25-04-2013-B-1-business
ທ່ານຕັງ ສ່ຽວຈຽງ ປະທານບໍລິສັດພັດລົມອາຍນ້ຳ MKE
ໄລຍະນີ້ກໍ່ເປັນໄລຍະທີອາກາດຮ້ອນຫຼາຍເຮັດໃຫ້ຫຼາຍຄົນມີອາລົມຮ້ອນ, ຫງຸດຫງິດ, ຢາກຮ້າຍ, ບໍ່ມ່ວນບໍ່ຊື່ນ,
ຫຼາຍໆທ່ານບໍ່ຢາກອອກຈາກເຮືອນ, ບາງຄົນທີ່ໃຊ້ພັດລົມກໍ່ຈ່ົມວ່າສຳເອົາລົມຮ້ອນພັດມາໃສ່ຄືເກົ່າ, ບາງຄອບຄົວທີ່ໃຊ້ແອກໍ່ຈົ່ມວ່າໄລຍະນີ້(ຊ່ວງຮ້ອນ)ຕ້ອງໄດ້ໃຊ້ຈ່າຍຄ່າໄຟຟ້າຫຼາຍກວ່າໄລຍະອື່ນໆ. ເພາະສະນັ້ນຢາກໃຫ້ທ່ານລອງຫັນມາໃຊ້ພັດລົມອາຍນ້ຳທີ່ເຢັນ,
ປະຫຍັດໄຟ ແລະ ບໍ່ປຽກຊຸ່ມພ້ອມລາຄາກໍ່ບໍ່ແພງຫຼາຍ.
ທ່ານ ຕັງ ສ່ຽວຈຽງ ປະທານ ບໍລິສັດ ແມ່ຂອງ ອີເລັກໂທຣນິກລາວ
ຈຳກັດ(Mekhong Electronics co., ltd; MKE) ກ່າວຕໍ່ໜັງສືພິມ ເສດຖະກິດ-ການຄ້າວ່າ: “ຂ້າພະເຈົ້າໄດ້ດຳເນີນທຸລະກິດໃນລາວມາເຖິງປັດຈຸບັນ
ໄດ້ 13 ປີແລ້ວ ເຊິ່ງໃນເບື້ອງຕົ້ນໄດ້ຕົນເຄີຍຮ່ວມງານກັບ
ລັດວິສາຫະກິດໄຟຟ້າລາວມາກ່ອນ ແຕ່ເຫດຜົນທີ່ນຳເອົາພັດລົມອາຍນ້ຳເຂົ້າມາຕັ້ງແຕ່ປີ
2010 ເປັນຕົ້ນມາເພາະເປົ້າໝາຍ ແລະ ວິໃສ່ທັດຢາກໃຫ້ຄົນລາວທີ່ມີເສດຖະກິດປານກາງ
ແລະ ຜູ້ທີ່ສົນໃຈ ຈິ່ງໄດ້ນຳເອົາພັດລົມອາຍນ້ຳເຂົ້າມາຈາກປະເທດຈີນເພື່ອຈຳໜ່າຍ ຕໍ່ມາກໍມີໂຮງານຜະລິດ ຫຼື
ປະກອບຢູ່ ສປປ. ລາວເຮົາເອງ (ຖະໜົນເລກ ທີ່
13 ໃຕ້ ຫຼັກ 32) ແລະ ອີງຕາມສັງເກດມີຮ້ານຂາຍແອ-ພັດລົມໃນປະເທດ ລາວຫຼາຍຢູ່ແລ້ວ ຂ້າພະເຈົ້າຈຶ່ງນຳເຂົ້າສິ່ງແປກ ໃໝ່ເຂົ້າມາ ຂ້າພະເຈົ້າຈິ່ງຕັດສິນໃຈສ້າງຕັ້ງໂຮງງານພັດລົມອາຍນ້ຳເຊິ່ງເປັນເຕັກນິກໃໝ່ ແລະ ຮັກສາສະພາບແວດລ້ອມ ພ້ອມທັງໃສ່ຊື່ເຄື່ອງໝາຍການຄ້າທີ່ເປັນເອກະຫຼັກສະເພາະປະເທດລາວ(MKE : Mekhong Electronics), ເຊິ່ງຜະລິດຕະພັນຂອງເຮົາປະຫຍັດໄຟໄດ້ 80 ເປີເຊັນ ຫາກທຽບເທົ່າກັບພັດລົມທຳມະດາ
ແຕ່ມີຄວາມເຢັນກວ່າພັດລົມທົ່ວໄປ, ສຽງລົບກວນໜ້ອຍ, ອາກາດຖືກກັ່ນຕອງ, ລົມປິ່ນອ້ອມໄດ້ 100 ອົງສາ, ຖ້າໃສ່ນຳກ້ອນພ້ອມນ້ຳຈະຍິ່ງເພິ່ມຄວາມເຢັນປັບໄດ້ໃນປະ ມານ 25-26 ອົງສາ ແລະ ສາມາດໃສ່ ນ້ຳທຳມະດາໃນລະດັບ
8 – 25 ລິດ ຕາມແຕ່ລະຂະໜາດ, ໂດຍລະຫັດ KME-08B ເປັນຂະ ໜາດນ້ອຍ 60 -70 cm, ຂະໜາດໃຫຍ່ລະຫັດ
MKE-09B ແລະ MKE-11ຄວາມສູງ1 ແມັດກວ່າ ແລະ ຂະໜາດອຶ່ນໆຫຼາກຫຼາຍສີໃຫ້ລູກຄ້າສາມາດເລືອກຊົມ
ໃຊ້ ຕາມຄວາມມັກຂອງໃຜລາວ ແລະ ພັດລົມອາຍນ້ຳ ສາມາດເຄື່ອນໄດ້ສະດວກເພາະມີລໍ້ຍູ້,
