ໂຊເຟີຂັບລົດໄດ້ດີ ແລະ ກໍ່ນິ່ມນວນຫຼາຍ - dokhukcolumnist

Post Top Ad

Responsive Ads Here

วันพุธที่ 3 เมษายน พ.ศ. 2556

ໂຊເຟີຂັບລົດໄດ້ດີ ແລະ ກໍ່ນິ່ມນວນຫຼາຍ


ມື້ໜຶ່ງຫຼັງຈາກເລີກວຽກ ເຖົ້າແກ່ໄວ 40 ກວ່າຈຶ່ງມານັ່ງດື່ມເບຍນຳສາວນ້ອຍ ຮ້ານແຄມທາງເຂດບ້ານ ທາດຫຼວງທີ່ຢູ່ໃກ້ເຮືອນເຖົ້າແກ່ ພຽງຂ້າມ 2 ຫຼັງຄາເຮືອນຈົນເດິກເຮັດໃຫ້ເຖົ້າແກ່ຂັບລົດກັບເຮືອນບໍ່ໄດ້ ແລະ ຮ້ານກໍ່ປິດ, ສາວນ້ອຍກໍ່ໜີປະເພາະລົມກັນບໍ່ຄ່ອຍຈະເຂົ້າໃຈກັນປານໃດ ແລະ ເຖົ້າແກ່ບໍ່ຈື່ບ່ອນດື່ມເບຍ ວ່າຢູ່ໃສ່ຈຶ່ງຍ່າງເຊມາແຄມທາງເພື່ອລັດລົດແທັກຊີ ໄປສົ່ງເພາະ ຍັງຈຳອຸດົມຄະຕິວ່າເມົາບໍ່ຄັບ
ມາໃນໄລຍະ ໜຶງຈຶ່ງມີໂຊເຟີລົດແທັກຊີຂັບລົດມາກຳລັງຈະກັບບ້ານ ເຖົ້າແກ່ຈຶ່ງຮ້ອງໃສ່ວ່າ:
ເຖົ້າແກ່: ນ້ອງຊາຍໄປສົງອ້າຍດູ! ແຖວທາດຫຼວງເດີ໋
ໂຊເຟີ: ນີ້ກໍ່ແຖວທາດຫຼວງເດ໋ອ້າຍ!
ເຖົ້າແກ່: ໂອ້ຍ ຢ່າມາຕົວະອ້າຍນ໋າເຖິງເມົາກໍຈື່ຢູ່ໄດ໋! ໄປໆສົງອ້າຍຊິໃຫ້ແສນໜຶ່ງດອກ!
ໂຊເຟີ: ເຖົ້າແກ່ເມົາຫຼາຍແລ້ວ!ເບິ່ງດີໆດູນັ້ນບໍ່ແມ່ນທາດຫຼວງຫວ່າ?
ເຖົ້າແກ່: ນັ້ນມັນທາດດຳ! ໄປໆສົ່ງອ້າຍແດ່
ໂຊເຟີ: ເອົາໄປ, ຂື້ນມາຊັ້ນນ໋າ ແລ້ວໂຊເຟີກໍ່ຂັບລົດອືດໄປໄດ້ 20 ກວ່າແມັດແລ້ວກໍ່ຈອດພ້ອມທັງປຸກເຖົ້າ ແກ່ທີ່ນອນເມົາຢູ່ ພໍ່ເຖົ້າແກ່ຕຶ່ນຂຶ້ນມາເປີດແກ້ວລົດອອກແລ້ວເວົ້າວ່າ:
ເຖົ້າແກ່: ນີ້ແຫຼະບ້ານອ້າຍນ໋າ ໂອ້ນ້ອງຊາຍຂັບລົດນິມດີບໍ່ມີສະດຸດ, ເອົາອ້າຍໃຫ້ອີກ 50 ພັນເດີ!

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here