ພິຈາລະ​ນາ​ລັກສະນະ​ຕ່າງ​ໆຂອງ​ດອກ​ກຸຫຼາບ - dokhukcolumnist

Post Top Ad

Responsive Ads Here

วันพุธที่ 24 เมษายน พ.ศ. 2556

ພິຈາລະ​ນາ​ລັກສະນະ​ຕ່າງ​ໆຂອງ​ດອກ​ກຸຫຼາບ


26-04-2013-B-3-mekong column

​ໂດຍ: ດຣ. ພັນ​ປະດິດ ພັນ​ດາລາ.
ການຈັດແບ່ງປະເພດຂອງດອກກຸຫຼາບ ຕາມລັກສະນະການໃຊ້ປະໂຫຍດທາງການຄ້າ​ ​​ໂດຍການຈັດແບ່ງຕາມຕະຫຼາດໂລກເປັນ 5 ປະເພດຄື: ກຸຫຼາບດອກໃຫຍ່ ຫຼື ກຸຫຼາບກ້ານຍາວ, ກຸຫຼາບດອກກາງ ຫຼື ກຸຫຼາບກ້ານຂະໜາດກາງ, ກຸຫຼາບດອກນ້ອຍ ຫຼື ກຸຫຼາບກ້ານສັ້ນ, ກຸຫຼາບດອກຊໍ່ ແລະ  ກຸຫຼາບໜູ. ​​​ເຊິ່ງການຄັເລືອກສາຍພັນກຸຫຼາບໃນປັດຈຸບັນຈະຄຳນຶງເຖິງຜົນປະໂຫຍແລະ ຄວາມຄຸ່ມຄ່າທີ່ຜູ້ຊື້ຈະໄດ້ຮັບຫຼາຍກວ່າ​ ການທີ່ຈະຄຳນຶງສະເພາະຄວາມງາມຂອງດອກເພາະຖ້າດອກງາມແຕ່ເມື່ອຊື້ໄປແລ້ວຈະຫ່ຽວແຫ້ງທັນທີກໍ່ບໍ່ຄຸ້ມຄ່າ ດັ່ງນັ້ນ ນັກປັບປຸງພັນ ຈຶ່ງມັກພິຈາລະນາລັກສະນະຕ່າງ​ໆຂອງດອກກຸຫຼາບ ດັ່ງ​​ນີ້: 1). ມີ​ຜົນ​ຜະລິດຕໍ່​ພື້ນ​ທີ່​ສູງ ປັດ​ຈຸ​ບັນ​ກຸຫຼາບ​ດອກ​ນ້ອຍ​ໃຫ້​ຜົນ​ຜະລິດ​ສູງ​ເຖິງ 300 ດອກ/ຕາ​ແມັດ/ປີ; 2). ອາຍຸການ​ຈັດ​ໃສ່​​ເຕົ້າ​ດອກ​ໄມ້ ພັນ​ກຸຫຼາບ​ໃນ​ສະ​ໄໝ​ທົດ​ສະຕະ​ວັດ​ທີ່​ແລ້ວ​ (10ປີ​ກ່ອນ) ຈະ​ບານ​ໄດ້​ພຽງ 5-6 ວັນ ​ແຕ່​ສາຍ​ພັນ​ປັດຈຸບັນ ​ກຸ​ຫຼາບພັນ​ໃໝ່ໆບາງ​ສາຍ​ພັນ ສາມາດ​ບານ​ໄດ້​ເຖິງ 16 ວັນ; 3).