ສາມາດເປີດໃນຫ້ອງການ, ຫ້ອງນອນ, ຫ້ອງໃນຮົ່ມ ຫຼື ກາງແຈ້ງໄດ້, ເຊິ່ງຂະໜາດນ້ອຍສາມາດ ມີລະບົບຄວບຄຸມພັດລົມໄລຍະໄກໄດ້ປະມານ 4-5 ແມັດ ຂະໜາດກາງ ແລະ ໃຫຍ່ໄດ້ ປະມານ
9 - 10 ກວ່າແມັດ, ພັດໄດ້ຕາມທິດລົມ 4 ທິດ, ແບບລົມໄວ, ສູງ,
ກາງ ແລະຕໍ່າ, ມີລະບົບຣີໂມດຄວບຄຸມປິດ-ເປີດຄືກັບເຄືອງປັບອາກາດ, ມີລະບົບ ຈື້ງ ແລະ ລະບົບສະວີງປິ່ນ,
ສາມາດຕັ້ງເວລາປິດໄດ້, ມີປຸ່ມກົດ, ຫຼື ປຸ່ມສະຫວິດປິດ-ເປີດທາງຫຼັງ, ມີບ່ອນໃສ່ນ້ຳທາງຫຼັງ, ທຳຄວາມສະອາດໄດ້ງ່າຍ ແລະ ການໃຊ້ງານຖືວ່າຄຸ້ມ
ຄ່າຢ່າງໜ້ອຍ 5 -6 ປີ ພ້ອມກັນນັ້ນບໍລິສັດຂອງພວກເຮົາຍັງມີບໍລິການຫຼັງການຂາຍ,
ຮັບປະກັນສິນຄ້າເປັນໄລຍະ 1 ປີ ຖ້າເຄື່ອງພັດລົມອາຍນ້ຳມີບັນຫາ ລູກຄ້າສາມາດເຂົ້າມາຫາພວກເຮົາໃນໄລຍະຮັບປະກັນ ແລະ ເມື່ອໝົດກຳໜົດລູກຄ້າກໍ່ສາມາດມາສ້ອມແປງ ຫຼື ປ່ຽນອາໄຫຼ່ໃນລາຄາທີ່ທ່ານພໍໃຈ
ແລະ ບໍ່ແພງອີງຕາມສິນຄ້າຂາຍສົງ ແລະ ພັດລົມອາຍນ້ຳຍັງເໝາະແກ່ຫ້ອງການ, ໂຮງຮຽນ, ທະນາຄານ ແລະ ຮ້ານຄ້າຂາຍຕ່າງໆສ່ວນລາຄາເລີ່ມຕົ້ນຈາກ
9 ແສນກີບ ຫາ 2 ລ້ານກີບ ຕາມຂະໜາດ ແລະ ພັດລົມ ເອັມເຄອີ ເປັນສິນຄ້າປະຫຍັດພະລັງງານທີ່ມີປະສິດທິພາບ,
ດີຕໍ່ສຸຂະພາບ ແລະ ສິ່ງແວດລ້ອມໃນລະດູຮ້ອນ”
ທ່ານປະທານ
ກ່າວອີກວ່າ: “ໄລຍະ 3-4 ເດືອນເລີ່ມຈາກເດືອນມິນາ-ມິຖຸນາແມ່ນໄດ້ຂາຍດີ ແຕ່ໄລຍະ ເດືອນເມສາໄດ້ຂາຍດີເປັນພິເສດ, ປີຜ່ານມາກໍ່ສາມາດຈຳໜ່າຍໄດ້ 7 ຮ້ອຍກວ່າເຄື່ອງ ແລະ ປີນີ້ຫວັງໃຫ້ໄດ້ຍອດຂາຍຫຼາຍກວ່າເກົ່າເພາະບໍລິສັດຂອງເຮົາກໍ່ມີລູກຄ້າທີ່ປະກອບການຂາຍເຄື່ອງໄຟຟ້າມາຮັບເອົາຈາກຮ້ານເຮົາໄປຂາຍຕໍ່ບາງຮ້ານກໍ່ມາຮັບເອົາຈຳນວນ
5 ໜ່ວຍ 10 – 20 ໜ່ວຍກໍ່ມີ ແລະ ແມ່ຄ້າຂາຍເຄື່ອງແຫ້ງ,
ຮ້ານຕາມເຮືອນ, ແຄມທາງກໍ່ມັກຈະມາຊື້ພັດລົມອາຍນ້ຳຈາກຮ້ານຂອງພວກເຮົາໄປໃຊ້ ພ້ອມນັ້ນໃນຕ່າງແຂວງ ເປັນ ຕົ້ນແມ່ນຢູ່ທ່າແຂກ,
ສະຫວັນ ແລະ ປາກເຊກໍ່ສັ່ງຈາກພວກເຮົາ 5
- 10 ໜ່ວຍພວກເຮົາກໍ່ໄປສົ່ງໃຫ້ຈຳໜ່າຍເພາະເຂົາເຈົ້າຊື້ຈຳນວນ
4-5 ເຄື່ອງໄປຈຳໜ່າຍຕໍ່ພວກເຮົາກໍ່ມີສ່ວນຫຼຸດພິເສດໃຫ້ ພ້ອມດຽວກັນນັ້ນ
ຕາມເທດສະການຕ່າງໆ ພວກເຮົາຈະມີສ່ວນຫຼຸດໃຫ້ລູກຄ້າທີ່ມີຄວາມສົນໃຈ
ຫຼື ເຂົ້າ ມາຊື້ສິນຄ້າຈາກຮ້ານຂອງພວກເຮົາມີສ່ວນຫຼຸດ 5 ເປີເຊັນ 30 ເປີເຊັນຕາມຂະໜາດ.”
