ໃນປັດຈຸບັນ
ວິທີການດຳລົງຊີວິດຂອງຄົນເຮົາກຳລັງປ່ຽນແປງໄປ, ຕ້ອງຟ້າວຝັ່ງ ແລະ ພົບກັບການແຂ່ງຂັນຢູ່ໃນຊີວິດ
ແລະ ວຽກງານ, ຕ້ອງດີ້ຣົນຫາລ້ຽງຊີບ ເພື່ອຄວາມຢູ່ຫຼອດ ແລະ ເພື່ອກຽດສັກສີຢູ່ໃນສັງຄົມເຊັ່ນ:
ການນັດພົບກັບບຸກຄົນ, ຕ້ອງເຈລະຈາຕໍ່ລອງ ແລະ ຕິດຕໍ່ສື່ສານກັບຄົນໃນຫຼາກຫຼາຍອາຊີບ,ມີທັງຄົນທີ່ຖືກໃຈ
ແລະ ຄົນທີ່ຜິດໃຈຢູ່ໃນແຕ່ລະມື້ເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຄົນເຮົາມີຄວາມທຸກໃຈ,
ລຳຄານໃຈ ແລະ ແຄນໃຈ, ແຕ່ຖ້າປະປ່ອຍໃຫ້ອາລົມເຫຼົ່ານີ້ຄ້າງຄ່າຢູ່ໃນຈິດໃຈເປັນເວລາດົນນານແລ້ວ
ມັນຄືການທຳລາຍຕົນເອງ, ສະນັ້ນ ທ່ານຕ້ອງຮູ້ຈັກທີ່ຈະຮັກຕົນເອງ ໂດຍເລີ່ມຈາກ
“ການໃຫ້ອະໄພ”
ການໃຫ້ອະໄພຄືການຝຶກຈິດ, ອົບຮົມຈິດ
ແລະ ປົດປ່ອດໃຈ, ເພື່ອຢຸດບັນຫາຕ່າງໆ ພ້ອມທັງເປັນໃຫ້ກຳລັງໃຈທີ່ຍິ່ງໃຫຍ່ຂອງມະນຸດເຮົາ.
ການໃຫ້ອະໄພມັນບໍ່ແມ່ນການເສຍໜ້າ ຫຼື ການໄດ້ປຽບ ແລະ ເສຍປຽບແຕ່ຢ່າງໃດເລີຍ,
ມັນຄືການຊັກລ້າງສິ່ງທີ່ບໍ່ດີ ໃຫ້ອອກໄປຈາກຈິດໃຈຂອງຄົນເຮັາເຊິ່ງຄືກັນກັບການກຳຈັດສິ່ງເປື້ອນເປິອອກຈາກເສື້ອຜ້າ.
ການໃຫ້ອະໄພອາດເວົ້າໄດ້ງ່າຍ ແຕ່ເຮັດຍາກ, ແຕ່ກໍສາມາດເຮັດໄດ້ ຂໍພຽງແຕ່ທ່ານຕ້ອງຝຶກຈິດໃຈໃຫ້ມີຄວາມເມັດຕາ
ແລະ ຍິ່ງໄປກວ່ານັ້ນ ການໃຫ້ອະໄພ ມັນໄດ້ສ້າງຜົນປະໂຫຍດໃຫ້ແກ່ຄົນເຮົາໂດຍກົງ,
ເພາະວ່າມັນຄືຄວາມສະຫງົບທີ່ຮົ່ມເຢັນຂອງທ່ານເອງ ເຊິ່ງບໍ່ແມ່ນຂອງຄົນອື່ນ,
ສະນັ້ນ ຖ້າບຸກຄົນໃດຮູ້ຈັກການໃຫ້ອະໄພ ມັນກໍ່ຈະກ່າຍເປັນໄຊຊະນະຂອງບຸກຄົນນັ້ນ
ເໝືອນດັ່ງຄົນຜູ້ທີ່ມີ “ປັ່ນຍາ”
ດັ່ງນັ້ນ ຖ້າຫາກວ່າທ່ານມີຄວາມຕ້ອງການທີ່ຈະປະສົບຄວາມສຳເລັດທ່ານຕ້ອງຮູ້ປ່ຽນແປງວິທີຄິດຂອງຕົນເອງຢ່າງແທ້ຈິງ
ຫຼື Change your think change your life ໂດຍມີຄົນຢູ່ສີ່ກຸ່ມທີ່ທ່ານຄວນຈະຕ້ອງໃຫ້ອະໄພແກ່ພວກເຂົາຄືດັ່ງຕໍ່ໄປນີ້:
1.
ພໍ່ແມ່ຂອງທ່ານ
ກຸ່ມທີ່ໜຶ່ງຄືພໍ່ແມ່ຂອງທ່ານ
ເຖິງວ່າພໍ່ແມ່ຂອງທ່ານຈຍັງມີຊີວິດຢູ່ ຫຼື ບໍ່ຢູ່ກໍຕາມ ທ່ານຕ້ອງໃຫ້ອະໄພພວກເພິ່ນຢ່າງຈິງໃຈຕໍ່ຄວາມຜິດພາດໃນອາດີດຂອງພວກເພິ່ນໃນການລ້ຽງດູທ່ານ.
ຢ່າງໜ້ອຍທີ່ສຸດທ່ານຕ້ອງຂອບໃຈພວກເພິ່ນໃນການທີ່ໄດ້ໃຫ້ກຳເນີດທ່ານອອກມາເບິ່ງໂລກໜ່ວຍນີ້
ແລະ ເຮັດໃຫ້ທ່ານມີມື້ນີ້ໄດ້. ຖ້າທ່ານຍັງຢາກມີຄວາມສຸກທີ່ມຈະມີຊີວິດຢູ່ຕໍ່ໄປ
ທ່ານກໍ່ຄວນໃຫ້ແພພວກເພິ່ນໃນທຸກເລື່ອງ ແລະ ຈົ່ງຍ່າຕ່ຳນິພວກເພິ່ນອີກຕໍ່ໄປຄືດັ່ງຄຳສຸພາສິດທີ່ວ່າ:
“ບຸນຄຸນພໍ່ ສູງເທົ່າພູເຂົາກ້າ
ບຸນຄຸນແມ່ ສູງເທົ່າຟ້າກັບແຜ່ນດິນ”.
ແຕ່ຖ້າເມື່ອໃດທີ່ທ່ານຍັງບໍ່ໃຫ້ອະໄພພໍ່ແມ່ຂອງຕົນເອງແລ້ວ
ກໍໝາຍຄວາມວ່າ ທ່ານຍັງເປັນເດັກນ້ອຍຢູ່ຕະຫຼອດໄປ ພ້ອມທັງປິດໂອກາດທີ່ຈະເຕີບໂຕເປັນຜູ້ໃຫຍ່ທີ່ສົມບູນ.
ຈົ່ງຢ່າຄິດວ່າທ່ານເປັນເຫຍື່ອຜູ້ເຄາະຮ້າຍທີ່ມີປົມດອຍ ຫຼື ຄວາມແຄ້ນຢູ່ໃນໃຈຈາກການລ້ຽງດູຂອງພໍ່ແມ່ທ່ານ.
ຍິ່ງໄປກວ່ານັນ ຖ້າພໍ່ແມ່ຂອງທ່ານໄດ້ເສຍຊີວິດໄປ ໂດຍທີ່ທ່ານຍັງບໍ່ໄດ້ໃຫ້ອະໄພພວກເພິ່ນແລ້ວ
ສິ່ງຕ່າງໆທີ່ເກີດຂຶ້ນໃນອາດີດ ມັນຈະຍັງມາລົບກວນທ່ານຕະຫຼອດໄປ.
2.
ຄົນທີ່ໃກ້ຂ“ຊິດທ່ານ
ກຸ່ມທີ່ສອງຄືຄົນທີ່ໃກ້ຊິດທ່ານີ່ໄດ້ສິ້ນສຸດສາຍສຳພັນກັບທ່ານໄປແລ້ວເຊັ່ນ:
ຜົວ, ເມຍ ຫຼື ຄູ່ຮັກ ທີ່ມີສາຍສຳພັນສ່ວນຕົນນຳກັນແບບເລິກເຊິ່ງ, ມັນເປັນຄວາມຮູ້ສຶກທີ່ຮ້າຍແຮງ
ຈົນອາດຈະທຳລາຍຄວາມເຄົາລົບຕົນເອງ ຍ້ອນຄວາມແຄ້ນທີ່ຝັ່ງໃຈທີ່ບໍ່ສາມາດໃຫ້ອະໄພແກ່ບຸກຄົນດັ່ງກ່າວໄດ້ເປັນເວລາຫຼາຍປີກໍຕາມ,
ທ່ານຕ້ອງໃຫ້ອະໄພ ແລະ ປ່ອຍພວກເຂົາໄປ, ຈົ່ງເວົ້າວ່າ “ຂ້ອຍຜິດເອງ ຂ້ອຍໃຫ້ອະໄພແກ່ພວກເຂົາສຳລັບທຸກສິ່ງທຸກຢ່າງ
ແລະ ຂໍໃຫ້ພວກເຂົາຕຈົ່ງໂຊກດີ”. ເມື່ອໃດກໍ່ຕາມທີ່ທ່ານເວົ້າແບບນີ້ ຄວາມຮູ້ສຶກດ້ານລົບທີ່ຝັ່ງຢູ່ກັບຄວາມຊົງຈຳເກົ່າໆ
ມັນກໍ່ຈະຫາຍໄປ ແລະ ໃນອີກບໍ່ດົນ ມັນກໍຈະໝົດໄປຢ່າງຖາວອນ.
“ການຂຽນຈົດໝາຍ”
ກໍເປັນອີກວິທີ່ໜຶ່ງທີ່ສາມາກຳຈັດຄວາມຮູ້ສຶກທີ່ບໍ່ດີໃຫ້ໝົດໄປ ແລະ ເປັນເຕັກນິກຢ່າງໜຶ່ງທີ່ສາມາປົດປ່ອດທ່ານອອກຈາກຄວາມແຄ້ນໄດ້
ເຊິ່ງທ່ານສາມາດນັ່ງລົງຂຽນຈົດໝາຍໃຫ້ອະໄພຄົນອື່ນ ໂດຍຈົດໝາຍດັ່ງກ່າວ ຄວນຈະປະກອບມີສາມພາກສ່ວນດັ່ງຕໍ່ໄປນີ້:
§ ພາກສ່ວນທີ່ໜຶ່ງ: ໃຫ້ຂຽນວ່າ
“ຂ້ອຍຍົກໂທດໃຫ້ເຈົ້າໃນສິ່ງທີ່ເຈົ້າເຮັດໃຫ້ຂ້ອຍເຈັບປວດ”.
§ ພາກສ່ວນທີ່ສອງ: ໃຫ້ພັນລະນາເຖິງສິ່ງຕ່າງໆທີ່ຍັງເຮັດໃຫ້ທ່ານຍັງແຄ້ນໃຈຢູ່
ເຊິ່ງບາງຄົນໄດ້ຂຽນໃນສ່ວນນີ້ຍາວຫຼາຍໜ້າກໍມີ.
§ ພາກສ່ວນທີ່ສາມ ຫຼື ພາກສ່ວນສຸດທ້າຍ:
ໃຫ້ທ່ານຂຽນຄຳລົງທ້າຍຈົດໝາຍວ່າ “ຂໍໃຫ້ເຈົ້າຈົ່ງໂຊກດີ” ຫຼື “Good Luck”.