ກຸຫຼາບ​ທີ່​ສາມາດ​ດູດ​ນ້ຳ​ໄດ້​ດີ; 4). ກຸ​ຫຼາບ​ທີ່​ບໍ່ມີ​ໜາມ ຫຼື ໜາມ​ໜ້ອຍ​ເພື່ອ​ຄວາມ​ສະດວກ​ໃນ​ການ​ຈັດການ; 5). ສີ​ຂອງ​ດອກ ສີ​ແດງ​ຍັງ​ເປັນ​ທີ່​ນິຍົມ​ຂອງ​ຕະຫຼາດ​ຢູ່ ຮອງ​ລົງ​ມາ​ແມ່ນ ສີ​ບົວ ສີ​ອ່ອນ​ເຢັນ​ຕາ ​ແລະ ສອງ​ສີ​ໃນ​ດອກ​ດຽວ​ກັນ; 6). ກິ່ນ​ຫອມ ເປັນ​ທີ່​ໜ້າເສຍດາຍ​ທີ່​ກຸຫຼາບ​ກິ່ນ​ຫອມ​ມັກ​ບໍ່​ທົນ ​ແຕ່​ກໍ່​ມີ​ການ​ປະສົມ​ພັນ​ກຸຫຼາບ​ຕັດ​ດອກ​ທີ່​ມີກິ່ນ​ຫອມບາງ​ຈຳນວນ ​ໂດຍ​ສະ​ເພາະ​ສໍາ​ຫຼັບ​ຕະຫຼາດ​ທ້ອງ​ຖິ່ນ; 7). ມີ​ຄວາມ​ຕ້ານທານ​ພະຍາດ ​ແລະ ທົນ​ຄວາມ​ເສຍ​ຫາຍ​ຈາກ​ການ​ຈັດການ​ສູງ
ການ​ຂະຫຍາຍ​ພັນ​ກຸຫຼາບ
ກຸຫຼາບ ສາມາດ​ຂະຫຍາຍ​ພັນ​ໄດ້​ຫຼາຍ​ວິທີ​ເຊັ່ນ: ການ​ຕັດ​ຊຳ, ການ​ຕອນ, ການ​ຕິດຕາ ແລະ ການ​ລ້ຽງ​ເນື້ອ​ເຍື່ອ ​ເພື່ອ​ໃຫ້​ໄດ້​ຕົ້ນ​ກຸຫຼາບ​ທີ່​ມີ​ລະບົບ​ຮາກ​ທີ່​ແຂງ​ແຮງ ​ແລະ ​ໃຫ້​ຜົນ​ຜະລິດ​ສູງ ຊາວ​ກະສິກອນ​ມັກ​ນິຍົມ​ກຸຫຼາບ​ພັນ​ດີ​ທີ່​ຕິດຕາ​ເທິງ​ຕໍ​ກຸຫຼາບ​ປ່າ.
ການ​ຕັດ​ຊຳ: ການຕັດ​ຊຳທີ່ນິ​ຍົມ​ຢູ່​ທົ່ວ​ໄປ​ຄື ການ​ເລືອ​ເອົາ​ກິ່​ງທີ່​ບໍ່​ອ່ອນ ບໍ່​ແກ່ ຈົນ​ເກີນ​ໄປ ມາ​ຕັດ​ເປັນ​ທ່ອນ​ປະມານ 12 ຫາ 15 ຊັງ​ຕີ​ແມັດ ຫຼື 1 ຄືບ ​ເຊິ່ງຮອຍ​ຕັດ​ຕ້ອງ​ຢູ່​ກ້ອງ​ຂໍ້​ພໍດີ ​ແລ້ວ​​ເຊາະ​ໃບ​ຢູ່​ໂຄນ​ກິ່​ງອອກ ຈາກ​ນັ້ນຕັດ​ໂຄນ​ກິ່​ງຖີ້ມ ​ແລ້ວ​ຈຸ່ມ​ກິ່​ງທີ່​ຈະ​ຊຳ ລົງ​ໃນ​ຮໍ​ໂມນ​ເຮັ່ງ​ຮາກ (ມີ​ຂາຍ​ທົ່ວ​ໄປ​ຕາມ​ຮ້ານ​ຂາຍ​ເຄື່ອງ​ກະສິກຳ ຫຼື ຢາ​ປາບ​ສັດຕູ​ພືດ) ​ແລ້ວ​ນຳ​ມາ​ເປີ​ຍລົມ​ໃຫ້​ແຫ້ງ ກ່ອນ​ນຳ​ໄປ​ປັກ​ຊຳ​ໃນ​ແປງ​ຜົ່ນໝອກ ​ເຊິ່ງມີ​ເຄື່ອງ​ຝົ່ນ​ແບບ​ຝົນຝອຍ ຫຼື ນຳ​ໄປ​ຊຳ​ໃນ​ສະຖານ​ທີ່​ຊຸ່ມ​ເຢັນ ​ແລະ ມີ​ການ​ຫົດ​ນ້ຳ​ເປັນ​ໄລຍະ ​ໂດຍ​ມີ​ຫຼັກການ​ວ່າ​ບໍ່​ໃຫ້​ໃບ​ກຸຫຼາບແຫ້ງ ​ແລ້ວກຸຫຼາບ​ຈະ​ອອກ​ຮາກ​ໃນ 12 ຫາ 15 ວັນ. ການ​ຊຳ​ກິ່ງ​ເປັນ​ທີ່​ນິຍົມ​ຫຼາຍ​ໃນ​ປັດຈຸບັນ ​ເພາະ​ໃຊ້​ຕົ້ນ​ທຶນ​ໜ້ອຍ ​ແລະ ​ໄລຍະ​ເວລາ​ອັນ​ສັ້ນ ​ແຕ່​ຕົ້ນ​ທີ່​ໄດ້​ຈາກ​ການ​ຊຳ​ກິ່​ງ​ເມື່ອ​ໄປ​ປູກ ຈະ​ເຮັດ​ໃຫ້​ຕົ້ນ​ໂຊ​ມ​ໄວ ອາດ​ປູກ​ໄດ້​ພາຍ​ໃນ 3 ຫາ 4 ປີ ​ແລະ ກຸຫຼາຍ​ສາຍ​ພັນ​ສີຂາວ ​ແລະ ສີ ​ເຫຼືອງ​ຈະ​ອອກດອກ​ຍາກ.
ການ​ຕອນ: ກິ່ງ​ທີ່​ໄຊ້ຕອນ ມັກ​ຈະ​ມີ​ສະພາບ​ແຕກ​ຕ່າງ​ກັນ ທັງ​ກິ່ງ​ອ່ອນ ແລະ ກິ່ງ​ແກ່ປົນ​ກັນ​ໄປ​ເຮັດ​ໃຫ້ການ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ກຸຫຼາບ ຫຼັງ​ຈາກ​ປູກ​ລົງ​ໜານ​ຈະ​ບໍ່​ສະໝໍ່າສະ​ເໝີ ​ເຊິ່ງການ​ຕອນ​ຈະ​ໄຊ້​ເວລາ​ໃນ​ການ​ອອກ​ຮາກ​ດົນ ປະມານ 4 ຫາ 7 ອາທິດ ຂື້ນ​ກັບ​ສາຍ​ພັນ
ການ​ຕິດຕາ: ວິທີ​ການ​ຕິດ​ຕາ​ຂ້ອນ​ຂ້າງ​ຫຍຸ້ງຍາກ ​ແລະ ຕ້ອງ​ໄຊ້​ເວລາ​ໃນ​ການ​ເຮັດ​ຫຼາຍ​ກ່າວ​ການ​ຊຳ ແລະ ການ​ຕອນ ຄື​ຕ້ອງ​ໄດ້​ຕັດ​ຊຳ​ຕົ້ນຕໍ ​ໄປ​ຈົນ​ຮອດ​ການ​ນຳ​ເອົາ​ສາຍ​ພັນ​ທີ່​ດີ ມາ​ຕິດຕາ ຈົນຮອດ​ອອກດອກ​ທຳ​ອິດ​ນັ້ນ ຕ້ອງ​ໄຊ້​ເວລາ​ປະມານ 5 ຫາ 6 ​ເດືອນ ​ໂດຍ​ຂັ້ນຕອນທຳ​ອິດ ຕ້ອງ​ຕັດ​ຊໍາ​ຕົ້ນຕໍ (ກຸຫຼາບປ່າ) ​ໃຫ້​ອອກ​ຮາກ ​ແລະ ລ້ຽງ​ຕົ້ນຕໍ​ນັ້ນ ຈົນ​ອອກ​ຍອດ​ໃໝ່ ​ໃຫ້​ຢ່າ​ວກ່ວາ 30 ຊັງ​ຕີ​ແມັດ ເຊິ່ງຕ້ອງ​ໄຊ້​ເວລາ​ປະມານ 3 ​ເດືອນ (ຫຼັງ​ຈາກ​ຊຳ ​ແລະ ອອກ​ຮາກ) ຈາກ​ນັ້ນ ຈຶ່ງ​ເອົາຕາ​ພັນ​ດີ ມາ​ຕິດຕາ ທີ່​ບໍລິ​ເວນ​ໂຄນ​ຂອງຕົ້ນຕໍ ​ເຊິ່ງການ​ຕິດ​ຕາ​ຕ້ອງ​ອາ​ໃສ​ຄວາມ​ຊຳນານ​ພໍ​ສົມຄວນ ​ໂດຍ​ຈະ​ໃຊ້​ວິທີ​ໃດ​ກໍ່​ໄດ້ ​ເຊັ່ນ: ​ແບບ​ໂຕ​ເຕ (T), ​ແບບ​ສີ່​ລ່ຽມ ​ແລະ ອື່ນໆ
ການ​ລ້ຽງ​ເນຶ້ອ​ເຢື່ອ: ​ເປັນ​ການ​ນຳ​ເອົາ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ພືດ ​ເຊິ່ງມັກ​ນິຍົມ​ນຳ​ໃຊ້​ສ່ວນ​ຍອດ​ອ່ອນ ​ໄປ​ເພາະ​ລ້ຽງ​ໃນ​ຫ້ອງ​ທົດ​ລອງ ​ເພື່ອ​ໃຫ້​ໄດ້​ຕົ້ນ​ອ່ອນ​ອອກ​ມາ ຂໍ້​ດີ​ຄື ສາມາດ​ຜະລິດ​ໄດ້​ເທື່ອ​ລະ​ຫຼາຍໆ ​ແລະ ກຳນົດ​​ໄລຍະ​ການຈະ​ເລີ​ນ​ເຕີບ​ໂຕ ​ແລະ ອອກດອກ​ໄດ້​ດີ ​ແຕ່​ຂໍ້​ເສຍ​ຄືຂ້ອນ​ຂ້າງ​ຫຍຸ້ງຍາກ ​ແລະ ​​​ໃຊ້ຕົ້ນ​ທຶນ ​ແລະ ​ເຕັກນິກ​ວິຊາ​ການຂັ້ນ​ສູງ ຈະ​ເປັນ​ບໍລິສັດ​ຂະໜາດ​ໃຫຍ່ ທີ່​ນິຍົມ​ໃຊ້.
ສະພາບ​ທີ່​ເໝາະ​ສົມ​ໃນ​ການ​ປູກ
ພື້ນ​ທີ່ປູກ ຄວນ​ປູກ​ໃນ​ບ່ອນ​ທີ່​ລະບາຍ​ນ້ຳ​ໄດ້​ດີ ມີ​ຄວາມ​ເປັນ​ສົ້ມ​ເລັກ​ນ້ອຍ (ດິນສົ້ມ) pH ປະມານ 6-6.5 ​ແລະ ​ໄດ້​ຮັບແສງ​ແດດ​ຢ່າງ​ນ້ອຍ 6 ຊົ່ວ​ໂມງ, ອຸນນະພູມ​ທີ່​ເໝາະ​ສົມ​ໃນ​ການຈະ​ເລີ​ນຂອງ​ກຸຫຼາບ​ຄື: ກາ​ຄືນ 15-18˚C ​ແລະ ກາງ​ເວັນ 20-25˚C ​​ເຊິ່ງ​ເປັນ​​​ຊ່ວງອຸນນະພູມ​ທີ່​ຈະ​ເຮັດ​ໃຫ້ດອກ​ກຸຫຼາບ​ມີ​ຄຸນ​ນະພາ​ບດີ ​ແລະ ​ໃຫ້​ຜົນ​ຜະລິດ​ສູງ. ຫາກ​ອຸນນະພູມ​ຕ່ຳ​ກວ່າ 15˚C ການຈະ​ເລີ​ນ​ເຕິີບ​ໂຕ ​ແລະ ການ​ອອກດອກ​ຈະ​ຊ້າ​ຫຼາຍ, ຫາກ​ອຸນນະ​ພູມ​ສູງ​ກວ່າ 28˚C ຄວນ​ໃຫ້​ມີ​ຄວາມ​ຊຸ່ມ​ໃນ​ອາກາດ​ສູງ ​ເພື່ອ​ຫຼຸດຜ່ອນ​ການ​ຄາຍ​ນ້ຳ. ຄວາມ​ຊຸ່ມ​ສຳ​ພັດ​ທີ່​ເໝາ​ະສົມ​ກັບ​ການຈະ​ເລີ​ນ​ເຕີບ​ໂຕ ​ຂອງ​​ກຸຫຼາບ​ຄື 70-80% ກຸຫຼາບ​ຈະໃຫ້​ຜົນ​ຜະລິດ​ສູງ ​ແລະ ດອກ​ມີ​ຄຸນ​ນະພາ​ບດີ ​ຖ້າ​ຄວາມ​ເຂັ້ມຂອງ​ແສງຫຼາຍ ​ແລະ ຊ່ວງ​ກາງ​ເວັນ​ຍາ
ການ​ໃຫ້​ນ້ຳ ​
​ກຸຫຼາບ ​ເປັນ​ພືດ​ທີ່​ຕ້ອງການ​ຄວາມ​ຊຸ່ມ​ຊື່ນ​ສູງ ປະລິມານ​ການ​ໃຫ້​ນ້ຳ​ລົງ​ໃນ​ດິນ ຄວນ​ໃຫ້​ຊຸ່ມ​ເລິກ ປະມານ 40 ຫາ 45 ຊັງ​ຕີ​ແມັດ. ການໃຫ້​ນ້ຳ​ດ້ວຍ​ລະ​ບົບນ້ຳ​ຢອດ ຫຼື ​ໃຊ້​ຫົວ​ພົ່ນ​ນ້ຳ​ລະຫວ່າງ​ແຖວ​ປູກ ອັດຕາ 6-7 ລິດ/ຕາ​ແມັດ/ອາທິດ. ອາດ​ໃຫ້​ທຸກມື້, ມື້​ບາ​ມື້ ຫຼື 2-3 ວັນ​ຕໍ່​ຄັ້ງ ​ແລ້ວ​ແຕ່​ສະພາບ​ການ​ອຸ້ມ​ນ້ຳຂອງ​ດິນ ຢ່າ​ຫົດ​ນ້ຳ​ໃຫ້​ດິນ​ປຽກຫຼາຍ​ຕະຫຼອດ​ເວລາ ຄວນ​ໃຫ້​ດິນ​ມີ​ໂອກາດ​ລະບາຍ​ນ້ຳ ​ແລະ ມີ​ອາກາດ​ເຂົ້າ​ໄປ​ແທນ​ທີ່, ສິ່ງ​ທີ່​ຄວນ​ຄຳນຶງ​ເຖິງ​ຄື ບໍ່​ຄວນ​ໃຫ້​ນ້ຳ ​ໃຫ້​ຖືກ​​ໂຄນໃບ​ກຸຫຼາບ ​ເພາະ​ພະຍາດ​ບາງ​ຊະນິດ ທີ່​ຢູ່​ຕາມ​ໃບ ຫຼື ກິ່ງຈະ​​ແພ່​ລະບາດ ​ແລະ ກະຈາຍ​ໄດ້​ງ່າຍ ການ​ຫົດ​ນ້ຳ ກໍ່​ບໍ່​ຄວນ​ຫົດ​ລົງ​ດິນ​ຢ່າງ​ຮຸ່ນ​ແຮງ​ຈົນ​ເມັດ​ດິນ​ພົ້ງ ກະ​ເດັນ​ຖື​ກຕົ້ນ ຈະ​ເຮັດ​ໃຫ້​ພະຍາດ​ບາງ​ຊະນິດ​ໃນ​ດິນ ລະບາດ​ຂື້ນ​ຕົ້ນ​ໄດ້​ງ່າຍ.
