ທ່ານ ນາງ ດາລາວອນ ຂຽວສົມພອນ ຜູ້ຈັດການຝ່າຍການຕະຫຼາດບໍລິສັດເສດຖາທ່ອງທ່ຽວ
29-04-2013-B-1-business
ຂະແໜງທ່ອງທຽ່ວບ້ານເຮົາກຳລັງເປັນທີ່ຄຶກຄື້ນ
ແຂກທັງພາຍໃນ
ແລະ
ຕ່າງປະເທດຖືເອົາການໄປທ່ຽວ ເປັນປະສົບການຂອງການໃຊ້ຊີວິດຫຼາຍຂື້ນກວ່າເກົ່າ
ເປັນຕົ້ນແມ່ນ ໄລຍະເທດສະການ, ພັກແລງ ແລະ ສົງການ ສັງເກດໃນແຕ່ລະປີນັກທ່ອງທ່ຽວພາຍໃນ
ແລະ
ຕ່າງປະເທດຈະຫຼັງໄຫຼ່ເຂົ້ານະຄອນຫຼວງ
ແລະ
ຫຼວງພຣະບາງ
ແລະ
ກໍ່ຖືວ່າຫຼວງພຣະບາງຍັງຄອງອັນ
ດັບໜຶ່ງທີ່ນັກທ່ອງທ່ຽວເພິ່ມຂື້ນຫຼາຍໃນແຕ່ລະປີ
ແລະ
ປີນີ້ເປັນປີພິເສດເພາະມີກິດຈະກຳຫຼາກຫຼາຍພ້ອມ
ຍັງເປັນການດຶງດູກນັກທ່ອງທ່ອງຈາກພາຍໃນ
ແລະ
ຕ່າງປະເທດເພີ່ມຂື້ນອີກ.
ເພາະສະນັ້ນບໍລິສັດທ່ອງທ່ຽວເສດຖາຈຶ່ງມີການພັດທະນາ
ແລະ
ປັບປຸງຂະແໜ່ງທ່ອງທ່ຽວ, ສະຖານ ທີ່ພັກເຊົາທີ່ທັນສະໄໝ, ອາຫານແຊບໆພ້ອມຮອງຮັບບັນດານັກທ່ອງທ່ຽວພາຍໃນກໍ່ຄືຕ່າງປະເທດ
ແລະ
ການບໍລິການທາງດ້ານທ່ອງທ່ຽວຄົບວົງຈອນ.
ທ່ານ
ນາງ
ດາລາວອນ
ຂຽວສົມພອນ ຜູ້ຈັດການ ຝ່າຍການຕະຫຼາດ ບໍລິສັດເສດຖາທ່ອງທ່ຽວໄດ້ບອກໃຫ້ຮູ້ວ່າ:
ບໍລິສັດຂອງພວກເຮົາໄດ້ກໍ່ຕັ້ງມາພ້ອມກັນກັບຂົວມິດຕະພາບແຫຼ່ງທຳອິດຊຸມປີ
1994-1995 ເປັນຕົ້ນມາແຕ່ກ່ອນທີ່ເລີ່ມສ້າງຕັ້ງມາເປັນບໍລິສັດນີ້ກໍ່ເຮັດທຸລະກິດລົດເຊົ່າກ່ອນໂດຍທີ່ເລີ່ມຈາກລົດຄັນດຽວ
ຄົນຂັບກໍແມ່ນສາມີຂອງຂະພ້າເຈົ້າເອງ ແຕ່ມີການພັດທະນາຕາມໄລຍະຂອງປີທ່ອງທ່ອງທາງພັກ-ລັດເປີດກ້ວາງຂຶ້ນຈຶ່ງໄດ້ຊື້ລົດເພີ່ມອີກຈຳນວນໜຶ່ງ ພໍດຳເນີນທຸລະກິດມາໄດ້
5 ປີ ໃຫ້ບໍລິການເຊົ່າລົດໃນຂະນະນັ້ນກຳລັງດຳເນີນໄປໄດ້ດີ
ແລະ
ລູກຄ້າສະເໜີວ່າເຮົາບໍລິການດີໜ້າຈະໃຫ້ມີການບໍລິການໃນການທ່ອງທ່ຽວນຳຫຼັງຈາກນັ້ນມາຈຶ່ງໄດ້ມາກໍ່ຕັ້ງບໍລິສັດເສດຖາທ່ອງທ່ຽວຂຶ້ນມາໂດຍເລີ່ມຈາກບໍລິສັດແມ່ໃນບ້ານເກີດທີ່ແຂວງຫຼວງພຣະບາງກ່ອນ
ແລະ
ມາເປີດອີກສາຂາໃນນະຄອນຫຼວງ, ສັງເກດໄດ້ໃນໄລຍະຊຸມປີ 1998 –
2005 ຂະແໜງການທ່ອງທ່ຽວໃນປະເທດເຮົາຄຶກຄື້ນ
ແລະ
ລູກຄ້າຮູ້ຈັກ,ມາໃຊ້ບໍລິການນຳບໍລິສັດເຮົາຫຼາຍຂຶ້ນ
ເຊິ່ງລູກຄ້າທີ່ມາໃຊ້ບໍລິການຂອງພວກເຮົາໃນເບື້ອງຕົ້ນແມ່ນລູກຄ້າປະເທດເພື່ອນບ້ານຄືປະເທດໄທທີ່ເຂົາເຈົ້າມັກຈະມາທ່ອງທ່ຽວປະເທດລາວເຮົາເປັນຕົ້ນແມ່ນຫຼວງພຣະບາງເພາະນັກທ່ອງທຽ່ວຫຼາຍຄົນເວົ້າວ່າ“ຖ້າມາລາວບໍ່ມາທ່ຽວຫຼວງພຣະບາງແມ່ນມາບໍ່ເຖິງປະເທດລາວ”ຕໍ່ມາກໍ່ແມ່ນບໍລິການທ່ອງທ່ຽວໃນນະຄອນຫຼວງ ແລະ ແຂວງອື່ນໆພອ້ມມີການບໍລິການແຂກຕ່າງປະເທດເຊັ່ນ:
ຫວຽດນາມ, ກຳປູເຈຍ ແລະ ປະເທດໃກ້ຄຽງສ່ວນ ແລະ ພິເສດໃນສີ່ປີຫຼັງມານີ້ປະເທດເກົາຫຼີ
ຖືວ່າມາໃຊ້ບໍລິການນຳພວກເຮົາຫຼາຍຂຶ້ນເລື້ອຍໆ.
