ເມື່ອເວົ້າເຖິງ
“ເງິນເດືອນ” ຈະຕ້ອງມີນ້ອຍຄົນ (ອາດຈະນັບຄົນໄດ້) ທີ່ຄິດວ່າເງິນເດືອນທີ່ໄດ້ນັ້ນຫຼາຍພໍແລ້ວ
ແລະ ບໍ່ຄິດບໍ່ຫວັງທີ່ຈະໄດ້ເງິນເດືອນເພີ່ມອີກ ໃນລະດູການຂຶ້ນເງິນເດືອນປະຈຳປີທີ່ບໍລິສັດສ່ວນໃຫຍ່ມັກກຳນົດໃນໄລຍະຕົ້ນປີ
ບໍລິສັດສ່ວນໃຫຍ່ທີ່ມີກຳໄລຫຼາຍພໍ ກໍມັກຈະມີນະໂຍບາຍພິຈາລະນາຂຶ້ນເງິນເດືອນໃຫ້ກັບພະນັກງານທຸກຄົນຕາມທຳນຽມປະຕິບັດ
ຄຳຖາມທີ່ວ່າ ຖ້າຕ້ອງການເງິນເດືອນເພີ່ມຂຶ້ນຈາກບໍລິສັດ ຫຼື ຫົວໜ້າໃຫ້ນັ້ນ ທ່ານຈະຕ້ອງເຮັດແນວໃດ
ເລື່ອງຫຼັກໆທີ່ແນະນຳໃຫ້ພິຈາລະນາກ່ອນທີ່ທ່ານຈະສະແດງຄວາມກ້າເດີນໄປຂໍເງິນເດືອນຈາກຫົວໜ້າເພີ່ມຂຶ້ນ
ກໍຄືພິຈາລະນາສະຖານະການໃນຕະຫຼາດ ທ່ານອາດຕ້ອງພິຈາລະນາວ່າ ໃນເວລານັ້ນເສດຖະກິດດີ
ຫຼື ບໍ່ດີ, ມີການຂະຫຍາຍທຸລະກິດໃນກຸ່ມໃດແດ່ ທັກສະ ແລະ ຄວາມສຳນາມຂອງທ່ານນັ້ນກຳລັງເປັນທີ່ຕ້ອງການໃນທ້ອງຕະຫຼາດ
ຫຼື ບໍ (ທ່ານຈະສັງເກດໄດ້ຈາກການອ່ານ ໂຄສະນາສະມັກງານໃນໜັງສືພິມວ່າມີລົງປະກາດຮັບສະມັກງານໃນຕ່ຳແໜ່ງງານດຽວກັນ
ຫຼື ຄ້າຍຄືທ່ານຫຼາຍນ້ອຍ ແລະ ເລືອຍໆພຽງໃດ)
ພິຈາລະນາຂອງບໍລິສັດ
ບໍລິສັດສ່ວນໃຫຍ່ກໍມີກຳນົດນະໂຍບາຍການຂຶ້ນເງິນເດືອນໄວ້ເປັນຂອບ ລວມເຖິງບາງທີ່ອາດມີນະໂຍບາຍໃນການໃຫ້ເງິນເດືອນທີ່ສູງກວ່າຄ່າສະເລ່ຍສຳລັບພະນັກງານທີ່ມີສັກກະຍັກພາບສູງ
(ຫຼືເປັນ Talent) ຖ້າມີກຳໄລກໍມັກຈະພິຈາລະນາຂຶ້ນເງິນເດືອນໂດຍໃຊ້ອັດຕາທີ່ອີງຈາກບໍລິສັດທີ່ຢູ່ໃນອຸດສາຫະກຳດຽວກັນບໍລິສັດຄູ່ແຂ່ງ
ລວມທັງສະພາບເງິນເຟີ້ແຕ່ລະປີ ການພິຈາລະນາເງິນເດືອນທີ່ທ່ານໄດ້ຮັບຢູ່ວ່າ
ເປັນເງິນເດືອນທີ່ສູງ ຫຼື ຕ່ຳກວ່າຄົນອື່ນທີ່ເຮັດວຽກເໝືອນໆກັນກັບທ່ານໃນຕະຫຼາດເທົ່າທີ່ຮູ້
ໂດຍສ່ວນໃຫຍ່ແລ້ວ ຫຼາຍໆທ່ານກໍໄດ້ຂໍ້ມູນຈາກການໂອລົມກັບໝູ່ເພື່ອນທີ່ຢູ່ໃນວົງການດຽວກັນ
