ຄວາມ​ຍືນ​ຍົງ​ໃນ​ລະບົບ​ຕ່ອງ​ໂສ້​ທຸລະ​ກິດ. - dokhukcolumnist

Post Top Ad

Responsive Ads Here

วันอาทิตย์ที่ 28 เมษายน พ.ศ. 2556

ຄວາມ​ຍືນ​ຍົງ​ໃນ​ລະບົບ​ຕ່ອງ​ໂສ້​ທຸລະ​ກິດ.


29-04-2013-B-2-managyment zone


ປະເດັນຫຼັກໃນບົດ: “ຄວາມ​ຍືນ​ຍົງ​ໃນ​ລະບົບ​ຕ່ອງ​ໂສ້​ທຸລະ​ກິດ ​ເປັນ​ຂົວຕໍ່ສຳຄັນ​ທີ່​ເຮັດ​ໃຫ້​ອົງ​ກອນ​ສາມາດ​ດຳ​ເນີນ​ງານ​ຕອບ​ໂຈດ​ຄວາມ​ຍືນຍົງ​ໃນ​ອົງ​ກອນ ​ໄປ​ສູ່ການ​ຕອບ​ໂຈດ​ຄວາມ​ຍັງ​ຍືນ​ຂອງ​ສັງຄົມ”

​ມື້ນີ້ອົງ​ກອນ​ທຸລະ​ກິດ​ໄດ້​ນຳ​ຄຳ​ວ່າ “ຄວາມ​ຍືຍົງ” (Sustainability) ມາ​ໃຊ້ຫຼາຍບໍລິບົດ ທັງ​ໃນ​ລະດັບ​ອົງ​ກອນ​ທີ່​ຄຳນືງ​ເຖິງ​ສະ​ເພາະ​ຄວາມ​ສາມາດ​ຂອງ​ອົງ​ກອນ ​ໃນ​ການ​ຕອບ​ສະໜອງຕໍ່ຄວາມ​ຈຳ​ເປັນ​ທາງ​ທຸລະ​ກິດ​​ໃນ​ປັດຈຸບັນ ​ແລະ ມີ​ຄວາມ​ຄ່ອງ​ຕົວ ​ແລະ ການຈັດຕັ້ງ​ເຊີງ​ຍຸດ​ທະ​ສາດ ທີ່​ເຮັດ​ໃຫ້​ອັງ​ກອນ​ມີ​ຄວາ​ມພ້ອມ​ຕໍ່ທຸລະ​ກິດ, ຕະຫຼາດ ​ແລະ ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ງານ​ໃນ​ອານາ​ຄົດ ​ແລະ ​ໃນ​ລະດັບ​ທີ່​ກວ້າງ​ຖັດມາ​ຄື ຄວາມ​ຍັງ​ຍືນ​ທີ່​ຄວບ​ຄຸມ​ໃນ​ລະດັບ​ຕ່ອງ​ໂສ້​ອຸປະ​ທານ (Supply Chain) ຫຼື ​ໃນ​ລະດັບ​ຕ່ອງ​ໂສ້​ຄຸນຄ່າ (Value Chain) ທີ່​ຂະຫຍາຍ​ການ​ຄຳນື່ງ​ເຖິງ​ປັດ​ໄຈ​ພາຍ​ນອກ​ອົງ​ກອນ​ທີ່​ສິງ​ແວດ​ລ້ອມ​ຢູ່​ລາຍ​ຮອບ​ອົງ​ກອນ ​ເຊິ່ງກໍ່ຍັງ​ເປັນ​ໄປ​ເພື່ອ​ເສີມໜູນຂີດ​ຄວາມ​ສາມາດ​ຂອງອົງ​ກອນ ​ໃນ​ການ​ຕອບ​ສະໜອງປະ​ເດັ່ນ​ທາງ​ທຸລະ​ກິດ​ເປັນ​ສຳຄັນ ​ແຕ່​ໄດ້​ຖ່າຍ​ອິດອິດພົນ​ໃຫ້​ອົງ​ກອນ​ຂ້າງຄຽງ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ​ໄດ້​ດຳ​ເນີນ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ເພີ່ມ​ຕື່ມ ​ໄປ​ຈົນ​ເຖິງ​ຄວາມ​ຍັງ​ຍືນ​ໃນ​ລະດັບ​ທີ່​ກວ້າງ​ສຸດ​ຄື ຄວາມ​ຍັງ​ຍືນ​ຂອງ​ສັງຄົມ​ໂດຍ​ລວມ ທີ່​ຈຳ​ເປັນ​ຕ້ອງ​ກ່ຽວຂ້ອງ​ກັບ​ອົງ​ກອນ ຫຼື ໜ່ວຍງານ​ໃນ​ພາກສ່ວນ​ອື່ນໆ ​ເພີ່ມ​ຕື່ມ
ຄວາມ​ຍັງ​ຍືນ​ໃນ​ຕ່ອງ​ໂສ້​ທຸລະ​ກິດ​ຂອງ​ອົງ​ກອນ ​ໂດຍ​ທົ່ວ​ໄປ​ຈະ​ກ່ຽວຂ້ອງ​ກັບ​ຜູ້​ມີ​ສ່ວນ​ໄດ້​ເສຍ​ທີ່​ເປັນ​ຜູ້​ສົ່ງ​ມອບ, ຜູ້​ປ້ອນ​ວັດ​ສະດຸ​-ອຸປະກອນ, ​ແຮງ​ງານ​ໃນ​ອົງ​ກອນ, ລູກ​ຄ້າ, ຜູ້​ຈັດ​ສົ່ງ, ຜູ້​ຈັດ​ເກັບ, ຜູ້​ຈັດ​ຈຳໜ່າຍ, ຊຸມ​ຊົນ​ທ້ອງ​ຖິ່ນ ​ແລະ ອື່ນໆ ​ໂດຍ​ສາມາດ​ຈຳ​ແນ​ກອອກ​ເປັນ​ຝັງ​ຕົ້ນນ້ຳ, ຝັ່ງ​ປາຍ​ນ້ຳ​ ​ແລະ ພາຍ​ໃນ​ຕົວ​ອົງ​ກອນ ​ເຊິ່ງມີ​ພະ​ນັງານ​ທີ່​ສາມາດ​ເປັນ​ໄດ້​ທັງ​ລູກ​ຄ້າ ​ແລະ ສະມາຊິກໜຶ່ງຂອງ​ຊຸມ​ຊົນ.

ການ​ພິຈາລະ​ນາ​ຄວາມ​ກ່ຽວຂ້ອງ​ຂອງ​ຜູ້​ມີ​ສ່ວນ​ໄດ້​ເສຍ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ຄວນ​ຄຳນື່ງ​ເຖິງ​ຜົນ​ກະທົບ​ທີ່​ມີ​ວິ​ໄນ​ສຳຄັນ​ອັນ​ເກີດ​ຈາກ​ການ​ດຳ​ເນີນ​ງານ​ຂອງ​ອົງ​ກອນ ​ໂດຍ​ຂໍ້​ພິຈາລະນາ​ທີ່​ສຳຄັນ​ຄື ກິດຈະກຳ​ຂອງ​ອົງ​ກອນ, ຜະລິດ​ຕະພັນ​, ບໍລິການ ​ແລະ ຄວາມ​ກ່ຽວ​ໂຍງ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ທີ່​ກໍ່​ໃຫ້​ເກີດ​ຜົນ​ກະທົບ​ທາງ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ກັບ​ຜູ້​ມີ​ສ່ວນ​ໄດ້​ເສຍ​ເຫຼົ່ານັ້ນ ໜ່ວຍງານ​ທີ່​ອົງ​ກອນ​ມີ​ສ່ວນ​ແຫ່ງ​ຄວາມ​ເປັນ​ເຈົ້າຂອງ​ເຊັ່ນ: ກິດຈະການ​ໃຫຍ່, ກິດຈະການ​ຍ່ອຍ, ກິດຈະການ​ຮ່ວມ​ຄ້າ ​ແລະ ອື່ນໆ ຄວາມ​ກ່ຽວ​ໂຍງ​ກັບ​ຄູ່​ຄ້າ​ໃນ​ຝັ່ງ​ຕົ້ນນ້ຳ ​ແລະ ຝັ່ງປາຍ​ນ້ຳທັງ​ທາງ​ກົງ ​ແລະ ທາງ​ອ​້ອມ ລວມ​ເຖິງ​ກິດຈະກຳ ​ແລະ ຄວາມ​ກ່ຽວ​ໂຍງ​ໃນ​ຮູບ​ແບບ​ອື່ນ​ລະຫວ່າງ​ອົງ​ກອນ​ກັບ​ຜູ້​ມີ​ສ່ວນ​ໄດ້​ເສຍ​ອື່ນໆ ລວມ​ເຖິງ​ກຸ່ມ​ບຸກຄົນ​ທີ່​ບໍ່​ແມ່ນໜ່ວຍງານ​ຂອງ​ລັດ ​
ອົງ​ກອນ​ອາດ​ນຳ​ແນວທາງ ຫຼື ຂໍ້​ມູນ​ການ​ລະບຸ​ຜູ້​ມີ​ສ່ວນ​ໄດ້​ເສຍ​ທີ່​ມີ​ຢູ່ ມາ​ໃຊ້​ສຳລັບ​ການ​ພິຈາລະນາ​ຄວາມ​ກ່ຽວຂ້ອງ​ຂອງ​ຜູ້​ມີ​ສ່ວນ​ໄດ້​ເສຍ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ​ໂດຍ​ຄຳນື່ງ​ເຖິງ​ປະສິດທິ​ຜົນ​ສູງ​ສຸດ ທີ່​ສົມຄວນ​ຕາມ​ເຫດ​ປັດ​ໄຈ ​ແລະ ຄວາມມຸ້ງໝາຍ ​ໂດຍ​ທີ່​ອົງ​ກອນໜຶ່ງໆ ອາດ​ມີ​ຫຼາຍ​ຕ່ອງ​ໂສ້​ຄຸນຄ່າ​ເພື່ອ​ຮອງ​ຮັບ​ກິດຈະກຳ, ຜະລິດ​ຕະພັນ ​ແລະ ບໍລິການ​ທີ​ຫຼາກ​ຫຼາຍ​ຂອງ​ອົງກ​ອນ

