ຜູ້ນຳອົງກອນຫຼາຍໆທ່ານກໍ່ມັກຈະບອກວ່າ: ຖ້າຈະເລືອກຄົນມາເຮັດວຽກ ຫຼື ເຂົ້າອົງກອນມັນກໍເປັນເລື່ອງຍາກສຳລັບການຕັດສິນໃຈລະຫວ່າງຄົນດີກັບຄົນເກັ່ງ; ຈະເລືອກຄົນເກັ່ງ ເພາະຄົນເກັ່ງຈະເຮັດໃຫ້ອົງກອນນັ້ນໆປະສົບຜົນສຳເລັດ ແລະ ງ່າຍກວ່າ; ແຕ່ໃນສ່ວນຕົວຂອງຂ້າພະເຈົ້າບໍ່ຄ່ອຍເຫັນດີກັບຄວາມຄິດດັ່ງກ່າວນັ້ນ ແຕ່ຂ້າພະເຈົ້າກັບຄິດວ່າ
“ຄົນດີ”ຕ້ອງມາກ່ອນ ນອກເສຍຈາກວ່າໄດ້ຄົນດີທີ່ສະຫຼາດ ແລະ ເກັ່ງນຳຍິ່ງເປັນການດີ ແຕ່ຈັງໃດກໍ່ຍົກໃຫ້ເປັນຄົນດີມາກ່ອນສະເໝີ.
ລັກສະນະຂອງຄົນດີເປັນຄົນທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ຍິນດີໃນການໃຫ້, ຍິນດີໃນການຊ່ວຍເຫຼືອຜູ້ອື່ນ, ບໍ່ເປັນຄົນເຫັນແກ່ຕົວ, ແຕ່ເຫັນຜົນປະໂຫຍດ ແລະ ຄວາມສຸກຂອງສ່ວນລວມຕະຫຼອດເວລາ, ການໄດ້ຄົນດີມາເຮັດວຽກພຽງຄົນໜຶ່ງຄົນຕ້ອງຖືວ່າຜູ້ບໍລິຫານ ຫຼື ຜູ້ນຳໂຊກດີ ແລະ ຈະມີຄວາມສຳເລັດໄລຍະຍາວໃນອະນາຄົດ. ໃນຂະນະທີ່ “ຄົນເກັ່ງ” ອາດຈະເປັນຄົນບໍ່ດີກໍ່ໄດ້ ແລະ ຄົນບໍ່ດີນັ້ນກໍ່ຈະເຮັດໃຫ້ທຸລະກິດ ມີ ບັນຫາເຊັ່ນ: ເຮັດວຽກໄດ້ໄລຍະໜຶ່ງກໍ່ອາດຈະເອົາວຽກສ່ວນຕົວມາເຮັດ ຫຼື ໂກງບໍລິສັດ, ເຮັດໃຫ້ ບໍລິສັດເກີດຄວາມເສືອມເສຍ, ເຊິ່ງມີຕົວຢ່າງຫຼາຍທີ່ແລ້ວໂດຍສະເພາະໃນອົງກອນທີ່ຕ້ອງການຄວາມຈະ ເລີນເຕີບໂຕໄວ, ກໍ່ຈະໄປຈ້າງມືອາຊີບມາບໍລິຫານໂດຍບໍ່ໄດ້ພິຈາລະນາເຖິ່ງຄວາມເໝາະສົມວ່າເປັນຄົນດີ, ມີຄຸນນະທຳ, ຈະລິຍະທຳ ຫຼື ບໍ່?
ຂ້າພະເຈົ້າເຫັນທຸລະກິດທີ່ເຕີບໂຕມາແບບໃຊ້ມືອາຊີບມາບໍລິຫານທີ່ທຸລະກິດຈະເລີນຮຸ່ງເຮືອງດີ, ຢູ່ມາໄລຍະໜຶ່ງແລ້ວສຸດທ້າຍກໍ່ຕ້ອງລົມລະລາຍໄປເພາະນ້ຳມືຂອງຜູ້ບໍລິຫານຄົນເກັ່ງ.
ທຸລະກິດບໍ່ໄດ້ສຳເລັດໄດ້ຈາກຜູ້ນຳ ຫຼື ບຸກຄົນໃດໜຶ່ງເທົ່ານັ້ນ, ຂ້າພະເຈົ້າເຫັນວ່າທິມງານມີຄວາມສຳຄັນກວ່າຕົວຜູ້ນຳທີ່ຈະເຮັດໃຫ້ວຽກປະສົບຜົນສຳເລັດ
ເພາະຜູ້ນຳມີຄົນດຽວນັ້ນເຮັດໄດ້ແຕ່ພຽງຄິດ, ສັ່ງວຽກ, ແຕ່ຜູ້ທີ່ຈະນຳຄວາມຄິດນັ້ນໄປປະຕິບັດໃຫ້ເກີດຜົນກໍ່ແມ່ນທີມງານ ເຊິ່ງກໍ່ຕ້ອງເປັນຜູ້ມີຄວາມຄິດ, ສະຕິປັນຍາ, ທີ່ຈະນຳຄວາມຄິດຂອງຜູ້ນຳໄປປະຕິບັດ. ດັ່ງນັ້ນຖ້າຜູ້ປະຕິບັດງານເປັນຄົນເກັ່ງ, ເປັນຄົນດີມີຄຸນນະທຳ ນຳວຽກງານກໍ່ຈະຍິ່ງກ້າວໜ້າ ແລະ ປະສົບຜົນສຳເລັດໄດ້ຢ່າງຢັ້ງຢືນ ເພາະຄົນດີຈະ ມີຄວາມລະມັດລະວັງສູງທີ່ຈະບໍ່ເຮັດອັນໃດຜິດ, ມີຄວາມລະອຽດຮອບຄອບ, ຄິດໜ້າ, ຄິດຫຼັງ, ເຮັດໃຫ້ທຸລະກິດບໍ່ຜິດພາດໄດ້ງ່າຍ. ຄົນດີຈະເປັນຄົນທີ່ເຮັດວຽກເພື່ອອົງກອນຫຼາຍກວ່າເຮັດວຽກເພື່ອຕົນເອງ ດັ່ງນັ້ນອົງກອນ ມີຄົນດີຢູ່ຫຼາຍກໍ່ຈະເຮັດໃຫ້ອົງກອນມີຄວາມມັ້ນຄົງຕໍ່ໄປເປັນ 100 ປີ.