ໂອລົມກັບບໍລິສັດຕົວແທນຈັດຫາງານ ຫຼື Headhunter ຫຼື ບາງຄັ້ງອາດໄດ້ເຫັນຜົນການສຳລວດເງິນເດືອນຂອງອາຊີບຕ່າງໆ
ຕາມສື່ ກໍເຮັດໃຫ້ທ່ານພໍຈະເອົາມາເປັນແນວທາງປຽບທຽບໄດ້ ແຕ່ຕ້ອງໄດ້ລະວັງວ່າຂໍ້ມູນ
ທີ່ໄດ້ມາເປັນພຽງເພື່ອອ້າງອີງເທົ່ານັ້ນ ຕ່າງຄົນກັນ ຕ່າງບໍລິສັດກັນ ເຖິງວ່າຊື່ວຽກ,ຕ່ຳແໜ່ງດຽວກັນ
ແຕ່ຄວາມຮັບຜິດ ຊອບອາດຈະແຕກຕ່າງກັນ ເຮັດໃຫ້ເງິນເດືອນແຕກຕ່າງກັນໄດ້ ພິຈາລະນາເງິນເດືອນທີ່ທ່ານໄດ້ຮັບຢູ່ວ່າມີຄວາມເໝາະສົມກັບວຽກ
ແລະ ໜ້າທີ່ຄວາມຮັບຜິດຊອບ ຫຼື ບໍ ເລື່ອງນີ້ຄົງຕ້ອງໂຍງກັບນະໂຍບາຍ ແລະ ໂຄງສ້າງການໃຫ້ເງິນເດືອນຂອງແຕ່ລະບໍລິສັດ
ໂດຍບໍລິສັດສ່ວນໃຫຍ່ຈະມີໄລຍະເງິນເດືອນ
ຫຼື ທີ່ມັກເອີ້ນກັນໃນວິຊາຊີບ HR ວ່າ “ກະບອກເງິນເດືອນ” ສຳລັບແຕ່ລະໆດັບໃນບໍລິສັດ
(Corporate level) ຖ້າທ່ານຢູ່ໃນລະດັບໃດໜຶ່ງມາດົນບໍ່ໄດ້ເລື່ອນຂັ້ນຈັກເທື່ອ
ທ່ານກໍອາດມີບັນຫາເລື່ອງເງິນເດືອນຕິດເພດານກະບອກເງິນເດືອນ ເຊິ່ງໃນການບໍລິຫານຈັດການເລື່ອງເງິນເດືອນແລ້ວ
ກໍລະນີນີ້ກໍຈະເປັນການຍາກທີ່ທ່ານຈະໄດ້ຮັບພິຈາລະນາເງິນເດືອນເພີ່ມຂຶ້ນຫຼາຍໆ
ເມື່ອພິຈາລະນາເລື່ອງຫຼັກໆເຫຼົ່ານີ້ແລ້ວ
ທ່ານຍັງຄົງໝັ້ນໃຈວ່າ ທ່ານສົມຄວນທີ່ຈະໄດ້ຮັບເງິນເດືອນເພີ່ມຂຶ້ນຫຼາຍກວ່າທີ່ເປັນຢູ່ກໍກ້ຽມຕົວຂໍພົບຫົວໜ້າໄດ້ເລີຍ
ໂດຍມີຄຳແນະນຳໃຫ້ດັ່ງນີ້:
ຂໍນັດເວລາຫົວໜ້າລ່ວງໜ້າ
ເພື່ອໃຫ້ມີເວລາໂອລົມກັນເຕັມທີ່ ຖ້າເຂົ້າໄປລົມໃນຈັງຫວະທີ່ບໍ່ຖືກຕ້ອງ
ຈະເປັນຜົນເສຍຫຼາຍກວ່າ
ກ້ຽມຕົວກ່ອນການໂອລົມ
ຖ້າທ່ານບໍ່ຄຸ້ນເຄີຍກັບຫົວໜ້າກໍບໍ່ຜິດຫຍັງທີ່ຈະສອບຖາມຄົນທີ່ຮູ້ຈັກຫົວໜ້າເປັນຢ່າງດີວ່າ
ຫົວໜ້າມີແນວຄິດໃນການບໍລິຫານເປັນແບບໃດ ແລະ ການນຳສະເໜີຂໍ້ມູນແບບໃດທີ່ຈະເຮັດໃຫ້ການເຈລະຈາມີແນວໂນ້ມທີ່ຈະປະສົບຄວາມສຳເລັດ
(ເນັ້ນວ່າ ບໍ່ແມ່ນການແນະນຳໃຫ້ວິທີປະສົບປະແຈງເອົາໃຈຫົວໜ້າເພື່ອຂໍ່ເງິນເດືອນຂຶ້ນ)
