ຕະຫຼາດສົດຜູກພັນກັບການດຳລົງຊີວິດ. - dokhukcolumnist

Post Top Ad

Responsive Ads Here

วันพฤหัสบดีที่ 4 เมษายน พ.ศ. 2556

ຕະຫຼາດສົດຜູກພັນກັບການດຳລົງຊີວິດ.


ສ່ວນຫຼາຍແລ້ວຢູ່ບ້ານເຮົາມີທຸກໆຊັ້ນຄົນບໍ່ວ່າຕ່າງຊາດສາສະນາຕ່າງວັດທະນະທຳ ແລະ ພາສາປາກເວົ້າຖ້າຫາກອາໃສ່ຢູ່ໃນພູມລຳເນົາຂອງ ສປປ ລາວ ແລ້ວແມ່ນແຕ່ຢູ່ຕາມຕົວເມືອງນ້ອຍໃຫຍ່ຕ່າງໆກໍ່ຕາມນິຍົມກັນໄປຊື້ເຄື່ືອງຂອງມາຊົມໃຊ້ ຫຼື ບໍລິໂພກຮັບໃຊ້ຊິວິດປະຈຳວັນນັ້ນຢູ່ຕາມທ້ອງຕະຫຼາດແຫ່ງແຫ່ງຕ່າງໆຂອງຕົວເມືອງນ້ອຍໃຫຍ່ທີ່ຕົນສັງກັດຢູ່ນັ້ນ.
ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນພວກເຮົາແລ້ວຈະມີຕະຫຼາດສົດຢູ່ຫຼາຍແຫ່ງນ້ອຍໃຫຍ່ຖັດມາອີງໃສ່ສະພາບແວດລ້ອມເນື້ອທີ່ດິນ ແລະ ຈຸດຊຸມຊົນນັ້ນໆ.ຕະຫຼາດສົດຈະເກີດຂື້ນໃນເວລາເຊົ້າຕູ່ ຖ້າແມ່ນບ່ອນຊຸມຊົນຫຼາຍໆອາດຈະເປີດແຕ່ເວລາ 4-5 ໂມງເຊົ້າກ່ອນຕາເວັນຈະຂື້ນເພື່ອຈາລະຈອນສິນຄ້າໄປຍັງຕະຫຼາດ ນ້ອຍຕາມເຂດຕ່າງໆຂອງຊານເມືອງ, ຕະຫຼາດສົດໃນຍາມເຊົ້າໆມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນຫຼາຍ ພາຍໃຕ້ການຈັດສັນຂອງອຳນາດການປົກຄອງ, ອາກາດສົດຊື່ນໃນເວລາແສງອາລຸນກຳລັງຈະແຜ່ຂື້ນມາສຽງທັກທ້າຍໃນການຈັບຈາຍຊື້ຫາການຕໍ່ລອງ ແລະ ໂຄສະນາຕ່າງໆຂອງບັນດາກຸ່ມຄົນເຖິງຫາກວ່າຕະຫຼາດສົດໃນຍາມເຊົ້າມືດ ແລະ ການຈັດວາງທີ່ທາງບໍ່ຄ່ອຍຈະເປັນລະບຽບປານໃດນັ້ນແຕ່ວ່າມີສິນຄ້າທຸກຢ່າງນັບແຕ່ອາຫານການກິນເຄື່ອງໃຊ້ຊອຍໃນຊິວິດປະຈຳວັນທຸກຢ່າງ ອາດຈະຂົນສົ່ງມາຈາກທຸກພາກຂອງ ສປປ ລາວ ເວົ້າສະເພາະຫຼາຍກວ່າໝູ່ແມ່ນອາຫານການກິນຂອງແຕ່ລະເຂດແຂວງພາກເໝືອອາດຈະສົ່ງສິ້ນຄ້າແຕ່ລະປະເພດເປັນຕົ້ນແມ່ນຜັກທີ່ຫາໄດ້ຈາກທຳມະຊາດ,ໝາກອື,ໝາກແຕ່ງ,ເຜືອກ,ມັນຕ່າງໆເຫຼົ່ານັ້ນ ເຄື່ອງປ່າຂອງນາເຊິ່ງມີຢູ່ໃນເຂດແຂວງນັ້ນ, ໝາກໄມ້ຕາມສ່ວນປູກ,ໝາກເຜັດ,ໝາກເຂືອ,ໜໍ່ໄມ້,ໄຄຫີນ ຫຼື ໝາກໄມ້ປ່າທີ່ປະຊາຊົນໄປຊອກຫາຢູ່ຕາມທຳມະຊາດມາແລກປ່ຽນກັບເງິນ ແລະ ແລກປ່ຽນເປັນຢ່າງອື່ນຕໍ່ໄປຕາມຄວາມຕ້ອງການຂອງເຂົ້າເຈົ້າ ສ່ວນສິນຄ້າປະເພດອາຫານມາຈາກແຂວງພາກກາງກໍ່ຫາກແມ່ນຜັກ,ໝາກໄມ້,ກ້ວຍ,ອ້ອຍ,ປາແຫ້ງຕ່າງໆ ແລະ ສິນຄ້າປະເພດອາຫານມາແຕ່ພາກໃຕ້ ກໍໄດ້ແກ່ປາສົດ,ຜັກສົດ,ປາແຫ້ງ,ປາສົ້ມ,ປາແດກ ຫຼື ຜັກ,ໝາກໄມ້,ຜັກກະລ່ຳປີ,ໝາກຊູ,ໝາກນາວເຊິ່ງໄດ້ຈາກຜົນຜະລິດກະສິກຳຂອງປະຊາຊົນ.
ຕະຫຼາດສົດຢູ່ໃນນະຄອນຫຼວງວຽງຈັນມີອາຫານ ແລະ ເຄື່ອງໃຊ້ສອຍທີ່ສົ່ງມາຈາກທຸກເຂດແຂວງແຕ່ສະເພາະໃນນະຄອນຫຼວງວຽງຈັນສ່ວນໃຫຍ່ສິນຄ້າປະເພດອາຫານນັ້ນແມ່ນຜັກຫອມ,ຜັກສົດຕ່າງໆທີ່ເປັນຜົນຜະລິດກະສິກຳຈາກທາງຊານເມືອງເຂດເມືອງຫາດຊາຍຟອງ,ໄຊທານີ ຫຼື ນາຊາຍທອງທີ່ສົ່ງເຂົ້າມາປ້ອນຕະຫຼາດສົດນະຄອນຫຼວງວຽງຈັນ; ໃນຍາມເຊົ້າແມ່ນເປີດຂື້ນກ່ອນຈະມີແສງຕາເວັນມີບັນຍາກາດທີ່ດີຫຼາຍ.
ຕະຫຼາດສົດນັ້ນເບິ່ງລວມແລ້ວຄືກັນກັບບ່ອນທ້ອນໂຮມເອົາທຸກກຸ່ມຄົນ,ຊົນຊາດ,ສາສະນາ ຂອງປະຊາຊົນບັນດາເຜົ່າທີ່ອາໃສ່ຢູ່ໃນດິນແດນຂອງ ສປປ ລາວ ເບິ່ງແລ້ວມັນແມ່ນບ່ອນລວມສູນຂອງທຸກຊັ້ນຄົນແທ້ໆມັນມີຫຼາຍແງ່ມູມຂອງຕະຫຼາດສົດທີ່ຕ້ອງພົວພັນກັບຊິວິດການເປັນຢູ່ຂອງພວກເຮົາມີທັງການຊື້,ການຂາຍ,ການໂຄສະນາຊວນເຊື່ອມີທັງຄວາມງາມ ແລະ ຄວາມບໍ່ສອດຄ່ອງ,ມີທັງຄວາມສວຍງາມເປັນລະບຽບຂອງຮ້ານຄ້າ ແລະ ມີທັງຄວາມແປກຕາ,ແປກໃຈ,ແອອັດໄວຂື້ນຢ່າງບໍ່ອາດຈະພັນລະນານັບໃຫ້ລະອຽດໄດ້.