ການ​​ໃສ​ຝຸ່ນ
​ໃສ່ຝຸ່ນຮອງ​ພື້ນກ່ອນ​ປູກ​ຄື ຝຸ່ນທີ່​ປະສົມ​ກັບ​ເຄື່ອງ​ປູກ​ກ່ອນ​ການ​ປູກ​ພືດ ຊຶ່ງ​ໃຫ້​ປະ​ໂຫຍ​ດ 2 ຢ່າງ​ຄື: ​ໃຫ້​ທາດ​ອາຫານ​ທີ່​ພືດ​ຕ້ອງການ​ຢ່າງ​ພຽງພໍ​ຕັ້ງ​ແຕ່​ເລີ່​ມປູກ ແລະ ​ໃຫ້​ທາດ​ອາຫານ​ບາງ​ຊະນິດ​ໃນ​ປະລິມານ​ຫຼາຍ ແລະ ພຽງພໍ​ສຳ​ຫຼັບ​ການ​ປູກ​ພືດ​ຕະຫຼອດ​ລະດູ ຊຶ່ງ​ເຮັດ​ໃຫ້​ສາມາດ​ລົດ​ການ​ໃຫ້​ຝຸ່ນນັ້ນໆ​ໄດ້. ລະຫວ່າງ​ການ​ປູກພືດ ການ​ໃຫ້​ທາດ​ອາຫານ​ທຸກ​ຊະນິດ​ແກ່​ພືດ​ໃນ​​ເວລາ​ປູກ ​ເຮັດ​ໄດ້​ລຳບາກ​ເນື່ອງ​ຈາກ​ມີ​ເຖິງ 13 ທາດ ທາດ​ບາງ​ຊະນິ​ດຈະ​ມີ​ໃນ​ດິນ​ຢູ່​ແລ້ວ ບາງ​ຊະນິດ​ຕ້ອງ​ໃຫ້​ເພີ່ມ​ເຕີມ​ຫາກ​ເປັນ​ໄປ​ໄດ້​ຄວນ​ສົ່ງ​ດິນ​ໄປ​ວິ​ໃຈ​ກ່ອນ​ເພື່ອ​ຈະ​ໄດ້ຮັບ​ຄຳ​ແນະນຳ​ວ່າ​ຄວນ​ປັບປຸງ​ດິນ​ໄດ້​ແນວ​ໃດ. ​ໂດຍ​ທົ່ວ​ໄປ​ແລ້ວ ການ​ໃຫ້​ຝຸ່ນ​ໃນ​ໄລຍະ​ທຳ​ອິດ​ຂອງ​ການ​ປູກ ​ເປັນ​ໄລຍະ​ທີ່​ຕົ້ນ​ກຸຫຼາບ​ຈະ​ເລີ​ນ​ເຕີບ​ໂຕ ສ້າງ​ໃບ ​ແລະ ກິ່ງ ຄວນ​ໃສ່​ຝຸ່ນ​ເຄມີ​ທີ່​ມີ​ສູດ ຕົວ​ທຳ​ອິດ ຄື ​ໄນ​ໂຕຼ​ເຈນ ​ໃນ​ປະລິມານ​ທີ່​ສູງ ​ໂດຍ​ໃສ່​ທຸກໆ 15 ຫຼື 30 ວັນ ​ໃນ​ປະລິມານ​ການ​ໃສ​ແບບ​ກະ​ຕວງ​ປະມານ​ໜຶ່ງ​ກຳມື ຕໍ່​ຕົ້ນ ກ່ອນ​ໃສ່​ຝຸ່ນ​ຄວນ​ມີ​ການ​ພວນ​ດິນ​ຕື້ນໆ ຢ່າ​ໃຫ້​ກະທົບ​ຮາກ​ຂອງ​ຕົ້ນ​ກຸຫຼາບ​ຫຼາຍ ​ໂດຍ​ວ່າ​ນຝຸ່ນ​ອ້ອມໆ ​ໂຄນ​ຕົ້ນ ​ໃຫ້​ຫ່າງ​ຈາກ​ໂຄນ​ຕົ້ນ 10 ຫາ 15 ຊັງ​ຕີ​ແມັດ ​ແລ້ວ​ແຕ່​ຂະໜາດ​ຂອງ​ຊົງ​ພຸ່ມ ຈາກ​ນັ້ນ ຄວນ​ຫົດ​ນ້ຳ ​ໃຫ້​ຊຸ່ມ​ພໍປະມານ (ຢ່າ​ຫົດ​ຈົນ​ນ້ຳ​ຖ້ວມ) ​ເມື່ອ​ກຸຫຼາບ​ເລີ່​ມອອກດອກ​ຄວນ​ໃຫ້​ຝຸ່ນ​ເຄມີ ທີ່​ສູດ​ໂຕ​ທີສອງ ​ແລະ ທີ ສາມ ຄື ຟອດສະ​ຟໍລັດ ​ແລະ ​ໂປ​ແຕັດ​ຊຽມສູງ ​ໄປ​ຄວບ​ຄູ່​ກັນ ​ເພື່ອ​ເລັ່ງການ​ອອກດອກ ​ແລະ ​ເຮັດ​ໃຫ້​ກ້ານ​ດອກ​​ແຂງ​ແຮງ ນອກຈາກ​ນີ້ ຄວນ​ໃຫ້​ຝຸ່ນ​ຊະນິດ​ໃຫ້​ທາງ​​ໃບ​ໄດ້ ກໍ່​ເປັນ​ດີ ຂໍ້​ຄວນ​ລະວັງ​ໃນ​ການ​ໃຫ້​ຝຸ່ນ​ຫຼັງ​ຈາກ​ປູກ​ແລ້ວ ຄື ຄວນວ່າ​ນຝຸ່ນ​ໃຫ້​ຮອບໆ​ຕົ້ນ​ຢ່າງ​ສະ​ໜໍ່າສະ​ເໝີ ຢ່າ​ໃສ່​ເປັນ​ຈຸ້ມ ຫຼື ບ່ອນ​ດຽວ​ຫຼາຍໆ ​ເພາະ​ອາດ​ເຮັດ​ໃຫ້​ດິນ​ບໍລິ​ເວນ​ດັ່ງກ່າວ​ເຄັມ ​ແລະ ກະທົບ​ຕໍ່​ຮາກ​ຂອງ​ຕົ້ນ​ກຸຫຼາບ​ໄດ້
ການ​ຕັດ​ແຕ່ງກິ່ງ​​ກ້ານ​ກຸ​ຫຼາບ
ການ​ບົວລະບັດຮັກສາ​ກຸຫຼາບ​ໄລຍະ​ທຳ​ອິດຫຼັງ​ການ​ປູກ ​ເມື່ອ​ຕາ​ກຸຫຼາບ​ເລີ່​ມ​ແຕກ ຄວນ​ສົ່ງ​ເສີ່​ມ​ໃຫ້​ມີ​ການຈະ​ເລີ​ນທາງ​ໃບ ​ເພື່ອ​ການ​ສະ​ສົມ​ອາຫານ ​ແລະ ສ້າງກິ່ງ​ກ້ານ​ ເພື່ອ​ໃຫ້​ໄດ້​ດອກ​ທີ່​ມີ​ຂະໜາດ​ໃຫຍ່ ​ແລະ ກ້ານ​ຍາວ ​ເຊິ່ງ​ເຮັດ​ໄດ້​ດ້ວຍ​ການ​ເດັດ​ຍອດ​ເປັນ​ໄລຍະ​ປະມານ 2-3 ​ເດືອນ ​ໂດຍ​ເດັດ​ສ່ວນ​​ເທິງ​ໃບ​ສົມບູນ (5​ໃບ​ຍ່ອຍ) ​ໃບ​ທີ່​ສອງ​ຈາກ​ຍອດ ​ເມື່ອ​ດອກ​ມີ​ຂະໜາດ​ເທົ່າ​ເມັດ​ຖົ່ວ​ ຈາກ​ນັ້ນ​ກິ່ງຫຼັກຈະ​ເລີ່​ມ​ແທງ​ອອກ ຊຶ່ງ​ກິ່ງຫຼັກນີ້​ຈະ​ເປັນ​ໂຄງ​ສ້າງ​ໃຫ້​ຕົ້ນ​ກຸຫຼາບ ທີ່​ໃຫ້​ດອກ​ມີ​ຄຸນ​ນະພາ​ບດີ.