ທ່ານຄວນເຮັດວຽກບ້ານເສຍກ່ອນວ່າ ເຫດໃດທ່ານຄວນຈະໄດ້ຮັບເງິນເດືອນເພີ່ມ
ບໍລິສັດຍ່ອມຍິນດີທີ່ຈະໃຫ້ເງິນເດືອນທ່ານເພີ່ມ ຖ້າທ່ານເຮັດວຽກໃຫ້ກັບບໍລິສັດຫຼາຍຂຶ້ນ
ນັ້ນໝາຍຄວາມວ່າ ທີ່ຜ່ານມາທ່ານໄດ້ຮັບການມອບໝາຍວຽກງານຫຼາຍຂຶ້ນ ຫຼື ທ່ານໄດ້ເຮັດວຽກສຳຄັນໄດ້ສຳເລັດ
ເຊິ່ງຄວນຈະຕ້ອງເປັນວຽກທີ່ຊ່ວຍສ້າງຄຸນຄ່າ ຫຼື ສ້າງໂອກາດໃນການເຕີບໂຕຂອງບໍລິສັດເຊັ່ນ:
ນຳຜະລິດຕະພັນໃໝ່ໆອອກສູ່ທ້ອງຕະຫຼາດ ເພີ່ມຖານລູກຄ້າໄດ້ ປັບການເຮັດວຽກເຊິ່ງເຮັດໃຫ້ບໍລິສັດປະຫຍັດ
ຕົ້ນທຶນໄດ້ ຫຼື ໄດ້ຊ່ວຍບໍລິສັດພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ ຫຼື ທັກສະຢ່າງເຫັນໄດ້ຊັດເຈນ
ແນະນຳວ່າຄວາມສຳເລັດທີ່ທ່ານຈະອ້າງເຖິງຕ້ອງເປັນຄວາມສຳເລັດທີ່ມີຄວາມສຳຄັນ
ບໍ່ໝາຍຄວາມວ່າຈະເຮັດວຽກພຽງວຽກດຽວສຳເລັດ ຫຼື ເຮັດໃຫ້ໂຄງການພິເສດໂຄງການດຽວສຳເລັດ
ເພາະສະນັ້ນອາດເຮັດໃຫ້ທ່ານໄດ້ຮັບໂບນັດເພີ່ມຂຶ້ນ ແຕ່ບໍ່ແມ່ນເງິນເດືອນເພີ່ມຂຶ້ນ
(ບໍລິສັດຈະລະມັດລະວັງໃນການໃຫ້ເງິນເພີ່ມຫຼາຍ ກວ່າການໃຫ້ໂບນັດເພີ່ມ ເນື່ອງຈາກວ່າເງິນເດືອນເປັນເລື່ອງການໃຫ້ຜົນຕອບແທນທີ່ສຶບເນື່ອງໄລຍະຍາວ)
ຄວນສົນທະນາກົງໄປກົງມາກັບຫົວໜ້າ
ແຕ່ຂໍແນະນຳໃຫ້ເວົ້າຜົນງານ ແລະ ຄວາມສຳເລັດທີ່ທ່ານເຮັດກ່ອນແລ້ວຈຶ່ງເຈລະຈາຂໍເງິນເດືອນຂຶ້ນ
ເມື່ອເຈລະຈາຂໍເພີ່ມກໍບໍ່ຄວນໄປເວົ້າເນັ້ນແຕ່ຕົວເລກວ່າຈະຕ້ອງໄດ້ເທົ່າໄດ້
ປາສະຈາກວ່າຫົວໜ້າຈະຖາມເຖິງຄວາມຄາດຫວັງ ທ່ານກໍສາມາດກ່າວເຖິງຂໍ້ມູນອ້າງອີງໄດ້
ແຕ່ຕ້ອງບໍ່ອ້າງວ່າທ່ານຮູ້ເງິນເດືອນຂອງເພື່ອນຮ່ວມງານ ຫຼື ຄົນທີ່ເຮັດຕ່ຳແໜ່ງດຽວກັບທ່ານໃນບໍລິສັດດຽວກັນເພາະຂໍ້ມູນເງິນເດືອນເປັນເລື່ອງທີ່ບໍ່ມີການແບ່ງປັນກັນ
ບໍ່ຄວນສະແດງອາລົມເມື່ອມີການໂອລົມກັບຫົວໜ້າ
