ຂ້າພະເຈົ້າຈະອະທິບາຍເລື່ອງນີ້ໃນຖານະເປັນຜູ້ປະກອບການ ຫຼືເຈົ້າຂອງກິດຈະການສ່ວນຕົວຈັກໜ່ອຍວ່າ ມັນມີບົດບາດສຳຄັນພຽງໃດ ເປັນຍັງທຸລະກິດທົ່ວໆໄປຍັງໃຫ້ຄວາມສົນໃຈໜ້ອຍໃນເລື່ອງນີ້
ບາງທີທ່ານອາດ ຈະຍັງບໍ່ເຂົ້າໃຈ ແຕ່ຂ້າພະເຈົ້າກໍໄດ້ຄວາມກະຈ່າງໃນເລື່ອງນີ້ຈາກປະສົບການຕົວຈິງມາແລ້ວ ໃນວິກິດຍັງມີໂອກາດຢູ່ສະເໝີ ມັນກໍເໝືອນກັບຄຳທີ່ກ່າວກັນຢູ່ສະເໝີວ່າ “ສົງຄາມມັກຈະສ້າງວິລະບູລຸດ” ມີຄວາມຈິງຫຍັງແດ່ທີ່ຂ້າພະເຈົ້າໄດ້ຄົ້ນພົບໂດຍບັງເອີນກັບເຫດການທີ່ເກີດຂື້ນກັບຂ້າພະເຈົ້ານັ້ນ
ທ່ານອາດຈະບໍ່ຕ້ອງເຊື່ອຂ້າພະເຈົ້າກໍໄດ້ໃນຕອນນີ້ ແຕ່ທ່ານລອງເອົາຄຳເວົ້າຂອງຂ້າພະເຈົ້າໄປໄຕ່ຕອງກໍໄດ້ ຄວາມຈິງທີ່ວ່ານີ້ກໍຄື
ເມື່ອເກີດບັນຫາວິກິດເສດຖະກິດ “ຄົນທຸກມີແຕ່ຈະທຸກລົງ ໃນຂະນະທີ່ຄົນຮັ່ງບໍ່ໄດ້ທຸກລົງ ພຽງແຕ່ເຂົາບໍ່ໄດ້ຮັ່ງຂື້ນເທົ່ານັ້ນເອງ” ເຈດຕະນາທີ່ຂ້າພະເຈົ້າເວົ້າເລື່ອງນີ້ຂ້າພະເຈົ້າບໍໄດ້ຄິດຈະດູຖູກຫຼືລົບຫຼູ່ຄົນທຸກແມ່ນ ແຕ່ນ້ອຍ ຂ້າພະເຈົ້າກໍເປັນຄົນທຸກຫຼືຄົນທີ່ຫຼົມເຫຼວໃນທຸລະກິດມາກ່ອນ
ແລ້ວຄວາມຈິງທີ່ວ່ານີ້
ມັນຈະເປັນປະໂຫຍດຫຍັງກັບທ່ານ
ມັນຈະປ່ຽນວິກິດເປັນໂອກາດຂອງທ່ານໄດ້ແນວໃດ?
ເອົາລະຄາວນີ້ຂ້າພະເຈົ້າຄົງໄດ້ເວົ້າເຖິງເລື່ອງກະແສເງິນສົດທີ່ກ່ຽວຂ້ອງກັບທຸລະກິດຂອງທ່ານແນວໃດ
ກ່ອນອື່ນຂ້າພະເຈົ້າຂໍອະທິບາຍໃນສ່ວນກິດຈະການສ່ວນຕົວວ່າ ບົດບາດຂອງກະແສເງິນສົດນັ້ນມັນມີຄວາມສຳຄັນພຽງໃດ,,
ກະແສເງິນສົດໃນເຊິງທຸລະກິດທົ່ວໄປ ກໍຄືເງິນທີ່ໃຊ້ດຳເນີນການໃນແຕ່ລະເດືອນທີ່ຕ້ອງຈ່າຍອອກໄປ
ບໍ່ວ່າຈະເປັນຄ່າການຕະຫຼາດ,ຄ່າເຊົ່າສຳນັກງານ,ຄ່າໂທລະສັບ,ເງິນເດືອນພະນັກງານ ອື່ນໆ…ເປັນຕົ້ນ ເຊິ່ງຄ່າໃຊ້ຈ່າຍຕ່າງໆເລົ່ານີ້ຖ້າເຮົາມີລາຍຮັບເຂົ້າມາເພື່ອທີ່ຈະຈ່າຍໄດ້
ມັນກໍສາມາດເຮັດໃຫ້ເຮົາຢູ່ກັບທຸລະກິດໄດ້ ດົນຂື້ນ
ຊຶ່ງທາງການເງິນເອີ້ນວ່າ Fix Cost ສ່ວນຄ່າໃຊ້ຈ່າຍທາງດ້ານສິນຄ້າລະ
ນັ້ນມັນເປັນຄ່າໃຊ້ຈ່າຍທີ່ຈະສ້າງກຳໄລໃຫ້ເຮົາເປັນກອບເປັນກຳຕ່າງຫາກ
ຫຼືທີ່ເອີ້ນງ່າຍໆວ່າ Variable Cost ຊື່ງກະແສເງິນສົດສ່ວນໃຫຍ່ຈະຢູ່ທີ່
Fix
Cost ຫຼືຄ່າໃຊ້ຈ່າຍທີ່ເຮົາຕ້ອງຈ່າຍເປັນປະຈຳນັ້ນເອງ.
