26-04-2013-B-2-technology-Tim
COOK
ທາງ
Apple ໄດ້ອອກມາລາຍງານຜົນປະກອບການຂອງຕົວເອງໃນໄຕມາດທີ່ 1 ຂອງປີໄປແລ້ວ
ເຊິ່ງຖືວ່າເປັນອີກໄຕມາດໜຶ່ງທີ່ທາງ Apple ຢື່ນຢູ່ໄດ້ຢ່າງແຂງແກ່ນ ໂດຍລ່າສຸດມີລາຍງານເຂົ້າມາວ່າ
Tim Cook ໄດ້ອອກມາເວົ້າເຖິງອຸປະກອນ Apple ໂດຍມີການເວົ້າວ່າຈະບໍ່ມີອຸປະກອນຮຸ່ນໃໝ່ຈົນກວ່າຈະຮອດລະດູໃບໄມ້ລົ່ນ
ນັ້ນຄືໄລຍະເດືອນກັນຍາຫາເດືອນພະຈິກເຊິ່ງ
ໝາຍຄວາມວ່າໃນໄລຍະ 3-4 ເດືອນນີ້ຈະບໍ່ມີຫຍັງໃໝ່ສຳລັບ Apple
ໃນລະຫວ່າງການໃຫ້ສຳພາດທ່ານໄດ້ກ່າວວ່າ
“ທີມຂອງເຮົາກຳລັງເຮັດວຽກຢ່າງໜັກກັບ Hardware, Software ແລະ Services ເຖິງໄລຍະລະດູໃບໄມ້ຫລົ່ນຈົນເຖິງປີ
2014” ເຖິງແມ່ນວ່າຈະເປັນຂໍ້ມູນດິບ ແຕ່ກໍ່ພໍຈະສະຫຼຸບໄດ້ວ່າທາງ Apple ຍັງບໍ່ຫນ້າຈະມີຫຍັງໃໝ່ໆອອກມາໃນໄລຍະໃກ້ໆນີ້
ແຕ່ຢ່າງໃດກໍ່ຕາມມັນກໍ່ຍັງບໍ່ແນ່ຊັດເຈນ ບໍ່ແນ່ກ່ອນໜ້ານັ້ນອາດຈະມີການເປີດຕົວອຸປະກອນຮຸ່ນທີ່ບໍ່ໄດ້ໂດດເດັ່ນຫຼາຍອອກມາສູ່ກັບຕະຫຼາດກ່ອນ
ເຊິ່ງເລື່ອງລາຍລະອຽດນັ້ນທາງ Tim Cook ຍັງບໍ່ຍອມຕອບແບບຊັດເຈນ
ດັ່ງນັ້ນ,ເປັນໄປໄດ້ວ່າ
Apple ອາດຈະອອກ iPhone 5S, iPad mini 2 ຫຼື iWatch ໃນໄລຍະໄຕມາດ 3 ຫຼື 4 ກັນໝົດເລີຍ
ແນວໃດກໍ່ຕ້ອງໄດ້ຕິດຕາມຕໍ່ໄປ
ไม่มีความคิดเห็น:
แสดงความคิดเห็น