ສະນັ້ນຂ້າພະເຈົ້າຈຶ່ງຄິດວ່າ: ຖ້າມີໂອກາດເລືອກຄົນ 2 ຄົນເຂົ້າອົງກອນ ຂ້າພະເຈົ້າຈະໃຫ້ຄວາມສຳຄັນຂອງຄົນດີກ່ອນ, ແຕ່ຕ້ອງເປັນຄົນດີທີ່ມີສະຕິປັນຍາ ແລະ ຄວາມສາມາດທີ່ຈະພັດທະນາໄດ້ນຳ
ແຕ່ການທີ່ຈະໄດ້ຄົນດີມາເຮັດວຽກນັ້ນກໍ່ບໍ່ແມ່ນເລື່ອງງ່າຍ, ມີປະທານບາງທ່ານໃຊ້ຊີວິດແບບເບິ່ງໂຊກລາບ ຫຼື ເອົາໝໍດູໝໍເດົາມາເບິ່ງ. ໃນສ່ວນຕົວຂອງຂ້າພະເຈົ້າການເຂົ້າວັດເລື້ອຍໆ, ການເບິ່ງແຍງ, ໃຫ້ຄວາມຮັກຕໍ່ພໍ່-ແມ່ດີບໍ່ດີ, ຮັກຄອບຄົວ ຫຼື ຜູ້ອື່ນເຊິ່ງສິ່ງເຫຼົ່ານີ້ສາມາດສະທ້ອນຕົວເອງອອກມາໄດ້ວ່າຄົນໆນັ້ນເປັນຄົນດີ ຫຼື ບໍ່ໄດ້ຄືກັນ.
ສ່ວນເລື່ອງຄວາມຮູ້, ຄວາມສາມາດນັ້ນເບິ່ງໄດ້ບໍ່ຍາກ ສາມາດເບິ່ງໄດ້ຈາກປະຫວັດເຮັດວຽກ, ຄວາມສຳເລັດໃນວຽກງານທີ່ຜ່ານມາ, ຄວາມມຸ້ງມັ້ນໃນການເຮັດວຽກ, ຄວາມທະເຍີນທະຍານທີ່ຈະກ້າວ ໜ້າໃນວຽກ, ຄວາມມັກຮັກທີ່ຈະຢູ່ໃນອົງກອນ. ດັ່ງນັ້ນອາດຈະເວົ້າໄດ້ວ່າ: ຄວາມເກັ່ງເປັນສິ່ງທີ່ສັງເກດໄດ້ ງ່າຍກວ່າຄວາມດີ;
ຄວາມດີຂອງຄົນບໍ່ໄດ້ຢູ່ທີ່ການກະທຳແຕ່ພຽງຢ່າງດຽວ ສ່ວນເລິກຢູ່ທີ່ໃຈຂອງຄົນນັ້ນວ່າ ການເປັນຄົນດີ, ມີຄວາມສຳນຶກ ຫຼື ບໍ່ ແລະ ການທີ່ຈະວັດແທກໃຈຄົນໄດ້ບໍ່ຍາກ ຖ້າເຮົາໝັ່ນສຶກສາ, ໂອ້ລົມ, ສອບຖາມ, ແລະ ສົນໃຈໃນພຶດຕິກຳຂອງຄົນໆໜື່ງ ເຮົາກໍ່ຈະສາມາດຮູ້ໄດ້ວ່າເຂົາເຈົ້າເປັນຄົນແບບໃດ.
ດັ່ງນັ້ນຄວາມມຸ້ງຫວັງຂອງອົງກອນກໍ່ຄື: ການຫາຄົນດີເຂົ້າອົງກອນ, ການສ້າງຄົນດີເພື່ອເປັນພື້ນຖານໃນອະນາຄົດຂອງບໍລິສັດ, ເພື່ອໃຫ້ຄົນໆນັ້ນສືບສານທຸລະກິດຢ່າງມັ້ນຄົງ ແລະ ຢັ້ງຢືນຕໍ່ໄປ ດັ່ງຄຳຂວັນຈາກຂົງຈື້ກ່າວວ່າ
“ ຖ້າມີຄົນສອງຄົນຢ່າງຜ່ານມາ
ທຸກເລື່ອງລາວສາມາດສອນຂ້າພະເຈົ້າໄດ້
ສຳຫຼັບຄົນດີຂ້າພະເຈົ້າຈະເອົາແບບຢ່າງເຂົາ
ສຳຫຼັບຄົນບໍ່ດີຂ້າພະເຈົ້າຈະບໍ່ຮຽນແບບ”
ລົງໃນໜັງສືພິມ ເສດຖະກິດ-ການຄ້າ ສະບັບວັນທີ 09 ເມສາ 2013
ไม่มีความคิดเห็น:
แสดงความคิดเห็น