ກະແສເງິນສົດທາງດ້ານທຸລະກິດທີ່ທ່ານຈະຕ້ອງຈ່າຍອອກໄປໃນແຕ່ລະເດືອນນັ້ນ ກ່ອນທີ່ທ່ານຄິດຈະຈ່າຍ ອອກໄປ
ທ່ານຄິດຫາວິທີສ້າງກະແສເງິນສົດທີ່ຈະຊົດເຊີຍຄ່າໃຊ້ຈ່າຍຕ່າງໆເລົ່ານີ້ແລ້ວບໍ
ທ່ານຄິດວ່າທ່ານຈະໄດ້ຜົນຕອບແທນຈາກທຸລະກິດທີ່ທ່ານເຮັດມາມາຈ່າຍໄດ້ພຽງພໍຫຼືບໍໃນໄລຍະທຳອິດ
ຂ້າພະເຈົ້າເຝົ້າສັງເກດຄົນສ່ວນຫຼາຍໃນທຸລະກິດທີ່ຈະເສຍເງິນຈຳນວນບໍ່ນ້ອຍກັບສິ່ງຕ່າງໆເລົ່ານີ້ໃນໄລຍະທຳອິດ ພຽງຫວັງວ່າ ລາຍໄດ້ຈາກການຂາຍສິນຄ້າຈາກລູກຄ້າເລັກໆນ້ອຍໆຈະຊ່ວຍເຂົາໄດ້ ຂ້າພະເຈົ້າພົບວ່າ
ຜູ້ຄົນເລົ່ານັ້ນຈະສ້າງທຸລະກິດ ແຕ່ບໍ່ຄ່ອຍໃຫ້ຄວາມສົນໃຈໃນເລື່ອງນີ້ເລີຍ ທ່ານເຫັນບໍວ່າ ມັນມີແຕ່ເລື່ອງທີ່ທ່ານຈະຕ້ອງເສຍເງິນທັງນັ້ນ ແລ້ວຖ້າທ່ານມີກະແສເງິນສົດມາຈັດການກັບສິ່ງຕ່າງໆເຫຼົ່ານີ້ໄດ້ຍ່າງຕໍ່ເນື່ອງ ທ່ານກໍຈະຢູ່ໃນທຸລະກິດນີ້ໄດ້ດົນກວ່າຜູ້ອື່ນໆ ທ່ານລອງຕອບຕົວເອງກໍແລ້ວກັນ.
ດັ່ງນັ້ນສິ່ງທີ່ທ່ານຕ້ອງຄິດຄຳນຶງໃຫ້ເປັນຢ່າງດີ ຄືກະແສເງິນສົດທີ່ຈະເຂົ້າມາຊ່ວຍທ່ານ ໃນທຸລະກິດຂອງຕົວທ່ານເອງ
ຈະຕ້ອງຈັດກຽມງົບປະມານໃນເລື່ອງນີ້ໃຫ້ເປັນຢ່າງດີ ເພາະສະນັ້ນມັມໝາຍເຖິງກະແສເງິນສົດທີ່ຂ້າພະເຈົ້າໄດ້ກ່າວມາແລ້ວ ໃນທຸລະກິດໃຫຍ່ໆທີ່ລົ້ມລະລາຍຫຼືຕ້ອງປິດກິດຈະການບໍ່ແມ່ນວ່າສິນຄ້າຂອງເຂົາເຈົ້າຈະບໍ່ດີ ແຕ່ເປັນເພາະການຈັດການກະແສເງິນສົດຂອງເຂົາຜິດພາດ ເລີຍເຮັດໃຫ້ຕ້ອງປິດກິດຈະການໃນທີ່ສຸດ.