ທັງ​ນີ້ ການ​ພິຈາລະນາ​ຄວາມ​ກ່ຽວຂ້ອງ​ຂອງ​ຜູ້​ມີ​ສ່ວນ​ໄດ້​ເສຍ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ອົງ​ກອນອາດ​ມີ​ການ​ດຳ​ເນີນ​ງານ​ຢ່າງ​ສະໜ່ຳສ​ະເໝີ ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ໄດ້​ຄວບ​ຄຸມ​ຜູ້​ມີ​ສ່ວນ​ໄດ້​ເສຍ​ທີ່​ສຳຄັນ ​ເນື່ອງ​ຈາກ​ເງືອນ​ໄຂ ​ແລະ ສິງ​ທີ່​ອົງ​ກອນ​ດຳ​ເນີນ​ການ​ປ່ຽນ​ແປງ​ໄປ​ໃນ​ແຕ່ລະ​ໄລ​ຍະ​ເວລາ ​ໂດຍ​ຜະລິດ​ຕະພັນ​ທີ່​ໄດ້​ຄື ພາບ​ໃນ​ລັກສະນະ​ອົງປະກ​ອບລວມຂອງ​ຕ່ອງ​ໂສ້​ທຸລະ​ກິດ​ທີ່​ອົງ​ກອນ​ສາມາດ​ລະບຸ​ໄດ້​ຄວາມ​ກ່ຽວຂ້ອງ​ຂອງ​ຜູ້​ມີ​ສ່ວນ​ໄດ້​ເສຍ ​ແລະ ຜົນ​ກະທົບ​ໃນ​ສ່ວນ​ຕ່າງໆ ຂອງ​ຕ່ອງ​​ໂສ້​ທຸລະ​ກິດ.