ທ່ານ ຕັງ ສ່ຽວຈຽງ ໃຫ້ຮູ້ອີກວ່າ: “ລູກຄ້າຫຼາຍຄົນຍັງບໍ່ເຂົ້າໃຈກ່ຽວກັບພັດລົມອາຍນ້ຳ
ແລະ ວິທີການນຳໃຊ້, ເຮັດໃຫ້ການຈຳໜ່າຍຫຼ້າຊ້າ, ໃນເມື່ອລົງໂຄສະນາແຕ່ລູກຄ້າສ່ວນຫຼາຍບໍ່ມັກອ່ານໜັງສືພິມທີ່ແຕກຕ່າງຈາກປະເທດເພື່ອນບ້ານເຊັ່ນຄືປະເທດຈີນທຸກບໍລິສັດຈະຕ້ອງມີໜັງສືພິມ
ແລະ ສະເພາະຕະຫຼາດພັດລົມອາຍນ້ຳຍັງບໍ່ທັນກວ້າງຂວາງແຕ່ກໍ່ເລິ່ມມີລູກຄ້າທະຍອຍໃຊ້ພັດລົມອາຍນ້ຳຫຼາຍຂຶ້ນ.”
“ແຜນການໃນອະນາຄົດອີງຕາມທ່າແຮງຂອງຍອດຈຳໜ່າຍ ແລະ
ຄວາມຮຽກຮ້ອງຂອງລູກຄ້າຖ້າເພິ່ມຂື້ນຈະມີການຂະຫຍາຍສາຂາອີກ.”ທ່ານ ປະທານກ່າວ.
ຖ້າລູກຄ້າສົນໃຈ ແລະ ຢາກພິສູດໃນລາຄາ, ຄວາມແຕກຕ່າງລະຫວ່າງພັດລົມ ຫຼື ເຄື່ອງປັບອາກາດ ກໍ່ລອງເຂົ້າມາຊື້ ຫຼື ມາສຳພັດສອບຖາມນຳເຈົ້າຂອງບໍລິສັດເຊິ່ງບໍລິສັດຕັ້ງຢູ່ບ້ານ
ໂພສີ ເມືອງສີໂຄດ, ນະຄອນ ຫຼວງວຽງຈັນ ນອກຈາກນີ້ຍັງໄດ້ວາງຈຳໜ່າຍຢູ່ສູນການຄ້າໂຮມໄອເດຍ ຊັ້ນ1ອີກດ້ວຍ. ລູກຄ້າທ່ານໃດຢາກເປັນຕົວແທນຈຳໜ່າຍໃນນະຄອນຫຼວງ ຫຼື ຕ່າງແຂວງທົ່ວປະເທດ ກໍ່ສາມາດຕິດຕໍ່ພົວພັນ,
ສອບຖາມໄດ້ ເຊິ່ງບໍລິສັດເປີດຕັ້ງແຕ່ 08: 00 – 17: 00 ແຕ່ຈັນ - ສຸກ. ຫຼື ເຂົ້າເບິ່ງເວບໄຊ: www.mke.la
ປະເດັນຫຼັກໃນບົດ:“ໄລຍະແຕ່ເດືອນມິນາ ຫາເດືອນມິຖຸນາແມ່ນສິນຄ້າໄດ້ຂາຍດີ ໃນນັ້ນເດືອນເມສາໄດ້ຂາຍດີເປັນພິເສດ,
ປີຜ່ານມາກໍ່ສາມາດຈຳໜ່າຍໄດ້
7 ຮ້ອຍກວ່າເຄື່ອງ ແລະ ປີນີ້ຫວັງໃຫ້ໄດ້ຍອດຂາຍຫຼາຍກວ່າເກົ່າ”
1.
ไม่มีความคิดเห็น:
แสดงความคิดเห็น