ຄົນຊື່ສັດ - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 23 เมษายน พ.ศ. 2556

ຄົນຊື່ສັດ


ຕອນບ່າຍມື້ໜຶ່ງ ຂະນະທີ່ຊ່າງຕັດໄມ້ຢູ່ແຄມຫ້ວຍນ້ຳນັ້ນ ຂວານກໍ່ໄດ້ຫຼຸດມືຈົມນ້ຳໄປຊ່າງຕັດ ໄມ້ບໍ່ຮູ້ຊິເຮັດແນວໃດ ມີແຕ້ນັ່ງຮ້ອງໄຫ້ທັນໃດນັ້ນເທວະດາໄດ້ລອຍຂຶ້ນມາໜ້ານ້ຳ ແລະ ຖາມຊ່າງຕັດໄມ້ວ່າ
ເທວາດາ: ເຈົ້າມີບັນຫາຫຍັງບໍ່?
ຊ່າງຕັດໄມ້: ຂວານຂອງຂ້ອຍຕົກລົງໃນນ້ຳ ແລະ ນ້ຳກໍ່ເລິກ ຕໍ່ໄປຂ້ອຍຊິເອົາຫຍັງມາຕັດໄມ້ຫາລ້ຽງລູກລ້ຽງເມຍ?ເທວະດາໄດ້ຍິນດັ່ງນັ້ນຈຶ່ງມຸດລົງນ້ຳໄລຍະໜຶ່ງຈຶ່ງຈັບເອົາຂວານຄຳຂຶ້ນມາແລ້ວຖາມຊ່າງຕັດໄມ້ວ່າ
ເທວະດາ: ນີ້ແມ່ນຂວານຂອງເຈົ້າບໍ່?
ຊ່າງຕັດໄມ້: ບໍ່ແມ່ນ ແລ້ວເທວະດາຈຶ່ງມຸດລົງໄປໃນນ້ຳອີກ,ຄັ້ງນີ້ເທວະດາຈັບເອົາຂວານເງິນຂຶ້ນມາ ແຕ່ຊ່າງຕັດໄມ້ກໍ່ບອກວ່າບໍ່ແມ່ນເພາະຂວານຂອງຕົນເຮັດດ້ວຍເຫຼັກ ແລະ ດ້າມໄມ້ ແລະ ເທວະດາຈຶ່ງມຸດນ້ຳ ເປັນຄັ້ງທີ່ສາມຄັ້ງນີ້ເທວະດາໄດ້ເອົາຂວານເຫຼັກຂອງຊ່າງຕັດໄມ້ຂຶ້ນມາພ້ອມເວົ້າກັບຊ່າງຕັດໄມ້ວ່າ
ເທວະດາ: ເອົາຂວານຂອງເຈົ້າ,ແຕ່ຂ້າພະເຈົ້າເກັນວ່າເຈົ້າເປັນຄົນຊື່ສັດຂ້າພະເຈົ້າຈະໃຫ້ຂວານເງິນ ແລະ ຂວານຄຳໃຫ້ແກ່ເຈົ້າເພື່ອຕອບແທນ ເຈົ້າເປັນຄົນດີ.
ຊ່າງຕັດໄມ້ຈຶ່ງຮັບເອົາຂວານເງິນ ແລະ ຂວານຄຳດ້ວຍຄວາມດີໃຈ ແລະ ຄອບຄົວຂອງຊ່າງຕັດໄມ້ຈຶ່ງກາຍເປັນຄົນຮັ່ງມີ. ແຕ່ພໍໄດ້ເດືອນໜຶ່ງຕໍ່ມາລະຫວ່າງ ທີ່ຊ່າງຕັດໄມ້ ແລະ ເມຍໄດ້ຢ່າງຫຼີ້ນຢູ່ຂ້າງໜອງນ້ຳນັ້ນເມຍພັດຕົກລົງໄປໃນນ້ຳຊ່າງຕັດໄມ້ເຮັດຫຍັງບໍໄດ້ມີ ແຕ່ນັ່ງຮ້ອງໃຫ້ໃນຂະນະນັ້ນເທວະດາອົງເກົ່າກໍ່ມາປະກົດ ແລະ ກໍ່ມຸດລົງນ້ຳພໍໂພ່ຂຶ້ນມາພ້ອມຍິງສາວທີ່ສວຍ ງາມແຕ່ບໍ່ແມ່ນເມຍຂອງຊ່າງຕັດໄມ້ແລ້ວເທວະດາຈຶ່ງຖາມຊ່າງຕັດໄມ້ວ່າ:
ເທວະດາ: ນີ້ແມ່ນເມຍເຈົ້າບໍ່
ຊ່າງຕັດໄມ່ຮີບຕອບທັງທີ: ແມ່ນແລ້ວ
ເທວະດາ: ເຈົ້າຕົວະບໍ່ຊື່ສັດຄືແຕ່ກ່ອນ
ຊ່າງຕັດໄມ້: ຟັງຂ້ອຍອະທິບາຍກ່ອນຖ້າວ່າຂ້ອຍບອກວ່າບໍ່ແມ່ນເທວະດາກໍ່ຄົງຈະມຸດໄປເອົາຍິງ ສາວທີ່ສວຍງາມກວ່ານີ້ ແລະ ສຸດທາຍກໍ່ມຸດໄປເອົາເມຍຂອງຂ້ອຍຂື້ນມາ ແລະ ມອບໃຫ້ຂ້ອຍທັງສາມຄົນ, ຂ້ອຍເປັນຊ່າງຕັດໄມ້ບໍ່ມີປັນຍາລ້ຽງດອກຜູ້ດຽວກໍລຳບາກແລ້ວ.

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here