ຫຼັງຈາກນັ້ນໃຫ້ເອົາຈົດໝາຍດັ່ງກ່າວໄປປ່ອນລົງຕູ້ໄປສະນີແລ້ວ
ທ່ານຈະຮູ້ສຶກເຖິງການໄດ້ປົດປ່ອຍສິ່ງທີ່ໜັກໜ່ວງອອກຈາກຄວາມເຈັບປວດ ແລະ ສຸດທ້າຍທ່ານກໍຈະໄດ້ເປັນອິກສະຫຼະ.
ສ່ວນຄົນອ່ານຈະມີປະຕິກິລິຍາແນວໃດນັ້ນທ່ານບໍ່ຕ້ອງໄປສົນໃຈ ເພາະວ່າເປົ້າໝາຍຂອງທ່ານຄືການໄດ້ປົດປ່ອຍຕົນເອງເພື່ອຈະໄດ້ມີຈິດໃຈທີ່ສະຫງັບສຸກ
ແລະ ມີຊີວິດທີ່ດີຕໍ່ໄປໃນອານາຄົດ.
3.
ຄົນທີ່ເຮັດໃຫ້ທ່ານເຈັບປວດ
ກຸ່ມທີ່ສາມຄືຜູ້ທີ່ເຮັດໃຫ້ທ່ານເຈັບປວດເຊັ່ນ:
ເຈົ້ານາຍ, ຫຸ້ນສ່ວນທາງທຸລະກິດ, ເພື່ອນ ແລະ ຄົນທີ່ຫຼອກທີ່ລວງ ຫຼື ຄົນຜູ້ທີ່ຫັກຫຼັງທ່ານ
ລວມທັງຄົນຜູ້ທີ່ນຳເອົາຄວາມທຸກມາໃຫ້ທ່ານ, ຈົ່ງຊັກເຄື່ອງທີ່ເປື້ອນສີຂອງທ່ານໃຫ້ຂາວ,
ຈົ່ງປ່ອດພວກເຂົາໄປ ໂດຍເວົ້າວ່າ “ຂ້ອຍໃຫ້ອະໄພທຸກສິ່ງທຸກຢ່າງ ແລະ ຂໍໃຫ້ເຈົ້າຈົ່ງໂຊກດີ”,
ໃຫ້ເວົ້າປະໂຍຫກນີ້ຊ້ຳແລ້ວຊ້ຳອີກໃນທຸກໆເທື່ອທີ່ທ່ານເຖິງພວກເຂົາ ຈົນວ່າຄວາມຮູ້ສຶກດ້ານລົບນັນຈາງຫາຍໄປ
ຫຼື ທ່ານຈະໃຊ້ວິທີຕາມແບບຟອມແລ້ວອ່ານອອກສຽງໃຫ້ດັງໆຄືດັ່ງຕໍ່ໄປນີ້ກໍໄດ້:
(ຂໍ້ຄວາມນີ້ສຳລັບໃຫ້ທ່ານອ່ານອອກສຽງ
ເພື່ອໃຫ່ອະໄພຄົນອື່ນ)
ຂ້າພະເຈົ້າໃຫ້ອະໄພແກ່
………………………… (ໃຫ້ຕື່ມຊື່ບຸກຄົນທີ່ທ່ານຢາກໃຫ້ອະໄພ) ສຳລັບທຸກສິ່ງທຸກຢ່າງທີ່ທ່ານໄດ້ກະທຳຕໍ່ຂ້າພະເຈົ້າໃນອະດີດ,
ທຸກສິ່ງທຸກຢ່າງທີ່ທ່ານອາດຈະກະທຳຕໍ່ຂ້າພະເຈົ້າຢູ່ໃນປັດຈຸບັນ ສິ່ງໃດກໍຕາມທີ່ທ່ານຈະກະທຳຕໍ່ຂ້າພະເຈົ້າໃນອານາຄົດ
ຂ້າພະເຈົ້າໃຫ້ອະໄພທ່ານທັງໝົດນັບຕັ້ງແຕຄ່ມືນີ້ເປັນຕົ້ນໄປ.
