ຄວາມ​ໝາຍ​ຂອງ​ຄໍາ​ວ່າ​ໂລກາ​ພິວັດ - dokhukcolumnist

Post Top Ad

Responsive Ads Here

วันอังคารที่ 23 เมษายน พ.ศ. 2556

ຄວາມ​ໝາຍ​ຂອງ​ຄໍາ​ວ່າ​ໂລກາ​ພິວັດ





ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ​ທັງຫຼາຍ, ​ໃນ​ປັດຈຸບັນຄໍາ​ວ່າ: “​ໂລກ​ກາ​ພິວັດ” ​ໄດ້​ເປັນ​ທີ່​ຮູ້ຈັ​ກກັນ​ແຜ່​ຫຼາຍ ​ແລະ ຖືກ​ນໍາ​ມາ​ພົວພັນ​ໃນ​ຫຼາຍ​ສາຂາ​ວິຊາ ​ເຊັ່ນ: ວິທະຍາສາດ-​ເຕັກນິກ, ການ​ສື່ສານ ​ແລະ ​ເສດຖະກິດ ​ເປັນ​ຕົ້ນ. ມັນ​ກໍ່​ອາດ​ຈະ​ເປັນ​ເລື່ອງ​ຍາກ ທີ່​ເຮົາ​ຈະ​ຫາ​ຄໍາ​ນິຍາມ​ທີ່​ຖືກຕ້ອງ ​ແລະ ຊັດ​ເຈນ​ຂອງ​ຄໍາ​ວ່າ “​ໂລກາ​ພິວັດ” ​ແມ່ນ​ຫຍັງ​ກັນ​ແທ້? ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ, ພວກ​ເຮົາ​ສາມາດ​ທໍາ​ຄວາມ​ເຂົ້າ​ໃຈ​ກັບ​ຄວາມ​ໝາຍ​ຂອງ​ຄໍາ​ວ່າ “​ໂລກາ​ພິວັດ” ດັ່ງ​ນີ້: ​“​ໂລກາ​ພິວັດ” ຢູ່​ໃນ​ພາສາ​ອັງກິດ​ແມ່ນ Globalization ​ເຊິ່ງ​ແປ​ຕາມ​ສັບ​ຈະ​ມີ​ຄວາມ​ໝາຍວ່າ ທົ່ວ​ທັງ​ໂລກ, ​ໂລກ​ທີ່​ໄຮ້​ພົມ​ແດນ, ​ໂລກ​ທີ່​ກ່ຽວ​ພັນ​ກັນ ຫຼື​ຄວາມ​ປ່ຽນ​ແປງ​ທີ່​ກະທົບ​ເຖິງ​ກັນ​ໃນ​ທົ່ວ​ໂລກ, ນອກຈາກ​ນັ້ນ ບາງ​ທັດສະນະ​ຍັງ​ກ່າວ​ວ່າ: ​ໂລກາ​ພິວັດ ​ແມ່ນ​ໂລກ​ທີ່​ຖືກ​ຫຍໍ້​ໃຫ້​ແຄບ​ເຂົ້າ.
​ເນື່ອງ​ຈາກ​ຄໍາ​ວ່າ: “​ໂລກາ​ພິວັດ” ຖືກ​ນໍາ​ມາ​ໃຊ້​ຢ່າງ​ກວ້າງຂວາງ​ໃນ​ເກືອບ​ທຸກຂະ​ແໜງ​ວິຊາ​ການ, ສະ​ນັ້ນ ຕ່າງ​ກໍ່​ຕີ​ຄວາມ​ໝາຍຄໍາວ່າ​ “ໂລກ​າພິວັດ” ​ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ​ຕາມ​ຈຸດ​ພິ​ເສດສະ​ເພາະ ​ເຊັ່ນ: ຢູ່​ໃນ​ວຽກ​ງານ​ໂທລະ​ຄົມມະນາຄົມ ​“ໂລກາ​ພິວັດ” ໝາຍ​ເຖິງ​ການ​ຕິດ​ຕໍ່ ​ແລະ ສົ່ງຂໍ້​ມູນ-​ຂ່າວສານ ​ເຊິ່ງກັນ​ແລະ​ກັນ​ໄດ້​ຢ່າງ​ວ່ອງ​ໄວ ​ແລະ ຄວບ​ຄຸມ​ທຸກ​ພາກ​ພື້ນ​ຂອງ​ໂລກ, ຢູ່​ໃນ​ວຽກ​ງານ​ເສດຖະກິດ ຖື​ວ່າການ​ນໍາ​ສິນຄ້າ ​ເຂົ້າ-ອອກ​ລະຫວ່າງ​ປະ​ເທດ ສາມາດ​ດໍາ​ເນີນ​ໄປ​ຢ່າງ​ວ່ອງ​ໄວ ​ແລະ ​ເປັນ​ເສລີ, ການ​ນໍາ​ເອົາທຶນຈາກ​ປະ​ເທດ​ໜຶ່ງ​ໄປ​ສູ່​ອີກ​ປະ​ເທດ​ໜຶ່ງ​ກໍ່​ໄດ້​ດໍາ​ເນີນ​ໄປ​​ໄດ້ຢ່າງ​ເສລີ ​ແລະ ສາມາດ​ນໍາ​ໃຊ້​ມາດຕະຖານ​ໃກ້​ຄຽງ​ກັນ, ຖ້າ​ເບິ່ງ​ສະ​ເພາະ​ໃນ​ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ-​ເຕັກນິກ ຖື​ວ່າ​ທຸກ​ສ່ວນ​ຂອງ​ໂລກ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນໍາ​ກັນ. ນອກຈາກ​ນີ້, ດ້ານ​ວັດທະນະ​ທໍາ, ສິ່ງ​ແວດ​ລ້ອມ ​ແລະ ດ້ານ​ອື່ນໆ ກໍ່​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ກະ​ແສ “​ໂລກາ​ພິວັດ” ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ຢ່າງ​ແຜ່​ຫຼາຍ​ໃນ​ຊຸມ​ປີ 90 ມາ​ນີ້​ເອງ.
ທ່ານ ສາດສະດາຈານ ​ໂອ​ຊະ​ດະ ຮິ​ໂຣຊິ ​ເຄີຍ​ໄດ້ຂຶ້ນ​ບັນຍາຍຢູ່​ທີ່​ມະຫາວິທະຍາ​ໄລ​ຍາ​ໂກ​ຢາ (ປະ​ເທດ​ຍີ່ປຸ່ນ) ​ໃນ​ວັນ​ທີ 5 ພະຈິກ 2002 ​ໂດຍ​ທ່ານ​ໄດ້​ກ່າວ​ເຖິງ​ເບື້ອງ​ຫຼັງ ​ແລະ ​ແຮງ​ຊຸກ​ດັນ​ຂອງ “​ໂລກາ​ພິວັດ” ວ່າ: ​ເບື້ອງ​ຫຼັງ​ຂອງ​ໂລກາ​ພິວັດ​ແມ່ນ​ມາ​ຈາກ​ການ​ປະຕິວັດ​ທາງ​ດ້ານ​ເທັກ​ໂນ​ໂລ​ຊີ, ຂໍ້​ມູນ-ຂ່າວສານ, ຈາກ​ປະສິດທິພາບ​ທາງ​ດ້ານ​ຄົມມະນາຄົມ ​ແລະ ການ​ຂົນ​ສົ່ງ​ທີ່​ນັບ​ມື້​ສູງ​ຂຶ້ນ; ຈາກ​ນະ​ໂຍບາຍ​ການ​ເປີດ​ເສລີ​ດ້ານ​ການ​ຄ້າ ​ແລະ ການ​ເປີດ​ເສລີ​ດ້ານ​ການ​ຈໍລະ​ຈອນ​ທຶນ​ຢູ່​ໃນ​ໂລກ, ສ່ວນ​ແຮງ​ຊຸກ​ດັນ ​ແມ່ນ​ມາ​ຈາກ​ການ​ເຄື່ອນ​ໄຫວ​ເຮັດ​ທຸລະ​ກິດ​ຂ້າມ​ຊາດ​ຂອງ​ບັນດາ​ບໍລິສັດ ພາຍ​ໃຕ້​ເສດຖະກິດ​ຕະຫຼາດ. ຢູ່​ໃນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ເຮົາ ກໍ່​ໄດ້​ກ່າວ​ເຖິງ​ທ່າ​ອ່ຽງການ​ຫັນ​ເປັນ​ກວມ​ໂລກ, ຫັນ​ເປັນ​ຂົງ​ເຂດ, ພາກ​ພື້ນ ​ແລະ ກະ​ແສ​ໂລກາ​ພິວັດ ມາ​ເປັນ​ເວລາ​ດົນ​ນານ​ພໍ​ສົມຄວນ ​ເຊິ່ງປະທານ ​ໄກສອນ ພົມວິຫານ, ຜູ້ນໍາ​ທີ່​​ແສນ ເຄົາລົບ​ຮັກ​ຂອງ​ລາວ​ເຮົາ​ ກໍ່​ເຄີຍ​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ສາມັນ​ປະ​ຈໍາປີ​ຂອງ​ສະພາ​ປະຊາຊົນ​ສູງ​ສຸດ ​ໃນ​ວັນ​ທີ 2 ກຸມພາ 1988 ​ໃນ​ບາງ​ຕອນ​ວ່າ: ດ້ວຍ​ການ​ກະທົບ​ຂອງ​ປະຕິວັດ​ວິທະຍາສາດ-​ເຕັກນິກ​ກໍາລັງ​ການ​ຜະລິດ​ຂອງ​ໂລກ ​ໄດ້​ຂະຫຍາຍຕົວ​ດ້ວຍ​ຂະໜາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ການ​ຂະຫຍາຍຕົວ​ດັ່ງກ່າວ ບໍ່​ໄດ້​ຖືກ​ຈໍາກັດ​ໄວ້​ຢູ່​​ແຕ່ໃນ​ຂອບ​ເຂດ​ຂອງ​ປະ​ເທດ​ໃດ​ໜຶ່ງ​ອີກ​ແລ້ວ, ​ແຕ່​ຫາກ​ໄປ​ຕາມ​ທ່າ​ອ່ຽງ​ແຫ່ງ​ການ​ຫັນ​ເສດຖະກິດ​ໃຫ້​ມີ​ລັກສະນະ​ສາກົນ​ຢ່າງ​ແຂງ​ແຮງ. ທ່າ​ອ່ຽງ​ແຫ່ງ​ການ​ຫັນ​ເສດຖະກິດ​ໃຫ້​ມີ​ລັກສະນະ​ສາກົນ​ນັ້ນ ບໍ່​ພຽງ​ແຕ່​ສະ​ແດງ​ອອກ​ຢູ່​ໃນ​ການ​ເປີດ​ກວ້າງ​ການ​ແລກປ່ຽນ​ສິນຄ້າ, ການ​ສົ່ງ​ທຶນອອກ​ຕ່າງປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງ​ສະ​ແດງ​ອອກ​ໃນ​ການ​ຂະຫຍາຍ​ຮູບ​ການ​ຕ່າງໆ​ອີກ​ເຊັ່ນ: ການ​ສະໜອງ​ການ​ບໍລິການ​ໃຫ້​ກັນ, ການ​ຮ່ວມ​ມື​ກັນ​ໃນ​ການ​ຜະ​ລິດ, ການ​ຮ່ວມ​ມື​ກັນ​ໃນ​ດ້ານ​ວິທະຍາສາດ-​ເຕັກນິກ, ການ​ເງິນ, ​ເງິນຕາ ​ແລະ ການສໍາພັນກັນ ໃນດ້ານເສດຖະກິດ. ເສດຖະກິດ​ຂອງ​ໂລກ​ຊູ່​ມື້​ນີ້​ແມ່ນ​ເປັນ​ເອກະ​ພົບ​ອັນ​ດຽວ ​ເຊິ່ງ​ແຕ່ລະ​ປະ​ເທດ​ຈະ​ເປັນ​ພາກສ່ວນ​ຕັດ​ແຍກ​ອອກ​ຕ່າງຫາກ ​ແລະ ຂະຫຍາຍຕົວ​ໄປ​ຕາມ​ແບບ​ກຸ້ມ​ຕົນ​ເອງ​ພໍ​ໃຜ​ພໍ​ລາວ​ແມ່ນ​ບໍ່​ໄດ້. ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ຕ່າງໆ ​ແມ່ນ​ດໍາ​ເນີນ​ໄປ​ໃນ​ເງື່ອນ​ໄຂ​ທີ່​ທັງ​ມີ​ການ​ກະທົບ​ຕໍ່​ກັນ​ແລະ​ກັນ, ທັງ​ເອກະລາດ, ທັງ​ຂຶ້ນ​ນໍາກັນ, ທັງ​ສູ້​ຢັນ​ກັນ, ທັງ​ຮ່ວມ​ມື​ກັນ, ​ແຕ່ລະ​ປະ​ເທດ​ຈະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ລະດັບ​ສູງ ​ແລະ ມີ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ກໍ່​ດີ ລ້ວນ​ແຕ່​ຕ້ອງ​ນໍາ​ໃຊ້​ການ​ແບ່ງ​ງານ​ສາກົນ ​ເພື່ອ​ພັດທະນາ​ປະ​ເທດ​ຂອງ​ໃຜລາວ. ຢືນ​ຢູ່​ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ການ​ທີ່​ປະ​ເທດ​ຕ່າງໆ​ໄດ້​ດໍາ​ເນີນ​ການ​ດັດ​ແປງ​ຍຸດ​ທະ​ສາດ​ດ້ານ​ເສດຖະກິດ-ສັງຄົມ, ປ່ຽນ​ແປງ​ໂຄງ​ປະກອບ​ເສດຖະກິດ ​ແລະ ກົນ​ໄກ​ຄຸ້ມ​ຄອງ, ​ເປີດ​ກວ້າງ​ການ​ພົວພັນ​ດ້ານ​ເສດຖະກິດກັບ​ຕ່າງປະ​ເທດ​ອັນ​ແນ​ໃສ່​ປັບ​ຕົວ​ເຂົ້າ​ກັບ​ທ່າ​ອ່ຽງ​ໃໝ່​ນັ້ນ ມັນ​​ເປັນຄວາມຮຽກຮ້ອງຕ້ອງການ​ຢ່າງ​ພາລະ​ວິ​ໄສ.