ຜູ້ຈັດການ ຝ່າຍການຕະຫຼາດກ່າວອີກວ່າ: ບໍລິສັດຂອງພວກເຮົານອກຈາກຈະບໍລິການນຳທ່ຽວພາຍໃນ
ແລະ ຕ່າງປະເທດແລ້ວພວກເຮົາຍັງບໍລິການລົດເຊົ່າຫຼາຍຂະໜາດ ລວມແລ້ວມີ 17 ຄັນເຊັ່ນ: ລົດຕູ້ 9 ບ່ອນນັ່ງ,
15, 25, 35 ແລະ 45 ບ່ອນນັ່ງພ້ອມຍັງມີລົດເກງ,
ລົດກະບະ ແລະ ລົດໂຟວິນ ອື່ນໆ…..ພ້ອມກັນນັ້ນຍັງມີໂຮງແຮມ(ໂຮງແຮມ ວັງທອງ) ທີ່ສວາຍງາມ ແລະ ທັນສະໄໝ່ພ້ອມມີຮ້ານອາຫານ, ຫ້ອງປະຊຸມຮອງຮັບແຂກທ່ອງທ່ຽວ,
ແນະນຳສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈໃຫ້ກັບລູກຄ້າທັງພາຍໃນ ແລະ ຕ່າງປະເທດ,
ບໍລິການຄະນະຄາລະວານທ່ອງທ່ຽວເປັນຕົ້ນແມ່ນ: ບໍລິສັດ,
ອົງກອນຕ່າງ, ບໍລິການແລ່ນເອກະສານ, ແປເອກະສານ, ເຮັດໜັງສືຜ່ານແດນ, ພາສປອດໄປທ່ຽວ ຫຼື ຮຽນຕ່າງປະເທດເປັນຕົ້ນແມ່ນ ອອສເຕຣເລຍ ເພາະພວກເຮົາມີລູກສາວຮຽນຈົບຈາກປະເທດອົດສເຕຣເລຍພ້ອມຖືກແຕ່ງຕັ້ງໃຫ້ເປັນຕົວແທນຂອງໂຮງຮຽນ
ຫຼື ມະຫາວິທະຍາໄລຂອງອົດສະເຕຣເລຍໃນປະເທດລາວເພື່ອສ້າງຄວາມສະດວກໃກ້ແກ່ລູກຄ້າໂດຍສະເພາະຜູ້ທີ່ສົນໃຈຢາກເອົາລູກ,
ຫຼານຕັ້ງແຕ່ ປະຖົມໄປຈົນເຖິງ ມະຫາວິທະຍາໄລໄປຮຽນປະເທດ
ອອສເຕຣເລຍເພາະພວກເຮົາຈະເປັນຜູ້ແນະນຳສະຖານໂຮງຮຽນທີ່ມີຊື່ສຽງ, ຫາສະຖານທີ່ຢູ່ພັກເຊົາໃຫ້, ພົວພັນສະຖານທູດ ຫຼື ວ່າລູກຄ້າຢາກໄປຮຽນພາສາອັງກິດໄລຍະພັກແລ້ງ,
ຢາກຈະໄປຢູ່ນຳຄອບຄົວ -ພີ່ນ້ອງ, ພໍ່ຮັກແມ່ຮັກໃນຕ່າງປະ ເທດແບບຊົ່ວຄາວ ແລະ ຖາວອນພວກເຮົາກໍ່ພ້ອມບໍລິການທ່ານ.