ການ​ຕັດ​ແຕ່ງ​ກິ່ງ
ການ​ຕັດ​ແຕ່ງ​ກິ່ງ​ກຸຫຼາບປະຕິບັດ​ໄດ້​ຫຼາຍ​ວິທີ ​ແຕ່​ລະວິ​ທີ​ຈະ​ໃຊ້ຫຼັກການ​ທີ່​ຄ້າຍຄື​ກັນ ຄື​ຕັດ​ແຕ່ງ​ເພື່ອ​ໃຫ້​ໄດ້​ກິ່ງ​ທີ່​ສົມບູນ​ເພື່ອ​ການ​ຕັດ​ດອກ ​ແລະ ​ເພື່ອ​ໃຫ້​ໄດ້​​ກິ່ງຫຼັກ (Water sprout ຫຼື bottom break) ຫຼາຍ​ຂື້ນ ​ແລະ ຈະ​ຮັກສາ​ໃບ​ໄວ້​ກັບ​ຕົ້ນ​ໃຫ້​ຫຼາຍ​ທີ່​ສຸດ ​ເພື່ອ​ໃຫ້​ໄດ້​ກິ່ງທີ່​ສົມບູນ​ທີ່​ສຸດ​ຄວນ​ຮັກສາ​ໃຫ້​ພຸ່ມ​ກຸຫຼາບ​​ໂລ່ງ ​ແລະ ບໍ່​ສູງ​ຫຼາຍ​ເກີນ​ໄປ​ ​ເພື່ອ​ສະດວກຕໍ່​ການ​ບົວລະບັດ​ຮັກສາ ​ແລະ ​ແສງ​​ແດດ​ສ່ອງ​ຮອດ​ໂຄນ​ຕົ້ນ​ກຸຫຼາບ​ ຈະ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເກີດ​​ກິ່ງຫຼັກອີກ​ດ້ວຍ ການ​ຕັດ​ແຕ່ງ​ກິ່ງ​ທີ່​ນິຍົມ​ໃນ​ປັດຈຸບັນ ​ໄດ້​ແກ່​ການ​ຕັດ​ແຕ່ງ​ກິ່ງ​ແບບ ຕັດ​ສູງ ​ແລະ ຕັດ​ຕ່ຳ. ​ເຊິ່ງການ​ຕັດ​ແຕ່ງ​ແບບ ຕັດ​ສູງ ​ແລະ ຕ່ຳ (ສູງ ​ແລະ ຕ່ຳ​ຈາກ​ຈຸດ​ກຳ​ເນີ​ດຂອງ​ກິ່ງ​ສຸດ​ທ້າຍ) ​ເປັນ​ການ​ຕັດ​ແຕ່ງ​ເພື່ອ​ໃຫ້​ມີ​ການ​ຜະລິດ​ດອກ​ສະ​ໝ່ຳສະ​ ເໝີ​ຕະຫຼອດປີ.
ກ່ຽວ​ກັບ​ພະຍາດ, ແມງ​ໄມ້, ການ​ປູກ ​ແລະ ການ​ບົວລະບັດ​ຮັກສາ ຂອງກຸຫຼາບ ອ່ານ​ຕໍ່ ສະບັບ ທີ 3 ພຶດສະພາ 2013
ໝາຍເຫດ: ​ເນື້ອຫາສ່ວນໜຶ່ງ​​ໄດ້ຈາກການລວບລວມຈາກເອກສານຫຼາຍແຫ່ງ ທີ່ບໍ່ແມ່ນເອກະສານອ້າງອີງທາງດ້ານວິຊາການ ບໍ່ແນະນຳໃຫ້ນັກຮຽນ, ​ນັກສຶກສາເອົາຂໍ້ມູນ ຫຼືເນຶ້ອໃນບົດເປັນຂໍ້ມູນອ້າງອີງ.

ປະ​ເດັນ​ຫຼັກ​ໃນ​ບົດ: “ການຄັເລືອກສາຍພັນກຸຫຼາບໃນປັດຈຸບັນຈະຄຳນຶງເຖິງຜົນປະໂຫຍແລະ ຄວາມຄຸ່ມຄ່າທີ່ຜູ້ຊື້ຈະໄດ້ຮັບຫຼາຍກວ່າ​ ການທີ່ຈະຄຳນຶງສະເພາະຄວາມງາມຂອງດອກເພາະຖ້າດອກງາມແຕ່ເມື່ອຊື້ໄປແລ້ວຈະຫ່ຽວແຫ້ງທັນທີກໍ່ບໍ່ຄຸ້ມຄ່າ

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here