ຈາກ​ເນື້ອ​ໃນ​ຈິດ​ໃຈຂອງ​ບົດ​ຄໍາ​ເຫັນ​ດັ່ງກ່າວ, ​ໄດ້​ກາຍ​ເປັນ​ການ​ຢັ້ງຢືນ​ເຖິງ​ວິ​ໄສ​ທັດ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ ​ໂດຍ​ສະ​ເພາະ​ແມ່ນ​ຂອງ​ປະທານ ​ໄກສອນ ພົມວິຫານ ທີ່​ເບິ່ງ​ກວ້າງ​ມອງ​ໄກ ທັງ​ໄດ້​ຄໍາ​ໜຶງ​ເຖິງ​ເຫດການ ​ແລະ ຄວາມ​ເປັນ​ຈິງ​ໃນ​ປັດຈຸບັນ ​ແລະ ຄາດ​ຄະ​ເນ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍ​ພາກ​ໜ້າ​ຢ່າງ​ຖືກຕ້ອງ. ສິ່ງ​ທີ່​ທ່ານ​ປະທານ​ກ່າວ​ມາ​ນັ້ນ​ມັນ​ແມ່ນ​ເນື້ອ​ໃນ​ຂອງ​ໂລກາ​ພິວັດ ທີ່​ມີ​ຜົນ​ກະທົບ​ທາງ​ດ້ານ​ບວກ ​ແລະ ດ້ານ​ລົບ​ຕໍ່​ພວກ​ເຮົາ​ໃນ​ປັດຈຸບັນ.


25-04-2013-B-3-mekong column

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here