4.
ຕົວທ່ານເອງ
ກຸ່ທີ່ສີ່ເປັນກຸ່ມສຸດທ້າຍກໍຄືທ່ານເອງ,
ທ່ານຕ້ອງໃຫ້ອະໄພຕົນເອງຢ່າງໝົດໃຈສຳລັບການກະທຳ ຫຼື ຄຳເວົ້າທີ່ບໍ່ຮູ້ຈັກຄິດ,
ບໍ່ມີເຫດຜົນ ແລະ ແຂງກະດ້າງ, ທ່ານຕ້ອງຢຸດຄວາມຜິດຜາດເຫຼົ່ານີ້ໄວ້ກັບທ່ານ,
ຈົ່ງຈື່ໄວ້ວ່າ ສິ່ງທີ່ຜິດຜາດເຫຼົ່ານັ້ນ ມັນກ່າຍເປັນອາດີດໄປແລ້ວ ແຕ່ຕອນນີ້ທ່ານກຳລັງຢູ່ກັບປັດຈຸບັນ.
ຖ້າຫາກທ່ານຄິດເຫັນແຕ່ອາດີດທີ່ຮູ້ສຶກບໍ່ດີກັບມັນ
ທ່ານກໍຈະບໍ່ໄດ້ຢູ່ປັດຈຸບັນ, ຈົ່ງຢຸດການທຳລາຍຕົນເອງ ໂດຍສິ່ງທີ່ຜ່ານໄປ
ແລະ ທ່ານກໍບໍ່ສາມາດຫວນຄືນກັບໄປແກ້ໄຂມັນໄດ້ແລ້ວ ເປັນຫຍັງທ່ານຕ້ອງມານັ່ງໂສກເສົ້າເສຍໃຈກັບມັນອີກ,
ສິ່ງທີ່ມັນໄດເກີດຂຶ້ນແລ້ວ ກໍໃຫ້ມັນແລ້ວໄປ ແລະ ຢ່າເຮັດຕົນເອງຕ້ອງເສຍເວລາໄປກັບມັນລ້າໆ.
ເມື່ອທ່ານຮູ້ສຶກວ່າຕ້ອວແບກຫາບຄວາມຮູ້ສຶກທີ່ຜິດ
ທີ່ເປັນຜົນມາຈາກບາດແຜ່ໃນອາດີດ, ຄວາມຮູ້ສຶກນີຈະລະບາຍອອກໄປທັນທີທີ່ຢ້ຳເຕືອນຕົນເອງວ່າ
“ມັນບໍ່ແມ່ນຄວາມຜິດຂອງຂ້ອຍ” ເພາະວ່າທ່ານໄດ້ກະທຳມັນລົງໄປໃນສະໄໝທີ່ທ່ານຍັງເປັນເດັກນ້ອຍ
ແລະ ອ່ອນນ້ອບປະສົບການເກີນກວ່າທີ່ຈະແກ້ໄຂ ຫຼື ປ່ຽນແປງສະຖານະການໃນເວລານັນໄດ້,
ມັນບໍ່ແມ່ນຄວາມຜິດຂອງທ່ານ ແລະ ໃນເວລານັ້ນ ທ່ານກໍໄດ້ເຮັດດີທີ່ສຸດແລ້ວ,
ຈົ່ງໃຫ້ອະໄພຕົນເອງ ແລະ ປ່ອຍໃຫ້ຕົນເອງຫຼຸດພົ້ນອອກຈາກວົງວຽນແຫ່ງຄວາມເຈັບປວດນີ້ໄປສາ.
ຂໍພຽງແຕ່ທ່ານເວົ້າວ່າ “ຂ້ອຍໄດ້ໃຫ້ອະໄພຕົນເອງໃນຄວາມຜິດທີ່ຂ້ອຍໄດ້ເຮັດລົງໄປ,
ຂ້ອຍເປັນຄົນດີຢ່າງແທ້ຈິງ ແລະ ຂ້ອຍກຳລັງຈະມີອານາຄົດທີ່ສົດໄສ”. ເມື່ອໃດທີ່ທ່ານຄິດເຖິງເຫດການໃນອາດີດອີກ
ຈົ່ງເວົ້າວ່າ “ຂ້ອຍໄດ້ຍົກໂທດໃຫ້ຕົນເອງຢ່າງໝົດໃຈແລ້ວ”, ຫຼັງຈາກນັ້ນທ່ານກໍຈະມີຊີວິດໃໝ່ຕໍ່ໄປ,
ຈົ່ງກ້າວໄປຂ້າງໜ້າສູ່ອານາຄົດທີ່ດີ ແລະ ດີກວ່າທີ່ກັບໄປຫາອາດີດອີກ,
ໃຫ້ຄິດເຖິງບ່ອນທີ່ທ່ານຈະໄປ ແລະ ບໍ່ຕ້ອງສົນໃຈບ່ອນທີ່ທ່ານໄດ້ຜ່ານມັນມາແລ້ວ.
ສຸດທ້າຍຖ້າທ່ານເຄີຍເຮັດໃຫ້ຄົນອື່ນເຈັບປວດ
ແລະ ຍັງຮູ້ສຶກບໍ່ດີກັບມັນຢູ່ ທ່ານກໍອາດໄປພົບກັບພວກເຂົາ ຫຼື ອາດຂຽນຈົດໝາຍເຖິງພວກເຂົາເພື່ອຂໍໂທດ,
ບອກພວກເຂົາວ່າ ທ່ານເສຍໃຈໃນສິ່ງທີ່ໄດ້ກະທຳລົງໄປໃນອາດີດ ແລະ ບໍ່ຕ້ອງໄປສົນໃຈວ່າພວກເຂົາຈະມີປະຕິກິລິຍາແນວໃດຕອບກັບມາ,
ຈະດີ ຫຼື ບໍ່ດີ ມັນກໍບໍ່ເປັນເລື່ອງທີ່ສຳຄັນ, ເພາະວ່າທ່ານໄດ້ສະແດງຄວາມເສຍໃຈໃນສິ່ງທີ່ໄດ້ກະທຳລົງໄປແລ້ວ
ແລະ ການສະແດງຄວາມເສຍໃຈນີ້ ມັນຈະຊ່ວຍປົດປ່ອຍໃຫ້ທ່ານເປັນອິດສະຫຼະຈາກຄວາມທຸກ
ເຊິ່ງທ່ານຈະຕື່ມແບບຟອມແລ້ວ ອ່ານອອກສຽງໃຫ້ດັງໆຄືດັ່ງຕໍ່ໄປນີ້:
(ຂໍຄວາມນີ້ສຳລັບໃຫ້ທ່ານອ່ານອອກສຽງ
ເມື່ອທ່ານເຊື່ອວ່າ ທ່ານຕ້ອງການໃຫ້ຄົນອື່ນອາໄພໃຫ້ທ່ານ ສຳລັບສິ່ງທີ່ທ່ານໄດ້ກະທຳຕໍ່ພວກເຂົາ)
………………………..
(ໃຫ້ໃສ່ຊື່ບຸກຄົນດັ່ງກ່າວ) ຂໍໃຫ້ທ່ານຈົ່ງໃຫ້ອະໄພສຳລັບທຸກສິ່ງທຸກຢ່າງ
ທີ່ຂ້າພະເຈົ້າໄດ້ກະທຳລົງໄປໃນອາດີດ, ກຳລັງຈະກະທຳໃນປັດຈຸບັນ ຫຼື ຈະກະທຳໃນອານາຄົດຂ້າງໜ້ານີ້
ຈົ່ງໃຫ້ອະໄພແກ່ຂ້າພະເຈົ້ານັບແຕ່ມື້ນີ້ເປັນຕົ້ນໄປ.
