ມິ​ຮາ​ລ ລາຊາຣິດີ​ສ ປະທານ ແບັກເບີຣີ ລາອອກແລ້ວ. - dokhukcolumnist

Post Top Ad

Responsive Ads Here

วันอาทิตย์ที่ 21 เมษายน พ.ศ. 2556

ມິ​ຮາ​ລ ລາຊາຣິດີ​ສ ປະທານ ແບັກເບີຣີ ລາອອກແລ້ວ.


05-03-2013-B-1-business


ທ່ານ ມິຮາ ລາຊາຣິດີ (​ໄມ) Mihal Lazaridis, ຜູ້ປະກອບການ ທັງເປັນຜູ້ບໍລິຫານທຸລກິດທີ່ໃຈບຸນ (​ເກີດ 1961 ທີ່ ອິສຕັນບູລ, ຕຸລະກີ) ​ໄມ ລາຊາຣິດີເຂົ້າມາຢູ່ທີ່ແຄນາດາກັບພໍ່ແມ່ຊາວເກຣັກ ຕອນອາຍຸ 5 ປີ, ​ໃນຕອນນັ້ນລາວຮຽນວິສາວະກຳໄຟຟ້າ ທີ່ມະຫາວິທະຍາໄລວໍເຕີລູ, ປີ 1984 ​ໄດ້ສ້າງຕັ້ງ RESEARCH IN MOTION (RIM)ຂຶ້ນ ບໍລິສັດເທັກໂນໂລຊີໄຮ້ສາຍທີ່ປະຕິວັດອຸດສາຫະກຳການສື່ສານກັບການພັດທະນາຂອງ BlackBerry.
ລາຊາຣິດີ ມັກວິທະຍາສາດມາຕັ້ງແຕ່ນ້ອຍແລະ ຫຼົງໄຫຼວິທີການເຮັດວຽກຂອງສິ່ງຂອງຕ່າງໆ, ລາຊາຣິດີ ກັບ​​ບັນດາເພື່ອນໃຊ້ເວລາຢ່າງຫຼວງຫຼາຍຢູ່ຫ້ອງ​​ໃຕ້ດິນເພື່ອສ້າງວິທະຍຸ, ຈະຫຼວດແລະ ສິ່ງອື່ນໆ, ຕອນອາຍຸ 12 ປີ ລາວໄດ້ຮັບລາງວັນການອ່ານໜັງສືວິທະຍາສາດໃນຫ້ອງສະໝຸດສະທາລະນະ ວິນເຊີ, ຂະນະທີ່ຮຽນຢູ່ຊັ້ນມັດທະຍົມ ລາຊາຣິດີ ໄດ້ຮຽນຫຼັກສູດວິທະຍາສາດເຊິ່ງຈະເປັນການປູທາງໃຫ້ລາວໄດ້ເຂົ້າຮຽນຢູ່ມະຫະວິທະຍາໄລ ນອກນີ້ລາວຍັງໄດ້ຮຽນຫຼັກສູດການຄ້າທັງນີ້ກໍເພື່ອເສີ່ມສັກກະຍະພາບໃນການເຂົ້າສູ່ທາງວິທະ ຍາສາດ​​ໃຫ້ໄດ້ໄວຂຶ້ນ
ໃນປີ 1979 ​ໄດ້ກຳໄລຈາກການນຳເອົາເກມຍອດຍິຍົມ REACH FOR THE TOP ມາດັດແກ້ຄືນ​​ໃໝ່ ຫຼັງຈາກນັ້ນລາວກໍໄດ້ເຂົ້າຮຽນຢູ່ທີ່ມະຫາວິທະຍາໄລວໍເຕີລູ. ທ່ານ ດຸກເຟຣກິນເປັນເພື່ອສະໜິດຂອງລາວທີ່ຮຽນນຳກັນມາແຕ່​​ນ້ອຍ ພວກເຂົາໄດ້ກໍ່ຕັ້ງ RIM ບໍລິສັດທີ່ປຶກສາດ້ານ ອີເລັກໂທນິກແລະ ທຸລະກິດຄອມພິວເຕີ ຈົນກາຍເປັນທີ່ຍອມຮັບຂອງຫຼາຍໆຄົນ ຫຼັງຈາກນັ້ນໄດ້ສຸມໃສ່ການພັດທະນາເທັກໂນໂລຊີ ສຳລັບການສົ່ງຂໍ້ມູນໄຮ້ສາຍເຊັ່ນວ່າ: ອີເມລ, ການສົ່ງຂໍ້ຄວາມແລະ ຈັດຕັ້ງປະຕິບັດລະບົບໂອນຖ່າຍຂໍ້ມູນໄຮສາຍຕໍ່ຈາກນັ້ນກໍມີໄມເຄີລ ບາລສຕິນ ໝູ່ທີ່ຮຽນນຳກັນເຂົ້າມາຮ່ວມງານ. 