ຕະຫຼາດສົດໃນຍາມເຊົ້າຖ້າຈະປຽບວາດໝື່ງກໍ່ຄືກັບການຊ່ວງເສັງການແຂງຂັນກັນສ້າງຜົນງານຂອງປະຊາຊົນບັນດາເຜົ່າທີ່ປະກອບສ່ວນເຂົ້າໃນພາລະກີດສ້າງສາພັດທະນາປະເທດຊາດຍາດແຍງທຶນຮອນສ້າງຕົນໃຫ້ເຂັ້ມແຂງໃຫ້ຕົນເອງເພິ່ງຕົນເອງກຸ້ມເອງຊ່ວງເສັງເອົາໄຊຊະນະໃຫ້ໄປເຖິງເປົ້າໝາຍທີ່ເຂົາເຈົ້າໄດ້ຕັ້ງໄວ້ໄປພັດທະນາຄອບຄົວໃຫ້ມີຄວາມຮົມເຢັນ ແລະ ຜາສຸກ.
ຕະຫຼາດສົດມີຄວາມຜູ້ພັນສຳຄັນ ແລະ ຈຳເປັນຫຼາຍສຳລັບການດຳລົງຊິວິດຂອງທຸກຄົນເຖິງວາຢູ່ບ້ານເຮົານີ້ອາດຈະຈັດແບ່ງເຂດແດນຕະຫຼາດສົດບໍ່ລະອຽດດີປານໃດກໍ່ຕາມມັນກໍ່ຍັງເປັນບ່ອນທຳມາຫາກິນຂອງປະຊາຊົນບັນດາເຜົ່າພວກເຮົານານສົມຄວນແລ້ວສິນຄ້າທີ່ນຳມາວາງຂາຍມັນຈະຕ່າງລະດັບຕ່າງລຸ້ນກັນປານໃດກໍ່ຕາມມັນກໍ່ຍັງຂື້ນກັບການເລືອກຫຼືຄ່າຂອງເງິນຜູ້ທີ່ຈັບຈ່າຍຊື້ຫາຢ່າງເໝາະສົມ ແລະເຮົາຈະເບິ່ງອີກແງ່ມູນໝື່ງຂອງຕະຫຼາດສົດນັ້ນເປັນສິ່ງຈຳເປັນຂອງການດຳລົງຊິວິດ ແລະ ການສື່ສານພົວພັນກັນຂອງຄົນໃນສັງຄົມ ມັນເປັນການທ້ອນໂຮມຄວາມສາມັກຄີເປັນຈິດໜື່ງໃຈດຽວກັນບອກຄວາມຮູ້ສືກຄວາມເຂົ້າໃຈໃຫ້ແກ່ກັນ.
ເວລາໃດມີແສງໄຟ ແລະ ແສງພະອາທິດນັ້ນບັນດາຜູ້ຄົນຫາກຍັງໄປຕະຫຼາດຢູ່ສະເໝີເວັ້ນເສຍແຕ່ເວລາຫຼັບນອນບາງຄົນກໍ່ນິຍົມກັນວ່າໄປຕະຫຼາດ,ລົງຕະຫຼາດ ແລະ ຖ້າຜູ້ກາຍໄປກາຍມາກໍ່ເອີ້ນວ່າ:ແວ່ະຕະຫຼາດ,ເຊິ່ງການໄປຕະຫຼາດນັ້ນບໍ່ໄດ້ຈຳກັດວ່າເຖົ້າໝຸ່ມນ້ອຍໃຫຍ່ຍິງຊາຍ ຫຼື ຊາດສາສະນາ,ງາມ,ຂີ້ຮ້າຍ,ພິການ ຫຼື ແນວໃດກໍ່ສາມາດໄປຕະຫຼາດໄດ້ໝົດທຸກຄົນ ແລະ ສາມາດຈັບຈ່າຍຊື້ເຄື່ອງຂອງໄດ້ຕາມຄວາມເໝາະສົມ.

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here