ຄວນເປັນໂອລົມດ້ວຍເຫດ ແລະ ຜົນ ເຄີຍປະສົບເຫດການທີ່ພະນັກງານເວົ້າໄປຮ້ອງໄຫ້ໄປ
ອ້າງວ່າເງິນເດືອນບໍ່ພໍໃຊ້ ພໍ່ແມ່ປ່ວຍ ລູກຕ້ອງເຂົ້າໄປຮຽນ ເລື່ອງເຫຼົ່ານັ້ນເປັນເລື່ອງທີ່ຫົວໜ້າຍ່ອມໃຫ້ຄວາມເຫັນໃຈ
ແຕ່ບໍ່ແມ່ນປັດໄຈທີ່ຫົວໜ້າຈະນຳມາພິຈາລະນາເພີ່ມເງິນເດືອນໃຫ້ເປັນພິເສດຢ່າງແນ່ນອນ
ກຽມຮັບກັບສະຖານະການທີ່ຫົວໜ້າຂໍເວລາໃນການທົບທວນ
ຫຼື ຫົວໜ້າປະຕິເສດ ເຄີຍມີເຫດການທີ່ພະນັກງານຂໍເພີ່ມເງິນເດືອນດ້ວຍຄວາມໝັັ້ນໃຈ
ຖ້າໄດ້ຮັບການປະຕິເສດເຊິ່ງເມື່ອບໍ່ໄດ້ຮັບຕາມທີ່ຕ້ອງການພະນັກງານທ່ານດັ່ງກ່າວກໍຮູ້ສຶກເຈັບຫົວຫຼາຍ
ຂົມຂູ່ຈະລາອອກ ແລະ ຮ້າຍໄປກວ່ານັ້ນຄືຈະຊັກຊວນເພື່ອນ ຫຼື ທີມງານອອກໄປພ້ອມ
ຖ້າຈົບການສົນທະນາແບບນີ້ ອາດຈະບໍ່ດີຢ່າງແນ່ນອນ ເພາະນອກຈາກຈະບໍ່ໄດ້ເງິນເດືອນຂຶ້ນແລ້ວ
ຫົວໜ້າຍັງບໍ່ພໍໃຈ ມີການກ້ຽມແຜນຮອງຮັບກໍລະນີພະນັກງານລາອອກ ຫຼື ກ້ຽມແຜນສຶບທອດຕຳແໜ່ງຢ່າງກະທັນຫັນ
ຖ້າທ່ານໃດທີ່ກຳລັງອ່ານບົດຄວາມນີ້
ແລະ ກຳລັງນ້ອຍອົກນ້ອຍໃຈເພາະບັງເອີນໄປຮູ້ມາວ່າ ຄົນທີ່ເຮັດວຽກນ້ອຍກວ່າຕົນເອງ
ຫຼື ມີໜ້າທີ່ຮັບຜິດຊອບນ້ອຍກວ່າ ແຕ່ເຂົາກັບໄດ້ເງິນເດືອນຫຼາຍກວ່າກໍຫວັງວ່າ
ທ່ານຈະໄດ້ນຳຂໍ້ແນະນຳຈາກບົດຄວາມນີ້ໄປໃຊ້ໃນການເຈລະຈາຈົນປະສົບຄວາມສຳເລັດ
ແຕ່ຖ້າວ່າໄດ້ຮັບການປະຕິເສດກໍແນະນຳວ່າຢ່າທໍ້ ເພາະເມື່ອເວລາອັນຄວນ
ແລະ ຂໍ້ມູນສະໜັບສະໜູນເໝາະສົມ ຂໍ້ຮຽກຮອງຂອງທ່ານຈະຕ້ອງໄດ້ຮັບການພິຈາລະນາຢ່າງແນ່ນອນ
ຢ່າລື່ມວ່າ “ຄ່າຂອງຄົນ ບໍ່ແມ່ນຢູ່ທີ່ວ່າເປັນຄົນຂອງໃຜ ຫຼື ເງິນເທົ່າໃດທີ່ໄດ້ຮັບ
ແຕ່ຢູ່ທີ່ຜົນຂອງງານທີ່ເຮົາສ້າງໄວ້” ຫຼາຍກວ່າ
ອ້າງອີງ: ຄໍລຳແມ່ຂອງ,ໜັງສືພິມ ເສດຖະກິດ-ການຄ້າ ສະບັບທີ 60 ອອກວັນທີ 08 ເມສາ 2013.
ອ້າງອີງ: ຄໍລຳແມ່ຂອງ,ໜັງສືພິມ ເສດຖະກິດ-ການຄ້າ ສະບັບທີ 60 ອອກວັນທີ 08 ເມສາ 2013.
ไม่มีความคิดเห็น:
แสดงความคิดเห็น