ບໍລິບົດຄວາມ​ຍືນຍົງ​​ໃນ​ຕ່ອງ​ໂສ້​ທຸລະ​ກິດ ຈະ​ມຸ້ງ​ເນັ້ນ​ເຖິງ​ຄວາມ​ຈຳ​​ເປັນ​ຂອງ​ການ​ພິຈາລະນາ​ຜົນ​ກະທົບ​ດ້ານ​ຍັ່ງ​ຍືນ ຄວາມ​ເຂົ້າ​ໃນ​ຜົນ​ກະທົບ​ຂອງ​ອົງ​ກອນ ​ແລະ ການ​ເພິ່ງພາ​ຊັບພະຍາກອນ​ທີ່​ອົງ​ກອນ​ໄດ້​ຮັບ​ຈາກ​ລະບົບ​ນິ​ເວດ ​ເຊິ່ງ​ເປັນ​ເຫດ​ໃຫ້​ອົງ​ກອນ​ຈຳ​ເປັນ​ຕ້ອງ​ໄດ້​ໃຊ້​ຂໍ່ມູນ​ຈາກ​ແຫ​ລ່ງຕ່າງໆ​ເຊັ່ນ: ບົດວິ​ໄຈ ​ແລະ ການ​ພະຍາກອນ​ແນວ​ໂນ້ມ​ເລື່ອງ​ເສດຖະກິດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຈາກ​ແຫ​ລ່ງທີ່​ເຊື່ອ​ຖື​ໄດ້ ​ເປົ້າໝາຍ ​ແລະ ຕົວ​ບົ່ງ​ຊີ້ດ້ານ​ເສດຖະກິ​ດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ທີ່​ປະກົດ​ໃນ​ນະ​ໂຍບາຍ​ສາທາລະນະ ທີ່​ກ່ຽວຂ້ອງ​ໃນ​ລະດັບ​ປະ​ເທດ ​ແລະ ລະຫວ່າງ​ປະ​ເທ​ດ ​ເງື່ອນ​ໄຂ​ທາງ​ເສດຖະກິດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ໃນ​ແຫ​ລ່ງດຳ​ເນີນ​ງານ​ຂອງ​ອົງ​ກອນ​ລວມທັງສາມາດ​ການ​ດຳ​ເນີນ​ງານ​ຂອງ​ອົງກ​ອນ​ໃນ​ເລື່ອງ​ນັ້ນໆ ​ເມື່ອ​ທຽບກັບ​ອົງ​ກອນ​ອື່ນ ມາ​ເສີມ​ການ​ພິຈາລະນາ​ບໍລິບົດຄວາມຍືນຍົງ.

ນອກຈາກນີ້ ອົງກອນຄວນໃຊ້ຂໍ້ມູນການວິເຄາະຜົນກະທົບທີ່ມີວິໄນສຳຄັນທາງເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ມາປະກອບການພິຈາລະນາທົບທວນບໍລິບົດຄວາມຍືນຍົງໃນຕ່ອງໂສ້ທຸລະກິດເຊັ່ນ: ຂະໜາດຂອງຜົນກະທົບ ແລະ ເນື້ອໃນທີ່ມີຕໍ່ການດຳເນີນງານໃນປັດຈຸບັນ ແລະ ໃນອານາຄົດ ການປຽບທຽບຜົນກະທົບຕາມຕາສ່ວນ ຕາມເກນສົມບູນ ຕາມຂີດຈຳກັດລະຫວ່າງສາກົນ ແລະ ທ້ອງຖິ່ນ ຜົນທີ່ຕາມມາຈາກຜົນກະທົບປະລິມານ ແລະ ຊະນິດຂອງຜົນທີ່ກະທົບ (ທາງບວກ ແລະ ທາງລົບ) ລວມທັງຜົນກະທົບພາຍນອກ (Externalities) ຄວາມ​ຮຸ່ນ​ແຮງ​ຂອງ​ຜົນ​ກະທົບ​ທີ່​ສະ​ສົ​ມເພີ່​ມຂຶ້ນຕາມ​ໄລຍະ​ເວລາ ​ແລະ ການ​ວິ​ເຄາະ​ຜົນ​ກະທົບ​ທີ່​ມີ​ວິ​ໄນ​ສຳຄັນ ​ເຊີງ​ສຳ​ພັດ ​ແລະ ​ເຊີ​ງສຳ​ບູນຂອງ​ອົງ​ກອນ ທີ່​ມີ​ຕໍ່​ແນວ​ໂນ້ມທາງ​ເສດຖະກິດ ສັງຄົມ​ແລະ ສິງ​ແວດ​ລ້ອມ​ໃນ​ສະພາບລວມ
ການ​ພິຈາລະນາ​ບໍລິ​ບົດ​ຄວາມ​ຍັ່ງຍືນ​ໃນ​ຕ່ອງ​ໂສ້​ທຸລະ​ກິດ ຖື​ເປັນ​ຂໍ້​ຕໍ່ສຳຄັນ​ທີ່​ເຮັດ​​ໃຫ້​ອົງ​ກອນ​ສາມາດ​ຂະ​ຫຍາ​ຍຂອບ​ເຂດ​ການ​ດຳ​ເນີນ​ງານ ​ເພື່ອ​ຕອບ​ໂຈດ​ຄວາມ​ຍັ່ງຍືນ​ທີ່​ຈຳກັດ​ວົງ​ຢູ່​ໃນ​ລະດັບ​ອົງ​ກອນ ​ໄປ​ສູ່​ການ​ພັດທະນາ​ທີ່​ຕອບ​ໂຈດ​ຄວາມ​ຍັ່ງຍືນ​ຂອງ​ສັງຄົມ​ໂດຍ​ລວມ​ໄດ້​ໃນ​ທີ່​ສຸດ .

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here