ກະແສເງິນສົດນີ້ທ່ານຕ້ອງຄວບຍຄຸມມັນໃຫ້ດີ ມີຫຼາຍຕໍ່ຫຼາຍຄົນທີ່ທຸ້ມໄປກັບສິ່ງຕ່າງໆກັບການໂຄສະນາປະຊາສຳພັນເຫຼົ່ານີ້ທັງໆທີ່ຍັງບໍ່ຮູ້ດ້ວຍຊ້ຳວ່າ
ຈະຕ້ອງໂຄສະນາແນວໃດ?
ເປົ້າໝາຍຢູ່ໃສ?
ແລ້ວເງິນທີ່ຈະຕ້ອງເສຍໄປເປັນເງິນຂອງໃຜ,ຂອງທ່ານແມ່ນບໍ? ບາງຄັ້ງຂ້າພະເຈົ້າກໍມານັ່ງຄິດເບິ່ງ ແລ້ວກໍອົດໜັກໃຈບໍ່ໄດ້
ມັນເໝືອນກັບສຸພາສິດບູຮານທີ່ວ່າ “ຕຳແຈ່ວລະລາຍແມ່ຂອງ” ຫຼື “ຂີ່ຊ້າງຈັບຕັກແຕນ” ປະມານນັ້ນ
ທ່ານລອງນຶກເບິ່ງວ່າ ຄົນທີ່ເຂົ້າມາໃນວົງການທຸລະກິດເສຍເງິນເສຍຄຳໄປເປັນຈຳນວນຫຼວງຫຼາຍໄປກັບສິ່ງຕ່າງໆເຫຼົ່ານີ້ ແລ້ວໄດ້ຜົນຕອບແທນທີ່ບໍ່ຄຸ້ມຄ່າ ເຂົາເຈົ້າຈະຢູ່ໃນທຸລະກິດນີ້ໄດ້ດົນປານໃດ?
ນັກທຸລະກິດແລະນັກການຕະຫຼາດຊັ້ນນຳເຂົາໄດ້ວາງແຜນທີ່ຈະວາງງົບປະມານໃນສ່ວນນີ້
ກັບການຈັດການ ກ່ຽວກັບກະແສເງິນສົດໃວ້ໄດ້ຢ່າງຮັດກຸມ ແລະ
ມີປະສິດທິພາບ ເຂົາເຈົ້າວາງແຜນທີ່ຈະຢູ່ໃນທຸລະກິດນີ້ເປັນປີໆ ຫຼືອາດຈະຫຼາຍປີບໍ່ພຽງແຕ່3-4ເດືອນ ເຂົາເຈົ້າຮູ້ວ່າ
ຈັງຫວະເວລາໃດຄົນຈະຊື້ສິນຄ້າຂອງເຂົາເໝືອນດັ່ງທ່ານທີ່ຄິດວ່າ ເຂົ້າໜົມເຄັກຈະຂາຍດີໃນໄລຍະໃດ, ໄລຍະປີໃໝ່ແມ່ນບໍ?
ທ່ານຈະເຫັນວ່າ
ມີຄົນນຳມັນມາຂາຍເປັນຈຳນວນຫຼວງຫຼາຍໃນເທດສະການປີໃໝ່ ພໍຫລັງຈາກໝົດເທດສະການໄປ ມັນກໍຫາຍໄປນຳ
ແລ້ວທີ່ນີ້ກ່ຽກັບແຜນການຕະຫຼາດຂອງທ່ານລະ ມີໃຜບອກທ່ານກ່ຽວກັບສິ່ງຕ່າງໆເຫຼົ່ານີ້ແດ່
ທີ່ແທ້ຈິງແລ້ວຍັງມີຂໍ້ຜິດພາດອີກຫຼາຍປະການ ແຕ່ທີ່ຂ້າພະເຈົ້າຢິບຍົກມາໃນບົດຮຽນນີ້ຈະເປັນຂໍ້ຜິດພາດທີ່ສຳຄັນແລະມັກເຮັດໃຫ້ທຸລະກິດຫຼົມເຫຼວໄດ້ຢ່າງງ່າຍດາຍ ຖ້າເຮົາເບິ່ງຂ້າມມັນໄປ
.
ไม่มีความคิดเห็น:
แสดงความคิดเห็น