ອີກ​ບາດກ້າວ​ດ້ານ​ການ​ລົງທຶນ​ຂອງເມືອງ​ນ້ຳ​ບາກ - dokhukcolumnist

Post Top Ad

Responsive Ads Here

วันจันทร์ที่ 22 เมษายน พ.ศ. 2556

ອີກ​ບາດກ້າວ​ດ້ານ​ການ​ລົງທຶນ​ຂອງເມືອງ​ນ້ຳ​ບາກ



ເມືອງນ້ຳບາກເລັ່ງສ້າງໂຄງລ່າງພື້ນຖານເພື່ອຮັບຮອງການເຂົ້າມາຂອງນັກລົງທຶນຈາກພາຍໃນ​ ​ແລະ ຕ່າງປະເທດເຊິ່ງໃນປັດຈຸບັນເມືອງນ້ຳບາກ​​ເປັນທີ່ສົນໃຈຂອງນັກລົງທຶນເພາະເສດຖະກິດການຄ້າການລົງທຶນຂອງເມື່ອງກຳລັງມີການຂະຫຍາຍຕົວຢ່າງຕໍ່ເນືອງໃນສົກປີຜ່ານມາເມືອງນ້ຳບາກ.
ທ່ານສຸກັນ ບຸນຍົງ ເຈົ້າເມືອງນ້ຳບາກໄດ້ໃຫ້ສຳພາກກັບທິມງານນັກສືພິມເສດຖະກິດການຄ້າວ່າ: ເມືອງນ້ຳບາກນັບວ່າເປັນເມືອງໜຶ່ງທີ່ກຳລັງເປັນທີ່ສົນໃຈຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງປັດຈຸບັນມີໂຄງການການລົງທຶນ 51 ໂຄງການມີມູນຄ່າການລົງທຶນ 15.242 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ລື່ນແຜນການ7,857 ຕື້ກວ່າກີບ ກວມເອົາ 106,3% ໃນນັ້ນການລົງທຶນຈາກພາກລັດ 8.413 ຕື້ກີບ ທຶນຊ່ວຍເຫຼືອລ້າ 5.279 ຕື້ກີບ ການລົງທຶນຈາກພາກເອກະຊົນພາຍໃນ 85 ລ້ານກີບ ການລົງທຶນຈາກນັກລົງທຶນຕ່າງປະເທດ 816.42 ລ້ານກີບ ແລະ ການລົງທຶນຂອງປະຊາຊົນ 648.41 ລ້ານກີບ.
ໃນປີ 2012 ມີວິສາຫະກິດຂຶ້ນທະບຽນ 54 ຫົວໜ່ວຍ ມີມູນຄ່າ 7,204 ຕື້ກີບ ເຖິງປັດຈຸບັນມີຫົວໜ່ວຍທຸລະກິດທັງໝົດ 779 ຫົວໜ່ວຍ ມີທຶນຈົດທະບຽນ 39.296 ຕື້ກີບ ແລະ 28 .431.000 ໂດລາ ໂດຍທຽບໃສ່ປີທີ່ຜ່ານມາມີອັດຕາເພີ່ມຂຶ້ນ  7,4% ການຈໍລະຈອນສິນຄ້າມີທ່າທີຂະຫຍາຍຕົວເຊິ່ງປີນີ້ມີມູນຄ່າ 48.88 ຕື້ກວ່າກີບ ທຽບໃສ່ແຜນການເພີ່ມຂຶ້ນ 5.7 %  ສົ່ງຜົນໃຫ້ເມືອງສາມາດເກັບລາຍຮັບເຂົ້າງົບປະມານໄດ້ 5 ກວ່າຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 108.20% ເກິນແຜນ 4 ຮ້ອຍກວ່າລ້ານກີບ.
      ປັດຈຸບັນທາງເມືອງໄດ້ມີການຊຸກຍູ້ສົ່ງເສີມສ້າງເງືອນໄຂອຳນວຍຄວາມສະດວກເພື່ອດຶ່ງດູດເອົານັກລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນເມືອງນ້ຳບາກແຫ່ງນີ້  ເງືອນໄຂເຫຼົ່ານັ້ນສາມາດດຶງເອົານັກລົງທຶນເຂົ້າມາລົງທຶນສ້າງໂຮງງານກະເບື້ອງ, ໂຮງງານແປ້ງນົວ, ໂຮງງານກະເປົາ ແລະ ໂຄງການປູກກ້ວຍຫອມຢູ່ບ້ານທ່າບູເປັນຕົ້ນ.
ແຕ່ຢ່າງໃດກໍຕາມເຮົາຍັງພົບຂໍ້ຍຸ້ງຍາກຫຼາຍປະການໃນດ້ານການຜະລິດສິນຄ້າເຊິ່ງປະຊາຊົນເອງບໍ່ທັນເປັນຂະບວນການແຂງແຮງໃນການຜະລິດ ເຮັດໃຫ້ຍັງບໍ່ທັນມີຕົວແບບອັນພົ້ນເດັ່ນທີ່ຈະສາມາດຖ່າຍທອດບົດຮຽນໃນການຜະລິດໄດ້, ການຜະລິດຂອງປະຊາຊົນຍັງເຮັດແບບທຳມະຊາດຍັງຂາດວິຊາການດ້ານການຜະລິດທີ່ກຽວຂ້ອງ ຜົນຜະລິດຍັງຂາດຕະຫຼາດຮອງຮັບ, ປະຊາຊົນສ່ວນຫຼາຍຢູ່ເຂດຫ່າງໄກສອກຫຼີກຍັງມີແນວຄິດດັງເດີມ, ຂາດຄວາມຮູ້, ຂາດທຶນຮອນ. 

ไม่มีความคิดเห็น:

แสดงความคิดเห็น

Post Bottom Ad

Responsive Ads Here