ຄວາມຈິງແລ້ວການໃຫ້ອະໄພ ມັນເປັນສິ່ງທີ່ເຮັດໃຫ້ເກີດຜົນປະໂຫຍດ
ເພາະວ່າການໃຫ້ອະໄພ ຄືການປົດປ່ອຍຕົນເອງອອກຈາກອາດີດທີ່ເຈັບປວດ ເພື່ອເລີ່ມຕົ້ນຊີວິດໃໝ່ຄືດັ່ງທ່ານ
ນາງ Corrie ten Boom ຜູ້ທີ່ຊ່ວຍເຫຼືອຊາວຢິວອອກຈາກຄຸກຂອງພວກນາງຊີ ໄດ້ກ່າວວ່າ
“ການໃຫ້ອະໄພຄືການປົດປ່ອຍນັກໂທດ ແລະ ນັກໂທດຜູ້ນັ້ນ ກໍຄືທ່ານເອງ” ແລະ
ຈາກປະສົບການໂດຍກົງຂອງເພິ່ນທີ່ໄດ້ບັນທຶກໄວ້ວາ “ໃນທ່າມກາງເຫຍື່ອທີ່ພວກນາງຊີໄດ້ທໍລະມານນັ້ນ
ຜູ້ທີ່ສາມາດສ້າງຊີວິດໃໝ່ໄດ້ດີ ແລະ ສາມາດດຳລົງຊີວິດຢູ່ຢ່າງມີຄວາມສຸກໄດ້ນັ້ນ
ກໍຄືຜູ້ທີ່ສາມາດໃຫ້ອະໄພຕໍ່ຄວາມໂຫດຮ້າຍດັ່ງກ່າວໄດ້”.
ສະນັ້ນຈົ່ງກຳຈັດ “ເລື່ອງເກົ່າໆ” ອອກໄປ
ໂດຍການໃຫ້ອະໄພ ເພື່ອໃຫ້ມີບ່ອນຫວ່າງພໍສຳເລັດທີ່ຈະຫຼັງໄລ່ເຂົ້າມາຫາທ່ານ,
ທ່ານຕ້ອງໃຫ້ອະໄພຕົນເອງ ແລະ ຄົນອື່ນຢູ່ຕະຫຼອດເວລາ ຄືກັນກັບທ່ານຕ້ອງອາບນ້ຳ
ເພື່ອລ້າງສິ່ງເປື້ອນເປິໃນຮ່າງກ່າຍຂອງຕົນເອງໃນທຸກໆມື້ ຍ້ອນວ່າ “ການເກັບສະສົມຮ່ອງຮອຍ
ແລະ ບາດແຜທີ່ເກົ່າໆ, ການແກ້ແຄ້ນ ແລະ ຢາກເອົາຊະນະນັ້ນ ຈະເຮັດໃຫ້ທ່ານເສຍຫາຍ
ຫຼາຍກວ່າໄດ້”. ດັ່ງນັ້ນທ່ານຈົ່ງຢ່າລັງເລທີ່ຈະໃຫ້ອະໄພແກ່ຄົນອື່ນ ແລະ
ໃຫ້ອະໄພແກ່ຕົວທ່ານເອງ ເພື່ອຄວາມສຸກ ແລະ ຄວາມສຳເລັດຂອງທ່ານໃນອານາຄົດ.
ຈົ່ງຈື່ໄວ້ວ່າ “ຄວາມສຸກ ຫຼື ຄວາມທຸກຢູ່ໃນໃຈຂອງທ່ານນັ້ນ ຄືທ່ານເອງເປັນຜູ້ສ້າງຂຶນ
ບໍ່ແມ່ນຄົນອື່ນ”. ດັ່ງນັ້ນ ຈົ່ງສ້າງຄວາມສຸກໃຫ້ຕົນເອງ ໂດຍເລີ່ມຈາກຄຳວ່າ
“ການໃຫ້ອະໄພ” ນັບແຕ່ມື້ນີ້ເປັນຕົ້ນໄປ.
ไม่มีความคิดเห็น:
แสดงความคิดเห็น