ບໍ່ຮູ້ຈັກຄຳວ່າ“ເຄນ” - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 23 เมษายน พ.ศ. 2556

ບໍ່ຮູ້ຈັກຄຳວ່າ“ເຄນ”


ທ້າວຈ່ອຍເປັນສັງກະລີວັດ ຫຼື ເດັກວັດໃໝ່ໆຫາກໍ່ໄດ້4-5 ມື້ຍັງບໍ່ທັງເຂົ້າໃຈກິດຈະວັດ ຫຼື ການເວົ້າຈາຂອງພຣະສົງສາມະເນນ. ມີມື້ໜຶ່ງ ມີຍິງໄວກາງຄົນໄດ້ເອົາໝາກໂມມາເຄນ ໃຫ້ອາຈານໃນເມື່ອແມ່ອອກກັບອອກຈາກວັດອາຈານຈຶ່ງບອກໃຫ້ທ້າວຈ່ອຍເອົາໝາກໂມມາເຄນໃຫ້ອາຈານ:
ອາຈານ: ຈ່ອຍໆເອົາໝາກໂມມາເຄນ ອາຈານດູຮ້ອນຫຼາຍ,ຢາກກິນພໍດີ
ທ້າວຈ່ອຍ: ເຄນເຮັດຈັງໃດລະ ອາຈານ?
ອາຈານໃຈຮ້າຍບວກກັບອາກາດຮ້ອນຫງຸດຫງິດຈຶ່ງຈັບໝາກແຕງໂມແລ້ວບອກທ້າວຈ່ອຍວ່າ: ຈ່ອຍມານີ້ຊິສອນວິທີເຄນ ໃຫ້ເບິ່ງວ່າເຮັດຈັງໃດເມື່ອທ້າວຈ່ອຍຄານເຂົ້າມາຫາອາຈານຈຶ່ງເອົາໝາກໂມໂຍນໃສ່ຫົວທ້າວຈ່ອຍພ້ອມເວົ້າວ່າ: ເຮັດຈັງຊີ້ເຄນ ນ໋າ! ມາຢູ່ວັດໄດ້ 4-5ມື້ຍັງບໍ່ຮູ້ຫວ໋າ? ທ້າວຈ່ອຍເອົາມືຈັບຫົວທີ່ຖືກໝາກໂມ ແລະ ກົ້ມໜ້າໜີ ແລະ ນຶກໃນໃຈວ່າ: ໂອ້ເຄນແມ່ນເຮັດຈັ່ງຊັ້ນເນາະ.
ມື້ຕໍ່ມາໄດ້ມີແມ່ອອກເຖົ້າຄົນໜຶ່ງເອົາໝາກຖົ່ວລຽນມາເຄນ ອາຈານ, ອາຈານຈຶ່ງບອກໃຫ້ທ້າວຈ່ອຍເອົາມາ ເຄນ
ອາຈານ: ຈ່ອຍເອົາຖຸລຽນມາເຄນ ອາຈານດູ! ຮູ້ເຄນ ລະເບາະບາດນີ້ນາ
ທ້າວຈ່ອຍຈັບໝາກຖົ່ວລຽນຂຶ້ນແລ້ວໂຍນໃສ່ຫົວອາຈານແລ້ວເວົ້າຂຶ້ນວ່າ: ຮູ້ແລ້ວ,ຊິໄປຍາກຫຍັງສ່ຳເຄນຊື່ໆ.

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here