ນາງ
ດາລາວອນ
ຂຽວສົມພອນ ກ່າວອີກວ່າ: “ທາງດ້ານຄູ່ແຂ່ງ ບໍລິສັດຂອງພວກເຮົາຖືວ່າເປັນກາງ
ແລະ ແນ່ນອນການແຂ່ງຂັນເປັນເລື່ອງທຳມະດາ ແລະ ແຜນການໃນອະນາຄົດບໍລິສັດຂອງພວກເຮົາກໍ່ຈະຊື້ລົດເຂົ້າມາເພີມອີກ,
ຈະຂະຫຍາຍລານຈອດລົດ, ເອົາບຸກຄະລະກອນທີ່ມີຄວາມຮູ້,
ຄວາມສາມາດມາເພີ່ມ, ພ້ອມຈະຫຍາຍໂຮງແຮມເພື່ອຮອງຮັບຄວາມຮຽກຮ້ອງຕ້ອງການ
ແລະ ຄວາມສະດວກຂອງລູກຄ້າ.
ໃນກໍລະນີ ທີ່ປະຊາຄົມ ເສດຖະກິດອາຊຽນ ຫຼື ເອອີຊີ ທີ່ຈະເປີດຂື້ນໃນປີ 2015 ນີ້ ບໍລິສັດຂອງພວກເຮົາ ກໍ່ຈະປັບປຸງດ້ານລົດເຊົ່າ,
ຝຶກອົບຮົມ ຫຼື ຍົກລະດັບດ້ານບຸກຄະລະກອນ ແລະ ພັດທະນາດ້ານບໍລິການໃຫ້ດີ
ທີ່ສຸດທຽບເທົ່າກັບສາກົນ.
ບໍລິສັດເສດຖາທ່ອງທ່ຽວເປັນຄວາມພາກພູມໃຈຂອງພວກເຮົາທີ່ໄດ້ຍົກລະດັບທຸລະກິດຂະແໜງນີ້
ມາເປັນບໍສັດເສດຖາທ່ອງທ່ຽວຄົບວົງຈອນ, ບໍ່ວ່າຈະເປັນເຊົ່າລົດ, ໂຮງແຮມ,
ນຳທ່ຽວເປັນແພັກເກັດ ແລະ ຫຼ້າສຸດພວກເຮົາຍັງກ້າວເຂົ້າສູ່ການບໍລິການດ້ານການສຶກສາທີ່ບໍລິການຫຼາກຫຼາຍໃຫ້ຄວາມສະດວກແກ່ຊາວ
ໜຸ່ມເຍົາວະຊົນທີ່ຕ້ອງການຍາກຍົກລະດັບດ້ານການສຶກສາທຽບເທົ່າກັບສາກົນ ແລະ ບໍລິສັດເສດຖາທ່ອງ
ທ່ຽວຈະເນັ້ນການໃສ່ໃຈ ໃນຄວາມຕ້ອງການຂອງລູກຄ້າຕ້ອງມາກ່ອນ ແລະ ກໍ່ສອດຄ້ອງກັບຄຳຂວັນຂອງ
ບໍລິສັດພວກເຮົາທີ່ວ່າ“ລູກຄ້າເປັນໝາກຫົວໃຈທີ່ສຳຄັນໃນການບໍລິການຂອງພວກເຮົາ”.
ສຳຫຼັບລູກຄ້າທ່ານໃດມີຄວາມສົນໃຈຢາກຈະໄປທຽ່ວ
ຫຼື ໄປຮຽນແມ່ນສາມາດເຂົ້າໄປສອບຖາມທີ່ ຫ້ອງການບ້ານສະພານທອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ(ກົງກັນຂ້າມກັບວັດສະພານທອງ ໃຕ້) ແລະ ອີກສາຂາໜຶ່ງຕັ້ງຢູ່ທີ່
ບ້ານໜອງຄຳ, ເມືອງຫຼວງພະບາງ, ແຂວງຫຼວງພຣະບາງ(ໃກ້ຕະຫຼາດໂພສີ)ເຊິ່ງເປີດ ແຕ່ຈັນ - ເສົາ ຕັ້ງແຕ່ 08: 00 - 17: 00 (ສຳຫຼັບວັນເສົາ ເລີ່ມແຕ່
08:00 – 12:00).
ປະເດັນຫຼັກໃນບົດ:“ແຕ່ກ່ອນເຮັດທຸລະກິດລົດເຊົ່າໂດຍທີ່ເລີ່ມຈາກລົດຄັນດຽວ
ຄົນຂັບກໍແມ່ນເຈົ້າຂອງລົດເອງ ດ້ວຍຄຸນນະພາບໃນການບໍລິການ ຈິ່ງກ່າວມາເປັນບໍສັດເສດຖາທ່ອງທ່ຽວຄົບວົງຈອນ, ບໍ່ວ່າຈະເປັນເຊົ່າລົດ,
ໂຮງແຮມ, ນຳທ່ຽວເປັນແພັກເກັດ ແລະ ຫຼ້າສຸດຍັງກ້າວເຂົ້າສູ່ການບໍລິການດ້ານການສຶກສາ”
ไม่มีความคิดเห็น:
แสดงความคิดเห็น