, ນອກຈາກຈະນຳມາແປຮູບເປັນສິນຄ້າໄດ້ຫຼາກຫຼາແລ້ວ ອາຍຸການໃຊ້ງານ
ກໍ່ດົນນານ ແລະ ມີລາຄາຕ່ຳອີກດ້ວຍ.
ນອກຈາກນັ້ນ ທ່ານ Lee Ka-Shing ຍັງເຫັນໂອກາດທີ່
Hong Kong ເປັນທ່າເຮືອປອດພາສີທີ່ໃຫຍ່ທີ່ສຸດຢູ່ໃນໂລກ ພ້ອມທັງມີດິນແດນຕິດຕໍ່ກັບຈີນແຜ່ນດິນໃຫຍ່
ແລະ ທະເລຈີນໃຕ້ ເຊິ່ງຈະກາຍເປັນສູນກາງເສດຖະກິດ, ການຄ້າ ແລະ ການຂົນສົ່ງຂອງທະວີບອາຊີໃນອະນາຄົດທີ່ສົດໃສ
ທ່ານຈິ່ງໄດ້ລົງທຶນໃສ່ທຸລະກິດກ່ຽວກັບທ່າເຮືອ ແລະ ຕໍ່ມາແມ່ນທີ່ດິນ, ໄຟຟ້າ,
ໂຮງແຮມ, ໂທລະຄົມ ແລະ ໃນປັດຈຸບັນນີ້ ທ່ານຍັງລົງທຶນຊື້ຫຸ້ນໃຫ້ບໍລິສັດໃໝ່
ຄື Facebook ອີກດ້ວຍ.
6. ຊອກສະແຫວງຫາຄວາມຮູ້
ຕັ້ງແຕ່ບັນພະບູລຸດຫຼາຍພັນປີທີ່ຜ່ານມາ
ຄົນຈີນເປັນຊົນຊາດທີ່ມັກສຶກສາ ແລະ ຊອກສະແຫວງຫາຄວາມຮູ້ຢູ່ສະເໜີ ເຊິ່ງມີຫຼັກຖານຢັ້ງຢືນວ່າ
ຄົນຈີນສາມາດຜະລິດເຈ້ຍ ແລະ ແມ່ພິມເປັນຜູ້ທຳອິດຂອງໂລກ ລວມທັງມີນັກປັດຊະຍາ,
ນັກຂຽນ ແລະ ນັກວິທະຍາສາດອີກຫຼວງຫຼາຍທີ່ໄດ້ຖ່າຍທອດຄວາມຮູ້ ໃຫ້ຄົນລຸ້ນຕໍ່ມາ
ຈົນເຖິງປັດຈຸບັນນີ້ເຊັ່ນ: ທ່ານ Confucius, Laozi, Sun Tzu, Zhuge Ling … ສະນັ້ນຈິ່ງບໍ່ຕ້ອງແປກໃຈເລີຍວ່າ
ເປັນຫຍັງເວລາຄົນຈີນທີ່ອົບພະຍົບໄປຢູ່ຕ່າງປະເທດ ລວມທັງປະເທດລາວເຮົາ ພວກເຂົາຈິ່ງສາມາດປັບຕົວເຂົ້າກັບວັດທະນາທຳ
ແລະ ວິທີການດຳລົງຊີວິດຂອງຄົນໃນແຕ່ລະປະເທດໄດ້ຢ່າງສະດວກສະບາຍທີ່ສຸດ,
ຄົນຈີນສາມາດຮຽນຮູ້ເລື່ອງຮີດຄອງປະເພນີ ແລະ ພາສາປາກເວົ້າຂອງຄົນໃນທ້ອງຖິ່ນໄດ້ໄວທີ່ສຸດນັ້ນ
ກໍ່ຍ້ອນວ່າຄົນຈີນມັກຊອກສະແຫວງຫາຄວາມຮູ້ຢູ່ຕະຫຼອດເວລານັ້ນເອງ.
ທ່ານ Lee Ka-Shing ອອກຈາກໂຮງຮຽນຕັ້ງແຕ່ອາຍຸ
12 ປີ ຍ້ອນຄວາມທຸກຍາກ, ແຕ່ທ່ານເປັນຄົນມັກອ່ານໜັງສືຫຼາຍທີ່ສຸດ ເຖິງວ່າຈະເຮັດວຽກໜັກປານໃດກໍ່ຕາມ
ທ່ານ Lee Ka-Shing ກໍ່ຈະຕື່ນນອນຕັ້ງແຕ 4:00 ໂມງເຊົ້າທຸກໆມື້ ເພື່ອລຸກມາອ່ານໜັງສື
ແລະ ຍັງໃຊ້ເວລາຫວ່າງຫຼັງຈາກເລິກວຽກໃນຕອນຄ່ຳໄປຈ້າງຮຽນພິເສດ ເຊິ່ງທ່ານໄດ້ເລົ່າອາດີດໃຫ້ຟັງວ່າ
“ຄວາມຮູ້ທີ່ເປັນພື້ນຖານຂອງຂ້າພະເຈົ້າ ມາຈາກປື້ມເກົ່າ, ປື້ມເກົ່າໆນີ້ເມື່ອອ່ານຈົບແລ້ວກໍ່ຈະຂາຍມັນອອກໄປ
ເພື່ອນຳເອົາເງິນທີ່ຂາຍໄດ້ ໄປຊື້ປື້ມເກົ່າເຫຼັ້ມໃໝ່ມາອ່ານອີກ” ຍ້ອນ ທ່ານ
Lee Ka-Shing ເປັນຄົນມັກຮຽນໜັງສື ຈິ່ງເຮັດໃຫ້ທ່ານເປັນຄົນທີ່ສະຫຼາດ ເຖິງວ່າຮຽນບໍ່ຈົບຊັ້ນມັດທະຍົມ
ແຕ່ທ່ານກໍ່ສາມາດເລື່ອນຕ່ຳແໜ່ງຂຶ້ນເປັນຜູ້ຈັດການໃຫຍ່ຂອງໂຮງງານ ໃນອາຍຸພຽງ
17 ປີເທົ່ານັ້ນ ກ່ອນທີ່ທ່ານຈະກາຍມາເປັນມະຫາເສດຖີອັນດັບໜຶ່ງຂອງທະວີບອາຊີຕາມຄວາມເຊື່ອຂອງທ່ານທີ່ວ່າ
“ຢ່າຢຸດທີ່ຈະຊາບຊຶມເອົາຄວາມຮູ້ໃໝ່ ໃຫ້ຄິດເຖິງສະພາບເສດຖະກິດຂອງໂລກ
ແລະ ໂຄງສ້າງທາງການເມືອງ ແລ່ນໃຫ້ໄວກວ່າສັງຄົມໜ້ອຍໜຶ່ງ” ປັດຈຸບັນນີ້ ທ່ານ
Lee Ka-Shing ມີອາຍຸໄດ້ 83 ປີ ທ່ານກໍ່ຍັງມັກອ່ານໜັກສືຢູ່ຄືເກົ່າ.