1986 ພວກລາວໄດ້ຮັບລາງວັນ ການສ້າງລະບົບ RIM ​ໃນມູນຄ່າ 6 ​ແສນໂດລາສະຫະລັດຈາກ :GENERAL MOTORS ທັງທີ່ພວກເຂົ້າຍັງເປັນນັກຮຽນຢູ່.
ໃນປີ 1992 ​ໄມຄ ລາຊາຣິດີ ກໍໄດ້ສົມທົບກັບ Jim Balsillie ​ໃນການເປັນຊີອີໂອຮ່ວມປະສົມປະສານລະຫວ່າງວິໄສທັດທາເທັກນິກ ຂອງ ລາຊາຣິດີແລະ ຄວາມສຽບແຫຼມທາງດ້ານທຸລກິດຂອງ Balsillie, ​ໄດ້​​ເບິ່ງເຫັນ RIM ຂະຫຍາຍຈາບໍລິສັດຂະໜາດນ້ອຍທີ່ມີພະນັກງານພຽງ 10 ຄົນໃນປີ 1992 ຫາ ທ້າຍປີ 2007 ​ໄດ້ບັນລຸເກີນຄາດໝາຍໂດຍສະເລ່ຍມູນຄ່າ 68 ຕື້ໂດລາ. ອຸດສາຫະກຳນັບມື້ນັບກ້າວໄປໜ້າເລື້ອຍໆໂດຍການນຳຂອງ APPLE ​ແລະ iPhone ​ແລະໃນຕອນນັ້ນຍອດຂາຍ RIM ກໍຍັງຄົງເຕີບໂຕເກືອບເຖິງ 20 ຕື້ໂດລາໃນລະຫວ່າງສົກປີງົບປະມານ 2011.
ການຈະເລີເຕີບ​​ໂຕຂອງ RIM ​ເລີ່ມຊ້າລົງ ຍອດຜູ້ບໍລິໂພໃນຕະຫຼາດໃນຄານາດາເລີ່ມຫຼຸດລົງເກືອບ 60% ຂອງຍອດຂາຍມາຈາກປະເທດອື່ນ, ​ເຊິ່ງກົງກັນຂ້າມໄອໂຟນແລແອນດຣອຍໄດ້ກາຍເປັນທີ່ນິຍົມຍິ່ງຂຶ້ນ. ການປ່ຽນແປງຂອງຕະຫຼາດເຮັດ​​ໃຫ້ RIM ຕ້ອງປະເຊີນກັບບັນຫາໜັກເຖິງແມ່ນວ່າຈະມີການປະກາດບັນທັດໃໝ່ຂອງ  "superphones" ​ໃນປີ 2012, RIM ​ກໍຍັງມີຄວາມຊ່ຽງຕໍ່ກັບການຫຼຸດລົງຂອງຜູ້ຖືຫຸ້ນເກືອບ 55% ​ໃນປີຜ່ານມາ ທັງນີ້ຜູ້ຖືຫຸ້ນຮຽກຮ້ອງໃຫ້ມີການປ່ຽນແປງໂດຍສະເພາະແມ່ນໃນການນຳຂອງບໍລິສັດ.
ຫຼັງຈາກຫຼາຍເດືອນແຫ່ງການກົດດັນໃນວັນທີ 22 ມັງກອນ 2012 ບໍລິຫານໄດ້ປະກາດສູ່ມະຫາຊົນໃນການປ່ຽນແທນຕຳແໜ່ງປະທານຮ່ວມຂອງ Lazaridis ​ແລະ Balsillie ​ໃຫ້ເປັນພຽງສະມາຊິກຄະນະກຳມະການ ໂດຍແຕ່ງຕັ້ງ ທ່ານ ທໍເຊີນ ຮິນສ (Thorsten Heins) ປະທານເຈົ້າໜ້າທີ່ຝ່າຍປະຕິບັດການຂຶ້ນບໍລິຫານແທນ ຈົນມາຮອດວັນທີ 29 ​ເດືອ ມີນາ 2012  Balsillie ​ໄດ້ລາອອກ.

ຄວາມສຳເລັດຂອງ RIM ​ເຮັດຄູ່ຜົວເມຍ​​ໄດ້ບໍລິຈາກສ້າງຕັ້ງ ສະຖາບັນ ທິດສະດີ ຟິຊິກ, ການບໍລິຈາກປີ 2004 ທີ່ ມະຫາວິທະຍາໄລ ວໍເຕີລູເພື່ອຊ່ວຍສ້າງສະຖານບັນ ຄວນຕຳຄອມພິວເຕີແລະໃນປີ 2005 ກໍໄດ້ບໍລິຈາກໃຫ້ທາງມະຫາວິທະຍາໄລຕື່ມອີກສ່ວນໃຫຍ່ແມ່ນການສະໜັບສະໜູນທາງສະຖາບັນແລະຫຼັກສູດວິສາວະກຳ.
ໄມ ລາຊາຣິດີເປັນຜູ້ສະໜັບສະໜູນທີ່ກະຕືລືລົ້ນສຳລັບການສຶກສາທີ່ສູງຂຶ້ນແລະ ການວິໄຈທາງວິທະຍາສາດ ລາວເປັນສະມາຊິກຂອງວິທະຍາສາດທຳມະຊາດແລະ ເປັນຄະນະກຳມະການ ວິສະວະກຳດ້ານການວິໄຈ ຂອງ ການາດາ (NSERC), ​ເປັນປະທານຜູ້ຄວບຄຸມສະມາຄົມຂໍ້ມູນຂ່າວສານເທັກໂນໂລຊີ ຂອງການາດາແລເປັນສະມາຊິກຄະນະກຳມະການຂອງມະຫາວິທະຍາໄລ ວໍເຕີວູ. ປີ 2003 ລາວໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີຂອງມະຫາວິທະຍາໄລ ວໍເຕີວູ.
ຕັ້ງແຕ່ RIM ກໍ່ຕັ້ງ ລາຊາຣິດີໄດ້ຈົດທະບຽນສິດທິບັດຈຳນວນມະຫາສານແລະ ກໍໄດ້ຮັບລາງວັນດ້ານ ນະວັດຕະກໍເທັກໂນໂລຊີໄຮ້ສາຍແລະ ຊອບແວຕ່າງໆ ບວກກັບການບໍລິຈາກຕ່າງໆເຊັ່ນດຽວກັນ. ປີ 1999 ທ່ານໄດ້ຮັບລາວັນ ອອສກາໂດຍຜົນງານການປະດິດເຄື່ອງອ່ານບາໂຄ້ດແບບດີຈິຕອລ ສຳລັບການແກ້ໄຂຮູບເງົາ. ປີ 2000 ທ່ານໄດ້ຮັບລາງວັນກິດຕິມະສັກ ຈາກມະຫາວິທະຍາໄລວໍເຕີວູແລະໄດ້ McMaster University ​ໃນປີ 2005 ​ແລະ ລາງວັນຕ່າງໆອີກຫຼາຍໆຢ່າງ

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here