ໃນເວລານີ້ຖ້າເວົ້າເຖິງເລື່ອງພາສຕິກກໍ່ຕ້ອງບອກວ່າເປັນເຄື່ອງໝາຍການຄ້າຂອງ Samsung ໄປແລ້ວເພາະທຸກຮຸ່ນໃນປັດຈຸບັນສ່ວນໃຫຍ່ໃຊ້ເປັນວັດສະດຸພາສຕິກທັງໝົດ ແຕ່ກ່ອນໜ້ານີ້ກໍ່ມີຂ່າວເໝືອນກັນວ່າ Samsung ກຽມປ່ຽນແນວການອອກແບບໃໝ່ໃຫ້ກັບ Galaxy Note 3 ເຊິ່ງຈະເປັນຮຸ່ນທຳອິດຂອງການປ່ຽນແປງຄັ້ງສຳຄັນ ແລະ ອາດມີການໃຊ້ວັດສະດຸອາລູມິນຽມເຂົ້າມາກ່ຽວຂ້ອງ ແຕ່ລ່າສຸດມີຂ່າວເລື່ອງໜ້າຈໍອອກມາແລ້ວ ໂດຍມີການບອກວ່າໜ້າຈໍກໍ່ຍັງຈະເປັນພາສຕິກ!
ທາງ SamMobile ໄດ້ອອກມາຢືນຍັນຈາກການຖະແຫຼ່ງຂ່າວວ່າ Samsung ຕ້ອງການທີ່ຈະເປີດຕົວໜ້າຈໍ OLED ແບບພາສຕິກໃນ Galaxy Note 3 ໂດຍຈຸດຂາຍຂອງໜ້າຈໍຕົວນີ້ກໍ່ຄືເລື່ອງການສະທ້ອນແສງທີ່ຫຼຸດລົງແບບສຳຄັນ ແລະ ແນ່ນອນໜ້າຈໍມັນແຕກຍາກກວ່າແກ້ວ ເຊິ່ງຖ້າຂ່າວເປັນຄວາມຈິງກໍ່ຕ້ອງບອກວ່າ Galaxy Note 3 ເປັນຮຸ່ນທີ່ມີໜ້າຈໍທີ່ໜ້າສົນໃຈຫຼາຍ
ຕົວໜ່ວຍ Galaxy Note 3 ໜ້າຈະມີການເປີດຕົວໃນງານ IFA ,2013 ທີ່ຈັດຂຶ້ນໃນທ້າຍໆເດືອນກັນຍາ ເປັນແນວໃດກໍ່ຕ້ອງໄດ້ຕິດຕາມຂ່າວຕໍ່ໄປ
ไม่มีความคิดเห็น:
แสดงความคิดเห็น