ນອກຈາກຈະມັກສຶກສາຮ່ຳຮຽນແລ້ວ ຄົນຈີນຍັງມັກປູກຈິດສຳນຶກທາງການຄ້າໃຫ້ພວກລູກຫຼານຕັ້ງແຕ່ຕອນຍັງນ້ອຍ
ໂດຍຜ່ານຂະບວນການປະຕິບັດຕົວຈິງເຊັ່ນ: ທ່ານ Lee Ka-Shing ໄດ້ສຶກສາອົບຮົມລູກຊາຍທັງສອງຄື
ທ່ານ Victor Li ແລະ ທ່ານ Richard Li ໂດຍການເນັ້ນເລື່ອງການຮຽນຮູ້ ໃຫ້ຖືເປັນສິ່ງສຳຄັນ
ເຊິ່ງທຸກໆວັນອາທິດ ທ່ານ Lee Ka-Shing ແລະ ລູກຊາຍທັງສອງຈະອອກທະເລໄປລອຍນ້ຳນຳກັນ
ເຊິ່ງທ່ານຈະຖືປື້ມໄປນຳໜຶ່ງເຫຼັ້ມເຊິ່ງເປັນປື້ມກ່ຽວກັບບົດກອນຄຳສອນ ຂອງບັນພະບູລຸດຊາວຈີນ,
ທ່ານຈະອ່ານໃຫ້ລູກຊາຍທັງສອງຟັງແລ້ວ ຕັ້ງຄຳຖາມ ເພື່ອໃຫ້ລູກໆໄດ້ຄິດຫາຄຳຕອບຢູ່ສະເໜີ.
ທ່ານ Lee Ka-Shing ມີຄວາມເຊື່ອໃນການສັ່ງສອນອົບຮົມລູກວ່າ
“ໜໍ່ອ່ອນໃນຫ້ອງທີ່ເຢັນສະບາຍ ບໍ່ສາມາດທີ່ຈະອອກຍອດໃຫ້ເຂັ້ມແຂງໄດ້” ຕອນທີ່ລູກຍັງນ້ອຍໆ
ທ່ານຈະຝຶກໃຫ້ເຂົາຮູ້ຈັກປະເຊີນໜ້າກັບຄວາມທຸກຍາກລຳບາກ ດ້ວຍວິທີການພາລູກຊາຍທັງສອງໄປໃສມາໃສນຳຕະຫຼອດ
ໂດຍການຂີ້ລົດໂດຍສານ ແລະ ລົດໄຟຟ້າ, ໄປຂາຍໜັງສືພິມຕາມທາງຍ່າງ, ພາພວກລູກໆຍ່າງເບິ່ງຊີວິດທີ່ທຸກຍາກລຳບາກຂອງເດັກນ້ອຍຄົນອື່ນໆຕາມຖະໜົນຫົນທາງ.
ເມື່ອສະຫຼຸລລວມແລ້ວ ຄົນຈີນໄດ້ປະສົບຄວາມສຳເລັດໃນທຸລະກິດ
ກໍ່ຍ້ອນພວກເຂົາມີປັດຊະຍາແຫ່ງການດຳລົງຊີວິດ ທີ່ຖືກຖ່າຍທອດມາຈາກບັນພະບູລຸດ
ໂດຍຖືເອົາຄວາມດຸໝັ່ນອົດທົນ, ປະຢັດມັດທະຍັດ, ມີຄວາມສັດຊື່, ມີວິໄສທັດ,
ກ້າສ່ຽງ ແລະ ມັກສຶກສາຮ່ຳຮຽນ ເພື່ອເປັນພື້ນຖານໃນການດຳລົງຊີວິດຈົນປະສົບຜົນສຳເລັດ.
ຄັດຈາກປື້ມ : ເຄັດລັບສູ່ຄວາມສຳເລັດ ໂດຍ ທ່ານ ກາບແກ້ວ ທຳມະວົງ.
ไม่มีความคิดเห็น:
แสดงความคิดเห็น